12 ພວກເຂົາພາກັນຮ້ອງຖາມແມ່ຂອງຕົນວ່າ, “ມີອາຫານຢູ່ທີ່ໃດແດ່ພໍລູກໄດ້ກິນ.” ຕາມຫົນທາງພວກເຂົາລົ້ມດັ່ງຄົນໄດ້ຮັບບາດເຈັບ ຄ່ອຍໆສິ້ນໃຈຕາຍໃນອ້ອມແຂນຂອງແມ່.
ມາບັດນີ້ ຂ້ອຍກຳລັງໃກ້ຈະສິ້ນໃຈຕາຍ ແຕ່ຂ້ອຍຍັງບໍ່ໄດ້ບັນເທົາຕໍ່ການທົນທຸກຂອງຂ້ອຍ.
ເມື່ອຄິດເຖິງອະດີດກໍທຸກລະທົມໃຈຫລາຍ ເມື່ອໄດ້ຍ່າງເປັນຝູງໄປສູ່ວິຫານຂອງພຣະເຈົ້າ ແລະໄດ້ພາເຂົາເຈົ້າຍ່າງຕາມຫລັງກັນໄປ ສຸກໃຈຮ້ອງລຳທຳເພງຍ້ອງຍໍສັນລະເສີນພຣະເຈົ້າ.
ຈົ່ງໄວ້ວາງໃຈໃນພຣະເຈົ້າໄດ້ທຸກເວລາ ປະຊາຊົນຂອງຂ້ອຍເອີຍ. ຈົ່ງທູນຄວາມເດືອດຮ້ອນທຸກຢ່າງໃຫ້ພຣະອົງຟັງ ເພາະພຣະອົງເປັນທີ່ເພິ່ງຂອງພວກເຮົາ.
ໃນຖະໜົນທຸກໆສາຍຕາມທຸກຂອບທຸກແຈ ປະຊາຊົນລົ້ມລົງເພາະຄວາມອິດອ່ອນ; ພວກເຂົາເປັນດັ່ງກວາງທີ່ຖືກຕາໜ່າງນາຍພານ ທີ່ໄດ້ຕົກຢູ່ໃຕ້ອຳນາດຄວາມໂກດຮ້າຍຂອງພຣະເຈົ້າຢາເວ.
ສະນັ້ນ ເຮົາຈຶ່ງຈະໃຫ້ທ່ານໄດ້ນັ່ງບ່ອນມີກຽດສັກສີ ຄືບ່ອນໜຶ່ງທ່າມກາງຜູ້ຍິ່ງໃຫຍ່ທີ່ມີອຳນາດ. ທ່ານຍິນດີມອບຊີວິດຕົນເອງໃຫ້ຢ່າງເຕັມໃຈ ແລະເຂົ້າສ່ວນໃນຊາຕາກຳຂອງຄົນຊົ່ວຮ້າຍ. ທ່ານໄດ້ເຂົ້າແທນບ່ອນຄົນບາບທັງຫລາຍ ແລະພາວັນນາອະທິຖານເພື່ອພວກເຂົາໃຫ້ໄດ້ຮັບການຍົກໂທດ.”
ພວກເຂົາຈະກິນຜົນລະປູກ ແລະອາຫານຂອງພວກເຈົ້າຈົນໝົດກ້ຽງ; ພວກເຂົາຈະຂ້າລູກຊາຍຍິງທັງຫລາຍຂອງພວກເຈົ້າ. ພວກເຂົາຈະຂ້າຝູງແກະແລະຝູງງົວ ທັງຈະທຳລາຍຕົ້ນອະງຸ່ນ ແລະກົກໝາກເດື່ອເທດຂອງພວກເຈົ້າດ້ວຍ. ເມືອງທີ່ມີປ້ອມປ້ອງກັນຊຶ່ງພວກເຈົ້າໄວ້ວາງໃຈນັ້ນ ກໍຈະຖືກທຳລາຍໂດຍກອງທັບຂອງພວກເຂົາ.”
ປະຊາຊົນຄໍ່າຄວນຂະນະທີ່ຊອກຫາເຂົ້າຈີ່ກິນ ພວກເຂົາແລກປ່ຽນຊັບສິນກັບອາຫານ ເພື່ອໃຫ້ມີຊີວິດຢູ່. ຊາວເມືອງຮ້ອງຂຶ້ນວ່າ, “ຂ້າແດ່ພຣະເຈົ້າຢາເວ ຂໍຊົງໂຜດຫລຽວເບິ່ງດ້ວຍ! ເບິ່ງວ່າຍາກຈົນເທົ່າໃດ.”
ພວກເຂົາປ່ອຍໃຫ້ລູກນ້ອຍອຶດເຂົ້າຫິວນໍ້າຈົນຕາຍ ເດັກນ້ອຍຂໍທານແຕ່ບໍ່ມີຜູ້ໃດເອົາອາຫານໃຫ້.
ແລ້ວເຮົາຈະເຮັດໃຫ້ແຂນກະສັດແຫ່ງບາບີໂລນແຂງແຮງ ແລະເອົາດາບຂອງເຮົາໃຫ້ລາວຖື. ແຕ່ເຮົາຈະເຮັດໃຫ້ແຂນກະສັດແຫ່ງເອຢິບຫັກ ແລະລາວຈະຄວນຄາງດ້ວຍຄວາມເຈັບປວດຢ່າງໜັກ ແລະຕາຍຕໍ່ໜ້າສັດຕູຂອງລາວ.