Biblia Todo Logo
Internet tuqin Biblia

- Anuncios ukanaka -




ເພງ^ຄໍ່າຄວນ 2:4 - ພຣະຄຳພີສັກສິ

4 ດັ່ງ​ເປັນ​ສັດຕູ​ຜູ້ໜຶ່ງ​ພຣະອົງ​ແນ​ລູກທະນູ​ໃສ່​ພວກເຮົາ ຜູ້​ທີ່​ພວກເຮົາ​ພໍໃຈ​ແລະ​ຍິນດີ​ນຳ ພຣະອົງ​ກໍ​ຂ້າ​ຖິ້ມ​ໝົດ. ຢູ່​ໃນ​ພຣະວິຫານ​ຂອງ​ພຣະອົງ​ທີ່​ນະຄອນ​ເຢຣູຊາເລັມ ກໍ​ເທ​ຄວາມ​ກີ້ວໂກດ​ລົງ​ໃສ່​ດັ່ງ​ໄຟ​ທີ່​ເຜົາໄໝ້.

Uka jalj uñjjattʼäta Copia luraña




ເພງ^ຄໍ່າຄວນ 2:4
38 Jak'a apnaqawi uñst'ayäwi  

“ຈົ່ງ​ໄປ​ປຶກສາ​ພຣະເຈົ້າຢາເວ​ເພື່ອ​ເຮົາ​ແລະ​ປະຊາຊົນ​ຜູ້​ທີ່​ຍັງເຫລືອ​ຢູ່​ໃນ​ອານາຈັກ​ອິດສະຣາເອນ​ແລະ​ຢູດາຍ ໂດຍ​ໃຫ້​ຖາມ​ເບິ່ງ​ເຖິງ​ຖ້ອຍຄຳ​ໃນ​ໜັງສື​ນີ້. ພຣະເຈົ້າຢາເວ​ໄດ້​ໂກດຮ້າຍ​ພວກເຮົາ ເພາະ​ບັນພະບຸລຸດ​ຂອງ​ພວກເຮົາ​ບໍ່ໄດ້​ເຊື່ອຟັງ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ ແລະ​ບໍ່ໄດ້​ປະຕິບັດ​ຕາມ​ຖ້ອຍຄຳ​ທັງໝົດ​ທີ່​ພຣະອົງ​ໄດ້​ກ່າວ​ໄວ້​ໃນ​ໜັງສື​ນີ້.”


ພວກເຂົາ​ປະຖິ້ມ​ເຮົາ​ແລະ​ໄປ​ຖວາຍ​ເຄື່ອງ​ບູຊາ​ໃຫ້​ບັນດາ​ພະອື່ນ ແລະ​ເຮັດ​ໃຫ້​ເຮົາ​ໂກດຮ້າຍ​ຍ້ອນ​ສິ່ງ​ທັງໝົດ​ທີ່​ພວກເຂົາ​ໄດ້​ເຮັດ. ເຮົາ​ໂກດຮ້າຍ​ນະຄອນ​ເຢຣູຊາເລັມ​ຢ່າງ​ບໍ່ມີ​ມື້​ສິ້ນສຸດ.


ພຣະເຈົ້າ​ໂກດຮ້າຍ​ແລະ​ຕໍ່ສູ້​ຂ້ອຍ​ຢ່າງ​ໂມໂຫ ພຣະອົງ​ເຮັດ​ກັບ​ຂ້ອຍ ດັ່ງ​ເປັນ​ສັດຕູ​ຄູ່​ອາຄາດ.


ລູກໜ້າ​ໜ້ອງ​ໄດ້​ລາມ​ໄປ​ທົ່ວ​ທັງຕົວ​ຂ້ອຍເດີ ທີ່​ພຣະເຈົ້າ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ຍິງ​ໃສ່​ຂ້ອຍ. ພຣະເຈົ້າ​ໄດ້​ນຳ​ສິ່ງ​ທີ່​ຂ້ອຍ​ຢ້ານກົວ​ທັງໝົດ ລຽນ​ເປັນ​ຖັນແຖວ​ສຸມ​ເຂົ້າມາ​ຕໍ່ສູ້​ຂ້ອຍ.


ຄົນຊົ່ວ​ຖອດ​ດາບ​ແລະ​ກົ່ງ​ຄັນທະນູ​ຂອງຕົນ ເພື່ອ​ຂ້າ​ຄົນ​ທີ່​ຂັດສົນ​ແລະ​ຄົນ​ທີ່​ເຮັດ​ຖືກຕ້ອງ


ພຣະອົງ​ຈັບ​ອາວຸດ​ອັນ​ຮ້າຍກາດ​ຂອງ​ພຣະອົງ ແນ​ລູກສອນ​ໄຟ​ໄປ​ສູ່​ຈຸດ​ທີ່​ພຣະອົງ​ໝາຍໄວ້.


ສະນັ້ນ ພຣະອົງ​ຈຶ່ງ​ໃຫ້​ໄດ້​ຊີມ​ຣິດ​ພຣະ​ໂກດຮ້າຍ ທັງທົນທຸກ​ຍ້ອນ​ສົງຄາມ​ອັນ​ໂຫດຫ້ຽມ. ພຣະ​ໂກດຮ້າຍ​ເປັນ​ດັ່ງ​ໄຟ​ໄໝ້​ຊາດ​ອິດສະຣາເອນ ແຕ່​ພວກເຮົາ​ບໍ່​ຮູ້ເຫັນ​ຖື​ເອົາ​ເປັນ​ບົດຮຽນ​ຈັກດີ້.


ແຕ່​ພວກເຂົາ​ໄດ້​ກະບົດ​ຕໍ່​ພຣະອົງ ແລະ​ເຮັດ​ໃຫ້​ພຣະວິນຍານ​ຂອງ​ພຣະອົງ​ເສົ້າໝອງ. ສະນັ້ນ ອົງພຣະ​ຜູ້​ເປັນເຈົ້າ​ຈຶ່ງ​ໄດ້​ກາຍເປັນ​ສັດຕູ​ຂອງ​ພວກເຂົາ ແລະ​ຕໍ່ສູ້​ພວກເຂົາ.


ດ້ວຍ​ຄວາມ​ໂກດຮ້າຍ​ເຮົາ​ໄດ້​ຢຽບຢໍ່າ​ບັນດາ​ປະຊາຊາດ ແລະ​ເຮັດ​ໃຫ້​ພວກເຂົາ​ກະຈັດ​ກະຈາຍ​ໄປ. ເຮົາ​ໄດ້​ເທ​ເລືອດ​ອັນ​ເປັນ​ຊີວິດ​ຂອງ​ພວກເຂົາ​ນັ້ນ​ລົງ​ເທິງ​ພື້ນດິນ.”


ຜ້າເຕັນ​ຂອງ​ພວກເຮົາ​ຖືກ​ທຳລາຍ​ເຊືອກ​ກໍ​ຂາດ​ໝົດ ລູກໆ​ພວກເຮົາ​ຈຳ​ຕ້ອງ​ພາກ​ຈາກ​ພວກເຮົາ​ໄປສິ້ນ; ຈຶ່ງ​ບໍ່ມີ​ຜູ້ໃດ​ຊ່ວຍ​ຍົກ​ຜ້າເຕັນ​ລົ້ມ​ນັ້ນ​ຂຶ້ນ​ມາ ບໍ່ມີ​ຜູ້ໃດ​ເກາະ​ຜ້າກັ້ງ​ຜ້າເຕັນ​ຂຶ້ນ​ຊ່ວຍ.”


ເຮົາ​ຈະ​ຕໍ່ສູ້​ເຈົ້າ​ດ້ວຍ​ຣິດອຳນາດ​ທັງໝົດ​ຂອງເຮົາ, ດ້ວຍ​ຄວາມ​ໂກດຮ້າຍ, ດ້ວຍ​ຄວາມ​ໂມໂຫ ແລະ​ດ້ວຍ​ຄວາມ​ໂກດແຄ້ນ​ຂອງເຮົາ.


ຄົນ​ຮັກແພງ​ຕ່າງ​ກໍໄດ້​ລືມໄລ​ພວກເຈົ້າ​ໄປ ພວກເຂົາ​ບໍ່​ສົນໃຈ​ກັບ​ພວກເຈົ້າ​ຕໍ່ໄປ​ອີກ. ເຮົາ​ໄດ້​ໂຈມຕີ​ພວກເຈົ້າ​ເໝືອນ​ດັ່ງ​ສັດຕູ​ໂຈມຕີ ໂທດກຳ​ທີ່​ພວກເຈົ້າ​ໄດ້​ຮັບ​ກໍ​ຮຸນແຮງ​ແທ້ ເພາະ​ການບາບ​ຂອງ​ພວກເຈົ້າ​ມີ​ຫລວງຫລາຍ ແລະ​ຄວາມ​ຊົ່ວຊາມ​ກໍ​ມີ​ຫລາຍໂພດ.


ບາງທີ​ພວກເຂົາ​ຈະ​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າຢາເວ ແລະ​ຫັນໜີ​ຈາກ​ທາງຊົ່ວ​ກໍໄດ້ ເພາະ​ພຣະເຈົ້າຢາເວ​ໄດ້​ນາບຂູ່​ປະຊາຊົນ​ເຫຼົ່ານີ້ ດ້ວຍ​ຄວາມ​ໂກດຮ້າຍ​ແລະ​ໂມໂຫ​ຢ່າງ​ຮຸນແຮງ.”


ຊາວ​ຢູດາ ແລະ​ຊາວ​ນະຄອນ​ເຢຣູຊາເລັມ​ເອີຍ ຈົ່ງ​ຮັກສາ​ພັນທະສັນຍາ​ທີ່​ພວກເຈົ້າ​ມີ​ກັບ​ເຮົາ ຜູ້​ທີ່​ເປັນ​ພຣະເຈົ້າຢາເວ​ຂອງ​ພວກເຈົ້າ ແລະ​ຈົ່ງ​ອຸທິດຕົວ​ພວກເຈົ້າ​ເອງ​ແກ່​ເຮົາ. ຖ້າ​ພວກເຈົ້າ​ບໍ່​ຍອມ​ຟັງ ຄວາມ​ໂກດຮ້າຍ​ຂອງເຮົາ​ກໍ​ຈະ​ລຸກໄໝ້​ດັ່ງ​ໄຟ ເພາະ​ສິ່ງ​ຊົ່ວຮ້າຍ​ຕ່າງໆ​ຊຶ່ງ​ພວກເຈົ້າ​ໄດ້​ເຮັດ​ນັ້ນ ໄຟ​ຈະ​ໄໝ້​ເຜົາຜານ​ໃຫຍ່ ແລະ​ຈະ​ບໍ່ມີ​ຜູ້ໃດ​ມອດ​ໄດ້.”


ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ກ່າວ​ວ່າ, ‘ເຮົາ​ໂກດຮ້າຍ​ແລະ​ໂກດ​ເຄືອງ​ຊາວ​ນະຄອນ​ເຢຣູຊາເລັມ​ສັນໃດ ເຮົາ​ກໍ​ຈະ​ໂກດ​ເຄືອງ​ພວກເຈົ້າ​ສັນນັ້ນ ຖ້າ​ພວກເຈົ້າ​ໄປ​ປະເທດ​ເອຢິບ. ພວກເຈົ້າ​ຕ່າງ​ກໍ​ຈະ​ເປັນ​ເປົ້າ​ສາຍຕາ​ອັນ​ໜ້າກຽດ​ໜ້າກົວ; ປະຊາຊົນ​ຈະ​ເຍາະເຍີ້ຍ​ພວກເຈົ້າ ແລະ​ໃຊ້​ຊື່​ຂອງ​ພວກເຈົ້າ​ເປັນ​ຄຳສາບແຊ່ງ. ພວກເຈົ້າ​ຈະ​ບໍ່​ເຫັນ​ບ່ອນ​ນີ້​ອີກ​ຕໍ່ໄປ​ຈັກເທື່ອ.’


ສະນັ້ນ ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ຈຶ່ງ​ຈະ​ເທ​ຄວາມ​ໂກດຮ້າຍ​ອັນ​ຮຸນແຮງ​ຂອງເຮົາ​ລົງ​ໃສ່​ພຣະວິຫານ​ນີ້. ເຮົາ​ຈະ​ເທ​ລົງ​ໃສ່​ທັງ​ຄົນ ແລະ​ສັດເດຍລະສານ ຕະຫລອດ​ທັງ​ກົກໄມ້ ແລະ​ເຄື່ອງປູກ​ຂອງຝັງ​ດ້ວຍ. ຄວາມ​ໂກດຮ້າຍ​ຂອງເຮົາ​ຈະ​ລຸກໄໝ້ ດັ່ງ​ໄຟ​ທີ່​ບໍ່ມີ​ຜູ້ໃດ​ມອດ​ໄດ້.”


ພຣະອົງ​ໄດ້​ສົ່ງ​ໄຟ​ຈາກ​ເບື້ອງ​ເທິງ​ລົງ​ມາ ເປັນ​ໄຟ​ທີ່​ລຸກໄໝ້​ຢູ່​ພາຍ​ໃນ​ຈິດໃຈ​ຂ້ອຍ. ພຣະອົງ​ໄດ້​ຫ້າງແຮ້ວ​ໃສ່​ຂ້ອຍ ແລະ​ເຮັດ​ໃຫ້​ລົ້ມລົງ​ກັບ​ພື້ນດິນ ປະຖິ້ມ​ຂ້ອຍ​ໃຫ້​ເຈັບປວດ​ຢູ່​ຢ່າງນັ້ນ.


ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ທຳລາຍ​ຊາດ​ອິດສະຣາເອນ ດັ່ງ​ເປັນ​ສັດຕູ​ຜູ້ໜຶ່ງ ພຣະອົງ​ໄດ້​ປ່ອຍ​ໃຫ້​ປ້ອມ​ປ້ອງກັນ​ເມືອງ ແລະ​ຣາຊວັງ​ຮົກຮ້າງ​ເພພັງ​ສິ້ນ. ພຣະອົງ​ໄດ້​ນຳ​ຄວາມ​ໂສກເສົ້າ​ມາ​ສູ່​ຢູດາຍ ຄວາມທຸກໃຈ​ບໍ່​ສຸດເປັນ​ມາ​ສູ່​ປະຊາຊົນ​ດ້ວຍ.


ແລະ​ໄດ້​ຕົບຕີ​ຂ້ອຍ​ຫລາຍເທື່ອ​ຫລາຍທີ ໂດຍ​ບໍ່ມີ​ຄວາມ​ເມດຕາປານີ​ຕໍ່​ຂ້ອຍ.


ຄຳ​ທີ່​ເຫຼື້ອມໃສ​ແວວວັບ​ໄດ້​ຖືກ​ມົວໝອງ​ໄປ ຫີນ​ຂອງ​ພຣະວິຫານ​ກໍ​ແຕກ​ກະຈາຍ​ໄປ​ເຕັມ​ຫົນທາງ.


ພຣະເຈົ້າຢາເວ​ໄດ້​ປ່ອຍ​ໃຫ້​ຄວາມ​ໂກດຮ້າຍ ຂອງ​ພຣະອົງ​ອອກ​ມາ​ຢ່າງ​ເຕັມ​ກຳລັງ ໂດຍ​ໄດ້​ດັງ​ໄຟ​ຈູດ​ພູເຂົາ​ຊີໂອນ ຈົນ​ເມືອງ​ໄໝ້​ເຜົາຜານ​ຈຸ​ພື້ນ.


ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້: ດ້ວຍ​ຄວາມ​ໂກດຮ້າຍ ເຮົາ​ຈະ​ສົ່ງ​ລົມພະຍຸ, ຫ່າຝົນ ແລະ​ໝາກເຫັບ​ມາ​ທຳລາຍ​ກຳແພງ.


ເຮົາ​ຈະ​ໃຫ້​ພວກເຈົ້າ​ໄດ້​ເຫັນ​ຣິດອຳນາດ ແລະ​ໄດ້​ຊີມ​ຣິດ​ແຫ່ງ​ຄວາມ​ໂກດຮ້າຍ​ຂອງເຮົາ ເມື່ອ​ເຮົາ​ໂຮມ​ພວກເຈົ້າ​ເຂົ້າກັນ ແລະ​ນຳ​ກັບຄືນ​ມາ​ຈາກ​ປະເທດ​ທັງຫລາຍ ທີ່​ເຮົາ​ໄດ້​ກະຈັດ​ກະຈາຍ​ພວກເຈົ້າ​ໄປ​ນັ້ນ.


ພວກເຂົາ​ຈະ​ຖືກ​ຫລອມ​ຢູ່​ໃນ​ນະຄອນ​ເຢຣູຊາເລັມ ຕາມ​ວິທີ​ທີ່​ເງິນ​ຖືກ​ຫລອມ​ໃນ​ເຕົາໄຟ; ແລ້ວ​ພວກເຂົາ​ກໍ​ຈະ​ຮູ້ວ່າ ພວກເຂົາ​ກຳລັງ​ໄດ້​ຊີມ​ຣິດ​ແຫ່ງ​ຄວາມ​ໂກດຮ້າຍ​ຂອງ​ເຮົາ​ຄື​ພຣະເຈົ້າຢາເວ.”


“ບັດນີ້​ມະນຸດ​ເອີຍ ເຮົາ​ຈະ​ເອົາ​ພຣະວິຫານ​ອັນ​ໝັ້ນຄົງ​ແຂງແຮງ ທີ່​ພວກເຂົາ​ພາກພູມ​ໃຈ​ແລະ​ຍິນດີ​ນຳ​ນັ້ນ​ໜີໄປ​ຈາກ​ພວກເຂົາ ຄື​ພຣະວິຫານ​ທີ່​ພວກເຂົາ​ມັກ​ແນມເບິ່ງ​ແລະ​ມັກ​ໄປ​ຢ້ຽມຢາມ. ເຮົາ​ຈະ​ເອົາ​ລູກ​ຊາຍ​ຍິງ​ຂອງ​ພວກເຂົາ​ໜີໄປ​ດ້ວຍ.


ພວກເຂົາ​ໄດ້​ເຮັດ​ໃຫ້​ດິນແດນ​ເປັນ​ມົນທິນ ໂດຍ​ການ​ຄາດຕະກຳ​ຕ່າງໆ ຊຶ່ງ​ພວກເຂົາ​ໄດ້​ກໍ່​ຂຶ້ນ ແລະ​ໂດຍ​ການຂາບໄຫວ້​ຮູບເຄົາຣົບ​ອັນ​ໜ້າກຽດຊັງ. ສະນັ້ນ ເຮົາ​ຈຶ່ງ​ປ່ອຍ​ໃຫ້​ພວກເຂົາ​ໄດ້​ຊີມ​ຣິດ​ແຫ່ງ​ຄວາມ​ໂກດຮ້າຍ​ຂອງເຮົາ.


ເຈົ້າ​ຈະ​ໄດ້​ຊີມ​ຣິດ​ແຫ່ງ​ຄວາມ​ໂກດຮ້າຍ ແລະ​ໂມໂຫ​ຂອງເຮົາ ຈົນກວ່າ​ເຮົາ​ຈະ​ພໍໃຈ. ເມື່ອ​ສິ່ງ​ທັງໝົດ​ນີ້​ເກີດຂຶ້ນ ເຈົ້າ​ຈະ​ມີ​ຄວາມ​ແນ່ໃຈ​ວ່າ ເຮົາ​ຄື​ພຣະເຈົ້າຢາເວ​ໄດ້​ກ່າວ​ຕໍ່​ເຈົ້າ​ຢ່າງ​ຮຸນແຮງ​ຈົນ​ສຸດຂີດ ຍ້ອນ​ຄວາມ​ບໍ່​ສັດຊື່​ຂອງ​ເຈົ້າ.


ພວກ​ທີ່​ຢູ່​ຫ່າງໄກ​ຈະ​ເຈັບໄຂ້ ແລະ​ຕາຍ; ພວກ​ທີ່​ຢູ່​ອ້ອມແອ້ມ​ຈະ​ຖືກ​ຂ້າ​ໃນ​ສົງຄາມ; ພວກ​ທີ່​ລອດ​ມາ​ໄດ້​ກໍ​ຈະ​ອຶດ​ຕາຍ. ພວກເຂົາ​ຈະ​ໄດ້​ຊີມ​ຣິດ​ແຫ່ງ​ຄວາມ​ໂກດຮ້າຍ​ຂອງເຮົາ​ຢ່າງ​ສຸດຂີດ.


ເມື່ອ​ສຽງ​ແກ​ດັງ​ຂຶ້ນ​ທຸກຄົນ​ຕ່າງ​ກໍ​ຕຽມພ້ອມ, ແຕ່​ບໍ່ມີ​ຜູ້ໃດ​ເຂົ້າ​ເຮັດ​ເສິກ ເພາະ​ຄວາມ​ໂກດຮ້າຍ​ຂອງ​ເຮົາ​ຈະ​ຕົກ​ຖືກ​ທຸກໆຄົນ​ຄືກັນ.


ເຮົາ​ຈະ​ຫັນ​ມາ​ຕໍ່ສູ້​ພວກເຈົ້າ​ເພື່ອ​ວ່າ​ພວກເຈົ້າ​ຈະ​ພ່າຍແພ້ ແລະ​ຜູ້​ທີ່​ຊັງ​ພວກເຈົ້າ​ກໍ​ຈະ​ປົກຄອງ​ພວກເຈົ້າ; ພວກເຈົ້າ​ຈະ​ຕື່ນ​ຕົກໃຈ​ຢ້ານກົວ ຈົນ​ແລ່ນ​ເປີດ​ໜີໄປ​ຢ່າງ​ບໍ່​ຮູ້ສຶກ​ຕົວ​ໂດຍ​ບໍ່ມີ​ໃຜ​ໄລ່​ຕິດຕາມ.


ພຣະເຈົ້າຢາເວ​ເປັນ​ພຣະເຈົ້າ ອົງ​ຫວງແຫນ ແລະ​ຕອບແທນ; ພຣະເຈົ້າຢາເວ​ຕອບແທນ ແລະ​ເຕັມດ້ວຍ​ຄວາມ​ໂກດຮ້າຍ ພຣະເຈົ້າຢາເວ​ລົງໂທດ​ພວກ​ທີ່​ຕໍ່ຕ້ານ​ພຣະອົງ; ແລະ​ແກ້ແຄ້ນ​ພວກເຂົາ​ເພາະ​ພຣະອົງ​ໂກດຮ້າຍ.


ເມື່ອ​ພຣະອົງ​ໂກດຮ້າຍ​ແມ່ນ​ຜູ້ໃດ​ແດ່​ລອດຊີວິດ​ເດ? ແມ່ນ​ຜູ້ໃດ​ລອດຊີວິດ​ນໍ​ເມື່ອ​ພຣະອົງ​ກິ້ວໂກດ? ພຣະອົງ​ເທ​ຄວາມ​ໂກດຮ້າຍ​ເປັນ​ໄຟ​ທີ່​ເຜົາຜານ ໂງ່ນຫີນ​ກໍ​ໝຸ່ນ​ເປັນ​ຝຸ່ນ​ດິນ​ຢູ່​ຊ້ອງໜ້າ​ພຣະອົງ.


ຄວາມ​ໂກດຮ້າຍ​ຂອງເຮົາ​ຈະ​ລຸກ​ໄໝ້ ເຜົາຜານ​ດັ່ງ​ແປວໄຟ​ລຸກ​ໃຫຍ່ ເຜົາໄໝ້​ທຸກສິ່ງ​ເທິງ​ແຜ່ນດິນ​ໂລກ ຈົນ​ທະລາຍ​ກ້ຽງ​ສິ້ນສູນ​ໝົດ. ມັນ​ຈະ​ເລີຍ​ລຸກ​ໄໝ້​ໄປ​ຮອດ ພື້ນ​ພິພົບ​ປັດຖະພີ ແລະ​ເຜົາຜານ​ທຸກສິ່ງ​ໝົດ ຮອດ​ຮາກໂຄນ​ຂອງ​ພູ​ສູງພຸ້ນ.


ຊາມູເອນ​ກ່າວ​ວ່າ, “ເມື່ອ​ພຣະເຈົ້າຢາເວ​ປະຖິ້ມ​ເຈົ້າ​ແລະ​ກາຍເປັນ​ສັດຕູ​ຂອງ​ເຈົ້າ​ແລ້ວ ເປັນຫຍັງ​ເຈົ້າ​ຈຶ່ງ​ມາ​ເອີ້ນ​ເອົາ​ຂ້ອຍ?


Jiwasaru arktasipxañani:

Anuncios ukanaka


Anuncios ukanaka