Biblia Todo Logo
Internet tuqin Biblia

- Anuncios ukanaka -




ເພງ^ຄໍ່າຄວນ 1:14 - ພຣະຄຳພີສັກສິ

14 ພຣະອົງ​ບັນທຶກ​ທຸກ​ການບາບ​ທີ່​ຂ້ອຍ​ໄດ້​ເຮັດ​ມາ ແລ້ວ​ກໍ​ມັດ​ທັງໝົດ​ລວມເຂົ້າ​ໃສ່​ກັນ​ໄວ້; ພຣະອົງ​ຫ້ອຍ​ບາບ​ເຫຼົ່ານັ້ນ​ໃສ່​ໄວ້​ເທິງ​ຄໍ ຂ້ອຍ​ຈຶ່ງ​ອ່ອນເພຍ​ເພາະ​ບາບກຳ​ນັ້ນ​ໜັກຫຼາຍ. ພຣະເຈົ້າຢາເວ​ມອບ​ຂ້ອຍ​ໃຫ້​ເຫຼົ່າ​ສັດຕູ ແລະ​ຂ້ອຍ​ກໍ​ບໍ່ມີ​ຜູ້ໃດ​ຊ່ວຍ​ຂ້ອຍ​ຕໍ່ສູ້​ພວກເຂົາ​ໄດ້.

Uka jalj uñjjattʼäta Copia luraña




ເພງ^ຄໍ່າຄວນ 1:14
21 Jak'a apnaqawi uñst'ayäwi  

ຄວາມຜິດ​ນັ້ນ ຄຸມຂັງ​ຜູ້​ທີ່​ເຮັດ​ຜິດ ການບາບ​ຂອງ​ຄົນຊົ່ວ​ກໍ​ເປັນ​ບ້ວງແຮ້ວ. ພວກເຂົາ​ຖືກ​ຈັບ​ໃນ​ຕາໜ່າງ​ແຫ່ງ​ບາບ​ຂອງ​ພວກ​ເຂົາເອງ.


ເຮົາ​ຈະ​ທຳລາຍ​ຊາວ​ອັດຊີເຣຍ​ໃນ​ດິນແດນ​ອິດສະຣາເອນ​ຂອງເຮົາ ແລະ​ຈະ​ຢຽບຢໍ່າ​ພວກເຂົາ​ລົງ​ທີ່​ເທິງ​ພູ​ຂອງເຮົາ. ເຮົາ​ຈະ​ປົດປ່ອຍ​ປະຊາຊົນ​ຂອງເຮົາ​ອອກ​ຈາກ​ແອກ​ຂອງ​ຊາວ​ອັດຊີເຣຍ ແລະ​ຈາກ​ພາລະໜັກ​ທີ່​ພວກເຂົາ​ແບກ​ຢູ່​ນັ້ນ.


ເຮົາ​ໄດ້​ໂກດຮ້າຍ​ໃຫ້​ປະຊາຊົນ​ຂອງເຮົາ ເຮົາ​ໄດ້​ເຮັດ​ຕໍ່​ພວກເຂົາ​ດັ່ງ​ບໍ່ໄດ້​ເປັນ​ຂອງເຮົາ​ອີກ: ເຮົາ​ໄດ້​ມອບ​ພວກເຂົາ​ໄວ້​ໃນ​ອຳນາດ​ຂອງເຈົ້າ​ໝົດ ເຈົ້າ​ບໍ່ໄດ້​ເມດຕາປານີ​ພວກເຂົາ​ເລີຍ.


‘ເຮົາ​ຈະ​ເອີ້ນ​ເອົາ​ຊົນຊາດ​ທັງໝົດ​ຈາກ​ທາງ​ທິດເໜືອ​ມາ ພ້ອມ​ກະສັດ​ເນບູ​ກາດເນັດຊາ​ແຫ່ງ​ບາບີໂລນ​ຜູ້ຮັບໃຊ້​ຂອງເຮົາ. ເຮົາ​ຈະ​ນຳ​ພວກເຂົາ​ໄປ​ຕໍ່ສູ້​ອານາຈັກ​ຢູດາຍ​ພ້ອມ​ກັບ​ພົນລະເມືອງ​ທັງໝົດ ແລະ​ຕໍ່ສູ້​ປະເທດ​ໃກ້ຄຽງ​ທັງໝົດ​ດ້ວຍ. ເຮົາ​ຈະ​ທຳລາຍ​ປະເທດ​ນີ້ ແລະ​ປະເທດ​ໃກ້ຄຽງ​ທັງຫລາຍ​ໃຫ້​ຮົກຮ້າງ​ເພພັງ​ຕະຫລອດໄປ ຊຶ່ງ​ຈະ​ເປັນ​ສະພາບ​ຕົກ​ສະທ້ານ​ຢ້ານກົວ​ໃຈ​ຫລາຍ​ເມື່ອ​ໄດ້​ພົບເຫັນ. ເຮົາ​ຄື​ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.


ຂ້າພະເຈົ້າ​ໄດ້​ກ່າວ​ຢ່າງ​ດຽວກັນ​ແກ່​ກະສັດ​ເຊເດກີຢາ​ແຫ່ງ​ຢູດາຍ​ວ່າ, “ຈົ່ງ​ຍອມ​ຢູ່​ໃຕ້​ບັງຄັບ​ຂອງ​ກະສັດ​ແຫ່ງ​ບາບີໂລນ. ຈົ່ງ​ຮັບໃຊ້​ເພິ່ນ​ແລະ​ປະຊາຊົນ​ຂອງ​ເພິ່ນ​ແລະ​ທ່ານ​ກໍ​ຈະ​ມີ​ຊີວິດ​ຢູ່.


ແຕ່​ຖ້າ​ປະເທດ​ຫລື​ອານາຈັກ​ໃດ​ທີ່​ບໍ່​ຍອມ​ຢູ່ໃຕ້​ການປົກຄອງ​ຂອງ​ລາວ ແລ້ວ​ເຮົາ​ກໍ​ຈະ​ລົງໂທດ​ປະເທດ​ນັ້ນ​ໂດຍ​ໃຫ້​ເກີດ​ສົງຄາມ, ເກີດ​ການ​ຕາຍອຶດ​ຕາຍຫິວ ແລະ​ການ​ເຈັບໄຂ້​ໄດ້ປ່ວຍ. ພຣະເຈົ້າຢາເວ​ກ່າວ​ວ່າ ຈົນເຖິງ​ຂັ້ນ​ເຮົາ​ອະນຸຍາດ​ໃຫ້​ເນບູ​ກາດເນັດຊາ​ແຫ່ງ​ບາບີໂລນ​ທຳລາຍ​ປະເທດ​ຢ່າງ​ໝົດສິ້ນ.


ໃຫ້​ໄປ​ກ່າວ​ແກ່​ຮານານີຢາ​ດັ່ງນີ້: “ພຣະເຈົ້າຢາເວ​ກ່າວ​ວ່າ ທ່ານ​ອາດ​ຫັກ​ແອກໄມ້​ໄດ້, ແຕ່​ພຣະອົງ ຈະ​ປ່ຽນ​ມັນ​ເປັນ​ແອກ​ເຫຼັກ.


ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ ກ່າວ​ວ່າ​ພຣະອົງ​ຈະ​ເອົາ​ແອກ​ເຫຼັກ​ວາງ​ເທິງ​ຊົນຊາດ​ເຫຼົ່ານີ້ ແລະ​ພວກເຂົາ​ຈະ​ຮັບໃຊ້​ເນບູ​ກາດເນັດຊາ​ແຫ່ງ​ບາບີໂລນ. ພຣະອົງ​ຈະ​ເຮັດ​ໃຫ້​ແມ່ນແຕ່​ສັດປ່າ​ຮັບໃຊ້​ເພິ່ນ.”


ກະສັດ​ເຊເດກີຢາ​ໄດ້​ຂັງ​ຂ້າພະເຈົ້າ​ໄວ້​ຢູ່​ໃນ​ທີ່ນັ້ນ ແລະ​ກ່າວຫາ​ຂ້າພະເຈົ້າ​ວ່າ, “ດ້ວຍເຫດໃດ​ເຈົ້າ​ຈຶ່ງ​ທຳນວາຍ​ວ່າ​ພຣະເຈົ້າຢາເວ​ກ່າວ​ດັ່ງນີ້​ວ່າ: ‘ເຮົາ​ກຳລັງ​ໃຫ້​ກະສັດ​ແຫ່ງ​ບາບີໂລນ​ຢຶດເອົາ​ນະຄອນ​ນີ້


ເຊເດກີຢາ​ຈະ​ຖືກ​ຈັບ​ໄປ​ບາບີໂລນ ແລະ​ລາວ​ຈະ​ຢູ່​ທີ່​ນັ້ນ ຈົນກວ່າ​ເຮົາ​ຈະ​ຈັດການ​ກັບ​ລາວ.’ ພຣະເຈົ້າຢາເວ​ກ່າວ​ວ່າ, ‘ເຖິງ​ແມ່ນ​ວ່າ​ລາວ​ຈະ​ສູ້ຮົບ​ຊາວ​ບາບີໂລນ ແຕ່​ກໍ​ຈະ​ບໍ່​ສຳເລັດ​ຜົນ.”’


ຕໍ່ມາ ກະສັດ​ເຊເດກີຢາ​ໄດ້​ໃຊ້​ຄົນ​ໄປ​ນຳ​ເອົາ​ຂ້າພະເຈົ້າ​ອອກ​ມາ ແລະ​ຢູ່​ທີ່​ຣາຊວັງ​ນັ້ນ ເພິ່ນ​ຖາມ​ຂ້າພະເຈົ້າ​ເປັນ​ທາງ​ລັບ​ວ່າ, “ມີ​ຖ້ອຍຄຳ​ຫຍັງ​ແດ່​ຈາກ​ພຣະເຈົ້າຢາເວ?” ຂ້າພະເຈົ້າ​ຕອບ​ວ່າ, “ມີ​ຢູ່​ທ່ານເອີຍ” ແລະ​ຂ້າພະເຈົ້າ​ກໍ​ກ່າວ​ຕື່ມ​ວ່າ, “ທ່ານ​ຈະ​ຖືກ​ມອບ​ໃຫ້​ກະສັດ​ແຫ່ງ​ບາບີໂລນ.”


ເຮົາ​ຈະ​ໄລ່​ພວກເຈົ້າ​ອອກ​ໄປ​ຈາກ​ເມືອງ​ນີ້ ແລະ​ຈະ​ມອບ​ພວກເຈົ້າ​ໃຫ້​ຢູ່​ໃຕ້​ອຳນາດ​ຂອງ​ຊາວ​ຕ່າງດ້າວ. ເຮົາ​ຈະ​ລົງໂທດ​ພວກເຈົ້າ​ໃຫ້​ເຖິງ​ຕາຍ


ພວກເຈົ້າ​ຈະ​ໄດ້​ຊີມ​ຣິດ​ແຫ່ງ​ຄວາມ​ໂກດຮ້າຍ​ຂອງເຮົາ ເມື່ອ​ເຮົາ​ໂມໂຫ​ດັ່ງ​ໄຟ​ເຜົາຜານ. ເຮົາ​ຈະ​ມອບ​ພວກເຈົ້າ​ໃຫ້​ແກ່​ຄົນ​ທີ່​ໂຫດຫ້ຽມ ຄື​ຜູ້ຊ່ຽວຊານ​ໃນ​ການທຳລາຍ.


ອັນ​ນີ້​ແມ່ນ​ສິ່ງ​ທີ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ: “ເຮົາ​ຈະ​ມອບ​ເຈົ້າ​ໃຫ້​ແກ່​ຜູ້​ທີ່​ເຈົ້າ​ກຽດຊັງ​ແລະ​ລັງກຽດ.


ຍ້ອນ​ພວກເຈົ້າ​ໄດ້​ມີ​ຄວາມ​ປິຕິ​ຍິນດີ ເຮົາ​ຈຶ່ງ​ຈະ​ປ່ອຍ​ໃຫ້​ເຜົ່າ​ຕ່າງໆ ທາງທິດ​ຕາເວັນອອກ​ຂອງ​ຖິ່ນ​ແຫ້ງແລ້ງ​ກັນດານ ຕີ​ຊະນະ​ພວກເຈົ້າ. ພວກເຂົາ​ຈະ​ຕັ້ງ​ຄ້າຍ​ໃສ່​ໃນ​ດິນແດນ​ຂອງ​ພວກເຈົ້າ ແລະ​ຕັ້ງ​ຫຼັກແຫຼ່ງ​ຢູ່​ທີ່​ນັ້ນ. ພວກເຂົາ​ຈະ​ກິນ​ໝາກໄມ້ ແລະ​ດື່ມ​ນໍ້ານົມ​ທີ່​ຄວນ​ເປັນ​ຂອງ​ພວກເຈົ້າ.


