13 ພຣະອົງໄດ້ສົ່ງໄຟຈາກເບື້ອງເທິງລົງມາ ເປັນໄຟທີ່ລຸກໄໝ້ຢູ່ພາຍໃນຈິດໃຈຂ້ອຍ. ພຣະອົງໄດ້ຫ້າງແຮ້ວໃສ່ຂ້ອຍ ແລະເຮັດໃຫ້ລົ້ມລົງກັບພື້ນດິນ ປະຖິ້ມຂ້ອຍໃຫ້ເຈັບປວດຢູ່ຢ່າງນັ້ນ.
ພວກເຂົາຍ່າງໄປຖືກຕາໜ່າງເພາະຕີນຂອງພວກເຂົາເອງ ແລະພວກເຂົາກໍຍ່າງພະເນຈອນໄປສູ່ບ້ວງແຮ້ວ;
ພວກເຈົ້າບໍ່ເຫັນບໍວ່າ ແມ່ນພຣະເຈົ້າທີ່ໄດ້ທຳການ ພຣະອົງໄດ້ວາງແຜນເພື່ອດັກຈັບຂ້ອຍຢ່າງນີ້.
ເນື້ອໜັງຂ້ານ້ອຍບວມຊໍ້າ ເຕັມທົ່ວທັງຕົນຕົວ ຂ້ານ້ອຍກຳລັງໄຂ້ໜັກ ຮ່າງກາຍຮ້ອນດັ່ງໄຟເຜົາໄໝ້.
ຂໍໃຫ້ທຸກໆຄົນທີ່ກຽດຊັງພູເຂົາຊີໂອນ ພ່າຍແພ້ແລະຖືກຂັບໄລ່ຄືນໄປເຖີດ.
ຄົນຈອງຫອງໄດ້ຫ້າງແຮ້ວໃຫ້ຂ້ານ້ອຍຖືກຈັບ ແລະວາງບ້ວງດັກຈັບຕາມທາງທີ່ໄປນັ້ນ.
ເຫື່ອແຮງຂອງຂ້ານ້ອຍກໍໄດ້ສູນເສຍໄປ ດັ່ງນໍ້າທີ່ໄຫລຊະໄປຕາມພື້ນດິນນັ້ນ. ກະດູກຂອງຂ້ານ້ອຍທຸກຊີກກໍບໍ່ຕິດຕໍ່ກັນ ຈິດໃຈຂອງຂ້ານ້ອຍກໍເປື່ອຍໄປດັ່ງຂີ້ເຜິ້ງ.
ຄວາມທຸກໃຈເຮັດໃຫ້ຂ້ານ້ອຍອ່ອນເພຍໄປ ການຮ້ອງໄຫ້ຄວນຄາງກໍເຮັດໃຫ້ຊີວິດຂອງຂ້ານ້ອຍສັ້ນເຂົ້າ. ຂ້ານ້ອຍອ່ອນແຮງຍ້ອນມີຄວາມເດືອດຮ້ອນ ແມ່ນແຕ່ກະດູກຂອງຂ້ານ້ອຍກໍຂົດຖືກກັດກິນຈົນຫ້ຽນ.
ຂໍໃຫ້ພວກທີ່ຊອກສັງຫານຂ້ານ້ອຍນັ້ນ ພ່າຍແພ້ແລະເສຍໜ້າ ຂໍໃຫ້ຜູ້ທີ່ປອງຮ້າຍຂ້ານ້ອຍ ພາກັນຫັນໜີໄປທັງວຸ້ນວາຍເຖີດ
ຂ້ານ້ອຍໝົດແຮງທັງຖືກຂະຍີ້ຈົນໝົດສະຕິໄປ ຈິດໃຈຂອງຂ້ານ້ອຍລະທົມທຸກແລະເຈັບປວດ.
ພຣະອົງປະໃຫ້ພວກຂ້ານ້ອຍຖືກແຮ້ວທີ່ພວກເຂົາດັກ ແລະວາງພາລະໜັກໃສ່ຫລັງດ້ວຍ.
ຢ່າກິນດິບຫລືຢ່າຕົ້ມກິນ ແຕ່ໃຫ້ປີ້ງກິນທັງໝົດຄື: ທັງຫົວ, ທັງຂາ ແລະເຄື່ອງໃນໄສ້ພຸງ.
ທຸກຄົນທີ່ວາງໃຈໃນຮູບເຄົາຣົບທັງຮ້ອງຫາມັນ ກໍຈະຖືກດູໝິ່ນນິນທາ ແລະອັບອາຍຂາຍໜ້າ.”
ດັ່ງນັ້ນ ເຮົາຈຶ່ງເທຄວາມໂກດຮ້າຍ ແລະຄວາມໂກດເຄືອງຂອງເຮົາ ໃສ່ເມືອງຂອງຢູດາຍ ແລະໃສ່ຕາມຖະໜົນຫົນທາງຂອງນະຄອນເຢຣູຊາເລັມ ແລະເຮົາກໍຈູດເມືອງເຫຼົ່ານີ້ຖິ້ມໝົດ. ເມືອງເຫຼົ່ານັ້ນໄດ້ຖືກປະໃຫ້ຮົກຮ້າງເພພັງ ແລະກາຍເປັນເປົ້າສາຍຕາອັນໜ້າກຽດໜ້າກົວ ດັ່ງທີ່ເປັນຢູ່ໃນທຸກວັນນີ້.
ໂຜດປະນາມຄວາມຊົ່ວຮ້າຍຂອງພວກເຂົາແດ່ ໂຜດລົງໂທດພວກເຂົາດັ່ງທີ່ໄດ້ລົງໂທດຂ້ານ້ອຍນັ້ນ ຍ້ອນການບາບທີ່ຂ້ານ້ອຍໄດ້ກະທຳມາ ຈຶ່ງທຸກຮ້ອນຫລາຍທັງຄໍ່າຄວນຢ່າງເຈັບປວດ.”
ພຣະອົງຕາມໄລ່ຂ້ອຍໃຫ້ອອກຈາກຫົນທາງ ຈີກເນື້ອເປັນຕ່ອນໆແລ້ວກໍປະຖິ້ມຂ້ອຍໄວ້.
ຈິດໃຈພວກຂ້ານ້ອຍຈຶ່ງອິດອ່ອນຍ້ອນ ສິ່ງເຫຼົ່ານີ້ທັງໝົດທີ່ໄດ້ເກີດມາ ສາຍຕາພວກຂ້ານ້ອຍຈຶ່ງມົວລົງ ເບິ່ງຫຍັງເກືອບເຫັນບໍ່ໄດ້.
ແຕ່ເຮົາຈະກາງຕາໜ່າງດັກຈັບເອົາລາວ. ແລ້ວເຮົາຈະນຳລາວໄປສູ່ນະຄອນບາບີໂລນ ຄືບ່ອນທີ່ລາວຈະຕາຍໂດຍບໍ່ໄດ້ເຫັນນະຄອນນີ້.
ເຮົາຈະຫວ່ານຕາໜ່າງຂອງພວກນັກໂຫ່ເນື້ອຈັບເອົາລາວ. ເຮົາຈະນຳລາວໄປສູ່ບາບີໂລນ ແລະລົງໂທດລາວຢູ່ທີ່ນັ້ນ ເພາະລາວບໍ່ໄດ້ສັດຊື່ຕໍ່ເຮົາ.
ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວດັ່ງນີ້: ເມື່ອຫລາຍຊົນຊາດມາເຕົ້າໂຮມກັນ ເຮົາຈະໃຊ້ຕາໜ່າງຈັບເຈົ້າໄວ້ແລະໃຫ້ພວກເຂົາລາກເຈົ້າຂຶ້ນມາເທິງຫາດ.
ແຕ່ເຮົາຈະກາງຕາໜ່າງອອກເພື່ອຄຸບເອົາພວກເຂົາ ດັ່ງຄຸບເອົານົກທີ່ບິນໃນອາກາດ. ເຮົາຈະລົງໂທດພວກເຂົາຍ້ອນການຊົ່ວຮ້າຍທີ່ພວກເຂົາໄດ້ເຮັດນັ້ນ.
ເມື່ອພຣະອົງໂກດຮ້າຍແມ່ນຜູ້ໃດແດ່ລອດຊີວິດເດ? ແມ່ນຜູ້ໃດລອດຊີວິດນໍເມື່ອພຣະອົງກິ້ວໂກດ? ພຣະອົງເທຄວາມໂກດຮ້າຍເປັນໄຟທີ່ເຜົາຜານ ໂງ່ນຫີນກໍໝຸ່ນເປັນຝຸ່ນດິນຢູ່ຊ້ອງໜ້າພຣະອົງ.
ເມື່ອໄດ້ຍິນສິ່ງທັງໝົດນີ້ກໍຕົວສັ່ນເສຍຂວັນ ຮິມສົບຂ້ານ້ອຍກໍສັ່ນເຊັນເຕັມແຕ່ຄວາມຢ້ານ. ຕົນຕົວຂ້ານ້ອຍນັ້ນກໍອ່ອນເພຍເປ້ຍລ່ອຍ ແລະຕີນກໍຄ່ອຍມຶນຂຶ້ນຈົນຄອນແຄນໄປໝົດ. ຂ້ານ້ອຍຈະລໍຖ້າວັນເວລາມາເຖິງດ້ວຍໃຈຈົດຈໍ່ ເມື່ອພຣະອົງຈະລົງໂທດຄົນທີ່ໂຈມຕີພວກເຮົາ.
ພວກເຈົ້າຈະບໍ່ພົບຄວາມສະຫງົບສຸກຢູ່ທີ່ໃດເລີຍ ບໍ່ມີບ່ອນໃດທີ່ຈະເອີ້ນວ່າເປັນຂອງພວກເຈົ້າ ພຣະເຈົ້າຢາເວຈະເຮັດໃຫ້ພວກເຈົ້າ ເຕັມໄປດ້ວຍຄວາມອຸກອັ່ງກະວົນກະວາຍໃຈ ສະພາບໝົດທ່າເສຍທີ ແລະສິ້ນຫວັງ.
ເພື່ອລົງໂທດຜູ້ທີ່ປະຕິເສດພຣະເຈົ້າ ແລະຜູ້ທີ່ບໍ່ຍອມເຊື່ອຟັງຂ່າວປະເສີດເລື່ອງອົງພຣະເຢຊູເຈົ້າຂອງພວກເຮົາ.
ເພາະພຣະເຈົ້າຂອງເຮົາທັງຫຼາຍ ຊົງເປັນໄຟທີ່ເຜົາຜານ.