ໂຢຊວຍ 9:7 - ພຣະຄຳພີສັກສິ7 ແຕ່ຊາວອິດສະຣາເອນໄດ້ເວົ້າຕໍ່ຄົນຮີວີວ່າ, “ພວກເຈົ້າອາດຈະຢູ່ໃກ້ກັບພວກເຮົານີ້ກໍໄດ້ ດ້ວຍເຫດໃດພວກເຮົາຈຶ່ງຈະເຮັດຂໍ້ຕົກລົງກັບພວກເຈົ້າ?” Uka jalj uñjjattʼäta |
ໄຊຊະນະຂອງຊາວອິດສະຣາເອນ ໄດ້ຊ່າລືໄປຈົນເຖິງກະສັດທັງໝົດ ທີ່ທາງພາກຕາເວັນຕົກຂອງແມ່ນໍ້າຈໍແດນ ດັ່ງນີ້: ພວກທີ່ຢູ່ຕາມເນີນພູ, ຕາມຕີນພູ, ຕາມທົ່ງຮາບພຽງ ແລະຕາມຝັ່ງທະເລເມດີແຕຣາເນທາງເໜືອຈົນເຖິງເລບານອນ. ພວກນີ້ແມ່ນກະສັດຂອງຊາວຮິດຕີ, ຊາວອາໂມ, ຊາວການາອານ, ຊາວເປຣີຊີ, ຊາວຮີວີ ແລະຊາວເຢບຸດ.