ເພງ^ຄໍ່າຄວນ 2:13 - ພຣະຄຳພີສັກສິ13 ຂ້ອຍຈະເວົ້າຫຍັງໄດ້ແດ່? ໂອ ເຢຣູຊາເລັມເອີຍ ຈະອອຍໃຈເຈົ້າຢ່າງໃດ? ຜູ້ໃດແດ່ທົນທຸກຢ່າງນີ້? ໄພພິບັດທີ່ເຈົ້າໄດ້ຮັບບໍ່ມີຂອບເຂດດັ່ງມະຫາສະໝຸດ ບໍ່ມີຫວັງໃດໆທີ່ຈະປິ່ນປົວເຈົ້າໄດ້ສາແລ້ວ. Uka jalj uñjjattʼäta |
ພຣະອົງໄດ້ປະຖິ້ມຢູດາເດັດຂາດແລ້ວບໍ? ພຣະອົງກຽດຊັງປະຊາຊົນໃນນະຄອນຊີໂອນຫລືນີ້? ເປັນຫຍັງຈຶ່ງທຳຮ້າຍພວກຂ້ານ້ອຍໜັກຫລາຍ? ຈົນບໍ່ຮັກສາພວກຂ້ານ້ອຍໃຫ້ດີໄດ້? ສັນຕິສຸກຄືສິ່ງທີ່ພວກຂ້ານ້ອຍຊອກຫາ ແຕ່ກໍບໍ່ເຫັນສິ່ງທີ່ດີເກີດຂຶ້ນມາຈັກເທື່ອ; ພວກຂ້ານ້ອຍຫວັງຈະໄດ້ຮັບການຮັກສາໃຫ້ດີ ແຕ່ຄວາມຢ້ານກົວໃຫຍ່ກໍມາແທນທີ່.