ໂຢຊວຍ 9:9 - ພຣະຄຳພີສັກສິ9 ແລ້ວພວກເຂົາກໍໄດ້ເລົ່າເລື່ອງໃຫ້ໂຢຊວຍຟັງວ່າ, “ທ່ານເອີຍ ພວກຂ້ານ້ອຍໄດ້ມາແຕ່ດິນແດນໄກທີ່ສຸດ ເພາະໄດ້ຍິນເລື່ອງກ່ຽວກັບພຣະເຈົ້າຢາເວ ພຣະເຈົ້າຂອງທ່ານ. ພວກຂ້ານ້ອຍໄດ້ຍິນເຖິງທຸກໆສິ່ງ ທີ່ພຣະອົງໄດ້ກະທຳໃນປະເທດເອຢິບ Uka jalj uñjjattʼäta |
ແລ້ວກໍມີການຮຽກຮ້ອງປະຊາຊົນໃຫ້ນະມັດສະການພຣະເຈົ້າ ໂດຍຊາວເລວີ ມີດັ່ງນີ້: ເຢຊູອາ, ກາດມີເອນ, ບານີ, ຮາຊັບເນອີຢາ, ເຊເຣບີຢາ, ໂຮດີຢາ, ເຊບານີຢາ ແລະເປທາຮີຢາ. ພວກເຂົາໄດ້ເວົ້າວ່າ, “ຈົ່ງລຸກຢືນຂຶ້ນ ແລະສັນລະເສີນ ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ; ຈົ່ງສັນລະເສີນພຣະອົງສືບໄປຊົ່ວນິຣັນດອນ ຈົ່ງໃຫ້ທຸກຄົນຍົກຍໍພຣະນາມອັນຮຸ່ງເຮືອງຍິ່ງໃຫຍ່ ເຖິງແມ່ນວ່າມະນຸດນັ້ນໃຫ້ຄຳຍົກຍໍ ບໍ່ຍິ່ງໃຫຍ່ພໍສຳລັບພຣະອົງກໍຕາມ.”
ແລະເຮົາຈະຕັ້ງໝາຍສຳຄັນໄວ້ໃນທ່າມກາງພວກເຂົາ. ເຮົາຈະໄວ້ຊີວິດບາງຄົນໃນພວກເຂົາ ແລະສົ່ງພວກເຂົາໄປຍັງຊົນຊາດຕ່າງໆແລະສູ່ດິນແດນທີ່ຫ່າງໄກ ບ່ອນທີ່ບໍ່ໄດ້ຍິນເຖິງຊື່ສຽງ ຫລືໄດ້ເຫັນຄວາມຍິ່ງໃຫຍ່ແລະຣິດອຳນາດຂອງເຮົາເລີຍຄື: ສະເປນ, ລີເບຍ, ແລະລີເດຍ ພ້ອມດ້ວຍນັກຍິງທະນູຜູ້ທີ່ຊຳນິຊຳນານ ແລະໄປຍັງຕູບານແລະກຣີກ. ໃນທ່າມກາງຊົນຊາດເຫຼົ່ານີ້ ພວກເຂົາຈະປະກາດຄວາມຍິ່ງໃຫຍ່ຂອງເຮົາ.
ພວກເຂົາໄດ້ຕອບວ່າ, “ທ່ານເອີຍ ພວກຂ້ານ້ອຍໄດ້ເຮັດເຊັ່ນນີ້ ເພາະຮູ້ວ່າເປັນຄວາມຈິງແທ້ ທີ່ພຣະເຈົ້າຢາເວ ພຣະເຈົ້າຂອງທ່ານໄດ້ສັ່ງໂມເຊຜູ້ຮັບໃຊ້ຂອງພຣະອົງ ໃຫ້ມອບດິນແດນທັງໝົດນີ້ແກ່ພວກທ່ານ ແລະຍັງສັ່ງພວກທ່ານໃຫ້ຂ້າທຸກຄົນໃນບ່ອນທີ່ພວກທ່ານໄດ້ເຂົ້າຢຶດຄອງ. ພວກຂ້ານ້ອຍໄດ້ເຮັດລົງໄປ ເພາະພວກຂ້ານ້ອຍຢ້ານພວກທ່ານຫລາຍ ພວກຂ້ານ້ອຍຢ້ານຕາຍ.