Biblia Todo Logo
Internet tuqin Biblia

- Anuncios ukanaka -




ເພງ^ຄໍ່າຄວນ 2:17 - ພຣະຄຳພີສັກສິ

17 ພຣະເຈົ້າຢາເວ​ໄດ້​ກະທຳ​ການ​ຕາມ​ທີ່​ພຣະອົງ​ວາງແຜນ​ໄວ້​ແລ້ວ. ຖ້ອຍຄຳ​ຕັ້ງແຕ່​ດົນນານ​ຂອງ​ພຣະອົງ, ພຣະອົງ​ໄດ້​ເຮັດ​ໃຫ້​ສຳເລັດ​ແລ້ວ ຄື​ທຳລາຍ​ຢ່າງ​ບໍ່ມີ​ຄວາມ​ເມດຕາ​ຕາມ​ທີ່​ພຣະອົງ​ໄດ້​ບອກ. ພຣະອົງ​ໃຫ້​ເຫຼົ່າ​ສັດຕູ​ໄດ້​ໄຊຊະນະ​ພວກເຮົາ ແລະ​ໃຫ້​ພວກເຂົາ​ດີໃຈ​ທີ່​ໄດ້​ເຫັນ​ພວກເຮົາ​ຫລົ້ມ​ສະຫລາຍ.

Uka jalj uñjjattʼäta Copia luraña




ເພງ^ຄໍ່າຄວນ 2:17
28 Jak'a apnaqawi uñst'ayäwi  

ແລ້ວ​ເຮົາ​ກໍ​ຈະ​ຕັດ​ປະຊາຊົນ​ອິດສະຣາເອນ​ຂອງເຮົາ ອອກ​ຈາກ​ດິນແດນ​ທີ່​ເຮົາ​ໄດ້​ໃຫ້​ພວກເຂົາ​ນັ້ນ. ເຮົາ​ຈະ​ປະຖິ້ມ​ວິຫານ​ນີ້ ຊຶ່ງ​ເຮົາ​ໄດ້​ໃຫ້​ເປັນ​ບ່ອນ​ສັກສິດ ເພື່ອ​ນະມັດສະການ​ເຮົາ​ຄືກັນ. ປະຊາຊົນ​ທົ່ວ​ທຸກ​ແຫ່ງ​ຈະ​ດູຖູກ ແລະ​ໝິ່ນປະໝາດ​ຊາດ​ອິດສະຣາເອນ.


ຂ້າແດ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຂ້ານ້ອຍ​ເອີຍ ພຣະອົງ​ນັ້ນ​ຊົງ​ຊອບທຳ ໂຜດ​ປະກາດ​ວ່າ​ຂ້ານ້ອຍ​ບໍ່ມີ​ຄວາມຜິດ​ດ້ວຍ ຂໍ​ຢ່າ​ປ່ອຍ​ໃຫ້​ສັດຕູ​ຂອງ​ຂ້ານ້ອຍ ດູຖູກ​ຢຽບຫຍາມ​ຂ້ານ້ອຍ​ເລີຍ.


ຂໍ​ໃຫ້​ຄົນ​ສົມນໍ້າໜ້າ ທີ່​ເຫັນ​ຂ້ານ້ອຍ​ທົນທຸກ ພ່າຍແພ້​ແລະ​ສັບສົນ​ຢ່າງ​ໝົດສິ້ນ​ສາເຖີດ ຂໍ​ໃຫ້​ຄົນ​ທີ່​ອ້າງ​ວ່າ​ຕົນ​ດີ​ລື່ນ​ຂ້ານ້ອຍ ຖືກ​ອັບອາຍ​ຂາຍໜ້າ​ຢ່າງ​ເຕັມທີ່​ດ້ວຍ.


ຂໍ​ຢ່າ​ໃຫ້​ສັດຕູ​ໄດ້​ສົມນໍ້າໜ້າ​ຂ້ານ້ອຍ​ເລີຍ ຍ້ອນ​ຄວາມ​ໂສກເສົ້າ​ເສຍໃຈ​ທີ່​ມີ​ຢູ່​ນັ້ນ ຂໍ​ຢ່າ​ໃຫ້​ເຂົາເຈົ້າ​ເວົ້າ​ອວດອົ່ງ​ທະນົງ​ຕົວ ເຖິງ​ຄວາມ​ລົ້ມລົງ​ຂອງ​ຂ້ານ້ອຍ​ນັ້ນ


ພຣະອົງ​ໄດ້​ເຮັດ​ໃຫ້​ເຫຼົ່າ​ສັດຕູ​ໄດ້​ມີໄຊ ໂດຍ​ເຮັດ​ໃຫ້​ພວກເຂົາ​ດີໃຈ​ທຸກຖ້ວນໜ້າ.


ພຣະອົງ​ໃຫ້​ອາວຸດ​ຂອງ​ລາວ​ໃຊ້​ການ​ບໍ່ໄດ້​ເລີຍ ພຣະອົງ​ໄດ້​ໃຫ້​ລາວ​ເສຍໄຊ​ຢູ່​ໃນ​ສະໜາມຮົບ.


ປະຊາຊົນ​ຊາວ​ຟີລິດສະຕິນ​ເອີຍ ໄມ້ຄ້ອນ​ທີ່​ໃຊ້​ຕີ​ພວກເຈົ້າ​ນັ້ນ​ຫັກ​ສາ​ແລ້ວ ແຕ່​ພວກເຈົ້າ​ຢ່າ​ສູ່​ຟ້າວ​ດີໃຈ. ເມືອ​ງູ​ໂຕໜຶ່ງ​ຕາຍໄປ ງູ​ໂຕ​ໂຫດຮ້າຍ​ທີ່ສຸດ​ກໍ​ຂຶ້ນ​ມາ​ແທນ ເໝືອນ​ດັ່ງ​ໄຂ່ງູ​ຟັກ​ອອກ​ເປັນ​ໂຕ​ມັງກອນ.


ແລ້ວ​ບັດນີ້ ຈົ່ງ​ບອກ​ປະຊາຊົນ​ຢູດາ ແລະ​ຊາວ​ນະຄອນ​ເຢຣູຊາເລັມ​ວ່າ ພຣະເຈົ້າຢາເວ​ກ່າວ​ດັ່ງນີ້: ເຮົາ​ກຳລັງ​ວາງແຜນ​ຕໍ່ສູ້​ພວກເຂົາ ແລະ​ກຳລັງ​ຕຽມພ້ອມ​ທີ່​ຈະ​ລົງໂທດ​ພວກເຂົາ. ຈົ່ງ​ບອກ​ພວກເຂົາ​ໃຫ້​ເຊົາ​ດຳເນີນ​ຊີວິດ​ໃນ​ທາງ​ບາບ​ນັ້ນ​ສາ ຄື​ໃຫ້​ປ່ຽນ​ວິທີ​ດຳເນີນ​ຊີວິດ​ແລະ​ສິ່ງ​ທີ່​ພວກເຂົາ​ກຳລັງ​ເຮັດ​ຢູ່​ນັ້ນ.


ສະນັ້ນ ແຜ່ນດິນ​ໂລກ​ຈຶ່ງ​ຈະ​ໄວ້ທຸກ​ກັນ ແລະ​ໃນ​ຟ້າ​ສະຫວັນ​ທົ່ວໄປ​ກໍ​ຈະ​ມືດມົວ​ໄປສິ້ນ. ເຮົາ​ກ່າວ​ໄປ​ແລ້ວ​ຈະ​ບໍ່ມີ​ການ​ປ່ຽນໃຈ ເມື່ອ​ເຮົາ​ໄດ້​ຕັດສິນໃຈ​ຈະ​ບໍ່ມີ​ການ​ປ່ຽນແປງ​ອີກ.


ແລະ​ບັດນີ້ ພຣະເຈົ້າຢາເວ​ກໍໄດ້​ກະທຳ​ດັ່ງ​ທີ່​ພຣະອົງ​ໄດ້​ກ່າວ​ໄວ້​ນັ້ນ. ເຫດການ​ທັງໝົດ​ທີ່​ໄດ້​ເກີດຂຶ້ນ​ນີ້ ກໍ​ເພາະ​ປະຊາຊົນ​ຂອງ​ເຈົ້າ​ໄດ້​ເຮັດ​ບາບ​ຕໍ່ສູ້​ພຣະເຈົ້າຢາເວ ແລະ​ບໍ່ໄດ້​ເຊື່ອຟັງ​ພຣະອົງ.


ພວກ​ສັດຕູ​ໄດ້​ເປັນ​ນາຍ​ເໜືອ​ນາງ ພວກເຂົາ​ໄດ້​ຢຶດເອົາ​ນາງ​ໃຫ້​ຢູ່​ໃຕ້​ອຳນາດ ຍ້ອນ​ນາງ​ເຮັດ​ບາບ ພຣະເຈົ້າຢາເວ​ຈຶ່ງ​ໃຫ້​ນາງ​ທົນທຸກ ລູກໆ​ຂອງ​ນາງ​ນັ້ນ​ຕ່າງ​ກໍ​ຖືກ​ຈັບ​ໄປ.


ພຣະເຈົ້າຢາເວ​ໄດ້​ກຳນົດ​ໄວ້​ຢ່າງ​ແນ່ນອນ​ວ່າ ກຳແພງ​ທີ່​ຕັ້ງ​ພູເຂົາ​ຊີໂອນ​ຕ້ອງ​ຖືກ​ທຳລາຍ​ກ້ຽງ; ພຣະອົງ​ວັດແທກ​ໃຫ້​ແນ່ໃຈ​ວ່າ​ມັນ​ຖືກ​ທຳລາຍ​ໝົດ ບັດນີ້ ຫໍຄອຍ​ແລະ​ກຳແພງ​ກໍ​ຫັກ​ເພພັງ​ລົງກ້ຽງ.


ພຣະອົງ​ໄດ້​ຕາມ​ສັງຫານ​ຂ້ານ້ອຍ​ທັງຫລາຍ ພຣະເມດຕາ​ກໍ​ຖືກ​ສັບຊ້ອນ​ໂດຍ​ພຣະ​ໂກດຮ້າຍ


ພຣະເຈົ້າຢາເວ​ໄດ້​ປ່ອຍ​ໃຫ້​ຄວາມ​ໂກດຮ້າຍ ຂອງ​ພຣະອົງ​ອອກ​ມາ​ຢ່າງ​ເຕັມ​ກຳລັງ ໂດຍ​ໄດ້​ດັງ​ໄຟ​ຈູດ​ພູເຂົາ​ຊີໂອນ ຈົນ​ເມືອງ​ໄໝ້​ເຜົາຜານ​ຈຸ​ພື້ນ.


ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ວ່າ, “ເພາະ​ສະນັ້ນ ໃນ​ເມື່ອ​ເຮົາ​ມີ​ຊີວິດ​ຢູ່ ຍ້ອນ​ເຈົ້າ​ໄດ້​ເຮັດ​ໃຫ້​ວິຫານ​ຂອງເຮົາ​ເປັນ​ມົນທິນ ດ້ວຍ​ການ​ເຮັດ​ຊົ່ວ​ທຸກຢ່າງ​ອັນ​ໜ້າກຽດຊັງ; ສະນັ້ນ ເຮົາ​ຈະ​ຕັດ​ເຈົ້າ​ອອກ ໂດຍ​ປາສະຈາກ​ຄວາມ​ເມດຕາ​ກະລຸນາ.


ພວກເຂົາ​ຈະ​ໄດ້​ຊີມ​ຣິດ​ແຫ່ງ​ຄວາມ​ໂກດຮ້າຍ​ຂອງເຮົາ. ເຮົາ​ຈະ​ບໍ່​ໄວ້​ຊີວິດ ຫລື​ສະແດງ​ຄວາມ​ເມດຕາ​ໃດໆ​ຕໍ່​ພວກເຂົາ. ເຖິງ​ແມ່ນ​ພວກເຂົາ​ຈະ​ຮ້ອງ​ພາວັນນາ​ອະທິຖານ​ຕໍ່​ເຮົາ ຈົນ​ສຸດ​ສຽງ​ກໍຕາມ ແຕ່​ເຮົາ​ຈະ​ບໍ່​ຟັງ​ພວກເຂົາ.”


ແຕ່​ເຮົາ​ຈະ​ບໍ່​ເມດຕາ​ພວກເຂົາ; ເຮົາ​ຈະ​ເຮັດ​ຕໍ່​ພວກເຂົາ​ຕາມ​ທີ່​ພວກເຂົາ​ໄດ້​ເຮັດ​ຕໍ່​ຄົນອື່ນໆ.”


ພຣະອົງ​ໄດ້​ເຮັດ​ຕໍ່​ພວກ​ຂ້ານ້ອຍ ແລະ​ພວກ​ຜູ້ປົກຄອງ ຕາມ​ທີ່​ພຣະອົງ​ໄດ້​ກ່າວ​ໄວ້. ພຣະອົງ​ລົງໂທດ​ນະຄອນ​ເຢຣູຊາເລັມ​ຮ້າຍແຮງ ກວ່າ​ເມືອງ​ໃດໆ​ໃນ​ແຜ່ນດິນ​ໂລກ


ເພາະສະນັ້ນ ພຣະເຈົ້າຢາເວ​ຈຶ່ງ​ກ່າວ​ວ່າ, “ເຮົາ​ກຳລັງ​ວາງແຜນ​ນຳ​ໄພພິບັດ​ມາ​ສູ່​ພວກເຈົ້າ ແລະ​ພວກເຈົ້າ​ຈະ​ຫລົບຫລີກ​ໄປ​ບໍ່ໄດ້. ພວກເຈົ້າ​ກຳລັງ​ນຳ​ຄວາມ​ເດືອດຮ້ອນ​ມາ​ສູ່​ພວກ​ເຈົ້າເອງ ແລະ​ຕໍ່ໄປ ພວກເຈົ້າ​ຈະ​ບໍ່ໄດ້​ຍ່າງ​ຢ່າງ​ອວດອົ່ງ​ທະນົງ​ຕົວ​ອີກ​ຕໍ່ໄປ.


ພຣະເຈົ້າຢາເວ​ໄດ້​ກ່າວ​ວ່າ, “ເຮົາ​ກຳລັງ​ຈະ​ທຳລາຍ​ທຸກໆສິ່ງ​ທີ່​ເທິງ​ແຜ່ນດິນ​ໂລກ


ແຕ່​ໂດຍ​ຜ່ານ​ທາງ​ພວກ​ຜູ້ທຳນວາຍ​ຄື​ຄົນ​ຮັບໃຊ້​ຂອງເຮົາ ເຮົາ​ໄດ້​ມອບ​ຖ້ອຍຄຳ​ແລະ​ຄຳ​ຕັກເຕືອນ​ຕ່າງໆ ໃຫ້​ປູ່ຍ່າຕາຍາຍ​ຂອງ​ພວກເຈົ້າ; ແຕ່​ພວກເຂົາ​ບໍ່ໄດ້​ເອົາໃຈໃສ່ ຈຶ່ງ​ໄດ້​ຮັບ​ໂທດກຳ ແລ້ວ​ພວກເຂົາ​ກໍໄດ້​ກັບໃຈໃໝ່​ແລະ​ກ່າວ​ວ່າ, ‘ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ໄດ້​ລົງໂທດ​ພວກເຮົາ ສົມກັບ​ທີ່​ພວກເຮົາ​ສົມຄວນ​ໄດ້​ຮັບ ຕາມ​ທີ່​ພຣະອົງ​ໄດ້​ຕັດສິນໃຈ​ເຮັດ​ເຊັ່ນນັ້ນ.”’


Jiwasaru arktasipxañani:

Anuncios ukanaka


Anuncios ukanaka