ເພງ^ຄໍ່າຄວນ 2:16 - ພຣະຄຳພີສັກສິ16 ສັດຕູດູຖູກເຈົ້າ ແລະຈ້ອງຕາເບິ່ງຢ່າງກຽດຊັງ ພວກເຂົາເບະສົບເວົ້າຫຍໍ້ຫຍັນໃສ່ເຈົ້າດັ່ງນີ້: “ພວກເຮົາໄດ້ທຳລາຍມັນລົງແລ້ວເດ ນີ້ຄືວັນທີ່ພວກເຮົາລໍຄອຍຢາກເຫັນແຕ່ດົນແລ້ວ.” Uka jalj uñjjattʼäta |
ເຮົາຈະໃຫ້ສົງຄາມ, ການຕາຍອຶດຕາຍຫິວ, ແລະການເຈັບໄຂ້ໄດ້ປ່ວຍໄລ່ຕາມພວກເຂົາໄປ ແລະຊົນຊາດທັງຫລາຍໃນໂລກຈະຕົກໃຈຢ້ານກົວໃນສິ່ງທີ່ພວກເຂົາເຫັນ. ໃນທຸກໆບ່ອນທີ່ເຮົາໄດ້ໃຫ້ພວກເຂົາກະຈັດກະຈາຍໄປ ປະຊາຊົນຈະສະດຸ້ງຕົກໃຈທັງຢ້ານກົວຫຼາຍ ຕໍ່ສິ່ງທີ່ໄດ້ເກີດຂຶ້ນກັບພວກເຂົານັ້ນ. ປະຊາຊົນຈະຫົວເຍາະເຍີ້ຍພວກເຂົາ ແລະໃຊ້ຊື່ຂອງພວກເຂົາເປັນຄຳສາບແຊ່ງ.