ເພງ^ຄໍ່າຄວນ 2:15 - ພຣະຄຳພີສັກສິ15 ຄົນຜ່ານນະຄອນໄປ ຕ່າງກໍເບິ່ງເຈົ້າຢ່າງຫຍໍ້ຫຍັນ ພວກເຂົາເບະສົບຫົວຂວັນທີ່ນະຄອນເພພັງຮົກຮ້າງ. ພວກເຂົາກ່າວວ່າ, “ນີ້ບໍ່ທີ່ວ່າເປັນເມືອງທີ່ສວຍງາມ? ນະຄອນທະນົງໃຈທົ່ວທັງໂລກ?” Uka jalj uñjjattʼäta |
ນະຄອນເຢຣູຊາເລັມແລະເມືອງທັງໝົດຂອງຢູດາຍ ພ້ອມທັງບັນດາກະສັດແລະພວກເຈົ້ານາຍໄດ້ຖືກບັງຄັບໃຫ້ດື່ມ ເພື່ອວ່າເມືອງເຫຼົ່ານີ້ຈະກາຍເປັນເມືອງຮົກຮ້າງຫວ່າງຄົນ ຊຶ່ງຈະເປັນສະພາບຕົກສະທ້ານຢ້ານກົວໃຈຫລາຍເມື່ອໄດ້ພົບເຫັນ; ແລະເພື່ອວ່າປະຊາຊົນຈະໃຊ້ຊື່ຂອງພວກເຂົາເປັນຄຳສາບແຊ່ງ ດັ່ງທີ່ພວກເຂົາຍັງປະຕິບັດກັນຢູ່.
‘ເຮົາຈະເອີ້ນເອົາຊົນຊາດທັງໝົດຈາກທາງທິດເໜືອມາ ພ້ອມກະສັດເນບູກາດເນັດຊາແຫ່ງບາບີໂລນຜູ້ຮັບໃຊ້ຂອງເຮົາ. ເຮົາຈະນຳພວກເຂົາໄປຕໍ່ສູ້ອານາຈັກຢູດາຍພ້ອມກັບພົນລະເມືອງທັງໝົດ ແລະຕໍ່ສູ້ປະເທດໃກ້ຄຽງທັງໝົດດ້ວຍ. ເຮົາຈະທຳລາຍປະເທດນີ້ ແລະປະເທດໃກ້ຄຽງທັງຫລາຍໃຫ້ຮົກຮ້າງເພພັງຕະຫລອດໄປ ຊຶ່ງຈະເປັນສະພາບຕົກສະທ້ານຢ້ານກົວໃຈຫລາຍເມື່ອໄດ້ພົບເຫັນ. ເຮົາຄືພຣະເຈົ້າຢາເວກ່າວດັ່ງນີ້ແຫຼະ.
ເຮົາຈະໃຫ້ສົງຄາມ, ການຕາຍອຶດຕາຍຫິວ, ແລະການເຈັບໄຂ້ໄດ້ປ່ວຍໄລ່ຕາມພວກເຂົາໄປ ແລະຊົນຊາດທັງຫລາຍໃນໂລກຈະຕົກໃຈຢ້ານກົວໃນສິ່ງທີ່ພວກເຂົາເຫັນ. ໃນທຸກໆບ່ອນທີ່ເຮົາໄດ້ໃຫ້ພວກເຂົາກະຈັດກະຈາຍໄປ ປະຊາຊົນຈະສະດຸ້ງຕົກໃຈທັງຢ້ານກົວຫຼາຍ ຕໍ່ສິ່ງທີ່ໄດ້ເກີດຂຶ້ນກັບພວກເຂົານັ້ນ. ປະຊາຊົນຈະຫົວເຍາະເຍີ້ຍພວກເຂົາ ແລະໃຊ້ຊື່ຂອງພວກເຂົາເປັນຄຳສາບແຊ່ງ.
ຂ້າແດ່ອົງພຣະຜູ້ເປັນເຈົ້າ ພຣະອົງໄດ້ປ້ອງກັນພວກຂ້ານ້ອຍໃນອະດີດ; ສະນັ້ນ ຂໍຢ່າໂກດຮ້າຍນະຄອນເຢຣູຊາເລັມອີກຕໍ່ໄປທ້ອນ. ນະຄອນເຢຣູຊາເລັມເປັນເມືອງຂອງພຣະອົງ ແລະເປັນພູເຂົາສັກສິດຂອງພຣະອົງ. ປະເທດເພື່ອນບ້ານທັງໝົດ ຕ່າງກໍໄດ້ດູຖູກຢຽດຫຍາມນະຄອນເຢຣູຊາເລັມແລະປະຊາຊົນຂອງພຣະອົງ ຍ້ອນບາບຂອງພວກຂ້ານ້ອຍແລະການເຮັດຊົ່ວຂອງບັນພະບຸລຸດຂອງພວກຂ້ານ້ອຍ.
ເຫດການເຊັ່ນນີ້ຈະເກີດຂຶ້ນກັບເມືອງທີ່ອວດດີອວດເກັ່ງເຖິງກຳລັງຂອງຕົນເອງ ແລະທັງຄິດວ່າຕົນປອດໄພແລ້ວ. ຊາວເມືອງຄິດວ່າ ເມືອງຂອງພວກຕົນນັ້ນຍິ່ງໃຫຍ່ທີ່ສຸດໃນໂລກ. ມັນຈະກາຍເປັນເມືອງທີ່ເປົ່າປ່ຽວ ຄືຈະເປັນບ່ອນທີ່ສັດປ່າທັງຫລາຍພັກຜ່ອນ. ທຸກໆຄົນທີ່ຍ່າງກາຍໄປມາກໍຈະຢ້ານກົວຈົນຂົນລຸກ.