Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຊວຍ 9:4 - ພຣະຄຳພີສັກສິ

4 ພວກເຂົາ​ຈຶ່ງ​ໄດ້​ຊອກ​ຫາ​ວິທີ​ໃຊ້​ອຸບາຍ​ຫລອກລວງ​ໂຢຊວຍ. ພວກເຂົາ​ໄດ້​ນຳ​ເອົາ​ເຂົ້າປາ​ອາຫານ​ໃສ່​ຖົງ​ຂາດໆ ເອົາ​ເຫຼົ້າ​ອະງຸ່ນ​ໃສ່​ຖົງ​ໜັງ​ຂາດ​ແລະ​ຕາບ ແລະ​ພາດ​ໃສ່​ຫລັງ​ລໍ.

Uka jalj uñjjattʼäta Copia luraña




ໂຢຊວຍ 9:4
12 Jak'a apnaqawi uñst'ayäwi  

ພວກ​ລູກຊາຍ​ຂອງ​ຢາໂຄບ​ຈຶ່ງ​ຕອບ​ຊີເຄມ​ແລະ​ຮາໂມ​ໃນ​ທຳນອງ​ຫລອກລວງ ເພາະ​ຊີເຄມ​ໄດ້​ເຮັດ​ໃຫ້​ນ້ອງສາວ​ຂອງ​ພວກເຂົາ​ຖືກ​ອັບອາຍ.


ຂ້ານ້ອຍ​ໃຊ້​ການ​ບໍ່ໄດ້​ດັ່ງ​ຖົງ​ເຫຼົ້າ​ອະງຸ່ນ​ໄຮ້​ຄ່າ, ແຕ່​ປານນັ້ນ ຂ້ານ້ອຍ​ກໍ​ບໍ່ໄດ້​ລືມໄລ​ຂໍ້ຄຳສັ່ງ​ຂອງ​ພຣະອົງ.


“ເບິ່ງແມ! ເຮົາ​ໃຊ້​ພວກເຈົ້າ​ອອກ​ໄປ​ເໝືອນ​ແກະ​ຢູ່​ໃນ​ທ່າມກາງ​ຝູງ​ໝາໄນ. ສະນັ້ນ ຈົ່ງ​ສະຫລາດ​ເໝືອນ​ງູ ແລະ​ອ່ອນສຸພາບ​ເໝືອນ​ນົກເຂົາ.


ບໍ່ມີ​ຜູ້ໃດ​ດອກ​ທີ່​ຖອກ​ເຫຼົ້າ​ອະງຸ່ນ ໃໝ່​ໃສ່​ຖົງ​ໜັງ​ເກົ່າ. ດ້ວຍວ່າ, ຖົງ​ໜັງ​ນັ້ນ​ຈະ​ແຕກ ເຫຼົ້າ​ອະງຸ່ນ​ຈະ​ໄຫລ​ອອກ ແລະ​ທັງ​ຖົງ​ໜັງ​ກໍ​ຈະ​ເສຍ​ໄປ, ແຕ່​ຕ້ອງ​ໃຊ້​ຖົງ​ໜັງ​ໃໝ່​ໃສ່​ເຫຼົ້າ​ອະງຸ່ນ​ໃໝ່ ແລະ​ທັງສອງ​ຢ່າງ​ກໍ​ຈະ​ຢູ່​ໃນ​ສະພາບ​ດີ.”


ບໍ່ມີ​ຜູ້ໃດ​ທີ່​ຖອກ​ເຫຼົ້າ​ອະງຸ່ນ ໃໝ່​ໃສ່​ຖົງ​ໜັງ​ເກົ່າ ຖ້າ​ເຮັດ​ຢ່າງ​ນັ້ນ ເຫຼົ້າ​ອະງຸ່ນ​ຈະ​ເຮັດ​ໃຫ້​ຖົງ​ໜັງ​ນັ້ນ​ຂາດ ແລະ​ເຫຼົ້າ​ອະງຸ່ນ​ກັບ​ທັງ​ຖົງ​ກໍ​ຈະ​ເສຍ​ໄປ, ແຕ່​ເຫຼົ້າ​ອະງຸ່ນ​ໃໝ່​ຕ້ອງ​ໃສ່​ໄວ້​ໃນ​ຖົງ​ໜັງ​ໃໝ່.”


ແລ້ວ​ເຈົ້ານາຍ​ກໍ​ຍົກ​ຍ້ອງ​ເຈົ້າ​ພະນັກງານ​ຜູ້​ບໍ່​ສັດຊື່​ວ່າ, ‘ລາວ​ໄດ້​ເຮັດ​ດ້ວຍ​ຄວາມ​ສະຫລາດ. ດ້ວຍວ່າ ຄົນ​ຝ່າຍ​ໂລກນີ້ ໃນ​ສະໄໝ​ຂອງ​ເຂົາ ເຂົາ​ໃຊ້​ສະຕິປັນຍາ​ສະຫລາດ​ກວ່າ​ຄົນ​ຝ່າຍ​ຄວາມ​ສະຫວ່າງ​ອີກ.’


ຈົ່ງ​ເບິ່ງ​ເຂົ້າຈີ່​ຂອງ​ພວກ​ຂ້ານ້ອຍ​ນີ້​ດູ ຕອນ​ອອກ​ຈາກ​ບ້ານ​ມາ​ຍັງ​ອຸ່ນໆ​ຢູ່ ແຕ່​ດຽວ​ນີ້ ແຫ້ງ​ແລະ​ຕົກໂໝກ​ໝົດ.


ຕອນ​ທີ່​ພວກ​ຂ້ານ້ອຍ​ຮ່າຍ​ເຫຼົ້າ​ອະງຸ່ນ​ໃສ່​ຖົງ​ນັ້ນ​ມັນ​ຍັງ​ໃໝ່​ຢູ່ ແຕ່​ເບິ່ງແມ! ດຽວ​ນີ້​ມັນ​ຂາດ ເຄື່ອງນຸ່ງ​ແລະ​ເກີບ​ກໍ​ເກົ່າ​ທັງ​ຂາດ​ດ້ວຍ ເພາະ​ການ​ເດີນທາງ​ອັນ​ແສນໄກ​ໃນ​ຄັ້ງ​ນີ້.”


ເມື່ອ​ຊາວ​ກີເບໂອນ​ຜູ້​ທີ່​ເປັນ​ຄົນ​ຮີວີ​ໄດ້ຍິນ​ເຖິງ​ເລື່ອງ ຊຶ່ງ​ໂຢຊວຍ​ໄດ້​ເຮັດ​ຕໍ່​ເມືອງ​ເຢຣິໂກ​ແລະ​ເມືອງ​ອາອີ


ພວກເຂົາ​ໄດ້​ນຸ່ງ​ເຄື່ອງ​ເກົ່າ​ແລະ​ໃສ່​ເກີບ​ຂາດ​ທີ່​ຖິ້ມ​ແລ້ວ. ສ່ວນ​ເຂົ້າຈີ່​ທີ່​ຖື​ໄປ​ນຳ​ນັ້ນ​ກໍ​ແຫ້ງ​ແລະ​ຕົກໂໝກ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka