Biblia Todo Logo
Internet tuqin Biblia

- Anuncios ukanaka -




ເພງ^ຄໍ່າຄວນ 2:11 - ພຣະຄຳພີສັກສິ

11 ຂ້ອຍ​ຮ້ອງໄຫ້​ຈົນ​ຕາຕູບ​ຕາໂປ​ຢ່າງ​ອິດອ່ອນ ຂ້ອຍ​ເຈັບປວດ​ຍ້ອນ ເພາະ​ເມື່ອຍອ່ອນ​ໃນ​ຈິດໃຈ. ຂ້ອຍ​ອິດອ່ອນ​ຍ້ອນ​ເສົ້າໂສກ​ທີ່​ປະຊາຊົນ​ຖືກ​ທຳລາຍ ພວກ​ເດັກນ້ອຍ​ກໍ​ລົ້ມລົງ​ຕາມ​ທາງ​ດ້ວຍ.

Uka jalj uñjjattʼäta Copia luraña




ເພງ^ຄໍ່າຄວນ 2:11
26 Jak'a apnaqawi uñst'ayäwi  

ແລະ​ຍິງ​ລູກທະນູ​ໃສ່​ຂ້ອຍ​ທຸກດ້ານ​ທຸກແຈ ທະລຸ​ຊອດ​ຕັບໄຕ​ໂດຍ​ບໍ່​ເມດຕາ​ຂ້ອຍ​ຈັກດີ້; ນໍ້າບີ​ທີ່​ຕັບ​ຂ້ອຍ​ກໍ​ໄຫລ​ຍ້ອຍ​ຢອດ​ລົງ​ດິນ ຂ້ອຍ​ດີ້ນ​ຊັກ​ເພາະ​ບາດເຈັບ​ສາຫັດ​ແທ້ໆ


ຂ້ານ້ອຍ​ຖືກ​ຈີກ​ໂດຍ​ຄວາມ​ເຈັບປວດ​ແລະ​ອຸກອັ່ງ​ໃຈ ຂ້ານ້ອຍ​ກຳລັງ​ທົນທຸກ​ທໍລະມານ​ກາຍ ມື້ແລ້ວ​ມື້ເລົ່າ.


ຕາ​ຂອງ​ຂ້ານ້ອຍ​ກໍ​ອິດ​ເມື່ອຍ​ຍ້ອນ​ລໍຖ້າ​ພຣະສັນຍາ, ຂ້ານ້ອຍ​ຖາມ​ວ່າ, “ເວລາ​ໃດ​ນໍ ພຣະອົງ​ຈະ​ຊ່ວຍ​ຂ້ານ້ອຍ​ໃຫ້​ພົ້ນໄພ?”


ເຫື່ອແຮງ​ຂອງ​ຂ້ານ້ອຍ​ກໍ​ໄດ້​ສູນເສຍ​ໄປ ດັ່ງ​ນໍ້າ​ທີ່​ໄຫລຊະ​ໄປ​ຕາມ​ພື້ນດິນ​ນັ້ນ. ກະດູກ​ຂອງ​ຂ້ານ້ອຍ​ທຸກ​ຊີກ​ກໍ​ບໍ່​ຕິດຕໍ່ກັນ ຈິດໃຈ​ຂອງ​ຂ້ານ້ອຍ​ກໍ​ເປື່ອຍ​ໄປ​ດັ່ງ​ຂີ້ເຜິ້ງ.


ຂ້າແດ່​ພຣະເຈົ້າຢາເວ ຂໍ​ຊົງ​ໂຜດ​ເມດຕາ​ຂ້ານ້ອຍ​ດ້ວຍ ເພາະ​ຂ້ານ້ອຍ​ຢູ່​ໃນ​ຄວາມ​ເດືອດຮ້ອນ​ແທ້ໆ ແລະ​ຕາ​ກໍ​ອິດເມື່ອຍ​ຍ້ອນ​ຮ້ອງໄຫ້​ຕະຫລອດ​ວັນ ແຮງ​ກໍ​ອິດອ່ອນ​ລົງ ແລະ​ຮ່າງກາຍ​ກໍ​ຊຸດໂຊມ​ດ້ວຍ.


ຂ້ານ້ອຍ​ໝົດແຮງ​ທັງ​ຖືກ​ຂະຍີ້​ຈົນ​ໝົດ​ສະຕິ​ໄປ ຈິດໃຈ​ຂອງ​ຂ້ານ້ອຍ​ລະທົມ​ທຸກ​ແລະ​ເຈັບປວດ.


ຕາ​ຂອງ​ຂ້ານ້ອຍ​ກໍ​ໃຄ່​ຟອງ ເກືອບ​ເບິ່ງ​ບໍ່​ເຫັນ​ເພາະ​ຮ້ອງໄຫ້ ຍ້ອນ​ພວກ​ສັດຕູ​ເປັນ​ຜູ້ນຳ​ກໍ່ເຫດ.


ຂ້ານ້ອຍ​ອິດອ່ອນ​ຍ້ອນ​ຮ້ອງຂໍ​ໃຫ້​ຊ່ວຍເຫລືອ ຈົນ​ລຳຄໍ​ຂ້ານ້ອຍ​ເຈັບປວດ​ຍ້ອນ. ສ່ວນ​ສາຍ​ຕາ​ຂ້ານ້ອຍ​ນັ້ນ​ກໍ​ອ່ອນແຮງ​ລົງ ເພາະ​ມົວ​ແຕ່​ແນມ​ຫາ​ພຣະອົງ​ມາ​ຊ່ວຍ.


ບັດນີ້ ຈົ່ງ​ປ່ອຍ​ໃຫ້​ຂ້າພະເຈົ້າ​ຮ້ອງໄຫ້​ຢ່າງ​ຂົມຂື່ນ ເຖິງ​ປະຊາຊົນ​ຂອງ​ຂ້າພະເຈົ້າ​ທຸກຄົນ​ທີ່​ໄດ້​ຕາຍໄປ​ນັ້ນ. ຢ່າ​ພະຍາຍາມ​ເລົ້າໂລມ​ໃຈ​ຂ້າພະເຈົ້າ.


ສຽງ​ຂ້ານ້ອຍ​ດັບ​ມ້ອຍໆ​ຄ່ອຍໆ​ອ່ອນແຮງ​ລົງ ຂ້ານ້ອຍ​ໄດ້​ແຕ່​ຄວນຄາງ​ດັ່ງ​ນົກເຂົາ​ຮໍ່າຮ້ອງ. ຕາ​ຂ້ານ້ອຍ​ອ່ອນແຮງ​ບໍ່​ຢາກ​ເບິ່ງ​ຂຶ້ນ​ສູ່​ສະຫວັນ ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ໂຜດ​ຊ່ວຍກູ້​ຈາກ​ຄວາມທຸກ​ນີ້​ດ້ວຍ.


ໃນ​ຖະໜົນ​ທຸກໆ​ສາຍ​ຕາມ​ທຸກ​ຂອບ​ທຸກ​ແຈ ປະຊາຊົນ​ລົ້ມລົງ​ເພາະ​ຄວາມ​ອິດອ່ອນ; ພວກເຂົາ​ເປັນ​ດັ່ງ​ກວາງ​ທີ່​ຖືກ​ຕາໜ່າງ​ນາຍພານ ທີ່​ໄດ້​ຕົກ​ຢູ່​ໃຕ້​ອຳນາດ​ຄວາມ​ໂກດຮ້າຍ​ຂອງ​ພຣະເຈົ້າຢາເວ.


ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ສັ່ງ​ຂ້າພະເຈົ້າ​ໃຫ້​ບອກ​ປະຊາຊົນ ເຖິງ​ຄວາມ​ເສຍໃຈ​ຂອງ​ຂ້າພະເຈົ້າ​ວ່າ: “ຂໍ​ໃຫ້​ນໍ້າຕາ​ຂອງ​ຂ້ານ້ອຍ​ໄຫລຫລັ່ງ​ທັງເວັນ​ທັງຄືນ ຂໍ​ຢ່າ​ໃຫ້​ຂ້ານ້ອຍ​ເຊົາ​ຮ້ອງໄຫ້​ຈັກເທື່ອ ເພາະ​ປະຊາຊົນ​ຂອງ​ຂ້ານ້ອຍ​ໄດ້​ຖືກ​ທຳລາຍ​ໜັກ ບາດແຜ​ຂອງ​ພວກເຂົາ​ກໍ​ໜັກໜ່ວງ​ແທ້ໆ.


ຄວາມ​ເຈັບປວດ ຂ້ານ້ອຍ​ທົນ​ຕໍ່ໄປ​ບໍ່ໄຫວ ຈິດໃຈ​ຂອງ​ຂ້ານ້ອຍ​ເຕັ້ນ​ແຮງ​ກຳລັງ​ຈະ​ແຕກ​ຢູ່​ແລ້ວ ຂ້ານ້ອຍ​ມິດງຽບ​ຢູ່​ບໍ່ໄດ້​ອີກ​ຕໍ່ໄປ ຂ້ານ້ອຍ​ໄດ້ຍິນ​ສຽງ​ແກ​ແລະ​ສຽງ​ຮ້ອງ​ການ​ສູ້ຮົບ.


ສະນັ້ນ ບັດນີ້ ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ຈຶ່ງ​ຖາມ​ວ່າ ເປັນຫຍັງ​ພວກເຈົ້າ​ຈຶ່ງ​ກະທຳ​ສິ່ງ​ອັນ​ຊົ່ວຊ້າ​ເຫຼົ່ານີ້​ໃສ່​ພວກເຈົ້າ​ເອງ. ພວກເຈົ້າ​ຢາກ​ນຳ​ການທຳລາຍ​ມາ​ສູ່​ພວກ​ຜູ້ຊາຍ, ພວກ​ແມ່ຍິງ, ພວກ​ເດັກນ້ອຍ, ເພື່ອ​ບໍ່​ໃຫ້​ປະຊາຊົນ​ຂອງ​ພວກເຈົ້າ​ຜູ້ໃດ​ຜູ້ໜຶ່ງ​ເຫຼືອ​ຢູ່​ບໍ?


ຈົ່ງ​ຟັງ​ສຽງ​ທີ່​ມາ​ຈາກ​ດິນແດນ​ທີ່​ຫ່າງໄກ ຂ້ານ້ອຍ​ໄດ້ຍິນ​ປະຊາຊົນ​ພາກັນ​ຮ້ອງໄຫ້​ວ່າ, “ພຣະເຈົ້າຢາເວ​ບໍ່ໄດ້​ສະຖິດ​ຢູ່​ໃນ​ຊີໂອນ​ຕໍ່ໄປ​ບໍ? ກະສັດ​ແຫ່ງ​ຊີໂອນ​ບໍ່ໄດ້​ຢູ່​ໃນ​ທີ່ນັ້ນ​ຕໍ່ໄປ​ຫລືນີ້?” ພຣະອົງ​ຄື​ກະສັດ​ຂອງ​ພວກເຂົາ ໂຕ້ຕອບ​ຄືນ​ວ່າ, “ເປັນຫຍັງ​ພວກເຈົ້າ​ຈຶ່ງ​ເຮັດ​ໃຫ້​ເຮົາ​ໂກດຮ້າຍ​ນໍ? ໂດຍ​ພາກັນ​ຂາບໄຫວ້​ບັນດາ​ຮູບເຄົາຣົບ ກົ້ມຂາບ​ພະ​ຕ່າງຊາດ​ທີ່​ບໍ່ມີ​ປະໂຫຍດ​ຫຍັງ?”


ປະຊາຊົນ​ຄໍ່າຄວນ​ຂະນະທີ່​ຊອກ​ຫາ​ເຂົ້າຈີ່​ກິນ ພວກເຂົາ​ແລກປ່ຽນ​ຊັບສິນ​ກັບ​ອາຫານ ເພື່ອ​ໃຫ້​ມີ​ຊີວິດ​ຢູ່. ຊາວ​ເມືອງ​ຮ້ອງ​ຂຶ້ນ​ວ່າ, “ຂ້າແດ່​ພຣະເຈົ້າຢາເວ ຂໍ​ຊົງ​ໂຜດ​ຫລຽວເບິ່ງ​ດ້ວຍ! ເບິ່ງ​ວ່າ​ຍາກຈົນ​ເທົ່າ​ໃດ.”


ເຫດສະນັ້ນ ຂ້ອຍ​ຈຶ່ງ​ຮ້ອງໄຫ້​ອອກ​ມາ ຈົນ​ເບົ້າຕາ​ທັງສອງ​ນອງ​ດ້ວຍ​ນໍ້າຕາ​ທັງສິ້ນ. ບໍ່ມີ​ຜູ້ໃດ​ອອຍໃຈ​ຂ້ອຍ​ໄດ້ ບໍ່ມີ​ຜູ້ໃດ​ໃຫ້​ກຳລັງໃຈ ສັດຕູ​ໄດ້​ຊະນະ​ຂ້ອຍ ປະຊາຊົນ​ບໍ່​ເຫຼືອ​ຫຍັງ​ຈັກຢ່າງ.


ຂ້າແດ່​ພຣະເຈົ້າຢາເວ ຂໍ​ຊົງ​ໂຜດ​ເບິ່ງ​ຂ້ານ້ອຍ​ດ້ວຍ ເຈັບປວດ​ແລະ​ທຸກໃຈ​ເຫຼືອ​ທີ່​ຈະ​ກ່າວ ຫົວໃຈ​ຂ້ານ້ອຍ​ເຈັບປວດ​ເພາະ​ມີ​ບາບໜາ ຄົນ​ຂ້າ​ກັນ​ຕາມ​ຖະໜົນ ມີ​ຄົນ​ຕາຍ​ທີ່​ເຮືອນ​ດ້ວຍ.


ຈິດໃຈ​ພວກ​ຂ້ານ້ອຍ​ຈຶ່ງ​ອິດອ່ອນ​ຍ້ອນ ສິ່ງ​ເຫຼົ່ານີ້​ທັງໝົດ​ທີ່​ໄດ້​ເກີດ​ມາ ສາຍ​ຕາ​ພວກ​ຂ້ານ້ອຍ​ຈຶ່ງ​ມົວລົງ ເບິ່ງ​ຫຍັງ​ເກືອບ​ເຫັນ​ບໍ່ໄດ້.


ດ້ວຍວ່າ, ວັນ​ທັງຫລາຍ​ກຳລັງ​ຈະ​ມາ​ເຖິງ​ແລ້ວ ຄົນ​ກໍ​ຈະ​ເວົ້າ​ກັນ​ວ່າ, ‘ຍິງ​ທີ່​ເປັນ​ໝັນ ຍິງ​ທີ່​ບໍ່ເຄີຍ​ອອກລູກ ແລະ​ຍິງ​ທີ່​ບໍ່ເຄີຍ​ລ້ຽງ​ລູກ ພວກເຈົ້າ​ກໍ​ເປັນ​ສຸກ​ແທ້​ນໍ.’


ດາວິດ​ກັບ​ຄົນ​ທັງຫລາຍ​ຂອງຕົນ​ຈຶ່ງ​ຮ້ອງໄຫ້​ຈົນ​ອ່ອນເພຍ​ເສຍກຳລັງໃຈ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka