Biblia Todo Logo
Internet tuqin Biblia

- Anuncios ukanaka -




ເພງ^ຄໍ່າຄວນ 1:6 - ພຣະຄຳພີສັກສິ

6 ເປັນ​ພຽງແຕ່​ອະດີດ​ທີ່​ນະຄອນ​ເຢຣູຊາເລັມ​ຮຸ່ງເຮືອງ ພວກ​ເຈົ້ານາຍ​ຂອງ​ນາງ​ກໍ​ອ່ອນແຮງ​ດັ່ງ​ກວາງ​ທີ່​ອຶດຢາກ ຊຶ່ງ​ກຳລັງ​ທີ່​ຕົນ​ມີ​ຢູ່​ນັ້ນ​ກຳລັງ​ຈະ​ໝົດ​ໄປ ໃນ​ຂະນະທີ່​ປົບໜີ​ຈາກ​ນາຍພານ​ຕາມລ່າ.

Uka jalj uñjjattʼäta Copia luraña




ເພງ^ຄໍ່າຄວນ 1:6
31 Jak'a apnaqawi uñst'ayäwi  

ຖ້ອຍຄຳ​ທີ່​ພຣະເຈົ້າຢາເວ​ໄດ້​ກ່າວ​ກ່ຽວກັບ​ລາວ​ເປັນ​ດັ່ງນີ້: ‘ເຊັນນາເກຣິບ​ເອີຍ ນະຄອນ​ເຢຣູຊາເລັມ​ຫົວຂວັນ​ໃສ່​ເຈົ້າ.


ເຖິງ​ແມ່ນ​ວ່າ​ຊາວ​ບາບີໂລນ​ໄດ້​ປິດລ້ອມ​ເມືອງ​ໄວ້​ກໍຕາມ ພວກ​ທະຫານ​ທັງໝົດ​ກໍ​ລັກ​ໜີໄປ​ໄດ້​ໃນ​ເວລາ​ກາງຄືນ. ພວກເຂົາ​ໄດ້​ໜີໄປ​ທາງ​ສວນ​ຂອງ​ກະສັດ ຜ່ານ​ໄປ​ທາງ​ປະຕູ​ເມືອງ​ທີ່​ຕິດ​ກັບ​ກຳແພງ​ສອງ​ດ້ານ ແລະ​ປົບ​ໄປ​ທາງ​ຮ່ອມພູ​ຈໍແດນ.


ແຕ່​ກອງທັບ​ບາບີໂລນ​ໄດ້​ໄລ່​ຕາມ​ກະສັດ​ເຊເດກີຢາ​ໄປ ແລະ​ຈັບ​ເພິ່ນ​ໄດ້​ໃນ​ທົ່ງນາ​ໃກ້​ກັບ​ເມືອງ​ເຢຣິໂກ; ສ່ວນ​ພວກ​ທະຫານ​ຕ່າງ​ກໍໄດ້​ໜີ​ປະ​ເພິ່ນ.


ພຣະເຈົ້າ​ສົ່ງ​ແສງແຈ້ງ​ມາ​ຈາກ​ພູເຂົາ​ຊີໂອນ ຄື​ພຣະ​ນະຄອນ​ທີ່​ມີ​ຄວາມ​ງົດງາມ​ອັນ​ຄົບຖ້ວນ​ແລະ​ສົມບູນແບບ.


ຈົ່ງ​ກົ້ມຂາບ​ຢູ່​ຊ້ອງໜ້າ​ພຣະເຈົ້າຢາເວ ເມື່ອ​ອົງ​ບໍຣິສຸດ​ມາ​ປາກົດ ທົ່ວ​ແຜ່ນດິນ​ໂລກ​ເອີຍ ສັ່ນເຊັນ​ຕໍ່ໜ້າ​ພຣະອົງ​ເຖີດ.


ຄັ້ງໜຶ່ງ ນະຄອນ​ທີ່​ເຄີຍ​ສັດຊື່ ແຕ່​ບັດນີ້​ກຳລັງ​ປະພຶດ​ຕົນ​ດັ່ງ​ຍິງ​ແມ່ຈ້າງ; ໃນ​ຄັ້ງໜຶ່ງ ນະຄອນ​ນັ້ນ​ເຕັມ​ໄປ​ດ້ວຍ​ຄົນ​ຊອບທຳ ແຕ່​ບັດນີ້​ມີ​ແຕ່​ຄາດຕະກອນ​ທັງນັ້ນ.


ຈົ່ງ​ໃຫ້​ທຸກຄົນ​ທີ່​ອາໄສ​ຢູ່​ເທິງ​ພູເຂົາ​ຊີໂອນ ຮ້ອງໂຮ​ຍິນດີ ແລະ​ຮ້ອງລຳ​ທຳເພງ​ເຖີດ ອົງ​ຊົງ​ຍິ່ງໃຫຍ່​ແລະ​ຊົງ​ບໍຣິສຸດ​ຂອງ​ຊາດ​ອິດສະຣາເອນ ຢູ່​ທ່າມກາງ​ພວກເຈົ້າ​ແລ້ວ.”


ແລ້ວ​ເທິງ​ພູເຂົາ​ຊີໂອນ​ແລະ​ເທິງ​ຜູ້​ທີ່​ເຕົ້າໂຮມ​ຢູ່​ທີ່​ນັ້ນ ພຣະເຈົ້າຢາເວ​ຈະ​ສົ່ງ​ເມກ​ມາ​ໃນ​ຕອນ​ກາງເວັນ ແລະ​ສົ່ງ​ຄວັນ​ກັບ​ແປວໄຟ​ມາ​ໃນ​ຕອນ​ກາງຄືນ. ສະຫງ່າຣາສີ​ຈະ​ປົກປ້ອງ​ຄຸ້ມຄອງ​ນະຄອນ.


ພຣະເຈົ້າຢາເວ​ກ່າວ​ແກ່​ຂ້າພະເຈົ້າ​ວ່າ, “ຈົ່ງ​ບອກ​ກະສັດ​ແລະ​ແມ່​ຂອງ​ລາວ​ໃຫ້​ລົງ​ຈາກ​ບັນລັງ​ສາ ເພາະ​ມົງກຸດ​ອັນ​ງົດງາມ​ນັ້ນ​ໄດ້​ຕົກລົງ​ຈາກ​ຫົວ​ຂອງ​ລາວ​ແລ້ວ.


“ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ ກ່າວ​ຕໍ່​ປະຊາຊົນ​ເຫຼົ່ານັ້ນ​ທັງໝົດ ທີ່​ພຣະອົງ​ໄດ້​ອະນຸຍາດ​ໃຫ້​ກະສັດ​ເນບູ​ກາດເນັດຊາ ຈັບ​ພວກເຂົາ​ຈາກ​ນະຄອນ​ເຢຣູຊາເລັມ​ໄປ​ເປັນ​ຊະເລີຍ​ທີ່​ບາບີໂລນ​ວ່າ:


ພວກເຂົາ​ຈະ​ໄດ້ຍິນ​ສຽງ​ຕີນ​ມ້າ​ແລ່ນ​ກະທືບ​ພື້ນດິນ ສຽງ​ລົດຮົບ​ຈະ​ກະທົບ​ດິນ ແລະ​ລໍ້ລົດ​ກໍ​ຈະ​ດັງ​ກ້ອງ. ພໍ່​ບໍ່ໄດ້​ຫລຽວຫລັງ​ເບິ່ງ​ລູກໆ​ຂອງຕົນ ມື​ຂອງ​ພວກເຂົາ​ຈະ​ຈັບ​ຂ້າງ​ພໍ່​ຕົນ​ຢ່າງ​ອ່ອນເພຍ​ເປ້ຍຫລ່ອຍ.


ແລະ​ເມືອງ​ຕະຫລອດ​ທັງ​ປ້ອມ​ປ້ອງກັນເມືອງ​ຈະ​ຖືກ​ຢຶດເອົາ​ໝົດ. ໃນ​ມື້​ນັ້ນ ພວກ​ທະຫານ​ຂອງ​ໂມອາບ​ກໍ​ຈະ​ຕົກ​ສະທ້ານ​ຢ້ານກົວ​ດັ່ງ​ຜູ້ຍິງ​ຄອດ​ລູກ.


ຫລັງຈາກ​ນັ້ນ ເພິ່ນ​ໄດ້​ຄວັດ​ແກ່ນຕາ​ຂອງ​ເຈົ້າ​ເຊເດກີຢາ ພ້ອມ​ທັງ​ລ່າມໂສ້​ແລະ​ນຳ​ເພິ່ນ​ໄປ​ທີ່​ນະຄອນ​ບາບີໂລນ. ເຈົ້າ​ເຊເດກີຢາ​ໄດ້​ຖືກ​ຄຸກ​ຢູ່​ໃນ​ນະຄອນ​ບາບີໂລນ​ຈົນເຖິງ​ເພິ່ນ​ຕາຍ.


ລາວ​ໄດ້​ຈູດ​ວິຫານ​ຂອງ​ພຣະເຈົ້າຢາເວ, ຣາຊວັງ ແລະ​ເຮືອນ​ຂອງ​ບຸກຄົນ​ສຳຄັນ​ທັງໝົດ​ໃນ​ນະຄອນ​ເຢຣູຊາເລັມ;


ແກ່​ພວກເຈົ້າ​ຊາວ​ອິດສະຣາເອນ​ວ່າ ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ວ່າ: ‘ເຮົາ​ຈະ​ເຮັດ​ໃຫ້​ພຣະວິຫານ​ຂອງເຮົາ​ເປັນ​ມົນທິນ ຍ້ອນ​ພວກເຈົ້າ​ພາກພູມ​ໃຈ​ເຖິງ​ຄວາມ​ໝັ້ນຄົງ​ຂອງ​ພຣະວິຫານ. ພວກເຈົ້າ​ມັກ​ຈະ​ແນມເບິ່ງ​ພຣະວິຫານ​ນັ້ນ ແລະ​ມັກ​ຈະ​ເຂົ້າ​ໄປ​ໃນ​ທີ່ນັ້ນ; ພວກ​ລູກ​ຊາຍ​ຍິງ​ຂອງ​ພວກເຈົ້າ​ທີ່​ເຫຼືອ​ຢູ່​ໃນ​ນະຄອນ​ເຢຣູຊາເລັມ ຈະ​ຖືກ​ຂ້າ​ໃນ​ສົງຄາມ.


“ບັດນີ້​ມະນຸດ​ເອີຍ ເຮົາ​ຈະ​ເອົາ​ພຣະວິຫານ​ອັນ​ໝັ້ນຄົງ​ແຂງແຮງ ທີ່​ພວກເຂົາ​ພາກພູມ​ໃຈ​ແລະ​ຍິນດີ​ນຳ​ນັ້ນ​ໜີໄປ​ຈາກ​ພວກເຂົາ ຄື​ພຣະວິຫານ​ທີ່​ພວກເຂົາ​ມັກ​ແນມເບິ່ງ​ແລະ​ມັກ​ໄປ​ຢ້ຽມຢາມ. ເຮົາ​ຈະ​ເອົາ​ລູກ​ຊາຍ​ຍິງ​ຂອງ​ພວກເຂົາ​ໜີໄປ​ດ້ວຍ.


ພຣະເຈົ້າຢາເວ​ຈະ​ໃຫ້​ສັດຕູ​ມາ​ຊະນະ​ພວກເຈົ້າ. ພວກເຈົ້າ​ຈະ​ໂຈມຕີ​ພວກເຂົາ​ທາງ​ທິດດຽວ ແຕ່​ພວກເຈົ້າ​ຈະ​ແລ່ນ​ເປີດ​ໜີໄປ​ທຸກ​ທິດ​ທຸກ​ທາງ ແລະ​ປະຊາຊົນ​ທັງໝົດ​ເທິງ​ແຜ່ນດິນ​ໂລກ​ຈະ​ອົກສັ່ນ​ຂວັນເສຍ ເມື່ອ​ພວກເຂົາ​ໄດ້ຍິນ​ສິ່ງ​ທີ່​ເກີດຂຶ້ນ​ກັບ​ພວກເຈົ້າ.


ເປັນຫຍັງ​ຄົນ​ຜູ້ດຽວ​ນັ້ນ ຈຶ່ງ​ຊະນະ​ຄົນ​ເປັນພັນ ແລະ​ເປັນຫຍັງ​ພຽງ​ສອງ​ຄົນ ຈຶ່ງ​ຊະນະ​ຄົນ​ເປັນ​ໝື່ນ? ກໍ​ເພາະວ່າ​ພຣະເຈົ້າ​ໄດ້​ປະຖິ້ມ​ພວກເຂົາ ພຣະເຈົ້າຢາເວ​ອົງ​ຍິ່ງໃຫຍ່​ໄດ້​ໃຫ້​ພວກເຂົາ​ພ່າຍແພ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka