ເພງ^ຄໍ່າຄວນ 1:20 - ພຣະຄຳພີສັກສິ20 ຂ້າແດ່ພຣະເຈົ້າຢາເວ ຂໍຊົງໂຜດເບິ່ງຂ້ານ້ອຍດ້ວຍ ເຈັບປວດແລະທຸກໃຈເຫຼືອທີ່ຈະກ່າວ ຫົວໃຈຂ້ານ້ອຍເຈັບປວດເພາະມີບາບໜາ ຄົນຂ້າກັນຕາມຖະໜົນ ມີຄົນຕາຍທີ່ເຮືອນດ້ວຍ. Uka jalj uñjjattʼäta |
ອິດສະຣາເອນເອີຍ ເຈົ້າຄືລູກທີ່ຮັກຂອງເຮົາ ເປັນເດັກນ້ອຍທີ່ເຮົາຮັກແພງຫລາຍແທ້ໆ. ເມື່ອເຮົາເອີ່ຍເຖິງເຈົ້າຄືເອີ່ຍເຖິງຊື່ເຈົ້າຍາມໃດ ເຮົາກໍມີຄວາມຮັກແລະຄິດເຖິງເຈົ້າຍາມນັ້ນ; ຈິດໃຈເຮົາຄິດເຖິງແຕ່ເຈົ້າຢູ່ສະເໝີມາ ເຮົາບັງຄັບເຮົາເອງບໍ່ໃຫ້ເມດຕາເຈົ້າບໍ່ໄດ້.” ພຣະເຈົ້າຢາເວກ່າວດັ່ງນີ້ແຫຼະ.
ເອຟຣາອິມເອີຍ ເຮົາຈະເຊົາກ່ຽວຂ້ອງກັບເຈົ້າໄດ້ຢ່າງໃດ? ຊາດອິດສະຣາເອນເອີຍ ເຮົາຈະປະຖິ້ມເຈົ້າໄປໄດ້ຢ່າງໃດ? ເຮົາຈະທຳລາຍເຈົ້າດັ່ງທຳລາຍອັດມາກໍບໍ່ໄດ້ ຫລືເຮັດຕໍ່ເຈົ້າດັ່ງທີ່ເຮັດຕໍ່ເຊບົວອິມນັ້ນ? ຈິດໃຈເຮົາບໍ່ຍອມໃຫ້ເຮົາເຮັດດັ່ງນັ້ນເລີຍ ຄວາມຮັກທີ່ເຮົາມີກໍແຮງທີ່ສຸດສຳລັບເຈົ້າ.