ເພງ^ຄໍ່າຄວນ 2:6 - ພຣະຄຳພີສັກສິ6 ພຣະອົງໄດ້ທຳລາຍຫໍເຕັນສັກສິດໃຫ້ໝຸ່ນທະລາຍ ຄືເປັນດັ່ງສວນຮ້າງ ພຣະອົງໄດ້ທຳລາຍສະຖານທີ່ນະມັດສະການ ພຣະເຈົ້າຢາເວໄດ້ເຮັດໃຫ້ຊີໂອນລືມເທດສະການສັກສິດແລະວັນຊະບາໂຕ. ພຣະອົງຊົງເຄ່ຍກະສັດແລະປະໂຣຫິດຖິ້ມ ດ້ວຍຄວາມໂກດຮ້າຍອັນຮຸນແຮງຂອງພຣະອົງ. Uka jalj uñjjattʼäta |
ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ ພຣະເຈົ້າຂອງຊາດອິດສະຣາເອນກ່າວວ່າ, ‘ເຮົາໂກດຮ້າຍແລະໂກດເຄືອງຊາວນະຄອນເຢຣູຊາເລັມສັນໃດ ເຮົາກໍຈະໂກດເຄືອງພວກເຈົ້າສັນນັ້ນ ຖ້າພວກເຈົ້າໄປປະເທດເອຢິບ. ພວກເຈົ້າຕ່າງກໍຈະເປັນເປົ້າສາຍຕາອັນໜ້າກຽດໜ້າກົວ; ປະຊາຊົນຈະເຍາະເຍີ້ຍພວກເຈົ້າ ແລະໃຊ້ຊື່ຂອງພວກເຈົ້າເປັນຄຳສາບແຊ່ງ. ພວກເຈົ້າຈະບໍ່ເຫັນບ່ອນນີ້ອີກຕໍ່ໄປຈັກເທື່ອ.’