2 ນາງຈຶ່ງຮ້ອງໄຫ້ຕະຫລອດທັງຄືນ ນໍ້າຕາຫລັ່ງໄຫລຖ້ວມລົງອາບແກ້ມ. ເພື່ອນຝູງໃນອະດີດກໍບໍ່ເຫຼືອເພື່ອປອບໃຈ ບັດນີ້ ພັນທະມິດຕ່າງກໍຫັກຫລັງຕໍ່ສູ້ນາງແລ້ວ.
ແຕ່ພວກເຈົ້າທໍລະຍົດຂ້ອຍດັ່ງສາຍນໍ້າໂຄ້ງແຄງ ເໝືອນດັ່ງແມ່ນໍ້າໄຫລລົ້ນລັ່ງມາ.
ເດືອນແລ້ວເດືອນເລົ່າ ຊີວິດຂ້ອຍບໍ່ມີຫຍັງໝົດ; ຄືນແລ້ວຄືນເລົ່າ ນຳຄວາມເສົ້າໂສກມາໃຫ້.
ຂໍໃຫ້ພວກທີ່ຮ້ອງໄຫ້ໃນຂະນະທີ່ຫວ່ານລົງໄປ ໄດ້ຮິບໂຮມເກັບກ່ຽວຢ່າງຊົມຊື່ນຍິນດີເຖີດ.
ສັດຕູທັງຫລາຍຂອງຂ້ານ້ອຍ ພິເສດຄືເພື່ອນບ້ານຂອງຂ້ານ້ອຍເອງ ຕ່າງກໍດູໝິ່ນນິນທາຂ້ານ້ອຍ ຄົນທີ່ເຄີຍຮູ້ຈັກກໍຢ້ານກົວຂ້ານ້ອຍຄືກັນ ເມື່ອເຫັນຂ້ານ້ອຍຕາມທາງກໍປົບໜີໂລດ.
ຂ້ານ້ອຍໂສກເສົ້າຍ້ອນອິດອ່ອນໝົດແຮງ ບ່ອນນອນກໍຊຸ່ມປຽກ ຍ້ອນຂ້ານ້ອຍຮ້ອງໄຫ້ເປັນທຸກລະທົມໃຈທຸກຄືນ ແລະໝອນກໍປຽກຊຸ່ມດ້ວຍນໍ້າຕາທີ່ໄຫລຫລັ່ງ.
ເມື່ອຂ້ານ້ອຍຫິວເຂົ້າ ພວກເຂົາພັດຍື່ນຢາພິດໃຫ້ກິນ ເມື່ອຫິວນໍ້າ ພວກເຂົາພັດເອົານໍ້າສົ້ມໃຫ້ດື່ມ.
ຄົນຍາກຈົນນັ້ນພີ່ນ້ອງຕ່າງກໍກຽດຊັງ ແລະໝູ່ເພື່ອນຍິ່ງຫັນຫລັງຫລີກໜີໄກຫ່າງ ເຖິງແມ່ນວ່າ ລາວພະຍາຍາມຢ່າງສຸດຂີດ ກໍຈະບໍ່ໄດ້ຜູ້ໃດຜູ້ໜຶ່ງມາເປັນເພື່ອນເລີຍ.
ຖ້າພວກເຈົ້າບໍ່ຍອມຟັງຂ້າພະເຈົ້າກ່າວ ຂ້າພະເຈົ້າຈະລີ້ຮ້ອງໄຫ້ຍ້ອນພວກເຈົ້າຈອງຫອງ. ຂ້າພະເຈົ້າຈະຮ້ອງໄຫ້ຢ່າງຂົມຂື່ນນໍ້າຕາຫລັ່ງໄຫລ ເພາະປະຊາຊົນຂອງພຣະເຈົ້າຢາເວຖືກຈັບໄປເປັນຊະເລີຍສາແລ້ວ.
ອິດສະຣາເອນເອີຍ ຢ່າໃຫ້ຕີນເຈົ້າເມື່ອຍລ້າ ຫລືຢ່າປ່ອຍໃຫ້ລຳຄໍເຈົ້າແຫ້ງລ້າໆ ໂດຍແລ່ນຕາມພະອື່ນ ແລະເວົ້າວ່າ, ‘ຂ້ອຍບໍ່ຄືນເມືອ ເພາະຂ້ອຍຮັກພະຕ່າງຊາດຫລາຍຈຶ່ງຕາມໄປບໍ່ຂາດ.”’
“ຖ້າຊາຍຜູ້ໜຶ່ງປະເມຍຂອງຕົນ ແລະນາງໜີຈາກລາວໄປເປັນເມຍຂອງຊາຍອື່ນ ລາວກໍເອົານາງກັບຄືນມາບໍ່ໄດ້ອີກ. ເລື່ອງແບບນີ້ເຮັດໃຫ້ດິນແດນເປັນມົນທິນຢ່າງໝົດສິ້ນ. ແຕ່ຊາດອິດສະຣາເອນເອີຍ ເຈົ້າມີຄູ່ຮັກຫລາຍຄົນ ແລະບັດນີ້ ພັດຢາກກັບຄືນມາຫາເຮົາ. ພຣະເຈົ້າຢາເວກ່າວດັ່ງນີ້ແຫຼະ.
ຄົນຮັກແພງຕ່າງກໍໄດ້ລືມໄລພວກເຈົ້າໄປ ພວກເຂົາບໍ່ສົນໃຈກັບພວກເຈົ້າຕໍ່ໄປອີກ. ເຮົາໄດ້ໂຈມຕີພວກເຈົ້າເໝືອນດັ່ງສັດຕູໂຈມຕີ ໂທດກຳທີ່ພວກເຈົ້າໄດ້ຮັບກໍຮຸນແຮງແທ້ ເພາະການບາບຂອງພວກເຈົ້າມີຫລວງຫລາຍ ແລະຄວາມຊົ່ວຊາມກໍມີຫລາຍໂພດ.
ເຖິງຄາວເຄາະກຳສາແລ້ວ ນະຄອນເຢຣູຊາເລັມເອີຍ ເປັນຫຍັງເຈົ້າຈຶ່ງນຸ່ງເຄື່ອງສີແດງແຈດເຊັ່ນນັ້ນ? ເປັນຫຍັງເຈົ້າຈຶ່ງໃສ່ເຄື່ອງເອ້ ແຕ້ມຄິ້ວແຕ້ມຕາ? ເຈົ້າຕົບແຕ່ງໃຫ້ງາມໂດຍບໍ່ມີປະໂຫຍດ ຄູ່ຮັກຂອງເຈົ້ານັ້ນໄດ້ປະຖິ້ມເຈົ້າໄປແລ້ວເດ ແລະລາວຍັງຢາກຈະຂ້າເຈົ້າຖິ້ມຊໍ້າ.
“ຂ້ານ້ອຍຢາກໃຫ້ຫົວຂອງຂ້ານ້ອຍ ເປັນບໍ່ນໍ້າພຸບໍ່ໜຶ່ງເດ ແລະຕາຂອງຂ້ານ້ອຍກໍຄືກັນ ເປັນນໍ້າພຸແຫ່ງນໍ້າຕາດ້ວຍ ເພື່ອວ່າຂ້ານ້ອຍຈະຮ້ອງໄຫ້ທັງເວັນທັງຄືນ ໃຫ້ປະຊາຊົນຂອງຂ້ານ້ອຍທີ່ໄດ້ຖືກສັງຫານຖິ້ມ.
ຂ້ອຍໄດ້ເອີ້ນຫາໝູ່ເພື່ອນທີ່ເຄີຍຮັກແພງກັນ ແຕ່ພວກເຂົາບໍ່ຍອມໃຫ້ຄວາມຊ່ວຍເຫລືອແກ່ຂ້ອຍ. ພວກປະໂຣຫິດແລະຜູ້ນຳກໍລົ້ມຕາຍຢູ່ໃນເມືອງ ຂະນະທີ່ພວກເຂົາຊອກຫາອາຫານກິນໃຫ້ມີຊີວິດຢູ່.
ໂຜດຟັງ ຄຳຄໍ່າຄວນດ້ວຍເພາະຂາດຜູ້ອອຍໃຈ ສັດຕູຕ່າງກໍດີໃຈທີ່ພຣະອົງນຳໄພພິບັດມາຖືກຂ້ານ້ອຍ. ຂໍໂຜດນຳ ເອົາວັນທີ່ພຣະອົງສັນຍານັ້ນມາສາ ແລະໂຜດໃຫ້ພວກສັດຕູຖືກທໍລະມານດ້ວຍເຖີດ.
ມົນທິນຂອງນາງນັ້ນເບິ່ງເຫັນໄດ້ງ່າຍດາຍ ແຕ່ນາງບໍ່ຫ່ວງໃຍນຳຊາຕາກຳຂອງຕົນຈັກດີ້. ນາງລົ້ມແຮງໂພດຈົນບໍ່ມີຜູ້ໃດສາມາດປອບໃຈ ຂ້າແດ່ພຣະເຈົ້າຢາເວ ໂຜດເມດຕາ ເພາະສັດຕູຂອງນາງໄດ້ຊະນະ.
ຂ້ອຍຮ້ອງໄຫ້ຈົນຕາຕູບຕາໂປຢ່າງອິດອ່ອນ ຂ້ອຍເຈັບປວດຍ້ອນ ເພາະເມື່ອຍອ່ອນໃນຈິດໃຈ. ຂ້ອຍອິດອ່ອນຍ້ອນເສົ້າໂສກທີ່ປະຊາຊົນຖືກທຳລາຍ ພວກເດັກນ້ອຍກໍລົ້ມລົງຕາມທາງດ້ວຍ.
ຍ້ອນການກະທຳເຊັ່ນນີ້ແຫລະ ເຮົາຈະນຳພວກຄົນຮັກແຕ່ກ່ອນຂອງເຈົ້າທັງໝົດມາໂຮມກັນ ຄືທັງຜູ້ທີ່ເຈົ້າຮັກ ແລະຜູ້ທີ່ເຈົ້າກຽດຊັງ. ເຮົາຈະນຳພວກເຂົາມາໂຮມກັນເປັນວົງມົນອ້ອມເຈົ້າໄວ້ ແລ້ວເຮົາກໍຈະແກ້ເຄື່ອງນຸ່ງຂອງເຈົ້າອອກ ແລະໃຫ້ພວກເຂົາເຫັນເຈົ້າເປືອຍກາຍ.
ນາງຈະແລ່ນຕິດຕາມຄົນຮັກໄປ ແຕ່ກໍຈະບໍ່ທັນພວກເຂົາ; ນາງຈະຊອກຫາພວກເຂົາ ແຕ່ຈະບໍ່ພົບ. ແລ້ວນາງກໍຈະເວົ້າວ່າ, “ຂ້ອຍຈະກັບຄືນໄປຫາຜົວເກົ່າຂອງຂ້ອຍ ເພາະແຕ່ກ່ອນຂ້ອຍເຄີຍສະໜຸກສະບາຍກວ່າດຽວນີ້.”
ຢ່າເຊື່ອເພື່ອນບ້ານຫລືໄວ້ໃຈເພື່ອນມິດຂອງຕົນ. ຈົ່ງລະວັງໃນສິ່ງທີ່ພວກເຈົ້າເວົ້າ ແມ່ນແຕ່ກັບເມຍຂອງພວກເຈົ້າກໍດີ.
ກະສັດທັງສິບອົງນີ້ມີຈິດໃຈຢ່າງດຽວກັນ ແລະພວກເຂົາມອບຣິດເດດ ແລະຣິດອຳນາດຂອງຕົນໃຫ້ແກ່ສັດຮ້າຍນັ້ນ.
ເຂົາທັງສິບກັບສັດຮ້າຍທີ່ທ່ານໄດ້ເຫັນນັ້ນ, ຈະພາກັນກຽດຊັງຍິງໂສເພນີ ຈະເຮັດໃຫ້ມັນຂາດມິດສະຫາຍແລະເປືອຍກາຍ ຈະກັດກິນຊີ້ນແລະຈະເອົາໄຟເຜົາມັນເສຍ.