Biblia Todo Logo
Internet tuqin Biblia

- Anuncios ukanaka -




ເພງ^ຄໍ່າຄວນ 1:4 - ພຣະຄຳພີສັກສິ

4 ບັດນີ້ ຈຶ່ງ​ບໍ່ມີ​ຜູ້ໃດ​ມາ​ເຝົ້າ​ທີ່​ພຣະວິຫານ ເພື່ອ​ນະມັດສະການ​ໃນ​ວັນ​ສັກສິດ​ຕ່າງໆ. ຍິງ​ສາວ​ເຄີຍ​ຮ້ອງເພງ​ຢູ່​ທີ່​ນັ້ນ​ກໍ​ທົນທຸກ​ຄືກັນ ບັນດາ​ປະໂຣຫິດ​ມີ​ແຕ່​ຮ້ອງ​ຄວນຄາງ​ທັງສິ້ນ. ປະຕູ​ທາງ​ເຂົ້າ​ນະຄອນ​ກໍ​ຫວ່າງເປົ່າ ພູເຂົາ​ຊີໂອນ​ກໍ​ໂສກເສົ້າ​ເຈັບປວດ​ໃນ​ຊີວີ.

Uka jalj uñjjattʼäta Copia luraña




ເພງ^ຄໍ່າຄວນ 1:4
19 Jak'a apnaqawi uñst'ayäwi  

ທົ່ວ​ທັງ​ເມືອງ​ຈະ​ຮ້ອງໄຫ້​ຄວນຄາງ​ດັ່ງ​ຍິງ​ຜູ້ໜຶ່ງ​ກຳລັງ​ນັ່ງ​ຢູ່​ກັບ​ພື້ນດິນ ເພາະ​ສູນເສຍ​ທຸກສິ່ງ.


ຂ່າວລື​ມາຮອດ​ແລ້ວ ຈົ່ງ​ພາກັນ​ຟັງ​ເອົາ ມີ​ສຽງ​ວຸ້ນວາຍ​ໃຫຍ່​ໃນ​ຊົນຊາດ​ທາງ​ທິດເໜືອ​ພຸ້ນ; ກອງທັບ​ຂອງ​ພວກເຂົາ​ຈະ​ປ່ຽນ​ເມືອງ​ຂອງ​ຢູດາຍ ໃຫ້​ເປັນ​ຖິ່ນ​ແຫ້ງແລ້ງ​ກັນດານ ບ່ອນ​ໝາປ່າ​ຢູ່.”


“ຢູດາ​ກຳລັງ​ຢູ່​ໃນ​ສະພາບ​ໄວ້ທຸກ ເພາະ​ຄົນ​ໃນ​ເມືອງ​ກຳລັງ​ລົ້ມຕາຍ ປະຊາຊົນ​ໃນ​ເມືອງ​ກໍ​ໂສກເສົ້າ​ນອນ​ຕາມ​ຂີ້ດິນ ແລະ​ນະຄອນ​ເຢຣູຊາເລັມ​ກໍ​ຮ້ອງຂໍ​ໃຫ້​ຊ່ວຍ.


ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ວ່າ, “ເຮົາ​ຈະ​ໃຫ້​ນະຄອນ​ເຢຣູຊາເລັມ​ເປັນ​ກອງ​ສິ່ງ​ເພພັງ ເປັນ​ບ່ອນ​ໜຶ່ງ​ທີ່​ຝູງ​ໝາປ່າ​ພາກັນ​ອາໄສ​ຢູ່; ເມືອງ​ຢູດາຍ​ຈະ​ກາຍເປັນ​ຖິ່ນ​ແຫ້ງແລ້ງ​ກັນດານ ເປັນ​ບ່ອນ​ໜຶ່ງ​ຊຶ່ງ​ບໍ່ມີ​ຄົນ​ອາໄສ​ຢູ່.”


ໂຜດ​ຟັງ ຄຳ​ຄໍ່າຄວນ​ດ້ວຍ​ເພາະ​ຂາດ​ຜູ້​ອອຍໃຈ ສັດຕູ​ຕ່າງ​ກໍ​ດີໃຈ​ທີ່​ພຣະອົງ​ນຳ​ໄພພິບັດ​ມາ​ຖືກ​ຂ້ານ້ອຍ. ຂໍໂຜດ​ນຳ ເອົາ​ວັນ​ທີ່​ພຣະອົງ​ສັນຍາ​ນັ້ນ​ມາ​ສາ ແລະ​ໂຜດ​ໃຫ້​ພວກ​ສັດຕູ​ຖືກ​ທໍລະມານ​ດ້ວຍ​ເຖີດ.


ຊາຍໜຸ່ມ​ຕົກ​ເປັນ​ທາດຮັບໃຊ້ ແລະ​ໂມ້​ແປ້ງ​ໃຫ້​ພວກເຂົາ ເດັກຊາຍ​ຍ່າງ​ໂຊເຊ​ຍ້ອນ​ແບກ​ມັດ​ຟືນ​ໜັກໜ່ວງ.


ພວກ​ເຖົ້າແກ່​ກໍ​ບໍ່ໄດ້​ນັ່ງ​ທີ່​ປະຕູ​ເມືອງ​ຕໍ່ໄປ ພວກ​ຄົນ​ໜຸ່ມ​ກໍ​ບໍ່ໄດ້​ຫລິ້ນ​ດົນຕຼີ​ອີກ​ດ້ວຍ.


ເຮົາ​ຈະ​ລົງໂທດ​ນາງ​ສຳລັບ​ເວລາ​ທີ່​ນາງ​ໄດ້​ລືມໄລ​ເຮົາ ຄື​ເມື່ອ​ນາງ​ເຜົາ​ເຄື່ອງຫອມ​ບູຊາ​ໃຫ້​ແກ່​ພະບາອານ ແລະ​ໃສ່​ເຄື່ອງ​ເພັດພອຍ​ໜີ​ຕາມ​ຄົນຮັກ​ໄປ. ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.


ເຮົາ​ຈະ​ໃຫ້​ສັດຮ້າຍ​ມາ​ທຳຮ້າຍ​ລູກ​ຂອງ​ພວກເຈົ້າ​ໃຫ້​ຕາຍ ຝູງສັດ​ຂອງ​ພວກເຈົ້າ​ຈະ​ຈິບຫາຍ ຈົນ​ຕາມ​ຖະໜົນ​ຫົນທາງ​ບໍ່ມີ​ຄົນ​ທຽວ​ໄປມາ​ເລີຍ.


ເພາະສະນັ້ນ ຍ້ອນ​ພວກເຈົ້າ ພູເຂົາ​ຊີໂອນ​ຈະ​ຖືກ​ໄຖ​ເໝືອນ​ໄຖ​ນາ ນະຄອນ​ເຢຣູຊາເລັມ​ຈະ​ກາຍເປັນ​ກອງສິ່ງ​ຮົກຮ້າງ​ເພພັງ ແລະ​ເນີນພູ​ບ່ອນ​ທີ່ຕັ້ງ​ພຣະວິຫານ​ກໍ​ຈະ​ກາຍເປັນ​ປ່າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka