ເພງ^ຄໍ່າຄວນ 1:9 - ພຣະຄຳພີສັກສິ9 ມົນທິນຂອງນາງນັ້ນເບິ່ງເຫັນໄດ້ງ່າຍດາຍ ແຕ່ນາງບໍ່ຫ່ວງໃຍນຳຊາຕາກຳຂອງຕົນຈັກດີ້. ນາງລົ້ມແຮງໂພດຈົນບໍ່ມີຜູ້ໃດສາມາດປອບໃຈ ຂ້າແດ່ພຣະເຈົ້າຢາເວ ໂຜດເມດຕາ ເພາະສັດຕູຂອງນາງໄດ້ຊະນະ. Uka jalj uñjjattʼäta |
ໂອ ພຣະເຈົ້າຂອງພວກຂ້ານ້ອຍເອີຍ ພຮະເຈົ້າຊົງຣິດ ແລະອຳນາດຍິ່ງໃຫຍ່ ຊົງກະທຳໃຫ້ຢ້ານກົວແລະຊົງຍິ່ງໃຫຍ່ແທ້ ພຣະອົງຮັກສາພັນທະສັນຍາຢ່າງສັດຊື່ ຄາວກະສັດອັດຊີເຣຍໄດ້ຂົ່ມເຫັງພວກຂ້ານ້ອຍ. ຈົນເຖິງບັດນີ້ພວກຂ້ານ້ອຍຍັງໄດ້ທົນທຸກໜັກ ລວມກະສັດ ແລະຜູ້ນຳຂອງພວກຂ້ານ້ອຍດ້ວຍ ພວກປະໂຣຫິດ ແລະທັງພວກຜູ້ທຳນວາຍ ກັບບັນພະບຸລຸດ ແລະປະຊາຊົນອີກດ້ວຍ. ທຸກຄົນຕ່າງກໍໄດ້ຮັບຄວາມທົນທຸກທໍລະມານ ຂໍໂຜດລະນຶກເຖິງພວກຂ້ານ້ອຍແດ່ທ້ອນ
ກະສັດແຫ່ງອັດຊີເຣຍໄດ້ສົ່ງຂ້າຣາຊການຊັ້ນຜູ້ໃຫຍ່ ມາເວົ້າໝິ່ນປະໝາດພຣະເຈົ້າອົງຊົງຊີວິດຢູ່. ຂໍໃຫ້ພຣະເຈົ້າຢາເວ ພຣະເຈົ້າຂອງທ່ານໄດ້ຍິນຄຳໝິ່ນປະໝາດເຫຼົ່ານີ້ ແລະລົງໂທດພວກທີ່ເວົ້າຄຳໝິ່ນປະໝາດຕໍ່ພຣະເຈົ້າຢາເວ ພຣະເຈົ້າຂອງທ່ານດ້ວຍ. ສະນັ້ນ ຈົ່ງພາວັນນາອະທິຖານພຣະເຈົ້າສຳລັບປະຊາຊົນຂອງພວກເຮົາ ໃຫ້ມີຊີວິດລອດຢູ່ດ້ວຍເຖີດ.”
ພຣະອົງໄດ້ເຫັນເຈົ້າເຮັດສິ່ງຕ່າງໆທີ່ພຣະອົງກຽດຊັງ. ພຣະອົງໄດ້ເຫັນເຈົ້າແລ່ນຕາມບັນດາພະຕ່າງຊາດທີ່ເທິງເນີນພູແລະທີ່ທົ່ງນາ ດັ່ງຊາຍຜູ້ໜຶ່ງທີ່ແລ່ນຕາມເມຍຂອງເພື່ອນບ້ານຢ່າງບ້າຕັນຫາ ຫລືດັ່ງມ້າຖືເຊີງແລ່ນຕາມມ້າໂຕແມ່ ຊາວນະຄອນເຢຣູຊາເລັມເອີຍ ເຄາະກຳເປັນຂອງພວກເຈົ້າສາແລ້ວ ເມື່ອໃດນໍພວກເຈົ້າຈຶ່ງຈະບໍຣິສຸດ?
ນາງຮັນນາສາບານຢ່າງໜັກແໜ້ນວ່າ, “ຂ້າແດ່ພຣະເຈົ້າຢາເວ ອົງຊົງຣິດອຳນາດຍິ່ງໃຫຍ່ ຂໍພຣະອົງຫລຽວເບິ່ງຄວາມໂສກເສົ້າຂອງຂ້ານ້ອຍ ແລະລະນຶກເຖິງຂ້ານ້ອຍດ້ວຍ ຂໍຢ່າລືມໄລຂ້ານ້ອຍເລີຍ ຖ້າພຣະອົງໂຜດລູກຊາຍໃຫ້ຂ້ານ້ອຍ ຂ້ານ້ອຍຂໍສັນຍາວ່າ ຈະອຸທິດຖວາຍເດັກນັ້ນແກ່ພຣະອົງຕະຫລອດຊົ່ວຊີວິດຂອງລາວ ແລະລາວຈະບໍ່ຕັດຜົມຂອງລາວຈັກເທື່ອ.”