Biblia Todo Logo
Internet tuqin Biblia

- Anuncios ukanaka -




ເພງ^ຄໍ່າຄວນ 2:1 - ພຣະຄຳພີສັກສິ

1 ເພາະ​ອົງພຣະ​ຜູ້​ເປັນເຈົ້າ​ໂກດຮ້າຍ ຈຶ່ງ​ໃຫ້​ຄວາມມືດ​ຫຸ້ມຫໍ່​ພູເຂົາ​ຊີໂອນ ຄວາມ​ງົດງາມ​ດັ່ງ​ສະຫວັນ​ຂອງ​ພູເຂົາ​ຊີໂອນ ພຣະອົງ​ໄດ້​ປ່ຽນ​ໃຫ້​ເປັນ​ບ່ອນ​ຮົກຮ້າງ. ໃນ​ວັນ​ທີ່​ພຣະອົງ​ໂກດຮ້າຍ​ຕໍ່ສູ້​ນະຄອນ​ເຢຣູຊາເລັມ ພຣະອົງ​ປະຖິ້ມ​ແມ່ນແຕ່​ພຣະວິຫານ​ໃນ​ວັນ​ນັ້ນ.

Uka jalj uñjjattʼäta Copia luraña




ເພງ^ຄໍ່າຄວນ 2:1
28 Jak'a apnaqawi uñst'ayäwi  

“ບັນດາ​ຜູ້ນຳ​ພວກເຮົາ​ນັ້ນ ໄດ້​ຕາຍ​ຢູ່​ເທິງ​ເນີນພູ​ອິດສະຣາເອນ ຜູ້​ເກັ່ງກ້າ​ທີ່ສຸດ​ໃນ​ທະຫານ​ຂອງ​ພວກເຮົາ ໄດ້​ລົ້ມ​ຕາຍໄປ​ເສຍ​ແລ້ວ


ກະສັດ​ດາວິດ​ໄດ້​ຢືນ​ຂຶ້ນ​ຕໍ່ໜ້າ​ພວກເຂົາ ແລະ​ກ່າວ​ແກ່​ທີ່​ປະຊຸມ​ວ່າ, “ເພື່ອນ​ຮ່ວມ​ຊາດ​ທັງຫລາຍ ຈົ່ງ​ຟັງ​ເທີ້ນ ຂ້າພະເຈົ້າ​ຕ້ອງການ​ສ້າງ​ວິຫານ​ອັນ​ຖາວອນ​ເພື່ອ​ໄວ້​ຫີບ​ພັນທະສັນຍາ​ຂອງ​ພຣະເຈົ້າຢາເວ ໃຫ້​ເປັນ​ທີ່​ຮອງ​ຕີນ​ພຣະເຈົ້າ​ຂອງ​ພວກເຮົາ. ຂ້າພະເຈົ້າ​ໄດ້​ຫ້າງຫາ​ທຸກສິ່ງ​ໄວ້​ພ້ອມ​ແລ້ວ​ສຳລັບ​ການ​ກໍ່ສ້າງ.


ພວກເຮົາ​ກ່າວ​ວ່າ, “ຈົ່ງ​ໄປ​ທີ່​ຜາສາດ​ຂອງ​ພຣະອົງ ໃຫ້​ເຮົາ​ພາກັນ​ຂາບລົງ​ນະມັດສະການ​ຕໍ່ໜ້າ​ພຣະ​ບັນລັງ​ຂອງ​ພຣະອົງ.”


ພຣະອົງ​ເຮັດ​ໃຫ້​ລາວ​ເຖົ້າແກ່​ໄວກວ່າ​ອາຍຸ​ສັງຂານ ແລະ​ໃຫ້​ພົບພານ​ກັບ​ຄວາມ​ອັບອາຍ​ຢ່າງ​ຫລາຍ​ເຫຼືອລົ້ນ.


ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ ຈົ່ງ​ນະມັດສະການ​ອົງ​ບໍຣິສຸດ​ຕໍ່ໜ້າ​ພຣະ​ບັນລັງ​ເຖີດ.


ແລະ​ພຣະວິຫານ​ຂອງ​ພວກ​ຂ້ານ້ອຍ ຄື​ສະຖານທີ່​ອັນ​ສັກສິດ​ແລະ​ສວຍງາມ ບ່ອນ​ທີ່​ບັນພະບຸລຸດ​ຂອງ​ພວກ​ຂ້ານ້ອຍ​ໄດ້​ສັນລະເສີນ​ພຣະອົງ​ນັ້ນ ກໍ​ຖືກ​ໄຟ​ທຳລາຍ. ສະຖານທີ່​ຕ່າງໆ​ທີ່​ພວກ​ຂ້ານ້ອຍ​ຮັກ​ຫວງ ກໍ​ເປັນ​ບ່ອນ​ຮົກຮ້າງ​ເພພັງ​ໄປ​ໝົດ.


ຄົນ​ຮັກແພງ​ຕ່າງ​ກໍໄດ້​ລືມໄລ​ພວກເຈົ້າ​ໄປ ພວກເຂົາ​ບໍ່​ສົນໃຈ​ກັບ​ພວກເຈົ້າ​ຕໍ່ໄປ​ອີກ. ເຮົາ​ໄດ້​ໂຈມຕີ​ພວກເຈົ້າ​ເໝືອນ​ດັ່ງ​ສັດຕູ​ໂຈມຕີ ໂທດກຳ​ທີ່​ພວກເຈົ້າ​ໄດ້​ຮັບ​ກໍ​ຮຸນແຮງ​ແທ້ ເພາະ​ການບາບ​ຂອງ​ພວກເຈົ້າ​ມີ​ຫລວງຫລາຍ ແລະ​ຄວາມ​ຊົ່ວຊາມ​ກໍ​ມີ​ຫລາຍໂພດ.


ນະຄອນ​ເຢຣູຊາເລັມ​ເອີຍ ບັດນີ້​ນອນ​ຢຽດ​ຢູ່​ດຽວດາຍ ຄັ້ງໜຶ່ງ ເປັນ​ນະຄອນ​ທີ່​ມີ​ປະຊາຊົນ​ໜາແໜ້ນ ແລະ​ຄັ້ງ​ໜຶ່ງ​ນັ້ນ ກໍໄດ້​ຮັບ​ກຽດ​ຈາກ​ຊາວ​ໂລກາ ແຕ່​ມາບັດນີ້ ເຈົ້າ​ພັດ​ເປັນ​ດັ່ງ​ແມ່ໝ້າຍ; ເຈົ້າ​ເປັນ​ເຈົ້າຍິງ​ໃນ​ທ່າມກາງ​ເມືອງ​ທັງຫລາຍ ແຕ່​ບັດນີ້ ຖືກ​ລົດກຽດ​ລົງ​ຕົກ​ເປັນ​ທາດ​ສາ​ແລ້ວ.


ນາງ​ຮ້ອງ​ໃສ່​ທຸກຄົນ​ຜ່ານ​ໄປ​ວ່າ, “ເບິ່ງ​ຂ້ອຍ​ແດ່ ບໍ່ມີ​ຜູ້ໃດ​ທີ່​ເຈັບປວດ​ເໝືອນ​ດັ່ງ​ຂ້ອຍ ເປັນ​ຄວາມ​ເຈັບປວດ​ທີ່​ພຣະເຈົ້າຢາເວ​ໄດ້​ນຳ​ມາ ໃຫ້​ຂ້ອຍ​ໄດ້​ຮັບ​ຄາວ​ທີ່​ພຣະອົງ​ໂກດຮ້າຍ.


ພຣະເຈົ້າຢາເວ​ໄດ້​ກະທຳ​ການ​ຕາມ​ທີ່​ພຣະອົງ​ວາງແຜນ​ໄວ້​ແລ້ວ. ຖ້ອຍຄຳ​ຕັ້ງແຕ່​ດົນນານ​ຂອງ​ພຣະອົງ, ພຣະອົງ​ໄດ້​ເຮັດ​ໃຫ້​ສຳເລັດ​ແລ້ວ ຄື​ທຳລາຍ​ຢ່າງ​ບໍ່ມີ​ຄວາມ​ເມດຕາ​ຕາມ​ທີ່​ພຣະອົງ​ໄດ້​ບອກ. ພຣະອົງ​ໃຫ້​ເຫຼົ່າ​ສັດຕູ​ໄດ້​ໄຊຊະນະ​ພວກເຮົາ ແລະ​ໃຫ້​ພວກເຂົາ​ດີໃຈ​ທີ່​ໄດ້​ເຫັນ​ພວກເຮົາ​ຫລົ້ມ​ສະຫລາຍ.


ຄຳ​ທີ່​ເຫຼື້ອມໃສ​ແວວວັບ​ໄດ້​ຖືກ​ມົວໝອງ​ໄປ ຫີນ​ຂອງ​ພຣະວິຫານ​ກໍ​ແຕກ​ກະຈາຍ​ໄປ​ເຕັມ​ຫົນທາງ.


ພຣະເຈົ້າຢາເວ​ໄດ້​ປ່ອຍ​ໃຫ້​ຄວາມ​ໂກດຮ້າຍ ຂອງ​ພຣະອົງ​ອອກ​ມາ​ຢ່າງ​ເຕັມ​ກຳລັງ ໂດຍ​ໄດ້​ດັງ​ໄຟ​ຈູດ​ພູເຂົາ​ຊີໂອນ ຈົນ​ເມືອງ​ໄໝ້​ເຜົາຜານ​ຈຸ​ພື້ນ.


ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້: ດ້ວຍ​ຄວາມ​ໂກດຮ້າຍ ເຮົາ​ຈະ​ສົ່ງ​ລົມພະຍຸ, ຫ່າຝົນ ແລະ​ໝາກເຫັບ​ມາ​ທຳລາຍ​ກຳແພງ.


ແຕ່​ມື​ຜູ້​ໂກດຮ້າຍ​ໄດ້​ຫລົກ​ຮາກ​ມັນ​ຖິ້ມ​ເສຍ ທັງ​ໄດ້​ໂຍນ​ມັນ​ຖິ້ມ​ລົງ​ສູ່​ພື້ນດິນ​ດ້ວຍ. ລົມ​ທິດ​ຕາເວັນອອກ​ເຮັດ​ໃຫ້​ໝາກ​ຫ່ຽວແຫ້ງ​ໄປ ກິ່ງ​ກໍ​ຫ່ຽວແຫ້ງ​ຕາຍ​ຖືກ​ເຜົາ​ໄຟ​ຖິ້ມ​ຈົນກ້ຽງ.


ແກ່​ພວກເຈົ້າ​ຊາວ​ອິດສະຣາເອນ​ວ່າ ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ວ່າ: ‘ເຮົາ​ຈະ​ເຮັດ​ໃຫ້​ພຣະວິຫານ​ຂອງເຮົາ​ເປັນ​ມົນທິນ ຍ້ອນ​ພວກເຈົ້າ​ພາກພູມ​ໃຈ​ເຖິງ​ຄວາມ​ໝັ້ນຄົງ​ຂອງ​ພຣະວິຫານ. ພວກເຈົ້າ​ມັກ​ຈະ​ແນມເບິ່ງ​ພຣະວິຫານ​ນັ້ນ ແລະ​ມັກ​ຈະ​ເຂົ້າ​ໄປ​ໃນ​ທີ່ນັ້ນ; ພວກ​ລູກ​ຊາຍ​ຍິງ​ຂອງ​ພວກເຈົ້າ​ທີ່​ເຫຼືອ​ຢູ່​ໃນ​ນະຄອນ​ເຢຣູຊາເລັມ ຈະ​ຖືກ​ຂ້າ​ໃນ​ສົງຄາມ.


ຄວາມມືດ​ຈະ​ເຂົ້າ​ປົກຄຸມ​ເມືອງ​ຕາປັນເຮັດ ເມື່ອ​ເຮົາ​ທັບມ້າງ​ອຳນາດ​ຂອງ​ປະເທດ​ເອຢິບ ແລະ​ເຮັດ​ໃຫ້​ກຳລັງ​ທີ່​ເອຢິບ​ໄດ້​ອວດອ້າງ​ຢ່າງ​ໜັກໜາ​ນັ້ນ​ສິ້ນສູນ​ໄປ. ເມກໝອກ​ຈະ​ປົກຄຸມ​ປະເທດ​ເອຢິບ ແລະ​ປະຊາຊົນ​ຕາມ​ເມືອງ​ທັງຫລາຍ​ກໍ​ຈະ​ຖືກ​ຈັບ​ໄປ​ເປັນ​ຊະເລີຍ.


ວັນນັ້ນ​ຈະ​ມືດຄື້ມ ແລະ​ມືດມົວ​ຫລາຍ ເປັນ​ວັນ​ທີ່​ມີ​ເມກຕຶບ ແລະ​ມືດໜາ​ແທ້ໆ. ຝູງຕັກແຕນ​ບຸກໜ້າ​ເປັນ​ກອງທັບ​ອັນ​ໃຫຍ່ ດັ່ງ​ມືດ​ກຳລັງ​ແຜ່​ອອກ​ໄປ​ທົ່ວ​ໜ່ວຍ​ພູເຂົາ. ບໍ່ເຄີຍ​ມີ​ຜູ້ໃດ​ເຫັນ​ສິ່ງ​ນີ້​ມາ​ແຕ່​ກ່ອນ​ເລີຍ ແລະ​ຈະ​ບໍ່ມີ​ຜູ້ໃດ​ເຫັນ​ເຊັ່ນນີ້​ຕໍ່ໄປ​ອີກ.


ສ່ວນ​ເຈົ້າ ເມືອງ​ກາເປນາອູມ​ເອີຍ ເຈົ້າ​ຈະ​ຖືກ​ຍົກ​ຂຶ້ນ​ໃຫ້​ພຽງ​ຟ້າ​ສະຫວັນ​ພຸ້ນ​ບໍ? ເຈົ້າ​ຈະ​ຖືກ​ຖິ້ມ​ລົງ​ສູ່​ບຶງໄຟ​ນະຣົກ ຖ້າ​ການ​ອັດສະຈັນ​ທີ່​ໄດ້​ຖືກ​ກະທຳ​ໃນ​ທ່າມກາງ​ພວກເຈົ້າ ໄດ້​ຖືກ​ກະທຳ​ໃນ​ເມືອງ​ໂຊໂດມ​ແລ້ວ ເມືອງ​ນັ້ນ​ກໍ​ຄົງ​ຍັງ​ຕັ້ງ​ຢູ່​ຈົນເຖິງ​ທຸກ​ວັນນີ້.


ສ່ວນ​ເຈົ້າ ເມືອງ​ກາເປນາອູມ​ເອີຍ ເຈົ້າ​ຢາກ​ຈະ​ຍົກ​ຕົວ​ຂຶ້ນ​ໃຫ້​ສູງ​ພຽງ​ຟ້າ​ພຸ້ນ​ບໍ? ເຈົ້າ​ຈະ​ຖືກ​ຖິ້ມ​ລົງ​ສູ່​ບຶງ​ໄຟ​ນະຣົກ.”


ພຣະເຢຊູເຈົ້າ​ກ່າວ​ກັບ​ພວກເພິ່ນ​ວ່າ, “ເຮົາ​ໄດ້​ເຫັນ​ມານຊາຕານ​ຕົກລົງ​ຈາກ​ຟ້າ ດັ່ງ​ຟ້າ​ແມບ.


ນາງ​ໃສ່​ຊື່​ເດັກ​ນັ້ນ​ວ່າ ອີຄາບົດ ໂດຍ​ອະທິບາຍ​ວ່າ, “ສະຫງ່າຣາສີ​ໄດ້​ໄປ​ຈາກ​ຊາດ​ອິດສະຣາເອນ” ອັນ​ເປັນ​ການ​ອ້າງ​ເຖິງ​ຫີບ​ຂອງ​ພຣະເຈົ້າ​ທີ່​ໄດ້​ຖືກ​ຢຶດ​ໄປ​ນັ້ນ ແລະ​ການ​ຕາຍ​ຂອງ​ພໍ່ປູ່​ພ້ອມ​ທັງ​ຜົວ​ຂອງ​ນາງ.


ນາງ​ເວົ້າ​ວ່າ, “ສະຫງ່າຣາສີ​ໄດ້​ຈາກ​ຊາດ​ອິດສະຣາເອນ​ໄປ​ແລ້ວ ເພາະ​ຫີບ​ຂອງ​ພຣະເຈົ້າ​ໄດ້​ຖືກ​ຢຶດ​ໄປ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka