ເພງ^ຄໍ່າຄວນ 1:10 - ພຣະຄຳພີສັກສິ10 ພວກສັດຕູເຂົ້າມາປຸ້ນມາລັກເອົາ ຊັບສົມບັດທັງໝົດທີ່ນາງມີຢູ່ນັ້ນ. ນາງໄດ້ເຫັນພວກສັດຕູເຂົ້າໄປໃນພຣະວິຫານ ທີ່ພຣະເຈົ້າຫ້າມປາມບໍ່ໃຫ້ຄົນຕ່າງຊາດເຂົ້າ. Uka jalj uñjjattʼäta |
ເພາະວ່າພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ກ່າວວ່າ, ເມື່ອກະສັດເນບູກາດເນັດຊາແຫ່ງບາບີໂລນໄດ້ຈັບເອົາເຈົ້າເຢໂຮຍອາກິນ ລູກຊາຍຂອງເຢໂຮຍອາກິມພ້ອມທັງພວກເຈົ້ານາຍຂອງຢູດາຍ ແລະຂອງນະຄອນເຢຣູຊາເລັມໄປນັ້ນ ເພິ່ນໄດ້ປະຕົ້ນເສົາທັງຫລາຍ, ອ່າງທີ່ເປັນທອງສຳຣິດ, ລົດລໍ້ ແລະສົມບັດອື່ນໆຂອງພຣະວິຫານໄວ້.
ພວກເຂົາໄດ້ເຮັດໃຫ້ພຣະວິຫານຂອງເຮົາເປັນມົນທິນ ໂດຍຍອມໃຫ້ຊາວຕ່າງດ້າວຜູ້ທີ່ບໍ່ໄດ້ຮັບພິທີຕັດຄືປະຊາຊົນທີ່ບໍ່ເຊື່ອຟັງເຮົານັ້ນ ເຂົ້າໄປໃນພຣະວິຫານເມື່ອພວກເຂົາກຳລັງຖວາຍໄຂມັນ ແລະເລືອດໃຫ້ແກ່ເຮົາ. ສະນັ້ນ ປະຊາຊົນຂອງເຮົາຈຶ່ງໄດ້ຝ່າຝືນພັນທະສັນຍາຂອງເຮົາ ໂດຍໄດ້ເຮັດສິ່ງທີ່ໜ້າກຽດຊັງທັງໝົດເຫຼົ່ານັ້ນ.