16 ເຫດສະນັ້ນ ຂ້ອຍຈຶ່ງຮ້ອງໄຫ້ອອກມາ ຈົນເບົ້າຕາທັງສອງນອງດ້ວຍນໍ້າຕາທັງສິ້ນ. ບໍ່ມີຜູ້ໃດອອຍໃຈຂ້ອຍໄດ້ ບໍ່ມີຜູ້ໃດໃຫ້ກຳລັງໃຈ ສັດຕູໄດ້ຊະນະຂ້ອຍ ປະຊາຊົນບໍ່ເຫຼືອຫຍັງຈັກຢ່າງ.
ພວກເຂົາຖືກກົດຂີ່ໂດຍສັດຕູ ແລະພວກເຂົາກໍຕົກ ຢູ່ໃຕ້ອຳນາດຂອງເຫຼົ່າສັດຕູຈົນໝົດສິ້ນ.
ນໍ້າຕາຂ້ານ້ອຍໄຫລຫລັ່ງດັ່ງສາຍລຳທານ ຍ້ອນມະນຸດບໍ່ເຊື່ອຟັງກົດບັນຍັດຂອງພຣະອົງ.
ຄຳໝິ່ນປະໝາດເຮັດໃຫ້ຈິດໃຈຂອງຂ້ານ້ອຍເມື່ອຍອິດອ່ອນຫລາຍ ແລະເຮັດໃຫ້ຂ້ານ້ອຍໝົດຫວັງດ້ວຍ. ຂ້ານ້ອຍຫວັງວ່າຈະມີຜູ້ເຫັນອົກເຫັນໃຈ ຫວັງຕໍ່ຜູ້ເລົ້າໂລມໃຈແຕ່ກໍບໍ່ເຫັນປານນີ້.
ແລ້ວຂ້າພະເຈົ້າກໍໄດ້ພິຈາລະນາເບິ່ງອີກ ເຖິງຄວາມບໍ່ຍຸດຕິທຳທັງໝົດທີ່ເປັນຢູ່ໃຕ້ດວງຕາເວັນ. ຄົນຖືກຂົ່ມເຫັງກຳລັງເປັນທຸກຮ້ອງໄຫ້ ແລະບໍ່ມີຜູ້ໃດຊ່ວຍເຫລືອລາວເລີຍ. ບໍ່ມີຜູ້ໃດຊ່ວຍເຫລືອລາວໄດ້ ເພາະອຳນາດນັ້ນຢູ່ນຳຝ່າຍທີ່ຂົ່ມເຫັງລາວ.
ອົງພຣະຜູ້ເປັນເຈົ້າກ່າວວ່າດັ່ງນີ້: “ໂອ ເຢຣູຊາເລັມເອີຍ ເຈົ້າທົນທຸກແລ້ວ ນະຄອນຂາດທີ່ເພິ່ງຫາຜູ້ເລົ້າໂລມໃຈກໍບໍ່ມີ ດ້ວຍຫີນປະເສີດເຮົາຈະສ້າງຮາກຖານເຈົ້າໃໝ່.
ຖ້າພວກເຈົ້າບໍ່ຍອມຟັງຂ້າພະເຈົ້າກ່າວ ຂ້າພະເຈົ້າຈະລີ້ຮ້ອງໄຫ້ຍ້ອນພວກເຈົ້າຈອງຫອງ. ຂ້າພະເຈົ້າຈະຮ້ອງໄຫ້ຢ່າງຂົມຂື່ນນໍ້າຕາຫລັ່ງໄຫລ ເພາະປະຊາຊົນຂອງພຣະເຈົ້າຢາເວຖືກຈັບໄປເປັນຊະເລີຍສາແລ້ວ.
ອົງພຣະຜູ້ເປັນເຈົ້າໄດ້ສັ່ງຂ້າພະເຈົ້າໃຫ້ບອກປະຊາຊົນ ເຖິງຄວາມເສຍໃຈຂອງຂ້າພະເຈົ້າວ່າ: “ຂໍໃຫ້ນໍ້າຕາຂອງຂ້ານ້ອຍໄຫລຫລັ່ງທັງເວັນທັງຄືນ ຂໍຢ່າໃຫ້ຂ້ານ້ອຍເຊົາຮ້ອງໄຫ້ຈັກເທື່ອ ເພາະປະຊາຊົນຂອງຂ້ານ້ອຍໄດ້ຖືກທຳລາຍໜັກ ບາດແຜຂອງພວກເຂົາກໍໜັກໜ່ວງແທ້ໆ.
ພຣະເຈົ້າຢາເວກ່າວວ່າ, “ຜູ້ໃດນໍ ຈະອີດູພວກເຈົ້າຊາວເຢຣູຊາເລັມເອີຍ ຜູ້ໃດນໍ ຈະຮ້ອງໄຫ້ ແລະໂສກເສົ້ານຳພວກເຈົ້າ? ຜູ້ໃດນໍ ຈະໃຊ້ເວລາຍືດຍາວ ເພື່ອຖາມເຖິງຄວາມສຸກທຸກຂອງພວກເຈົ້າ?
ຄວາມທຸກໃຈຂອງຂ້ານ້ອຍປິ່ນປົວບໍ່ໄດ້ເລີຍ ຂ້ານ້ອຍເຈັບປວດໜັກຢູ່ພາຍໃນຈິດໃຈຂອງຂ້ານ້ອຍ.
“ຂ້ານ້ອຍຢາກໃຫ້ຫົວຂອງຂ້ານ້ອຍ ເປັນບໍ່ນໍ້າພຸບໍ່ໜຶ່ງເດ ແລະຕາຂອງຂ້ານ້ອຍກໍຄືກັນ ເປັນນໍ້າພຸແຫ່ງນໍ້າຕາດ້ວຍ ເພື່ອວ່າຂ້ານ້ອຍຈະຮ້ອງໄຫ້ທັງເວັນທັງຄືນ ໃຫ້ປະຊາຊົນຂອງຂ້ານ້ອຍທີ່ໄດ້ຖືກສັງຫານຖິ້ມ.
ຂ້ານ້ອຍກ່າວວ່າ, “ຂ້ານ້ອຍຈະໄວ້ທຸກໃຫ້ໜ່ວຍພູເຂົາ ແລະຮ້ອງໄຫ້ຮໍ່າໄຮໃຫ້ທົ່ງຫຍ້າດ້ວຍ ເພາະມັນໄດ້ຫ່ຽວແຫ້ງ ແລະຕາຍໄປໝົດ ບໍ່ມີຜູ້ໃດທ່ອງທ່ຽວໄປຕາມບ່ອນທີ່ກ່າວນັ້ນ. ບໍ່ໄດ້ຍິນສຽງຝູງສັດລ້ຽງຮ້ອງຕໍ່ໄປອີກເລີຍ ຝູງນົກແລະສັດປ່າປົບໜີໄປໝົດສາແລ້ວ.”
ທາງປ່ອງຢ້ຽມນັ້ນຄວາມຕາຍໄດ້ຜ່ານເຂົ້າມາ ເຂົ້າມາເຖິງຣາຊວັງດ້ວຍ; ມັນຟັນພວກເດັກນ້ອຍຕາມທ້ອງຖະໜົນຫົນທາງ ຟັນຊາວໜຸ່ມທັງຫລາຍຕາມທ້ອງຕະຫລາດ.
ນາງຈຶ່ງຮ້ອງໄຫ້ຕະຫລອດທັງຄືນ ນໍ້າຕາຫລັ່ງໄຫລຖ້ວມລົງອາບແກ້ມ. ເພື່ອນຝູງໃນອະດີດກໍບໍ່ເຫຼືອເພື່ອປອບໃຈ ບັດນີ້ ພັນທະມິດຕ່າງກໍຫັກຫລັງຕໍ່ສູ້ນາງແລ້ວ.
ມົນທິນຂອງນາງນັ້ນເບິ່ງເຫັນໄດ້ງ່າຍດາຍ ແຕ່ນາງບໍ່ຫ່ວງໃຍນຳຊາຕາກຳຂອງຕົນຈັກດີ້. ນາງລົ້ມແຮງໂພດຈົນບໍ່ມີຜູ້ໃດສາມາດປອບໃຈ ຂ້າແດ່ພຣະເຈົ້າຢາເວ ໂຜດເມດຕາ ເພາະສັດຕູຂອງນາງໄດ້ຊະນະ.
ຂ້ອຍຮ້ອງໄຫ້ຈົນຕາຕູບຕາໂປຢ່າງອິດອ່ອນ ຂ້ອຍເຈັບປວດຍ້ອນ ເພາະເມື່ອຍອ່ອນໃນຈິດໃຈ. ຂ້ອຍອິດອ່ອນຍ້ອນເສົ້າໂສກທີ່ປະຊາຊົນຖືກທຳລາຍ ພວກເດັກນ້ອຍກໍລົ້ມລົງຕາມທາງດ້ວຍ.
ໂອ ນະຄອນເຢຣູຊາເລັມເອີຍ ຈົ່ງສົ່ງສຽງຮ້ອງຫາອົງພຣະຜູ້ເປັນເຈົ້າເຖີດ ຈົ່ງໃຫ້ກຳແພງເມືອງຮ້ອງຫາອົງພຣະຜູ້ເປັນເຈົ້າ ຈົ່ງໃຫ້ນໍ້າຕາຂອງເຈົ້າໄຫລດັ່ງສາຍນໍ້າທັງເວັນທັງຄືນ ເຈົ້າເອງກໍຊຸດໂຊມລົງເພາະໂສກເສົ້າຮ້ອງໄຫ້.
ແຕ່ຖ້າວ່າພວກເຂົາລ້ຽງດູລູກໄວ້ ເຮົາຈະເອົາລູກນັ້ນໜີໄປເສຍ ແລະຈະບໍ່ປ່ອຍໃຫ້ຜູ້ໃດມີຊີວິດຢູ່. ເມື່ອເຮົາປະຖິ້ມປະຊາຊົນເຫຼົ່ານີ້ ສິ່ງທີ່ໜ້າຢ້ານກົວຈະເກີດຂຶ້ນກັບພວກເຂົາ.”