Biblia Todo Logo
Internet tuqin Biblia

- Anuncios ukanaka -




ເພງ^ຄໍ່າຄວນ 1:18 - ພຣະຄຳພີສັກສິ

18 ແຕ່​ພຣະເຈົ້າຢາເວ​ຊົງ​ຊອບທຳ ເພາະ​ຂ້ອຍ​ບໍ່ໄດ້​ເຊື່ອຟັງ​ພຣະອົງ​ຈຶ່ງ​ເປັນ​ຢູ່​ຢ່າງນີ້. ຈົ່ງ​ຟັງ​ຂ້ອຍ​ເທີ້ນ ປະຊາຊົນ​ທົ່ວ​ທຸກບ່ອນ​ເອີຍ ຈົ່ງ​ຫລຽວ​ເບິ່ງດູ​ຄວາມ​ເຈັບປວດ​ຂອງຂ້ອຍ. ຊາຍໜຸ່ມ​ແລະ​ຍິງສາວ​ທີ່​ຂ້ອຍ​ມີ​ຢູ່​ທັງໝົດ ກໍ​ຖືກ​ຈັບ​ໄປ​ເປັນ​ຊະເລີຍ​ທັງສິ້ນ.

Uka jalj uñjjattʼäta Copia luraña




ເພງ^ຄໍ່າຄວນ 1:18
38 Jak'a apnaqawi uñst'ayäwi  

ແລະ​ເພິ່ນ​ກໍ​ຮ້ອງ​ໃສ່​ຄົນ​ຂອງ​ພຣະເຈົ້າ​ຈາກ​ຢູດາຍ​ວ່າ, “ພຣະເຈົ້າຢາເວ​ກ່າວ​ວ່າ ຍ້ອນ​ທ່ານ​ບໍ່ໄດ້​ເຊື່ອຟັງ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ ແລະ​ບໍ່ໄດ້​ປະຕິບັດ​ຕາມ​ສິ່ງ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ທ່ານ​ໄດ້​ສັ່ງ​ທ່ານ.


ເຖິງ​ແມ່ນ​ວ່າ ທຸກສິ່ງ​ໄດ້​ເກີດຂຶ້ນ​ກັບ​ພວກ​ຂ້ານ້ອຍ​ເພື່ອ​ເປັນ​ການລົງໂທດ ເພາະ​ບາບ​ແລະ​ຄວາມຜິດ​ທີ່​ພວກ​ຂ້ານ້ອຍ​ໄດ້​ເຮັດ​ກໍຕາມ ພວກ​ຂ້ານ້ອຍ​ກໍ​ຍັງ​ຮູ້​ດີ​ວ່າ ພຣະອົງ​ຄື​ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ ໄດ້​ລົງໂທດ​ພວກ​ຂ້ານ້ອຍ​ນີ້ ໜ້ອຍກວ່າ​ທີ່​ພວກ​ຂ້ານ້ອຍ​ສົມຄວນ​ຈະ​ໄດ້​ຮັບ ແລະ​ອະນຸຍາດ​ໃຫ້​ພວກ​ຂ້ານ້ອຍ​ຍັງ​ມີ​ຊີວິດ​ຢູ່.


ແຕ່​ພວກເພິ່ນ​ພັດ​ຄິດຄົດ ແລະ​ບໍ່​ເຊື່ອຟັງ ກົດບັນຍັດ ແລະ​ໄດ້​ຫັນຫລັງ​ໃຫ້​ພຣະເຈົ້າ. ພວກເພິ່ນ​ຂ້າ​ຜູ້ທຳນວາຍ​ທີ່​ໄດ້​ກ່າວ​ຕັກເຕືອນ ໃຫ້​ພວກເພິ່ນ​ຕ່າວຄືນ​ມາ​ຫາ​ພຣະອົງ. ແຕ່​ພວກເພິ່ນ​ຊໍ້າ​ປະໝາດ​ດູຖູກ​ພຣະອົງ ຫລາຍ​ຄັ້ງ​ຫລາຍຄາວ​ສືບມາ​ເລື້ອຍໆ.


ຖືກຕ້ອງ​ແລ້ວ​ທີ່​ຊົງ​ລົງໂທດ​ພວກ​ຂ້ານ້ອຍ ເພາະ​ພຣະອົງ​ສັດຊື່ ໃນ​ຂະນະທີ່​ພວກ​ຂ້ານ້ອຍ​ເຮັດ​ບາບ.


ເພາະ​ໄດ້​ກະບົດ​ຕໍ່​ຂໍ້ຄຳສັ່ງ​ອົງ​ຊົງ​ຣິດອຳນາດ​ສູງສຸດ ທັງ​ປະຕິເສດ​ຖ້ອຍຄຳ​ຂອງ​ພຣະອົງ​ດ້ວຍ.


ຂ້າແດ່​ພຣະເຈົ້າຢາເວ ພຣະອົງ​ຊົງ​ຍຸດຕິທຳ ແລະ​ກົດບັນຍັດ​ທັງຫລາຍ​ຂອງ​ພຣະອົງ​ກໍ​ຍຸດຕິທຳ​ດ້ວຍ.


ຂ້າແດ່​ພຣະເຈົ້າຢາເວ ຂ້ານ້ອຍ​ຮູ້ວ່າ​ພຣະອົງ​ຕັດສິນ​ທ່ຽງທຳ ຂ້ານ້ອຍ​ຖືກ​ລົງໂທດ​ກໍ​ເພາະ​ພຣະອົງ​ຊົງ​ສັດຊື່.


ພຣະເຈົ້າຢາເວ​ເປັນ​ຄວາມ​ຊອບທຳ​ໃນ​ທຸກສິ່ງ​ໃນ​ທາງ​ຂອງ​ພຣະອົງ. ແລະ​ຊົງ​ເມດຕາ​ໃນ​ການ​ກະທຳ​ທຸກຢ່າງ.


ກະສັດ​ຟາໂຣ​ໄດ້​ໃຊ້​ຄົນ​ໄປ​ເອີ້ນ​ໂມເຊ ແລະ​ອາໂຣນ​ມາ​ພົບ ແລະ​ເວົ້າ​ວ່າ, “ໃນ​ເທື່ອ​ນີ້ ເຮົາ​ໄດ້​ເຮັດ​ຜິດບາບ​ແລ້ວ; ພຣະເຈົ້າຢາເວ​ເປັນ​ຝ່າຍ​ຖືກ ແລະ​ເຮົາ​ກັບ​ປະຊາຊົນ​ຂອງເຮົາ​ເປັນ​ຝ່າຍ​ຜິດ.


“ຂ້າແດ່​ພຣະເຈົ້າຢາເວ ຖ້າ​ຂ້ານ້ອຍ​ຖົກຖຽງ​ຄະດີ​ກັບ​ພຣະອົງ ພຣະອົງ​ກໍ​ຈະ​ພິສູດ​ວ່າ​ພຣະອົງ​ເປັນ​ຝ່າຍ​ຖືກຕ້ອງ. ແຕ່​ຂ້ານ້ອຍ​ຕ້ອງ​ຖາມ​ພຣະອົງ​ເຖິງ​ຄວາມ​ຍຸດຕິທຳ ເປັນຫຍັງ​ຄົນຊົ່ວ​ຈຶ່ງ​ຈະເລີນ​ຮຸ່ງເຮືອງ​ຂຶ້ນ​ແທ້? ເປັນຫຍັງ​ຄົນ​ບໍ່​ສັດຊື່ ຄົນ​ຂີ້ສໍ້​ຂີ້ໂກງ ຈຶ່ງ​ໄດ້​ຮັບ​ຜົນ​ສຳເລັດ​ໃນ​ຊີວິດ?


ແຕ່​ພໍ​ພວກເຂົາ​ໄດ້​ເຂົ້າ​ຄອບຄອງ​ດິນແດນ​ນີ້​ແລ້ວ ກໍ​ບໍ່ໄດ້​ເຊື່ອຟັງ​ຂໍ້ຄຳສັ່ງ​ຂອງ​ພຣະອົງ ຫລື​ດຳເນີນ​ຊີວິດ​ຕາມ​ຄຳສັ່ງສອນ​ຂອງ​ພຣະອົງ; ພວກເຂົາ​ບໍ່ໄດ້​ເຮັດ​ຕາມ​ສິ່ງ​ທີ່​ພຣະອົງ​ໄດ້​ສັ່ງ​ໃຫ້​ເຮັດ. ສະນັ້ນ ພຣະອົງ​ຈຶ່ງ​ໄດ້​ນຳ​ໄພພິບັດ​ນີ້​ມາ​ສູ່​ພວກເຂົາ.


ແລະ​ປິດລ້ອມ​ນະຄອນ​ເຢຣູຊາເລັມ​ໄວ້​ດັ່ງ​ຄົນ​ກຳລັງ​ເຝົ້າ​ທົ່ງນາ ເພາະ​ປະຊາຊົນ​ໃນ​ດິນແດນ​ໄດ້​ກະບົດ​ຕໍ່ສູ້​ເຮົາ. ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫລະ.


ພຣະເຈົ້າຢາເວ​ກ່າວ​ວ່າ, “ເຖິງ​ແມ່ນ​ວ່າ​ຄົນ​ທີ່​ບໍ່​ສົມຄວນ​ໄດ້​ຖືກ​ລົງໂທດ​ກໍ​ຕ້ອງ​ດື່ມ​ຈາກ​ຈອກ​ແຫ່ງ​ການຕັດສິນ; ພວກເຈົ້າ​ຄິດວ່າ​ຈະ​ໄປ​ໂດຍ​ບໍ່​ຖືກ​ລົງໂທດ​ຊັ້ນບໍ? ບໍ່ແມ່ນ​ດອກ ພວກເຈົ້າ​ຕ້ອງ​ດື່ມ​ຈາກ​ຈອກ​ນັ້ນ


ນາງ​ຮ້ອງ​ໃສ່​ທຸກຄົນ​ຜ່ານ​ໄປ​ວ່າ, “ເບິ່ງ​ຂ້ອຍ​ແດ່ ບໍ່ມີ​ຜູ້ໃດ​ທີ່​ເຈັບປວດ​ເໝືອນ​ດັ່ງ​ຂ້ອຍ ເປັນ​ຄວາມ​ເຈັບປວດ​ທີ່​ພຣະເຈົ້າຢາເວ​ໄດ້​ນຳ​ມາ ໃຫ້​ຂ້ອຍ​ໄດ້​ຮັບ​ຄາວ​ທີ່​ພຣະອົງ​ໂກດຮ້າຍ.


“ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ພວກ​ຂ້ານ້ອຍ​ໄດ້​ເຮັດ​ບາບ​ແລະ​ເປັນ​ກະບົດ ແຕ່​ພຣະອົງ​ບໍ່ໄດ້​ຍົກໂທດ​ໃຫ້.


ບໍ່ມີ​ສິ່ງໃດ​ເຫລືອໄວ້​ໃຫ້​ອວດອ້າງ​ໄດ້​ເລີຍ ພວກ​ຂ້ານ້ອຍ​ເຄີຍ​ສ້າງ​ບາບ ຈຶ່ງ​ນຳ​ສະໜອງ​ບັດນີ້.


ພວກ​ຂ້ານ້ອຍ​ເຮັດ​ບາບ, ເຮັດ​ຊົ່ວ ແລະ​ເຮັດ​ຜິດ. ພວກ​ຂ້ານ້ອຍ​ບໍ່ໄດ້​ເຮັດ​ຕາມ​ທີ່​ພຣະອົງ​ສັ່ງ​ໃຫ້​ເຮັດ ແລະ​ໄດ້​ປະຕິເສດ​ສິ່ງ​ຖືກຕ້ອງ​ທີ່​ພຣະອົງ​ສຳແດງ​ໃຫ້​ເຫັນ.


ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ພຣະອົງ​ກະທຳ​ໃນ​ສິ່ງ​ທີ່​ຍຸດຕິທຳ​ສະເໝີ; ແຕ່​ພວກ​ຂ້ານ້ອຍ​ໄດ້​ນຳ​ເອົາ​ແຕ່​ຄວາມ​ເສື່ອມເສຍ ມາ​ສູ່​ພວກ​ຂ້ານ້ອຍ​ເອງ​ຢູ່​ເລື້ອຍ. ດັ່ງ​ໃນ​ກໍລະນີ​ທີ່​ພວກ​ຂ້ານ້ອຍ​ທັງໝົດ​ຄື​ຜູ້​ທີ່​ຢູ່​ໃນ​ແຂວງ​ຢູດາຍ, ໃນ​ນະຄອນ​ເຢຣູຊາເລັມ, ຕະຫລອດ​ທັງ​ຊາວ​ອິດສະຣາເອນ ທີ່​ພຣະອົງ​ໄດ້​ໃຫ້​ກະຈັດ​ກະຈາຍ​ໄປ​ໃນ​ປະເທດ​ໃກ້​ແລະ​ໄກ ຍ້ອນ​ພວກເຂົາ​ບໍ່​ສັດຊື່​ຕໍ່​ພຣະອົງ.


ໃນ​ວັນນັ້ນ ແມ່ນແຕ່​ພວກ​ຜູ້ສາວ ແລະ​ພວກ​ຜູ້ບ່າວ​ທີ່​ມີ​ສຸຂະພາບ​ດີ ກໍ​ຈະ​ລົ້ມ​ສະຫລົບ​ລົງ​ຍ້ອນ​ກະຫາຍ​ນໍ້າ.


ແຕ່​ພຣະເຈົ້າຢາເວ​ຍັງ​ສະຖິດ​ຢູ່​ໃນ​ເມືອງນີ້ ພຣະອົງ​ເຮັດ​ຖືກຕ້ອງ ແລະ​ບໍ່​ເຮັດ​ຜິດ​ຈັກເທື່ອ. ທຸກໆເຊົ້າ​ພຣະອົງ​ນຳ​ຄວາມ​ຍຸດຕິທຳ​ມາ​ສູ່​ປະຊາຊົນ​ຂອງ​ພຣະອົງ​ບໍ່ໄດ້​ຂາດ. ແຕ່​ເຖິງ​ປານ​ນັ້ນ ຄົນ​ອະທຳ​ໃນ​ທີ່ນັ້ນ​ກໍ​ຍັງ​ສືບຕໍ່​ເຮັດ​ຜິດ ແລະ​ບໍ່​ລະອາຍ​ໃຈ.


ແຕ່​ໂດຍ​ຜ່ານ​ທາງ​ພວກ​ຜູ້ທຳນວາຍ​ຄື​ຄົນ​ຮັບໃຊ້​ຂອງເຮົາ ເຮົາ​ໄດ້​ມອບ​ຖ້ອຍຄຳ​ແລະ​ຄຳ​ຕັກເຕືອນ​ຕ່າງໆ ໃຫ້​ປູ່ຍ່າຕາຍາຍ​ຂອງ​ພວກເຈົ້າ; ແຕ່​ພວກເຂົາ​ບໍ່ໄດ້​ເອົາໃຈໃສ່ ຈຶ່ງ​ໄດ້​ຮັບ​ໂທດກຳ ແລ້ວ​ພວກເຂົາ​ກໍໄດ້​ກັບໃຈໃໝ່​ແລະ​ກ່າວ​ວ່າ, ‘ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ໄດ້​ລົງໂທດ​ພວກເຮົາ ສົມກັບ​ທີ່​ພວກເຮົາ​ສົມຄວນ​ໄດ້​ຮັບ ຕາມ​ທີ່​ພຣະອົງ​ໄດ້​ຕັດສິນໃຈ​ເຮັດ​ເຊັ່ນນັ້ນ.”’


ແຕ່​ດ້ວຍ​ໃຈ​ຂອງ​ເຈົ້າ​ແຂງ​ກະດ້າງ ແລະ​ບໍ່​ຍອມ​ທີ່​ຈະ​ກັບຕົວ ເຈົ້າ​ຈຶ່ງ​ກຳລັງ​ສະສົມ​ຄວາມ​ໂກດຮ້າຍ​ໄວ້​ໃຫ້​ຕົນເອງ ໃນ​ວັນ​ຂອງ​ຄວາມ​ຮ້າຍກາດ​ນັ້ນ, ຄື​ວັນ​ທີ່​ພຣະເຈົ້າ​ຈະ​ຊົງ​ພິພາກສາ​ລົງໂທດ ຢ່າງ​ຍຸດຕິທຳ​ໃຫ້​ປາກົດ​ແຈ້ງ​ນັ້ນ.


ແຕ່​ເຮົາ​ທັງຫລາຍ​ຮູ້​ຢູ່​ວ່າ ກົດບັນຍັດ​ທຸກ​ຂໍ້​ທີ່​ໄດ້​ກ່າວ​ນັ້ນ​ກໍ​ກ່າວ​ແກ່​ຄົນ​ເຫຼົ່ານັ້ນ ທີ່​ຢູ່​ໃຕ້​ກົດບັນຍັດ​ເພື່ອ​ອັດ​ປາກ​ທຸກຄົນ ແລະ​ເພື່ອ​ໃຫ້​ມະນຸດ​ທຸກຄົນ​ໃນ​ໂລກ ຢູ່​ໃຕ້​ການ​ພິພາກສາ​ຂອງ​ພຣະເຈົ້າ.


ພຣະອົງ​ເປັນ​ທີ່​ເພິ່ງ ອັນ​ເຂັ້ມແຂງ​ຂອງ​ເຈົ້າ​ຕະຫລອດ​ມາ ສົມບູນ​ແລະ​ທ່ຽງທຳ ໃນ​ວິຖີ​ທາງ​ຂອງ​ພຣະອົງ; ພຣະເຈົ້າ​ຂອງ​ພວກເຈົ້າ ສັດຊື່​ແລະ​ທ່ຽງທຳ ພຣະອົງ​ໄດ້​ກະທຳ ແຕ່​ສິ່ງ​ທີ່​ດີ​ແລະ​ຖືກຕ້ອງ.


ເຈົ້າ​ອາໂດນີເບເຊັກ​ຈຶ່ງ​ຮ້ອງ​ຂຶ້ນ​ວ່າ, “ຍັງ​ມີ​ກະສັດ​ເຈັດສິບ​ຄົນ ທີ່​ຖືກ​ຕັດ​ໂປ້ມື​ແລະ​ໂປ້ຕີນ; ພວກເຂົາ​ພາກັນ​ເກັບ​ເສດ​ອາຫານ​ຕາມ​ກ້ອງ​ໂຕະ​ຂອງຂ້ອຍ. ບັດນີ້ ພຣະເຈົ້າ​ໄດ້​ເຮັດ​ຕໍ່​ຂ້ອຍ​ດັ່ງ​ທີ່​ຂ້ອຍ​ໄດ້​ເຮັດ​ຕໍ່​ພວກເຂົາ​ນັ້ນ.” ຕໍ່ມາ ເຈົ້າ​ອາໂດນີ​ເບເຊັກ​ໄດ້​ຖືກ​ນຳ​ຕົວ​ໄປ​ທີ່​ເມືອງ​ເຢຣູຊາເລັມ ແລະ​ເພິ່ນ​ໄດ້​ຕາຍ​ຢູ່​ທີ່​ນັ້ນ.


ການ​ກະບົດ​ຕໍ່ສູ້​ພຣະອົງ​ເປັນ​ການ​ຊົ່ວຊ້າ​ເທົ່າ​ກັບ​ການ​ໃຊ້​ເວດມົນ​ຄາຖາ ແລະ​ຄວາມ​ອວດດີ​ກໍ​ເປັນ​ບາບ​ເທົ່າ​ກັບ​ການ​ຂາບໄຫວ້​ຮູບເຄົາຣົບ. ຍ້ອນ​ເຈົ້າ​ໄດ້​ປະຖິ້ມ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ ພຣະອົງ​ຈຶ່ງ​ປະຖິ້ມ​ເຈົ້າ ແລະ​ບໍ່​ໃຫ້​ເຈົ້າ​ເປັນ​ກະສັດ​ອີກ​ຕໍ່ໄປ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka