Biblia Todo Logo
Internet tuqin Biblia

- Anuncios ukanaka -




ເພງ^ຄໍ່າຄວນ 1:8 - ພຣະຄຳພີສັກສິ

8 ກຽດສັກສີ​ທີ່​ເຄີຍ​ມີ​ນັ້ນ​ກໍ​ສູນສິ້ນ​ໝົດໄປ ນາງ​ເປືອຍຕົວ​ແລະ​ຖືກ​ຄົນ​ດູໝິ່ນ​ປະໝາດ. ນາງ​ຄໍ່າຄວນ​ແລະ​ລີ້ໜ້າ​ດ້ວຍ​ຄວາມ​ອັບອາຍ ນະຄອນ​ເຢຣູຊາເລັມ​ເປັນ​ມົນທິນ​ດ້ວຍ​ຕົນ​ເຮັດ​ບາບ.

Uka jalj uñjjattʼäta Copia luraña




ເພງ^ຄໍ່າຄວນ 1:8
33 Jak'a apnaqawi uñst'ayäwi  

ຫລັງຈາກ​ກິນ​ໝາກໄມ້​ແລ້ວ ພວກເຂົາ​ກໍ​ມີ​ຄວາມ​ເຂົ້າໃຈ​ໃນທັນໃດ ແລະ​ທັງ​ຮູ້​ວ່າ​ພວກ​ຕົນ​ປະເປືອຍ​ຢູ່. ດັ່ງນັ້ນ ພວກເຂົາ​ຈຶ່ງ​ພາກັນ​ເອົາ​ໃບໄມ້​ມາ​ຫຍິບ​ເຂົ້າ​ກັນ ເພື່ອ​ປົກປິດ​ຮ່າງກາຍ​ຕົນເອງ​ໄວ້.


ຖ້າ​ເຈົ້າ​ຫລື​ເຊື້ອສາຍ​ຂອງ​ເຈົ້າ​ເຊົາ​ຕິດຕາມ​ເຮົາ ແລະ​ບໍ່​ເຊື່ອຟັງ​ບັນດາ​ກົດບັນຍັດ ແລະ​ຂໍ້ຄຳສັ່ງ​ຂອງເຮົາ​ທີ່​ໄດ້​ໃຫ້​ແກ່​ພວກເຈົ້າ, ແຕ່​ໄປ​ຮັບໃຊ້​ແລະ​ຂາບໄຫວ້​ບັນດາ​ພະອື່ນ;


ແລ້ວ​ເຮົາ​ກໍ​ຈະ​ຕັດ​ປະຊາຊົນ​ອິດສະຣາເອນ​ຂອງເຮົາ ອອກ​ຈາກ​ດິນແດນ​ທີ່​ເຮົາ​ໄດ້​ໃຫ້​ພວກເຂົາ​ນັ້ນ. ເຮົາ​ຈະ​ປະຖິ້ມ​ວິຫານ​ນີ້ ຊຶ່ງ​ເຮົາ​ໄດ້​ໃຫ້​ເປັນ​ບ່ອນ​ສັກສິດ ເພື່ອ​ນະມັດສະການ​ເຮົາ​ຄືກັນ. ປະຊາຊົນ​ທົ່ວ​ທຸກ​ແຫ່ງ​ຈະ​ດູຖູກ ແລະ​ໝິ່ນປະໝາດ​ຊາດ​ອິດສະຣາເອນ.


ຄົນ​ທັງຫລາຍ​ຈະ​ຕອບ​ວ່າ, ‘ເພາະ​ພວກເຂົາ​ໄດ້​ປະຖິ້ມ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຂົາ ຜູ້​ທີ່​ນຳພາ​ປູ່ຍ່າຕາຍາຍ​ຂອງ​ພວກເຂົາ​ອອກ​ມາ​ຈາກ​ປະເທດ​ເອຢິບ. ພວກເຂົາ​ຫຼົງໄຫລ​ຕິດຕາມ​ບັນດາ​ພະອື່ນ ແລະ​ຂາບໄຫວ້​ພວກ​ມັນ. ເພາະສະນັ້ນ ພຣະເຈົ້າຢາເວ​ຈຶ່ງ​ໄດ້​ນຳ​ໄພພິບັດ​ມາ​ສູ່​ພວກເຂົາ.”’


ເພື່ອ​ປະຊາຊົນ​ຈະ​ໄດ້​ເຫັນ​ເຈົ້າ​ເປືອຍກາຍ ພວກເຂົາ​ຈະ​ໄດ້​ເຫັນ​ເຈົ້າ​ຕົກຕໍ່າ​ແລະ​ຂາຍໜ້າ. ເຮົາ​ຈະ​ລົງ​ມື​ແກ້ແຄ້ນ​ໃຫ້​ແກ່​ເຮົາເອງ ແລະ​ຈະ​ບໍ່ມີ​ຜູ້ໃດ​ຂັດຂືນ​ທັງ​ຢັບຢັ້ງ​ເຮົາ​ໄດ້.”


ຖ້າ​ເຈົ້າ​ຖາມ​ວ່າ ເປັນຫຍັງ​ເຫດການ​ທັງໝົດ​ນີ້​ຈຶ່ງ​ເກີດຂຶ້ນ​ແກ່​ເຈົ້າ ເປັນຫຍັງ​ພວກເຂົາ​ຈຶ່ງ​ແກ້​ເສື້ອ​ຂອງ​ເຈົ້າ​ອອກ ແລະ​ຂົ່ມຂືນ​ເຈົ້າ ກໍ​ຍ້ອນ​ບາບ​ຂອງ​ເຈົ້າ​ມີ​ຢ່າງ​ຫລວງຫລາຍ.


ພຣະເຈົ້າຢາເວ​ເອງ​ຈະ​ເປັນ​ຜູ້​ແກ້​ເຄື່ອງ​ຂອງເຈົ້າ​ອອກ ແລະ​ເຜີຍແບ​ເຈົ້າ​ໃຫ້​ອັບອາຍ​ຂາຍໜ້າ.


ເຮົາ​ຈະ​ໃຫ້​ທຸກ​ຊົນຊາດ​ທົ່ວໂລກ​ຕົກໃຈ​ຢ້ານ​ໃນ​ເຫດການ ທີ່​ເກີດຂຶ້ນ​ກັບ​ພວກເຂົາ​ກໍ​ເພາະ​ສິ່ງ​ທີ່​ມານາເຊ​ລູກຊາຍ​ຂອງ​ເຮເຊກີຢາ ໄດ້​ເຮັດ​ໃນ​ນະຄອນ​ເຢຣູຊາເລັມ ເມື່ອ​ລາວ​ໄດ້​ເປັນ​ກະສັດ​ແຫ່ງ​ຢູດາຍ.”


ເຮົາ​ຈະ​ນຳ​ໄພພິບັດ​ມາ​ສູ່​ພວກເຂົາ ຈົນ​ຊົນຊາດ​ທັງຫລາຍ​ຈະ​ເກີດ​ຢ້ານກົວ​ຫຼາຍ. ປະຊາຊົນ​ຈະ​ຫົວເລາະ​ໃສ່​ພວກເຂົາ, ເວົ້າ​ສຽດສີ​ພວກເຂົາ, ເວົ້າ​ເຍາະເຍີ້ຍ​ພວກເຂົາ ແລະ​ໃຊ້​ຊື່​ຂອງ​ພວກເຂົາ​ເປັນ​ຄຳສາບແຊ່ງ ໃນ​ທົ່ວ​ທຸກບ່ອນ​ທີ່​ພວກເຂົາ​ກະຈັດ​ກະຈາຍ​ໄປ.


ແຕ່​ພໍ​ພວກເຂົາ​ໄດ້​ເຂົ້າ​ຄອບຄອງ​ດິນແດນ​ນີ້​ແລ້ວ ກໍ​ບໍ່ໄດ້​ເຊື່ອຟັງ​ຂໍ້ຄຳສັ່ງ​ຂອງ​ພຣະອົງ ຫລື​ດຳເນີນ​ຊີວິດ​ຕາມ​ຄຳສັ່ງສອນ​ຂອງ​ພຣະອົງ; ພວກເຂົາ​ບໍ່ໄດ້​ເຮັດ​ຕາມ​ສິ່ງ​ທີ່​ພຣະອົງ​ໄດ້​ສັ່ງ​ໃຫ້​ເຮັດ. ສະນັ້ນ ພຣະອົງ​ຈຶ່ງ​ໄດ້​ນຳ​ໄພພິບັດ​ນີ້​ມາ​ສູ່​ພວກເຂົາ.


ເພາະສະນັ້ນ ບັດນີ້​ພຣະເຈົ້າຢາເວ​ກ່າວ​ວ່າ ພວກເຈົ້າ​ບໍ່ໄດ້​ເຊື່ອຟັງ​ເຮົາ; ພວກເຈົ້າ​ບໍ່​ໃຫ້​ພີ່ນ້ອງ​ຊາວ​ອິດສະຣາເອນ​ໄດ້​ຮັບ​ອິດສະຫລະ​ພາບ. ດີ​ແລ້ວ ບັດນີ້​ເຮົາ​ຈະ​ໃຫ້​ພວກເຈົ້າ​ໄດ້​ມີ​ອິດສະຫລະ​ພາບ, ພຣະເຈົ້າຢາເວ​ກ່າວ​ວ່າ ຄື​ອິດສະຫລະ​ພາບ​ທີ່​ຈະ​ຕາຍ​ໂດຍ​ສົງຄາມ, ການ​ເຈັບໄຂ້​ໄດ້ປ່ວຍ ແລະ​ການ​ຕາຍອຶດ​ຕາຍຫິວ. ເຮົາ​ຈະ​ເຮັດ​ໃຫ້​ທຸກໆ​ຊົນຊາດ​ໃນ​ໂລກນີ້​ຢ້ານກົວ​ຫຼາຍ ຕໍ່​ສິ່ງ​ທີ່​ເຮົາ​ຈະ​ເຮັດ​ກັບ​ພວກເຂົາ.


ຂ້ານ້ອຍ​ໄດ້ຍິນ​ສຽງ​ຮ້ອງ​ດັ່ງ​ຜູ້ຍິງ​ກຳລັງ​ຄອດ​ລູກ ຄວນຄາງ​ເຈັບປວດ​ທີ່ສຸດ​ຄືກັບ​ການ​ເກີດລູກ​ກົກ. ສຽງ​ຮ້ອງ​ເກືອບ​ໃຈ​ຈະ​ຂາດ​ຂອງ​ນະຄອນ​ເຢຣູຊາເລັມ ຊຶ່ງ​ກຳລັງ​ຄວນຄາງ ແລະ​ວອນຂໍ​ໃຫ້​ຊ່ວຍ; ນາງ​ຢຽດ​ມື​ອອກ ແລະ​ເວົ້າ​ອອກ​ມາ​ວ່າ, “ເຄາະກຳ​ຂ້ອຍ​ນໍ ພວກເຂົາ​ກຳລັງ​ຈະ​ມາ​ຂ້າ​ຂ້ອຍ.”


ພວກເຂົາ​ເປັນ​ຄົນ​ກະບົດ​ຢ່າງ​ດື້ດ້ານ ແຂງ​ດັ່ງ​ທອງສຳຣິດ​ແລະ​ເຫລັກກ້າ. ພວກເຂົາ​ທັງໝົດ​ເປັນ​ຄົນ​ສໍ້ໂກງ ແລະ​ທຽວ​ຊອກຫາ​ເວົ້າຂວັນ​ຄົນ.


ປະຊາຊົນ​ຄໍ່າຄວນ​ຂະນະທີ່​ຊອກ​ຫາ​ເຂົ້າຈີ່​ກິນ ພວກເຂົາ​ແລກປ່ຽນ​ຊັບສິນ​ກັບ​ອາຫານ ເພື່ອ​ໃຫ້​ມີ​ຊີວິດ​ຢູ່. ຊາວ​ເມືອງ​ຮ້ອງ​ຂຶ້ນ​ວ່າ, “ຂ້າແດ່​ພຣະເຈົ້າຢາເວ ຂໍ​ຊົງ​ໂຜດ​ຫລຽວເບິ່ງ​ດ້ວຍ! ເບິ່ງ​ວ່າ​ຍາກຈົນ​ເທົ່າ​ໃດ.”


ຂ້ອຍ​ເດ່​ມື​ອອກ​ເພື່ອ​ວິ້ງວອນ​ໃຫ້​ຄົນ​ຊ່ວຍເຫລືອ ແຕ່​ກໍ​ບໍ່ມີ​ຜູ້ໃດ​ຊ່ວຍເຫລືອ​ຂ້ອຍ​ໄດ້. ພຣະເຈົ້າຢາເວ​ໄດ້​ເອີ້ນ​ໃຫ້​ສັດຕູ​ມາ​ຕໍ່ສູ້​ຂ້ອຍ​ທຸກ​ທິດທາງ ພວກເຂົາ​ເຮັດ​ຕໍ່​ຂ້ອຍ​ດັ່ງ​ເຮັດ​ກັບ​ສິ່ງ​ທີ່​ເປິເປື້ອນ.


ບັນດາ​ຄົນ​ເຖົ້າແກ່​ທີ່​ຢູ່​ໃນ​ນະຄອນ​ເຢຣູຊາເລັມ ຕ່າງ​ກໍ​ພາກັນ​ນັ່ງ​ກັບ​ພື້ນດິນ​ຢ່າງ​ມິດງຽບ ໂດຍ​ນຸ່ງ​ຜ້າ​ກະສອບເຂົ້າ ແລະ​ເອົາ​ຂີ້ດິນ​ໂຮຍ​ໃສ່​ຫົວ ສ່ວນ​ພວກ​ຍິງສາວ​ກໍ​ພາກັນ​ກົ້ມ​ຫົວ​ລົງ​ກັບ​ພື້ນ.


ຊາວ​ເອໂດມ​ແລະ​ອູເຊ ຈົ່ງ​ຫົວ​ເຍາະເຍີ້ຍ​ຕໍ່ໄປ ຈົ່ງ​ພາກັນ​ດີໃຈ​ໃນ​ຍາມ​ທີ່​ພວກເຈົ້າ​ດີໃຈ​ໄດ້. ໄພພິບັດ​ຂອງ​ພວກເຈົ້າ​ກໍ​ກຳລັງ​ມາເຖິງ​ຄືກັນ ພວກເຈົ້າ​ຈະ​ເປືອຍຕົວ​ຍ່າງ​ໂຊເຊ​ອັບອາຍ​ຄືກັນ​ດອກ.


ຍ້ອນ​ພວກເຂົາ​ກຽດຊັງ​ເຈົ້າ ພວກເຂົາ​ຈະ​ເອົາ​ທຸກສິ່ງ​ທີ່​ເຈົ້າ​ຫາ​ມາ​ໄດ້​ນັ້ນ​ໄປ ແລະ​ປ່ອຍ​ໃຫ້​ເຈົ້າ​ເປືອຍກາຍ​ຢູ່​ດັ່ງ​ຍິງໂສເພນີ.


ນີ້​ແຫຼະ​ແມ່ນ​ສິ່ງ​ທີ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ: “ຈົ່ງ​ນຳ​ປະຊາຊົນ​ມາ​ເຮັດ​ໃຫ້​ພວກເຂົາ​ສະທ້ານ​ຢ້ານກົວ​ແລະ​ປຸ້ນ​ພວກເຂົາ​ສາ.


ແລ້ວ​ຊົນຊາດ​ທັງຫລາຍ​ກໍ​ຈະ​ຮູ້ວ່າ ການ​ທີ່​ຊາວ​ອິດສະຣາເອນ​ໄດ້​ຕົກ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ​ນັ້ນ ກໍ​ຍ້ອນ​ພວກເຂົາ​ໄດ້​ເຮັດ​ບາບ​ຕໍ່ສູ້​ເຮົາ. ເຮົາ​ໄດ້​ຫັນໜີ​ຈາກ​ພວກເຂົາ ແລະ​ປ່ອຍ​ໃຫ້​ເຫຼົ່າ​ສັດຕູ​ຂອງ​ພວກເຂົາ​ເອົາ​ຊະນະ​ພວກເຂົາ ແລະ​ຂ້າ​ພວກເຂົາ​ຖິ້ມ​ໃນ​ສະໜາມຮົບ.


ແລ້ວ​ເຮົາ​ກໍ​ຈະ​ແກ້​ເຄື່ອງນຸ່ງ​ຂອງ​ນາງ​ອອກ​ຕໍ່ໜ້າ​ຄົນຮັກ​ຂອງ​ນາງ ແລະ​ຈະ​ບໍ່ມີ​ຜູ້ໃດ​ຊ່ວຍ​ນາງ​ໃຫ້​ພົ້ນ​ຈາກ​ອຳນາດ​ຂອງເຮົາ​ໄດ້.


ຖ້າ​ນາງ​ບໍ່​ເຊົາ ເຮົາ​ຈະ​ເປືອຍກາຍ​ນາງ​ໃຫ້​ເປັນ​ດັ່ງ​ມື້​ທີ່​ນາງ​ໄດ້​ເກີດ​ມາ. ເຮົາ​ຈະ​ເຮັດ​ໃຫ້​ນາງ​ເປັນ​ດັ່ງ​ດິນ​ທີ່​ແຫ້ງແລ້ງ​ແລະ​ທຸລະກັນດານ ນາງ​ຈະ​ຕາຍ​ເພາະ​ຫິວນໍ້າ.


ສະນັ້ນ ເຮົາ​ຈຶ່ງ​ແນະນຳ​ເຈົ້າ​ໃຫ້​ຊື້​ຄຳ​ທີ່​ຫລອມ​ບໍຣິສຸດ​ແລ້ວ​ຈາກ​ເຮົາ ຊຶ່ງ​ເປັນ​ຄຳ​ແທ້​ເພື່ອ​ເຈົ້າ​ຈະ​ໄດ້​ເປັນ​ຄົນ​ຮັ່ງມີ ແລະ​ຈົ່ງ​ຊື້​ເສື້ອຜ້າ​ຂາວ​ນຸ່ງ​ຫົ່ມ ເພື່ອ​ປົກປິດ​ຮ່າງກາຍ​ອັນ​ໜ້າ​ອັບອາຍ​ຂອງ​ເຈົ້າ ແລະ​ຈົ່ງ​ຊື້​ຢາ​ໃສ່​ຕາ​ຂອງ​ເຈົ້າ ເພື່ອ​ເຈົ້າ​ຈະ​ໄດ້​ເຫັນ​ຮຸ່ງ.


ເພາະສະນັ້ນ ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ຈຶ່ງ​ປະກາດ​ວ່າ, ‘ເຮົາ​ໄດ້​ສັນຍາ​ໄວ້​ແລ້ວ​ວ່າ ຄົນ​ໃນ​ຄອບຄົວ​ຂອງ​ເຈົ້າ​ແລະ​ໃນ​ຕະກຸນ​ຂອງ​ເຈົ້າ​ຈະ​ໄດ້​ເປັນ​ປະໂຣຫິດ ບົວລະບັດ​ຮັບໃຊ້​ເຮົາ​ຕະຫລອດໄປ,’ ແຕ່​ມາບັດນີ້ ພຣະເຈົ້າຢາເວ​ຈຶ່ງ​ປະກາດ​ວ່າ ‘ຂໍ​ໃຫ້​ຄວາມນີ້​ຫ່າງໄກ​ຈາກ​ເຮົາ​ເຖີດ ເຮົາ​ຈະ​ໃຫ້ກຽດ​ຜູ້​ທີ່​ໃຫ້ກຽດ​ເຮົາ ແລະ​ເຮົາ​ຈະ​ໝິ່ນປະໝາດ​ຜູ້​ທີ່​ໝິ່ນປະໝາດ​ເຮົາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka