Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຊວຍ 9:6 - ພຣະຄຳພີສັກສິ

6 ແລ້ວ​ພວກເຂົາ​ກໍ​ໄປ​ຫາ​ໂຢຊວຍ​ແລະ​ຊາວ​ອິດສະຣາເອນ ທີ່​ຄ້າຍພັກ​ຂອງ​ເມືອງ​ກິນການ ແລະ​ເວົ້າ​ວ່າ, “ພວກ​ຂ້ານ້ອຍ​ເດີນທາງ​ມາ​ຈາກ​ດິນແດນ​ໄກ ແລະ​ຢາກ​ເຮັດ​ຂໍ້​ຕົກລົງ​ກັບ​ພວກທ່ານ.”

Uka jalj uñjjattʼäta Copia luraña




ໂຢຊວຍ 9:6
9 Jak'a apnaqawi uñst'ayäwi  

ເມື່ອ​ຄົນ​ຕ່າງດ້າວ​ຜູ້ໜຶ່ງ​ຢູ່​ໃນ​ດິນແດນ​ທີ່​ຫ່າງໄກ​ໄດ້ຍິນ​ຊື່ສຽງ​ຂອງ​ພຣະອົງ ແລະ​ໄດ້ຍິນ​ເຖິງ​ສິ່ງ​ຍິ່ງໃຫຍ່​ທີ່​ພຣະອົງ​ໄດ້​ເຮັດ​ຕໍ່​ປະຊາຊົນ​ຂອງ​ພຣະອົງ ແລ້ວ​ເຂົ້າ​ມາ​ນະມັດສະການ ແລະ​ພາວັນນາ​ອະທິຖານ​ຕໍ່​ພຣະອົງ​ທີ່​ວິຫານ​ນີ້


ແລ້ວ​ຜູ້ທຳນວາຍ​ເອຊາຢາ​ກໍໄດ້​ໄປ​ຫາ​ກະສັດ​ເຮເຊກີຢາ ແລະ​ຖາມ​ວ່າ, “ຄົນ​ເຫຼົ່ານີ້​ມາ​ແຕ່​ໃສ ແລະ​ພວກເຂົາ​ໄດ້​ເວົ້າ​ຫຍັງ​ກັບ​ທ່ານ​ແດ່?” ກະສັດ​ເຮເຊກີຢາ​ຕອບ​ວ່າ, “ພວກເຂົາ​ມາ​ຈາກ​ເມືອງໄກ ຈາກ​ບາບີໂລນ.”


ແລ້ວ​ໂຢຊວຍ​ແລະ​ພວກ​ທະຫານ​ຂອງຕົນ ກໍໄດ້​ກັບຄືນ​ເມືອ​ຄ້າຍພັກ​ທີ່​ກິນການ.


ຊາວ​ກີເບໂອນ​ຈຶ່ງ​ໄດ້​ຟ້າວ​ສົ່ງ​ຄົນ​ໄປ​ຫາ​ໂຢຊວຍ ທີ່​ຄ້າຍພັກ​ໃນ​ເມືອງ​ກິນການ​ວ່າ, “ທ່ານເອີຍ ກະສັດ​ທັງໝົດ​ຂອງ​ຊາວ​ອາໂມ​ທີ່​ຢູ່​ຕາມ​ເນີນພູ​ຂອງ​ດິນແດນ​ນີ້ ໄດ້​ພາກັນ​ມາ​ຕໍ່ສູ້​ພວກ​ຂ້ານ້ອຍ. ຈົ່ງ​ຟ້າວ​ມາ​ຊ່ວຍ​ພວກ​ຂ້ານ້ອຍ​ແດ່ທ້ອນ ຢ່າ​ປະຖິ້ມ​ພວກ​ຂ້ານ້ອຍ​ເລີຍ.”


ໃນ​ມື້​ທີ່​ປະຊາຊົນ​ໄດ້​ຂ້າມ​ແມ່ນໍ້າ​ນັ້ນ ເປັນ​ມື້​ທີ​ສິບ​ຂອງ​ເດືອນ​ທີ​ໜຶ່ງ. ພວກເຂົາ​ໄດ້​ຕັ້ງ​ຄ້າຍພັກ​ຢູ່​ທີ່​ກິນການ ຊຶ່ງ​ຢູ່​ທາງທິດ​ຕາເວັນອອກ​ຂອງ​ເມືອງ​ເຢຣິໂກ.


ໃນ​ເວລາ​ທີ່​ຊາວ​ອິດສະຣາເອນ​ກຳລັງ​ຕັ້ງ​ຄ້າຍພັກ​ທີ່​ກິນການ ຕາມ​ທົ່ງ​ຮາບພຽງ​ຂອງ​ເມືອງ​ເຢຣິໂກ​ນັ້ນ ພວກເຂົາ​ໄດ້​ສະຫລອງ​ປັດສະຄາ​ໃນ​ຕອນ​ຄໍ່າ​ຂອງ​ວັນ​ທີ​ສິບສີ່​ຂອງ​ເດືອນ​ນັ້ນ.


ພວກເຂົາ​ໄດ້​ນຸ່ງ​ເຄື່ອງ​ເກົ່າ​ແລະ​ໃສ່​ເກີບ​ຂາດ​ທີ່​ຖິ້ມ​ແລ້ວ. ສ່ວນ​ເຂົ້າຈີ່​ທີ່​ຖື​ໄປ​ນຳ​ນັ້ນ​ກໍ​ແຫ້ງ​ແລະ​ຕົກໂໝກ.


ແລ້ວ​ພວກເຂົາ​ກໍໄດ້​ເລົ່າ​ເລື່ອງ​ໃຫ້​ໂຢຊວຍ​ຟັງ​ວ່າ, “ທ່ານເອີຍ ພວກ​ຂ້ານ້ອຍ​ໄດ້​ມາ​ແຕ່​ດິນແດນ​ໄກ​ທີ່ສຸດ ເພາະ​ໄດ້ຍິນ​ເລື່ອງ​ກ່ຽວກັບ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງທ່ານ. ພວກ​ຂ້ານ້ອຍ​ໄດ້ຍິນ​ເຖິງ​ທຸກໆ​ສິ່ງ ທີ່​ພຣະອົງ​ໄດ້​ກະທຳ​ໃນ​ປະເທດ​ເອຢິບ


Jiwasaru arktasipxañani:

Anuncios ukanaka


Anuncios ukanaka