ເພາະ​ພວກເຈົ້າ​ໄດ້​ເຮັດ​ເຊັ່ນນັ້ນ ເຮົາ​ຈະ​ມອບ​ພວກເຈົ້າ​ໃຫ້​ແກ່​ຊົນຊາດ​ອື່ນ ທີ່​ຈະ​ມາ​ລັກ​ແລະ​ປຸ້ນ​ພວກເຈົ້າ. ເຮົາ​ຈະ​ທຳລາຍ​ພວກເຈົ້າ​ໃຫ້​ຈົນກ້ຽງ ເພື່ອ​ພວກເຈົ້າ​ຈະ​ບໍ່ໄດ້​ເປັນ​ຊົນຊາດ​ໜຶ່ງ​ອີກ​ຕໍ່ໄປ ຫລື​ມີ​ດິນແດນ​ເປັນ​ຂອງ​ຕົນເອງ. ແລ້ວ​ພວກເຈົ້າ​ກໍ​ຈະ​ໄດ້​ຮູ້​ວ່າ​ເຮົາ​ແມ່ນ​ພຣະເຈົ້າຢາເວ.”’


ເຮົາ​ຈະ​ໂດດ​ໃສ່​ປະຊາຊົນ​ເອຟຣາອິມ ແລະ​ຢູດາ​ເໝືອນ​ສິງ​ຄຸບ​ກິນ​ພວກເຂົາ. ເຮົາ​ຈະ​ຈີກ​ພວກເຂົາ​ອອກ​ເປັນ​ຕ່ອນໆ ແລະ​ປະຖິ້ມ​ໄວ້. ເມື່ອ​ເຮົາ​ລາກ​ພວກເຂົາ​ໄປ​ແລ້ວ ຈະ​ບໍ່ມີ​ຜູ້ໃດ​ສາມາດ​ຊ່ວຍເຫລືອ​ພວກເຂົາ​ໄດ້.


ເພາະສະນັ້ນ ພຣະເຈົ້າຢາເວ​ຈຶ່ງ​ກ່າວ​ວ່າ, “ເຮົາ​ກຳລັງ​ວາງແຜນ​ນຳ​ໄພພິບັດ​ມາ​ສູ່​ພວກເຈົ້າ ແລະ​ພວກເຈົ້າ​ຈະ​ຫລົບຫລີກ​ໄປ​ບໍ່ໄດ້. ພວກເຈົ້າ​ກຳລັງ​ນຳ​ຄວາມ​ເດືອດຮ້ອນ​ມາ​ສູ່​ພວກ​ເຈົ້າເອງ ແລະ​ຕໍ່ໄປ ພວກເຈົ້າ​ຈະ​ບໍ່ໄດ້​ຍ່າງ​ຢ່າງ​ອວດອົ່ງ​ທະນົງ​ຕົວ​ອີກ​ຕໍ່ໄປ.


ເພາະ​ສະນັ້ນ ພວກເຈົ້າ​ຈະ​ຮັບໃຊ້​ເຫຼົ່າ​ສັດຕູ ທີ່​ພຣະເຈົ້າຢາເວ​ກຳລັງ​ນຳມາ​ຕໍ່ສູ້​ພວກເຈົ້າ. ພວກເຈົ້າ​ຈະ​ອຶດເຂົ້າ, ຫິວນໍ້າ, ເປືອຍຕົວ ແລະ​ບໍ່ມີ​ຫຍັງ​ຈັກ​ຢ່າງ. ພຣະອົງ ຈະ​ກົດຂີ່​ພວກເຈົ້າ​ຢ່າງ​ທາລຸນ ຈົນກວ່າ​ພວກເຈົ້າ​ຖືກ​ທຳລາຍ​ໄປ​ໝົດ​ສິ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka