Biblia Todo Logo
Internet tuqin Biblia

- Anuncios ukanaka -




ເພງ^ຄໍ່າຄວນ 2:3 - ພຣະຄຳພີສັກສິ

3 ດ້ວຍ​ໃຈ​ກີ້ວໂກດ​ຊົງ​ທັບມ້າງ​ກຳລັງ​ອິດສະຣາເອນ ເມື່ອ​ສັດຕູ​ມາ​ໂຈມຕີ​ພຣະອົງ​ກໍ​ບໍ່​ຍອມ​ຊ່ວຍ. ພຣະອົງ​ໄດ້​ຕໍ່ສູ້​ພວກເຮົາ​ດ້ວຍ​ຄວາມ​ໂມໂຫ ດັ່ງ​ໄຟ​ເຜົາຜານ ພຣະອົງ​ໄດ້​ທຳລາຍ​ທຸກສິ່ງ​ຖິ້ມ.

Uka jalj uñjjattʼäta Copia luraña




ເພງ^ຄໍ່າຄວນ 2:3
25 Jak'a apnaqawi uñst'ayäwi  

ພວກເຂົາ​ປະຖິ້ມ​ເຮົາ​ແລະ​ໄປ​ຖວາຍ​ເຄື່ອງ​ບູຊາ​ໃຫ້​ບັນດາ​ພະອື່ນ ແລະ​ເຮັດ​ໃຫ້​ເຮົາ​ໂກດຮ້າຍ​ຍ້ອນ​ສິ່ງ​ທັງໝົດ​ທີ່​ພວກເຂົາ​ໄດ້​ເຮັດ. ເຮົາ​ໂກດຮ້າຍ​ນະຄອນ​ເຢຣູຊາເລັມ​ຢ່າງ​ບໍ່ມີ​ມື້​ສິ້ນສຸດ.


ຂ້ອຍ​ນຸ່ງ​ຜ້າ​ກະສອບເຂົ້າ​ໂສກເສົ້າ​ແລະ​ທຸກໃຈ ໃນ​ຂີ້ຝຸ່ນ​ດິນ ຂ້ອຍ​ນັ່ງ​ຢູ່​ທີ່​ນັ້ນ​ຢ່າງ​ພ່າຍແພ້.


ຢູ່​ທີ່​ນີ້ ເຮົາ​ຈະ​ຕັ້ງ​ເຊື້ອສາຍ​ດາວິດ​ຜູ້ໜຶ່ງ​ເປັນ​ກະສັດ​ຜູ້​ຍິ່ງໃຫຍ່​ ເຮົາ​ຈະ​ຮັກສາ​ການປົກຄອງ​ຂອງ​ກະສັດ​ຜູ້​ທີ່​ເຮົາ​ໄດ້​ຫົດສົງ​ໄວ້.


ດ້ວຍເຫດໃດ​ພຣະອົງ​ຈຶ່ງ​ບໍ່​ຍື່ນມື​ເຂົ້າ​ມາ​ຊ່ວຍ​ພວກ​ຂ້ານ້ອຍ? ເພາະເຫດໃດ​ພຣະອົງ​ຈຶ່ງ​ເອົາ​ມື​ຂັດ​ຫລັງ​ໄວ້?


ພຣະອົງ​ຈະ​ທຳລາຍ​ອຳນາດ​ຂອງ​ຄົນຊົ່ວຮ້າຍ ແຕ່​ອຳນາດ​ຂອງ​ຄົນ​ຊອບທຳ​ຈະ​ທະວີ​ຂຶ້ນ.


ແລະ​ບອກ​ພວກເຂົາ​ໃຫ້​ຢຸດ​ອວດອ້າງ.”


ຂ້າແດ່​ພຣະເຈົ້າຢາເວ ພຣະອົງ​ຈະ​ໂກດຮ້າຍ​ພວກ​ຂ້ານ້ອຍ​ຕະຫຼອດໄປ​ບໍ? ສິ່ງນັ້ນ​ຈະ​ເປັນ​ໄຟ​ເຜົາຜານ​ສືບ​ຕໍ່ໄປ​ຫລືນີ້?


ເຮົາ​ຈະ​ຮັກ​ແລະ​ສັດຊື່​ຕໍ່​ລາວ ຈະ​ໃຫ້​ລາວ​ໄຊຊະນະ​ເໜືອ​ສັດຕູ​ຢູ່​ເລື້ອຍໆ.


ຂ້າແດ່​ພຣະເຈົ້າຢາເວ ພຣະອົງ​ຈະ​ລີ້ໜ້າ​ໄປ​ດົນ​ປານໃດ? ຄວາມ​ໂກດຮ້າຍ​ຂອງ​ພຣະອົງ​ຈະ​ລຸກ​ໄໝ້​ໄປ​ດົນ​ປານໃດ​ອີກ?


ສະເກັດ​ໄຟ​ຍ່ອມ​ໄໝ້​ຫຍ້າແຫ້ງ​ໄດ້​ສັນໃດ ຄົນ​ແຂງແຮງ​ກໍ​ຈະ​ຖືກ​ການຊົ່ວ​ທີ່​ຕົນເອງ​ເຮັດ​ທຳລາຍ​ໄດ້​ສັນນັ້ນ ແລະ​ຈະ​ບໍ່ມີ​ຜູ້ໃດ​ຢັບຢັ້ງ​ການທຳລາຍ​ນັ້ນ​ໄດ້.


ສະນັ້ນ ພຣະອົງ​ຈຶ່ງ​ໃຫ້​ໄດ້​ຊີມ​ຣິດ​ພຣະ​ໂກດຮ້າຍ ທັງທົນທຸກ​ຍ້ອນ​ສົງຄາມ​ອັນ​ໂຫດຫ້ຽມ. ພຣະ​ໂກດຮ້າຍ​ເປັນ​ດັ່ງ​ໄຟ​ໄໝ້​ຊາດ​ອິດສະຣາເອນ ແຕ່​ພວກເຮົາ​ບໍ່​ຮູ້ເຫັນ​ຖື​ເອົາ​ເປັນ​ບົດຮຽນ​ຈັກດີ້.


ແຕ່​ເຮົາ​ຈະ​ລົງໂທດ​ໃນ​ສິ່ງ​ທີ່​ເຈົ້າ​ໄດ້​ເຮັດ. ເຮົາ​ຈະ​ຈູດ​ວັງ​ຂອງ​ເຈົ້າ ແລະ​ໄຟ​ຈະ​ໄໝ້​ເຜົາຜານ​ທຸກສິ່ງ​ທີ່​ຢູ່​ອ້ອມ​ນັ້ນ.” ພຣະເຈົ້າຢາເວ​ໄດ້​ກ່າວ​ດັ່ງນີ້ແຫລະ.


ຊາວ​ຢູດາ ແລະ​ຊາວ​ນະຄອນ​ເຢຣູຊາເລັມ​ເອີຍ ຈົ່ງ​ຮັກສາ​ພັນທະສັນຍາ​ທີ່​ພວກເຈົ້າ​ມີ​ກັບ​ເຮົາ ຜູ້​ທີ່​ເປັນ​ພຣະເຈົ້າຢາເວ​ຂອງ​ພວກເຈົ້າ ແລະ​ຈົ່ງ​ອຸທິດຕົວ​ພວກເຈົ້າ​ເອງ​ແກ່​ເຮົາ. ຖ້າ​ພວກເຈົ້າ​ບໍ່​ຍອມ​ຟັງ ຄວາມ​ໂກດຮ້າຍ​ຂອງເຮົາ​ກໍ​ຈະ​ລຸກໄໝ້​ດັ່ງ​ໄຟ ເພາະ​ສິ່ງ​ຊົ່ວຮ້າຍ​ຕ່າງໆ​ຊຶ່ງ​ພວກເຈົ້າ​ໄດ້​ເຮັດ​ນັ້ນ ໄຟ​ຈະ​ໄໝ້​ເຜົາຜານ​ໃຫຍ່ ແລະ​ຈະ​ບໍ່ມີ​ຜູ້ໃດ​ມອດ​ໄດ້.”


ໂມອາບ​ຖືກ​ຍໍ່າຍີ່​ໃຫ້​ໝຸ່ນ; ອຳນາດ​ກໍ​ຖືກ​ທຳລາຍ​ສາ​ແລ້ວ.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫລະ.


ສະນັ້ນ ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ຈຶ່ງ​ຈະ​ເທ​ຄວາມ​ໂກດຮ້າຍ​ອັນ​ຮຸນແຮງ​ຂອງເຮົາ​ລົງ​ໃສ່​ພຣະວິຫານ​ນີ້. ເຮົາ​ຈະ​ເທ​ລົງ​ໃສ່​ທັງ​ຄົນ ແລະ​ສັດເດຍລະສານ ຕະຫລອດ​ທັງ​ກົກໄມ້ ແລະ​ເຄື່ອງປູກ​ຂອງຝັງ​ດ້ວຍ. ຄວາມ​ໂກດຮ້າຍ​ຂອງເຮົາ​ຈະ​ລຸກໄໝ້ ດັ່ງ​ໄຟ​ທີ່​ບໍ່ມີ​ຜູ້ໃດ​ມອດ​ໄດ້.”


ພຣະອົງ​ໄດ້​ສົ່ງ​ໄຟ​ຈາກ​ເບື້ອງ​ເທິງ​ລົງ​ມາ ເປັນ​ໄຟ​ທີ່​ລຸກໄໝ້​ຢູ່​ພາຍ​ໃນ​ຈິດໃຈ​ຂ້ອຍ. ພຣະອົງ​ໄດ້​ຫ້າງແຮ້ວ​ໃສ່​ຂ້ອຍ ແລະ​ເຮັດ​ໃຫ້​ລົ້ມລົງ​ກັບ​ພື້ນດິນ ປະຖິ້ມ​ຂ້ອຍ​ໃຫ້​ເຈັບປວດ​ຢູ່​ຢ່າງນັ້ນ.


ພຣະເຈົ້າຢາເວ​ໄດ້​ປ່ອຍ​ໃຫ້​ຄວາມ​ໂກດຮ້າຍ ຂອງ​ພຣະອົງ​ອອກ​ມາ​ຢ່າງ​ເຕັມ​ກຳລັງ ໂດຍ​ໄດ້​ດັງ​ໄຟ​ຈູດ​ພູເຂົາ​ຊີໂອນ ຈົນ​ເມືອງ​ໄໝ້​ເຜົາຜານ​ຈຸ​ພື້ນ.


ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້: ດ້ວຍ​ຄວາມ​ໂກດຮ້າຍ ເຮົາ​ຈະ​ສົ່ງ​ລົມພະຍຸ, ຫ່າຝົນ ແລະ​ໝາກເຫັບ​ມາ​ທຳລາຍ​ກຳແພງ.


ເມື່ອ​ສຽງ​ແກ​ດັງ​ຂຶ້ນ​ທຸກຄົນ​ຕ່າງ​ກໍ​ຕຽມພ້ອມ, ແຕ່​ບໍ່ມີ​ຜູ້ໃດ​ເຂົ້າ​ເຮັດ​ເສິກ ເພາະ​ຄວາມ​ໂກດຮ້າຍ​ຂອງ​ເຮົາ​ຈະ​ຕົກ​ຖືກ​ທຸກໆຄົນ​ຄືກັນ.


ເມື່ອ​ພຣະອົງ​ໂກດຮ້າຍ​ແມ່ນ​ຜູ້ໃດ​ແດ່​ລອດຊີວິດ​ເດ? ແມ່ນ​ຜູ້ໃດ​ລອດຊີວິດ​ນໍ​ເມື່ອ​ພຣະອົງ​ກິ້ວໂກດ? ພຣະອົງ​ເທ​ຄວາມ​ໂກດຮ້າຍ​ເປັນ​ໄຟ​ທີ່​ເຜົາຜານ ໂງ່ນຫີນ​ກໍ​ໝຸ່ນ​ເປັນ​ຝຸ່ນ​ດິນ​ຢູ່​ຊ້ອງໜ້າ​ພຣະອົງ.


ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ວ່າ, “ວັນ​ນັ້ນ​ກຳລັງ​ມາ​ເຖິງ ຄື​ມື້​ທີ່​ຄົນ​ຈອງຫອງ​ແລະ​ຄົນຊົ່ວ​ທຸກຄົນ​ຈະ​ຖືກ​ໄຟ​ເຜົາ​ດັ່ງ​ເຟືອງ. ໃນ​ວັນ​ນັ້ນ ພວກເຂົາ​ຈະ​ຖືກ​ໄຟ​ເຜົາ ແລະ​ຈະ​ບໍ່ມີ​ຫຍັງ​ເຫຼືອ​ຢູ່​ເລີຍ.


ແລະ ໄດ້​ໃຫ້​ຜູ້​ຊົງ​ຣິດ​ຜູ້ໜຶ່ງ​ເກີດຂຶ້ນ ໃນ​ເຊື້ອວົງ​ຂອງ​ດາວິດ​ຜູ້ຮັບໃຊ້​ ຂອງ​ພຣະອົງ ເພື່ອ​ເປັນ​ຜູ້​ຊົງ​ໂຜດ​ໃຫ້​ພົ້ນ​ຂອງ​ພວກເຮົາ,


ມື​ຂອງ​ເພິ່ນ​ຖື​ກະດົ້ງ​ເພື່ອ​ຕຽມ​ຝັດ​ເຂົ້າ ເພິ່ນ​ຈະ​ເຮັດ​ລານເຂົ້າ​ຂອງຕົນ​ໃຫ້​ກ້ຽງ​ດີ ແລະ​ຮວບຮວມ​ເອົາ​ເຂົ້າ​ເມັດ​ດີ​ຂອງ​ເພິ່ນ ໄວ້​ໃນ​ເລົ້າ​ຂອງຕົນ ສ່ວນ​ເຂົ້າ​ເມັດ​ລີບ​ນັ້ນ ເພິ່ນ​ຈະ​ເອົາ​ເຜົາ​ໄຟ​ທີ່​ໄໝ້​ຢູ່​ເປັນນິດ.”


ຄວາມ​ໂກດຮ້າຍ​ຂອງເຮົາ​ຈະ​ລຸກ​ໄໝ້ ເຜົາຜານ​ດັ່ງ​ແປວໄຟ​ລຸກ​ໃຫຍ່ ເຜົາໄໝ້​ທຸກສິ່ງ​ເທິງ​ແຜ່ນດິນ​ໂລກ ຈົນ​ທະລາຍ​ກ້ຽງ​ສິ້ນສູນ​ໝົດ. ມັນ​ຈະ​ເລີຍ​ລຸກ​ໄໝ້​ໄປ​ຮອດ ພື້ນ​ພິພົບ​ປັດຖະພີ ແລະ​ເຜົາຜານ​ທຸກສິ່ງ​ໝົດ ຮອດ​ຮາກໂຄນ​ຂອງ​ພູ​ສູງພຸ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka