Biblia Todo Logo
Internet tuqin Biblia

- Anuncios ukanaka -




ເພງ^ຄໍ່າຄວນ 1:1 - ພຣະຄຳພີສັກສິ

1 ນະຄອນ​ເຢຣູຊາເລັມ​ເອີຍ ບັດນີ້​ນອນ​ຢຽດ​ຢູ່​ດຽວດາຍ ຄັ້ງໜຶ່ງ ເປັນ​ນະຄອນ​ທີ່​ມີ​ປະຊາຊົນ​ໜາແໜ້ນ ແລະ​ຄັ້ງ​ໜຶ່ງ​ນັ້ນ ກໍໄດ້​ຮັບ​ກຽດ​ຈາກ​ຊາວ​ໂລກາ ແຕ່​ມາບັດນີ້ ເຈົ້າ​ພັດ​ເປັນ​ດັ່ງ​ແມ່ໝ້າຍ; ເຈົ້າ​ເປັນ​ເຈົ້າຍິງ​ໃນ​ທ່າມກາງ​ເມືອງ​ທັງຫລາຍ ແຕ່​ບັດນີ້ ຖືກ​ລົດກຽດ​ລົງ​ຕົກ​ເປັນ​ທາດ​ສາ​ແລ້ວ.

Uka jalj uñjjattʼäta Copia luraña




ເພງ^ຄໍ່າຄວນ 1:1
38 Jak'a apnaqawi uñst'ayäwi  

ອານາຈັກ​ຂອງ​ກະສັດ​ໂຊໂລໂມນ​ລວມ​ເອົາ​ທັງ​ຊົນຊາດ​ຕ່າງໆ ຕັ້ງແຕ່​ແມ່ນໍ້າ​ເອີຟຣັດ​ໄປ​ຈົນເຖິງ​ດິນແດນ​ຂອງ​ປະເທດ​ເອຢິບ. ພວກ​ນີ້​ເສຍສ່ວຍ​ແລະ​ຍອມ​ຢູ່​ໃຕ້​ອຳນາດ​ຕະຫລອດ​ຊົ່ວຊີວິດ​ຂອງ​ເພິ່ນ.


ຣາຊການ​ຂອງ​ເພິ່ນ​ໄດ້​ສິ້ນສຸດ​ລົງ ເມື່ອ​ເຈົ້າ​ເນໂກ​ກະສັດ​ແຫ່ງ​ເອຢິບ​ໄດ້​ຈັບ​ເພິ່ນ​ໄປ​ເປັນ​ຊະເລີຍ​ທີ່​ເມືອງ​ຣິບລາ​ໃນ​ດິນແດນ​ຮາມັດ ແລະ​ທັງ​ໄດ້​ບັງຄັບ​ຊາວ​ຢູດາ​ໃຫ້​ຈ່າຍ​ເງິນ​ເປັນ​ຈຳນວນ​ສາມພັນ​ສີ່ຮ້ອຍ​ກິໂລກຼາມ ແລະ​ຄຳ​ສາມສິບສີ່​ກິໂລກຼາມ ເພື່ອ​ເປັນ​ເຄື່ອງ​ບັນນາການ.


ກະສັດ​ເຢໂຮຍອາກິມ​ໄດ້​ເກັບ​ພາສີ​ນຳ​ປະຊາຊົນ ຕາມ​ສ່ວນ​ຄວາມຮັ່ງມີ​ຂອງ​ພວກເຂົາ ເພື່ອ​ເປັນ​ການ​ຫາເງິນ​ເປັນ​ເຄື່ອງ​ບັນນາການ ຕາມ​ທີ່​ກະສັດ​ປະເທດ​ເອຢິບ​ຕ້ອງການ.


ເພິ່ນ​ໄດ້​ເປັນ​ຜູ້ປົກຄອງ​ສູງສຸດ​ເໜືອ​ກະສັດ​ທັງໝົດ​ໃນ​ເຂດແດນ ຕັ້ງແຕ່​ແມ່ນໍ້າ​ເອີຟຣັດ​ເຖິງ​ດິນແດນ​ຟີລິດສະຕິນ ແລະ​ຮອດ​ຊາຍແດນ​ຂອງ​ປະເທດ​ເອຢິບ.


ບັນດາ​ກະສັດ​ຜູ້​ມີ​ອຳນາດ​ໃຫຍ່​ໄດ້​ຂຶ້ນ​ຄອງ​ຢູ່​ທີ່​ນັ້ນ ແລະ​ໄດ້​ປົກຄອງ​ທົ່ວ​ແຂວງ​ທັງໝົດ​ທາງພາກ​ຕາເວັນຕົກ​ຂອງ​ແມ່ນໍ້າ​ເອີຟຣັດ ໂດຍ​ໃຊ້​ອິດທິພົນ​ເກັບ​ພາສີ ແລະ​ຫາ​ລາຍໄດ້.


ຍັງ​ມີ​ຄົນອື່ນ​ອີກ​ເວົ້າ​ວ່າ, “ພວກເຮົາ​ຈຳເປັນ​ຕ້ອງ​ໄປ​ຢືມ​ເງິນ ເພື່ອ​ມາ​ເສຍ​ພາສີ​ໄຮ່​ນາ ແລະ​ສວນອະງຸ່ນ​ໃຫ້​ແກ່​ກະສັດ.


ສິ່ງ​ທີ່​ພື້ນດິນ​ຜະລິດ​ກໍ​ຖືກ​ນຳ​ໄປ​ໃຫ້​ກະສັດ ຜູ້​ທີ່​ຢູ່​ເໜືອ ເພາະ​ພວກ​ຂ້ານ້ອຍ​ໄດ້​ເຮັດ​ບາບ ເພິ່ນ​ເຮັດ​ຕາມໃຈ​ຕໍ່​ພວກ​ຂ້ານ້ອຍ​ແລະ​ຝູງສັດ​ຂອງ​ພວກ​ຂ້ານ້ອຍ ພວກ​ຂ້ານ້ອຍ​ຈຶ່ງ​ເປັນທຸກ​ໜັກ​ຫລາຍ​ແທ້ໆ.”


ທີ່ນີ້​ເປັນ​ບ່ອນ​ບັນດາ​ເຜົ່າ​ຂອງ​ພຣະເຈົ້າຢາເວ ມາ​ຖວາຍ​ຂອບພຣະຄຸນ​ແດ່​ພຣະນາມ​ຂອງ​ພຣະເຈົ້າຢາເວ ຕາມ​ທີ່​ກຳນົດ​ໄວ້​ແກ່​ຊາດ​ອິດສະຣາເອນ.


ລູຊີເຟີ ດວງດາວ​ສ່ອງໃສ​ໃນ​ຕອນເຊົ້າ​ເອີຍ ເຈົ້າ​ໄດ້​ຕົກລົງ​ຈາກ​ສະຫວັນ​ແລ້ວ​ນໍ ໃນ​ອະດີດ​ນັ້ນ ເຈົ້າ​ໄດ້​ຕີ​ຊະນະ​ຫລາຍໆ​ຊົນຊາດ ແຕ່​ບັດນີ້ ເຈົ້າ​ພັດ​ຖືກ​ໂຍນ​ລົງ​ຂີ້ດິນ.


ທົ່ວ​ທັງ​ເມືອງ​ກຳລັງ​ອຶກກະທຶກ ເຕັມ​ໄປ​ດ້ວຍ​ສຽງ​ຄຶກໂຄມ​ແລະ​ຕື່ນເຕັ້ນ. ພວກ​ຜູ້ຊາຍ​ທີ່​ຕາຍ​ໃນ​ເສິກ​ນີ້ ບໍ່ໄດ້​ຕາຍ​ຍ້ອນ​ການ​ສູ້ຮົບ.


ທົ່ວ​ທັງ​ເມືອງ​ຈະ​ຮ້ອງໄຫ້​ຄວນຄາງ​ດັ່ງ​ຍິງ​ຜູ້ໜຶ່ງ​ກຳລັງ​ນັ່ງ​ຢູ່​ກັບ​ພື້ນດິນ ເພາະ​ສູນເສຍ​ທຸກສິ່ງ.


ແລ້ວ​ເຈົ້າ​ກໍ​ຈະ​ເຫັນ​ໂດຍ​ຕົນເອງ​ວ່າ, ‘ຜູ້ໃດ​ເກີດ​ເດັກນ້ອຍ​ເຫຼົ່ານີ້​ໃຫ້​ຂ້ອຍ? ຂ້ອຍ​ໄດ້​ສູນເສຍ​ເດັກນ້ອຍ​ທັງຫລາຍ ແລະ​ກໍ​ບໍ່​ສາມາດ​ມີ​ຕື່ມ​ອີກ. ຂ້ອຍ​ຖືກ​ເນລະເທດ​ແລະ​ຂັບໄລ່​ໃຫ້​ໜີໄປ ແມ່ນ​ຜູ້ໃດ​ນຳ​ເດັກນ້ອຍ​ເຫຼົ່ານີ້​ມາ​ໃຫ້? ຂ້ອຍ​ໄດ້​ຖືກ​ປະປ່ອຍ​ໃຫ້​ຢູ່​ປ່ຽວ​ຕາມ​ລຳພັງ ເດັກນ້ອຍ​ເຫຼົ່ານີ້​ພັດ​ມາ​ແຕ່​ໃສ​ອີກ?”’


ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ໃຫ້​ຂ້ອຍ​ໄດ້​ມີ​ຄວາມ​ເຂົ້າໃຈ ແລະ​ຂ້ອຍ​ກໍ​ບໍ່ໄດ້​ກະບົດ​ຫລື​ຫັນໜີ​ຈາກ​ພຣະອົງ.


ນະຄອນ​ເຢຣູຊາເລັມ​ເອີຍ ຈົ່ງ​ສັ່ນ​ຂີ້ຝຸ່ນ​ເປັນ​ອິດສະຫລະ ຈົ່ງ​ລຸກ​ຈາກ​ຂີ້ຝຸ່ນ​ດິນ ແລະ​ນັ່ງ​ລົງ​ເທິງ​ບັນລັງ​ເຖີດ ພວກ​ລູກສາວ​ຂອງ​ພູເຂົາ​ຊີໂອນ​ຜູ້​ຖືກ​ຈັບ​ເອີຍ ຈົ່ງ​ທຸບ​ໂສ້​ທີ່​ລ່າມ​ເຈົ້າ​ນັ້ນ​ໃຫ້​ມັນ​ຫລຸດ​ອອກ​ໄປ.


ເປັນ​ຕາຮັກ​ແທ້​ທີ່​ເຫັນ​ຜູ້​ສົ່ງຂ່າວ​ຂ້າມ​ພູເຂົາ​ມາ ໂດຍ​ນຳ​ຂ່າວ​ດີ​ຄື​ຂ່າວ​ແຫ່ງ​ສັນຕິສຸກ​ມາ​ໃຫ້ ລາວ​ປະກາດ​ເລື່ອງ​ໄຊຊະນະ​ແກ່​ພູເຂົາ​ຊີໂອນ​ວ່າ, “ພຣະເຈົ້າ​ຂອງ​ເຈົ້າ​ເປັນ​ເຈົ້າ​ມະຫາຊີວິດ.”


ຢ່າ​ສູ່ຢ້ານ ເພາະ​ເຈົ້າ​ຈະ​ບໍ່​ຖືກ​ອັບອາຍ​ອີກ​ເລີຍ ເຈົ້າ​ຈະ​ບໍ່ໄດ້​ເສຍ​ກຽດສັກສີ​ແຕ່​ຢ່າງໃດ. ເຈົ້າ​ຈະ​ລືມ​ຄວາມອາຍ​ໃນ​ໄວສາວ ເຈົ້າ​ຈະ​ບໍ່​ຈົດຈຳ​ຄຳ​ຕ້ອງຕິ​ໃນ​ຄາວ​ເຈົ້າ​ເປັນ​ໝ້າຍ.


ພຣະເຈົ້າຢາເວ​ກ່າວ​ດັ່ງນີ້: “ຈົ່ງ​ຮ້ອງເພງ​ຢ່າງ​ຊົມຊື່ນ​ໃຫ້​ອິດສະຣາເອນ ຊົນຊາດ​ໜຶ່ງ​ທີ່​ຍິ່ງໃຫຍ່​ກວ່າ​ທຸກ​ຊົນຊາດ. ຈົ່ງ​ຮ້ອງເພງ​ຂອງ​ພວກເຈົ້າ​ສັນລະເສີນ​ວ່າ, ‘ພຣະເຈົ້າຢາເວ​ໄດ້​ຊ່ວຍກູ້​ເອົາ​ປະຊາຊົນ​ຂອງ​ພຣະອົງ; ພຣະອົງ​ໄດ້​ຊ່ວຍກູ້​ເອົາ​ທຸກໆ​ຄົນ ຄື​ປະຊາຊົນ​ທີ່​ຍັງເຫລືອ​ຢູ່​ນັ້ນ.’


ເກດາລີຢາ​ລູກຊາຍ​ຂອງ​ອາຮີກຳ ແລະ​ຫລານຊາຍ​ຂອງ​ຊາຟານ​ຈຶ່ງ​ເວົ້າ​ກັບ​ພວກເຂົາ​ວ່າ, “ຂ້ອຍ​ຂໍ​ຮັບ​ຮອງ​ວ່າ ພວກເຈົ້າ​ບໍ່​ຈຳເປັນ​ຕ້ອງ​ຢ້ານ​ທີ່​ຈະ​ຍອມ​ຈຳນົນ​ຕໍ່​ຊາວ​ບາບີໂລນ. ຈົ່ງ​ຕັ້ງ​ຖິ່ນຖານ​ຢູ່​ໃນ​ດິນແດນ​ນີ້​ຮັບໃຊ້​ກະສັດ​ແຫ່ງ​ບາບີໂລນ ແລະ​ທຸກສິ່ງ​ຈະ​ເປັນ​ໄປ​ໂດຍ​ດີ​ສຳລັບ​ພວກເຈົ້າ.


ແລະ​ເວົ້າ​ວ່າ, “ກະລຸນາ​ເຮັດ​ຕາມ​ທີ່​ພວກເຮົາ​ຂໍຮ້ອງ​ເຖີດ ຈົ່ງ​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງທ່ານ​ໃຫ້​ພວກເຮົາ​ດ້ວຍ. ຈົ່ງ​ພາວັນນາ​ອະທິຖານ​ສຳລັບ​ພວກເຮົາ​ທຸກຄົນ​ທີ່​ຍັງ​ມີ​ຊີວິດ​ຢູ່. ຄັ້ງ​ໜຶ່ງ​ນັ້ນ ພວກເຮົາ​ເຄີຍ​ມີ​ຫລາຍ​ຄົນ, ແຕ່​ບັດນີ້​ພວກເຮົາ​ເຫຼືອ​ຢູ່​ພຽງ​ໜ້ອຍຄົນ​ເທົ່ານັ້ນ ດັ່ງ​ທີ່​ທ່ານ​ໄດ້​ເຫັນ​ນີ້ແຫລະ.


ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ໄດ້​ກ່າວ​ວ່າ, “ພວກເຈົ້າ​ເອງ​ໄດ້​ເຫັນ​ການທຳລາຍ​ທີ່​ເຮົາ​ໄດ້​ນຳ​ມາ​ສູ່​ນະຄອນ​ເຢຣູຊາເລັມ ແລະ​ສູ່​ທຸກ​ເມືອງ​ຂອງ​ຢູດາຍ. ຈົນເຖິງ​ດຽວ​ນີ້ ເມືອງ​ເຫຼົ່ານັ້ນ​ກໍ​ຍັງ​ຮົກຮ້າງ​ເພພັງ ແລະ​ບໍ່ມີ​ຜູ້ໃດ​ຢູ່​ອາໄສ


ດັ່ງນັ້ນ ເຮົາ​ຈຶ່ງ​ເທ​ຄວາມ​ໂກດຮ້າຍ ແລະ​ຄວາມ​ໂກດເຄືອງ​ຂອງເຮົາ ໃສ່​ເມືອງ​ຂອງ​ຢູດາຍ ແລະ​ໃສ່​ຕາມ​ຖະໜົນ​ຫົນທາງ​ຂອງ​ນະຄອນ​ເຢຣູຊາເລັມ ແລະ​ເຮົາ​ກໍ​ຈູດ​ເມືອງ​ເຫຼົ່ານີ້​ຖິ້ມ​ໝົດ. ເມືອງ​ເຫຼົ່ານັ້ນ​ໄດ້​ຖືກ​ປະ​ໃຫ້​ຮົກຮ້າງ​ເພພັງ ແລະ​ກາຍເປັນ​ເປົ້າ​ສາຍຕາ​ອັນ​ໜ້າກຽດ​ໜ້າກົວ ດັ່ງ​ທີ່​ເປັນ​ຢູ່​ໃນ​ທຸກ​ວັນ​ນີ້.


ບາບີໂລນ​ໄດ້​ໃຊ້​ຄ້ອນຕີ​ໂລກ​ທັງໝົດ​ແຕກ​ເປັນ​ປ່ຽງ​ສັນໃດ; ບັດນີ້ ຄ້ອນຕີ​ນັ້ນ​ກໍໄດ້​ແຕກ​ເປັນ​ປ່ຽງ​ສັນນັ້ນ ບັນດາ​ຊົນຊາດ​ທັງໝົດ​ສະດຸ້ງ​ຕົກໃຈ ຕໍ່​ສິ່ງ​ທີ່​ໄດ້​ເກີດຂຶ້ນ​ໃນ​ປະເທດ​ນັ້ນ.


ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ວ່າ, “ເຮົາ​ຈະ​ໃຫ້​ນະຄອນ​ເຢຣູຊາເລັມ​ເປັນ​ກອງ​ສິ່ງ​ເພພັງ ເປັນ​ບ່ອນ​ໜຶ່ງ​ທີ່​ຝູງ​ໝາປ່າ​ພາກັນ​ອາໄສ​ຢູ່; ເມືອງ​ຢູດາຍ​ຈະ​ກາຍເປັນ​ຖິ່ນ​ແຫ້ງແລ້ງ​ກັນດານ ເປັນ​ບ່ອນ​ໜຶ່ງ​ຊຶ່ງ​ບໍ່ມີ​ຄົນ​ອາໄສ​ຢູ່.”


ຂ້ອຍ​ໄດ້​ເອີ້ນ​ຫາ​ໝູ່ເພື່ອນ​ທີ່​ເຄີຍ​ຮັກແພງ​ກັນ ແຕ່​ພວກເຂົາ​ບໍ່​ຍອມ​ໃຫ້​ຄວາມ​ຊ່ວຍເຫລືອ​ແກ່​ຂ້ອຍ. ພວກ​ປະໂຣຫິດ​ແລະ​ຜູ້ນຳ​ກໍ​ລົ້ມຕາຍ​ຢູ່​ໃນ​ເມືອງ ຂະນະທີ່​ພວກເຂົາ​ຊອກ​ຫາ​ອາຫານ​ກິນ​ໃຫ້​ມີ​ຊີວິດ​ຢູ່.


ເພາະ​ອົງພຣະ​ຜູ້​ເປັນເຈົ້າ​ໂກດຮ້າຍ ຈຶ່ງ​ໃຫ້​ຄວາມມືດ​ຫຸ້ມຫໍ່​ພູເຂົາ​ຊີໂອນ ຄວາມ​ງົດງາມ​ດັ່ງ​ສະຫວັນ​ຂອງ​ພູເຂົາ​ຊີໂອນ ພຣະອົງ​ໄດ້​ປ່ຽນ​ໃຫ້​ເປັນ​ບ່ອນ​ຮົກຮ້າງ. ໃນ​ວັນ​ທີ່​ພຣະອົງ​ໂກດຮ້າຍ​ຕໍ່ສູ້​ນະຄອນ​ເຢຣູຊາເລັມ ພຣະອົງ​ປະຖິ້ມ​ແມ່ນແຕ່​ພຣະວິຫານ​ໃນ​ວັນ​ນັ້ນ.


ບັນດາ​ຄົນ​ເຖົ້າແກ່​ທີ່​ຢູ່​ໃນ​ນະຄອນ​ເຢຣູຊາເລັມ ຕ່າງ​ກໍ​ພາກັນ​ນັ່ງ​ກັບ​ພື້ນດິນ​ຢ່າງ​ມິດງຽບ ໂດຍ​ນຸ່ງ​ຜ້າ​ກະສອບເຂົ້າ ແລະ​ເອົາ​ຂີ້ດິນ​ໂຮຍ​ໃສ່​ຫົວ ສ່ວນ​ພວກ​ຍິງສາວ​ກໍ​ພາກັນ​ກົ້ມ​ຫົວ​ລົງ​ກັບ​ພື້ນ.


ຄຳ​ທີ່​ເຫຼື້ອມໃສ​ແວວວັບ​ໄດ້​ຖືກ​ມົວໝອງ​ໄປ ຫີນ​ຂອງ​ພຣະວິຫານ​ກໍ​ແຕກ​ກະຈາຍ​ໄປ​ເຕັມ​ຫົນທາງ.


ບໍ່ມີ​ສິ່ງໃດ​ເຫລືອໄວ້​ໃຫ້​ອວດອ້າງ​ໄດ້​ເລີຍ ພວກ​ຂ້ານ້ອຍ​ເຄີຍ​ສ້າງ​ບາບ ຈຶ່ງ​ນຳ​ສະໜອງ​ບັດນີ້.


ບັນດາ​ກະສັດ​ທັງໝົດ​ຜູ້​ທີ່​ເປັນ​ເຈົ້າຖິ່ນ​ຂອງ​ທ້ອງ​ທະເລ​ຈະ​ລົງ​ຈາກ​ບັນລັງ​ຂອງຕົນ. ພວກເຂົາ​ຈະ​ຖືກ​ບັງຄັບ​ໃຫ້​ແກ້​ເຄື່ອງ​ຊັ້ນນອກ ແລະ​ເຄື່ອງນຸ່ງ​ທີ່​ປັກແສ່ວ​ຂອງຕົນ​ອອກ ແລະ​ປະ​ໃຫ້​ນັ່ງ​ສັ່ນເຊັນ​ຕາມ​ພື້ນດິນ. ພວກເຂົາ​ຈະ​ສະທ້ານ​ຢ້ານກົວ​ຫລາຍ​ທີ່ສຸດ​ຍ້ອນ​ຊາຕາກຳ​ຂອງ​ເຈົ້າ ຈົນ​ພວກເຂົາ​ບໍ່​ສາມາດ​ຢຸດ​ສັ່ນເຊັນ​ໄດ້.


“ມະນຸດ​ເອີຍ ນີ້​ແມ່ນ​ສິ່ງ​ທີ່​ປະຊາຊົນ​ໃນ​ເມືອງ​ຕີເຣ​ກຳລັງ​ໂຮຮ້ອງ. ພວກເຂົາ​ຮ້ອງ​ຂຶ້ນ​ວ່າ, ‘ນະຄອນ​ເຢຣູຊາເລັມ​ພັງ​ທະລາຍ​ແລ້ວ ອຳນາດ​ຂອງ​ນະຄອນ​ເຢຣູຊາເລັມ​ສິ້ນສຸດ​ລົງ​ແລ້ວ ຄູ່ແຂ່ງ​ຂອງ​ພວກເຮົາ​ບໍ່ມີ​ຕໍ່ໄປ​ອີກ​ແລ້ວ.’


ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ວ່າ, “ຈົ່ງ​ເບິ່ງ​ນະຄອນ​ເຢຣູຊາເລັມ​ພຸ້ນ​ແມ. ເຮົາ​ໄດ້​ວາງ​ນາງ​ໄວ້​ທີ່​ສູນກາງ​ຂອງ​ໂລກ ໂດຍ​ມີ​ບັນດາ​ປະເທດ​ອື່ນ​ທັງໝົດ​ຢູ່​ອ້ອມຮອບ.


ເຮົາ​ຈະ​ປ່ຽນ​ເມືອງ​ທັງຫລາຍ​ຂອງ​ພວກເຈົ້າ​ໃຫ້​ເປັນ​ບ່ອນ​ຮົກຮ້າງ​ຫວ່າງເປົ່າ ແລະ​ຈະ​ທຳລາຍ​ສະຖານທີ່​ນະມັດສະການ​ຂອງ​ພວກເຈົ້າ​ດ້ວຍ. ເຮົາ​ຈະ​ບໍ່​ຍອມ​ຮັບ​ເອົາ​ເຄື່ອງ​ບູຊາ​ຂອງ​ພວກເຈົ້າ.


ເຮົາ​ຈະ​ເອົາ​ການ​ລົບລາ​ຂ້າຟັນ​ກັນ​ມາ​ສູ່​ພວກເຈົ້າ ແລະ​ເຮັດ​ໃຫ້​ພວກເຈົ້າ​ແຕກ​ກະຈັດ​ກະຈາຍ​ໄປ​ຢູ່​ໃນ​ປະເທດ​ຕ່າງໆ. ດິນແດນ​ຂອງ​ພວກເຈົ້າ​ຈະ​ຮົກຮ້າງ​ວ່າງເປົ່າ ແລະ​ຕົວເມືອງ​ທັງຫລາຍ​ຂອງ​ພວກເຈົ້າ​ກໍ​ຈະ​ຖືກ​ປະ​ໃຫ້​ເປັນ​ເມືອງ​ຮ້າງ.


ເຫດການ​ເຊັ່ນນີ້​ຈະ​ເກີດຂຶ້ນ​ກັບ​ເມືອງ​ທີ່​ອວດດີ​ອວດເກັ່ງ​ເຖິງ​ກຳລັງ​ຂອງ​ຕົນເອງ ແລະ​ທັງ​ຄິດວ່າ​ຕົນ​ປອດໄພ​ແລ້ວ. ຊາວ​ເມືອງ​ຄິດວ່າ ເມືອງ​ຂອງ​ພວກຕົນ​ນັ້ນ​ຍິ່ງໃຫຍ່​ທີ່ສຸດ​ໃນ​ໂລກ. ມັນ​ຈະ​ກາຍເປັນ​ເມືອງ​ທີ່​ເປົ່າປ່ຽວ ຄື​ຈະ​ເປັນ​ບ່ອນ​ທີ່​ສັດປ່າ​ທັງຫລາຍ​ພັກຜ່ອນ. ທຸກໆຄົນ​ທີ່​ຍ່າງ​ກາຍ​ໄປມາ​ກໍ​ຈະ​ຢ້ານກົວ​ຈົນ​ຂົນ​ລຸກ.


ນະຄອນ​ນັ້ນ​ໄດ້​ອວດ​ຈອງຫອງ ແລະ​ປ່ອຍ​ຕົວ​ໄປ ຕາມ​ຄວາມ​ສະໜຸກ​ສະໜານ​ເທົ່າ​ໃດ ກໍ​ຈົ່ງ​ໃຫ້​ມັນ​ໄດ້​ຮັບ ການ​ທໍລະມານ ແລະ​ຄວາມ​ໂສກເສົ້າ​ຫລາຍ​ເທົ່ານັ້ນ ເພາະ​ມັນ​ຄິດ​ໃນ​ໃຈ​ວ່າ, ‘ເຮົາ​ຢູ່​ໃນ​ຕຳແໜ່ງ​ຣາຊີນີ ບໍ່ແມ່ນ​ແມ່ໝ້າຍ, ເຮົາ​ຈະ​ບໍ່​ປະສົບ​ຄວາມ​ໂສກເສົ້າ​ຈັກເທື່ອ’


Jiwasaru arktasipxañani:

Anuncios ukanaka


Anuncios ukanaka