Biblia Todo Logo
Internet tuqin Biblia

- Anuncios ukanaka -




ເພງ^ຄໍ່າຄວນ 1:21 - ພຣະຄຳພີສັກສິ

21 ໂຜດ​ຟັງ ຄຳ​ຄໍ່າຄວນ​ດ້ວຍ​ເພາະ​ຂາດ​ຜູ້​ອອຍໃຈ ສັດຕູ​ຕ່າງ​ກໍ​ດີໃຈ​ທີ່​ພຣະອົງ​ນຳ​ໄພພິບັດ​ມາ​ຖືກ​ຂ້ານ້ອຍ. ຂໍໂຜດ​ນຳ ເອົາ​ວັນ​ທີ່​ພຣະອົງ​ສັນຍາ​ນັ້ນ​ມາ​ສາ ແລະ​ໂຜດ​ໃຫ້​ພວກ​ສັດຕູ​ຖືກ​ທໍລະມານ​ດ້ວຍ​ເຖີດ.

Uka jalj uñjjattʼäta Copia luraña




ເພງ^ຄໍ່າຄວນ 1:21
37 Jak'a apnaqawi uñst'ayäwi  

ແຕ່​ເມື່ອໃດ​ຂ້ານ້ອຍ​ຕົກ​ຢູ່​ໃນ​ຄວາມ​ຂັດສົນ ພວກເຂົາ​ທຸກຄົນ​ຕ່າງ​ກໍ​ດີອົກ​ດີໃຈ ມາ​ອ້ອມ​ຂ້ານ້ອຍ​ໄວ້​ແລະ​ເຍາະເຍີ້ຍ​ຫົວຂວັນ ຄົນ​ແປກໜ້າ​ຕົບຕີ​ຂ້ານ້ອຍ​ຢ່າງ​ບໍ່​ຢຸດຢັ້ງ.


ແຕ່​ພຣະເຈົ້າຢາເວ​ຫົວຂວັນ​ໃສ່​ຄົນຊົ່ວຮ້າຍ​ທັງຫລາຍ ເພາະ​ພຣະອົງ​ຮູ້ວ່າ​ໃນ​ບໍ່ດົນ​ພວກເຂົາ​ຈະ​ຖືກ​ທຳລາຍ.


ຂໍ​ຢ່າ​ໃຫ້​ສັດຕູ​ໄດ້​ສົມນໍ້າໜ້າ​ຂ້ານ້ອຍ​ເລີຍ ຍ້ອນ​ຄວາມ​ໂສກເສົ້າ​ເສຍໃຈ​ທີ່​ມີ​ຢູ່​ນັ້ນ ຂໍ​ຢ່າ​ໃຫ້​ເຂົາເຈົ້າ​ເວົ້າ​ອວດອົ່ງ​ທະນົງ​ຕົວ ເຖິງ​ຄວາມ​ລົ້ມລົງ​ຂອງ​ຂ້ານ້ອຍ​ນັ້ນ


ພຣະເຈົ້າຢາເວ​ໄດ້​ເຮັດ​ໃຫ້​ອຳນາດ​ຂອງ​ພວກ​ຜູ້ປົກຄອງ​ທີ່​ຊົ່ວຮ້າຍ​ສິ້ນສຸດໄປ


ຄື​ຜູ້​ກົດຂີ່​ປະຊາຊົນ​ຢ່າງ​ໂຫດຮ້າຍ ແລະ​ບໍ່ໄດ້​ຢຸດ​ເຂັ່ນຂ້າ​ຊົນຊາດ​ທັງຫລາຍ​ທີ່​ພວກຕົນ​ຕີ​ໄດ້​ນັ້ນ.


ແຕ່​ບັດນີ້ ທຸກຄົນ​ທີ່​ກືນ​ພວກເຈົ້າ​ຈະ​ຖືກ​ກືນຄືນ ແລະ​ເຫຼົ່າ​ສັດຕູ​ຈະ​ຖືກ​ຈັບ​ເປັນ​ຊະເລີຍ​ໝົດສິ້ນ. ທຸກຄົນ​ທີ່​ກົດຂີ່​ພວກເຈົ້າ​ຈະ​ຖືກ​ກົດຂີ່​ຄືນ ທຸກຄົນ​ທີ່​ປຸ້ນ​ພວກເຈົ້າ​ຈະ​ຖືກ​ປຸ້ນຄືນ.


ໂມອາບ​ເອີຍ ຈື່​ບໍ​ວ່າ​ເຈົ້າ​ໄດ້​ຫົວຂວັນ​ໃສ່​ປະຊາຊົນ​ອິດສະຣາເອນ​ຢ່າງໃດ? ເຈົ້າ​ເຮັດ​ຕໍ່​ພວກເຂົາ​ເໝືອນກັບ​ວ່າ​ພວກເຂົາ​ຖືກ​ຈັບ​ໄດ້​ໃນ​ພວກ​ນັກປຸ້ນ.


ພຣະເຈົ້າຢາເວ​ກ່າວ​ວ່າ, “ປະຊາຊົນ​ແຫ່ງ​ບາບີໂລນ​ເອີຍ ພວກເຈົ້າ​ໄດ້​ປຸ້ນສະດົມ​ຊົນຊາດ​ຂອງເຮົາ. ພວກເຈົ້າ​ມີ​ຄວາມສຸກ ແລະ​ມ່ວນຊື່ນ​ເບີກບານ ດັ່ງ​ງົວແມ່​ທີ່​ກຳລັງ​ຢຽບ​ເຂົ້າ​ຫລື​ດັ່ງ​ມ້າ​ທີ່​ກຳລັງ​ຮ້ອງ


ຈົ່ງ​ເປັ່ງສຽງ​ສູ້ຮົບ​ອ້ອມ​ເມືອງ​ເຖີດ ບັດນີ້​ນະຄອນ​ບາບີໂລນ​ໄດ້​ຍອມ​ຈຳນົນ​ແລ້ວ. ກຳແພງ​ເມືອງ​ຖືກ​ພັງ​ລົງ. ອົງພຣະ​ຜູ້​ເປັນເຈົ້າ​ກຳລັງ​ແກ້ແຄ້ນ​ຊາວ​ບາບີໂລນ. ສະນັ້ນ ຈົ່ງ​ແກ້ແຄ້ນ ແລະ​ເຮັດ​ຕໍ່​ພວກເຂົາ​ດັ່ງ​ທີ່​ພວກເຂົາ​ໄດ້​ເຮັດ​ກັບ​ຄົນອື່ນ​ນັ້ນ​ສາ.


“ຈົ່ງ​ບອກ​ພວກ​ນັກຍິງທະນູ​ໃຫ້​ໂຈມຕີ​ນະຄອນ​ບາບີໂລນ. ຈົ່ງ​ສົ່ງ​ທຸກຄົນ​ທີ່​ຮູ້ຈັກ​ຍິງ​ໜ້າທະນູ​ອອກ​ໄປ. ຈົ່ງ​ອ້ອມ​ເມືອງ​ໄວ້ ແລະ​ຢ່າ​ໃຫ້​ຜູ້ໃດ​ປົບໜີໄປ​ໄດ້. ຈົ່ງ​ແກ້ແຄ້ນ​ໃຫ້​ສົມ​ກັບ​ສິ່ງ​ທີ່​ພວກເຂົາ​ໄດ້​ເຮັດ​ລົງ​ໄປ ຍ້ອນ​ເມືອງ​ນັ້ນ​ໄດ້​ອວດດີ​ກັບ​ພຣະເຈົ້າຢາເວ ອົງ​ບໍຣິສຸດ​ຂອງ​ຊາດ​ອິດສະຣາເອນ.


ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່​ກ່າວ​ວ່າ, “ບາບີໂລນ​ເອີຍ ເຈົ້າ​ນັ້ນ​ຈອງຫອງ​ຫລາຍ; ສະນັ້ນ ເຮົາ​ຈຶ່ງ​ຕໍ່ສູ້​ເຈົ້າ ເວລາ​ທີ່​ເຮົາ​ຈະ​ລົງໂທດ​ເຈົ້າ​ມາ​ເຖິງ​ແລ້ວ.


ພຣະເຈົ້າຢາເວ​ກ່າວ​ວ່າ, “ພວກເຈົ້າ​ຈະ​ເຫັນ​ເຮົາ​ແກ້ແຄ້ນ​ບາບີໂລນ ກັບ​ປະຊາຊົນ​ຂອງ​ປະເທດ​ນີ້​ສຳລັບ​ຄວາມ​ຊົ່ວຊ້າ​ທັງໝົດ​ທີ່​ພວກເຂົາ​ໄດ້​ເຮັດ​ຕໍ່​ນະຄອນ​ເຢຣູຊາເລັມ.”


ບາບີໂລນ​ໄດ້​ເປັນ​ເຫດ​ໃຫ້​ຄົນ​ທົ່ວໂລກ​ພົບ​ກັບ​ຄວາມຕາຍ; ບັດນີ້ ບາບີໂລນ​ຈະ​ຫລົ້ມຈົ້ມ ເພາະ​ໄດ້​ເປັນ​ຕົ້ນເຫດ​ໃຫ້​ຊາວ​ອິດສະຣາເອນ​ຫລາຍ​ຄົນ ພົບ​ກັບ​ຄວາມຕາຍ.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.


ເຫດສະນັ້ນ ຂ້ອຍ​ຈຶ່ງ​ຮ້ອງໄຫ້​ອອກ​ມາ ຈົນ​ເບົ້າຕາ​ທັງສອງ​ນອງ​ດ້ວຍ​ນໍ້າຕາ​ທັງສິ້ນ. ບໍ່ມີ​ຜູ້ໃດ​ອອຍໃຈ​ຂ້ອຍ​ໄດ້ ບໍ່ມີ​ຜູ້ໃດ​ໃຫ້​ກຳລັງໃຈ ສັດຕູ​ໄດ້​ຊະນະ​ຂ້ອຍ ປະຊາຊົນ​ບໍ່​ເຫຼືອ​ຫຍັງ​ຈັກຢ່າງ.


ນາງ​ຈຶ່ງ​ຮ້ອງໄຫ້​ຕະຫລອດ​ທັງຄືນ ນໍ້າຕາ​ຫລັ່ງໄຫລ​ຖ້ວມ​ລົງ​ອາບ​ແກ້ມ. ເພື່ອນຝູງ​ໃນ​ອະດີດ​ກໍ​ບໍ່​ເຫຼືອ​ເພື່ອ​ປອບໃຈ ບັດນີ້ ພັນທະມິດ​ຕ່າງ​ກໍ​ຫັກ​ຫລັງ​ຕໍ່ສູ້​ນາງ​ແລ້ວ.


ໂຜດ​ປະນາມ​ຄວາມ​ຊົ່ວຮ້າຍ​ຂອງ​ພວກເຂົາ​ແດ່ ໂຜດ​ລົງໂທດ​ພວກເຂົາ​ດັ່ງ​ທີ່​ໄດ້​ລົງໂທດ​ຂ້ານ້ອຍ​ນັ້ນ ຍ້ອນ​ການບາບ​ທີ່​ຂ້ານ້ອຍ​ໄດ້​ກະທຳ​ມາ ຈຶ່ງ​ທຸກຮ້ອນ​ຫລາຍ​ທັງ​ຄໍ່າຄວນ​ຢ່າງ​ເຈັບປວດ.”


ບັດນີ້ ຈຶ່ງ​ບໍ່ມີ​ຜູ້ໃດ​ມາ​ເຝົ້າ​ທີ່​ພຣະວິຫານ ເພື່ອ​ນະມັດສະການ​ໃນ​ວັນ​ສັກສິດ​ຕ່າງໆ. ຍິງ​ສາວ​ເຄີຍ​ຮ້ອງເພງ​ຢູ່​ທີ່​ນັ້ນ​ກໍ​ທົນທຸກ​ຄືກັນ ບັນດາ​ປະໂຣຫິດ​ມີ​ແຕ່​ຮ້ອງ​ຄວນຄາງ​ທັງສິ້ນ. ປະຕູ​ທາງ​ເຂົ້າ​ນະຄອນ​ກໍ​ຫວ່າງເປົ່າ ພູເຂົາ​ຊີໂອນ​ກໍ​ໂສກເສົ້າ​ເຈັບປວດ​ໃນ​ຊີວີ.


ກຽດສັກສີ​ທີ່​ເຄີຍ​ມີ​ນັ້ນ​ກໍ​ສູນສິ້ນ​ໝົດໄປ ນາງ​ເປືອຍຕົວ​ແລະ​ຖືກ​ຄົນ​ດູໝິ່ນ​ປະໝາດ. ນາງ​ຄໍ່າຄວນ​ແລະ​ລີ້ໜ້າ​ດ້ວຍ​ຄວາມ​ອັບອາຍ ນະຄອນ​ເຢຣູຊາເລັມ​ເປັນ​ມົນທິນ​ດ້ວຍ​ຕົນ​ເຮັດ​ບາບ.


ຄົນ​ຜ່ານ​ນະຄອນ​ໄປ ຕ່າງ​ກໍ​ເບິ່ງ​ເຈົ້າ​ຢ່າງ​ຫຍໍ້ຫຍັນ ພວກເຂົາ​ເບະ​ສົບ​ຫົວຂວັນ​ທີ່​ນະຄອນ​ເພພັງ​ຮົກຮ້າງ. ພວກເຂົາ​ກ່າວ​ວ່າ, “ນີ້​ບໍ່​ທີ່​ວ່າ​ເປັນ​ເມືອງ​ທີ່​ສວຍງາມ? ນະຄອນ​ທະນົງໃຈ​ທົ່ວ​ທັງໂລກ?”


ສັດຕູ​ດູຖູກ​ເຈົ້າ ແລະ​ຈ້ອງຕາ​ເບິ່ງ​ຢ່າງ​ກຽດຊັງ ພວກເຂົາ​ເບະ​ສົບ​ເວົ້າ​ຫຍໍ້ຫຍັນ​ໃສ່​ເຈົ້າ​ດັ່ງນີ້: “ພວກເຮົາ​ໄດ້​ທຳລາຍ​ມັນ​ລົງ​ແລ້ວ​ເດ ນີ້​ຄື​ວັນ​ທີ່​ພວກເຮົາ​ລໍຄອຍ​ຢາກ​ເຫັນ​ແຕ່​ດົນ​ແລ້ວ.”


“ມະນຸດ​ເອີຍ ນີ້​ແມ່ນ​ສິ່ງ​ທີ່​ປະຊາຊົນ​ໃນ​ເມືອງ​ຕີເຣ​ກຳລັງ​ໂຮຮ້ອງ. ພວກເຂົາ​ຮ້ອງ​ຂຶ້ນ​ວ່າ, ‘ນະຄອນ​ເຢຣູຊາເລັມ​ພັງ​ທະລາຍ​ແລ້ວ ອຳນາດ​ຂອງ​ນະຄອນ​ເຢຣູຊາເລັມ​ສິ້ນສຸດ​ລົງ​ແລ້ວ ຄູ່ແຂ່ງ​ຂອງ​ພວກເຮົາ​ບໍ່ມີ​ຕໍ່ໄປ​ອີກ​ແລ້ວ.’


ມີ​ຫລາຍ​ພັນ​ຄົນ​ທີ່​ມີ​ໜ້າ​ຢູ່​ໃນ​ຮ່ອມພູ​ຕັດສິນ ວັນ​ຂອງ​ພຣະເຈົ້າຢາເວ​ຈະ​ມາ​ໄວໆ​ນີ້ແຫຼະ.


ນະຄອນ​ນັ້ນ​ໄດ້​ໃຫ້​ຜົນ​ຢ່າງ​ໃດ ກໍ​ຈົ່ງ​ໃຫ້​ຜົນ​ແກ່​ມັນ​ຢ່າງ​ນັ້ນ ແລະ​ຈົ່ງ​ຕອບແທນ​ແກ່​ການ​ກະທຳ ຂອງ​ມັນ​ເປັນ​ສອງ​ເທົ່າ. ໃນ​ຈອກ​ທີ່​ມັນ​ໄດ້​ປະສົມ​ໄວ້ ກໍ​ຈົ່ງ​ປະສົມ​ລົງ​ໃນ​ຈອກ​ນັ້ນ​ສອງ​ເທົ່າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka