Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຊວຍ 9:27 - ພຣະຄຳພີສັກສິ

27 ແຕ່​ໃນ​ເວລາ​ດຽວກັນ​ນັ້ນ ເພິ່ນ​ກໍໄດ້​ໃຫ້​ພວກເຂົາ​ເປັນ​ຄົນ​ຮັບໃຊ້ ຄື​ຕັດຟືນ​ແລະ​ຕັກນໍ້າ​ໃຫ້​ປະຊາຊົນ​ອິດສະຣາເອນ ແລະ​ສຳລັບ​ແທ່ນບູຊາ​ຂອງ​ພຣະເຈົ້າຢາເວ. ໃນ​ທຸກ​ວັນນີ້ ພວກເຂົາ​ກໍ​ຍັງ​ໄດ້​ສືບຕໍ່​ເຮັດ​ວຽກ​ຢູ່​ໃນ​ບ່ອນ​ທີ່​ພຣະອົງ​ໄດ້ເລືອກ​ໄວ້.

Uka jalj uñjjattʼäta Copia luraña




ໂຢຊວຍ 9:27
9 Jak'a apnaqawi uñst'ayäwi  

ພວກເຮົາ​ຈະ​ຕັດ​ໄມ້​ສົນສີດາ​ທັງໝົດ​ທີ່​ທ່ານ​ຕ້ອງການ ເຮັດ​ເປັນ​ແພ​ແລະ​ໄຫລ​ນໍ້າ​ທະເລ​ໄປ​ໃຫ້​ຮອດ​ເມືອງ​ຢົບປາ. ຈາກ​ທີ່​ນັ້ນ​ທ່ານ​ຈະ​ຂົນ​ໄປ​ສູ່​ນະຄອນ​ເຢຣູຊາເລັມ​ໄດ້.”


ສຳລັບ​ສ່ວນ​ທີ່​ເປັນ​ຂອງ​ນັກຮົບ​ນັ້ນ ຈົ່ງ​ຫັກ​ເອົາ​ໜຶ່ງ​ໃນ​ຫ້າຮ້ອຍ​ເປັນ​ຂອງ​ຖວາຍ​ສຳລັບ​ພຣະເຈົ້າຢາເວ ບໍ່​ວ່າ​ເປັນ​ຊະເລີຍເສິກ, ງົວ, ລໍ, ແກະ ແລະ​ແບ້​ກໍດີ.


ສຳລັບ​ສ່ວນ​ຂອງ​ຊຸມຊົນ​ນັ້ນ​ເໝືອນກັນ ໃຫ້​ຫັກ​ເອົາ​ໜຶ່ງ​ໃນ​ຫ້າສິບ ມອບ​ໃຫ້​ແກ່​ພວກ​ເລວີ​ທີ່​ເບິ່ງແຍງ​ຫໍເຕັນ​ສັກສິດ​ຂອງ​ພຣະເຈົ້າຢາເວ ບໍ່​ວ່າ​ເປັນ​ຊະເລີຍ, ງົວ, ລໍ, ແກະ ແລະ​ແບ້​ກໍດີ.”


ໂມເຊ​ໄດ້​ຫັກ​ໜຶ່ງ​ໃນ​ຫ້າສິບ​ຂອງ​ຊະເລີຍ​ແລະ​ສັດ​ມອບ​ໃຫ້​ແກ່​ພວກ​ເລວີ ຜູ້​ທີ່​ເບິ່ງແຍງ​ຫໍເຕັນ​ສັກສິດ​ຂອງ​ພຣະເຈົ້າຢາເວ ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ໂມເຊ.


ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ຈະ​ເລືອກ​ເອົາ​ແຫ່ງ​ດຽວ ໃຫ້​ເປັນ​ບ່ອນ​ນະມັດສະການ​ພຣະອົງ ແລະ​ທີ່​ນັ້ນ​ພວກເຈົ້າ​ຕ້ອງ​ນຳ​ເອົາ​ທຸກໆ​ສິ່ງ​ທີ່​ຂ້າພະເຈົ້າ​ໄດ້​ສັ່ງ ໄປ​ຖວາຍ​ແກ່​ພຣະອົງ​ດັ່ງນີ້: ສັດ​ສຳລັບ​ເຜົາບູຊາ​ແລະ​ເຄື່ອງ​ບູຊາ​ຕ່າງໆ, ເຄື່ອງ​ຖວາຍ​ໜຶ່ງສ່ວນສິບ​ກັບ​ເຄື່ອງ​ຖວາຍ​ອື່ນໆ, ພ້ອມ​ທັງ​ເຄື່ອງ​ຖວາຍ​ພິເສດ​ທີ່​ພວກເຈົ້າ​ໄດ້​ສັນຍາ ວ່າ​ຈະ​ຖວາຍ​ແກ່​ພຣະເຈົ້າຢາເວ.


ພວກເຈົ້າ​ຕ້ອງ​ຖວາຍ​ເຄື່ອງບູຊາ​ໃນ​ບ່ອນ​ໜຶ່ງ​ເທົ່ານັ້ນ ທີ່​ພຣະເຈົ້າຢາເວ​ຈະ​ເລືອກ​ໃຫ້​ໃນ​ເຂດແດນ​ເຜົ່າ​ໜຶ່ງ​ຂອງ​ພວກເຈົ້າ. ໃນ​ບ່ອນ​ດັ່ງ​ກ່າວ​ນີ້​ເທົ່ານັ້ນ​ທີ່​ພວກເຈົ້າ​ຕ້ອງ​ຖວາຍ​ເຄື່ອງ​ເຜົາບູຊາ ແລະ​ເຮັດ​ທຸກສິ່ງ​ທັງໝົດ​ທີ່​ຂ້າພະເຈົ້າ​ໄດ້​ສັ່ງ​ພວກເຈົ້າ.


ຈົ່ງ​ຊອກ​ຫາ​ບ່ອນ​ໜຶ່ງ​ໃນ​ບັນດາ​ເຜົ່າ​ຂອງ​ພວກເຈົ້າ ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ຈະ​ເລືອກ​ເອົາ​ແຫ່ງ​ໜຶ່ງ​ໄວ້​ທ່າມກາງ​ປະຊາຊົນ ເພື່ອ​ຕັ້ງ​ພຣະນາມຊື່​ຂອງ​ພຣະອົງ​ໃນ​ທີ່ນັ້ນ​ແລະ​ສະຖິດ​ທີ່​ນັ້ນ​ດ້ວຍ ພວກເຈົ້າ​ຕ້ອງ​ໄປ​ທີ່​ນັ້ນ ແລະ​ນະມັດສະການ​ພຣະອົງ.


ຂໍ​ໃຫ້​ພວກເຂົາ​ມີ​ຊີວິດ​ຢູ່​ຕໍ່ໄປ​ເຖີດ ແຕ່​ພວກເຂົາ​ຈະ​ຕ້ອງ​ຕັດຟືນ​ແລະ​ຕັກນໍ້າ​ໃຫ້​ພວກເຮົາ.” ອັນ​ນີ້​ແມ່ນ​ສິ່ງ​ທີ່​ພວກຫົວໜ້າ​ໄດ້​ແນະນຳ.


ສະນັ້ນ ໂຢຊວຍ​ຈຶ່ງ​ໄດ້​ປະຕິບັດ​ດັ່ງນີ້: ເພິ່ນ​ໄດ້​ປົກປ້ອງ​ບໍ່​ໃຫ້​ຊາວ​ອິດສະຣາເອນ​ຂ້າ​ພວກເຂົາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka