Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຊວຍ 9:25 - ພຣະຄຳພີສັກສິ

25 ບັດນີ້ ພວກ​ຂ້ານ້ອຍ​ຕົກ​ຢູ່​ໃຕ້​ອຳນາດ​ຂອງທ່ານ​ແລ້ວ ຂໍ​ທ່ານ​ຈົ່ງ​ປະຕິບັດ​ຕໍ່​ພວກ​ຂ້ານ້ອຍ ຕາມ​ທີ່​ທ່ານ​ເຫັນ​ສົມຄວນ​ເທີ້ນ.”

Uka jalj uñjjattʼäta Copia luraña




ໂຢຊວຍ 9:25
12 Jak'a apnaqawi uñst'ayäwi  

ອັບຣາມ​ຕອບ​ວ່າ, “ດີ​ແລ້ວ ຮາກາ​ຍັງ​ເປັນ​ສາວ​ໃຊ້​ຂອງ​ເຈົ້າ​ຢູ່ ແລະ​ນາງ​ກໍ​ຍັງ​ຢູ່​ໃຕ້​ຄວາມ​ຄຸ້ມຄອງ​ຂອງ​ເຈົ້າ. ຈົ່ງ​ເຮັດ​ຕໍ່​ນາງ​ຕາມ​ທີ່​ເຈົ້າ​ເຫັນ​ສົມຄວນ​ເຖີດ.” ດັ່ງນັ້ນ ນາງ​ຊາຣາຍ​ຈຶ່ງ​ຂົ່ມເຫັງ​ຮາກາ​ຢ່າງ​ໜັກ ຈົນ​ນາງ​ຕ້ອງ​ປົບໜີໄປ.


ແຕ່​ຖ້າ​ພຣະອົງ​ບໍ່​ພໍໃຈ​ນຳ​ເຮົາ ກໍ​ຂໍ​ໃຫ້​ພຣະອົງ​ເຮັດ​ຕໍ່​ເຮົາ​ຕາມ​ທີ່​ພຣະອົງ​ຕ້ອງການ​ເຖີດ.”


ກະສັດ​ດາວິດ​ຕອບ​ລາວ​ວ່າ, “ເຮົາ​ຕົກ​ຢູ່​ໃນ​ສະພາບ​ຈົນຕາແຈ​ແທ້ໆ, ແຕ່​ເຮົາ​ບໍ່​ຕ້ອງການ​ໃຫ້​ມະນຸດ​ລົງໂທດ​ເຮົາ. ໃຫ້​ພຣະເຈົ້າຢາເວ​ລົງໂທດ​ເຮົາ​ສາ ເພາະ​ພຣະອົງ​ມີ​ໃຈ​ເມດຕາ.”


ສະນັ້ນ ຂ້າຣາຊການ​ຜູ້​ກຳກັບ​ຣາຊວັງ ແລະ​ຂ້າຣາຊການ​ຜູ້ປົກຄອງ​ເມືອງ ພ້ອມ​ດ້ວຍ​ຜູ້ນຳ​ປະຊາຊົນ ແລະ​ພວກ​ຜູ້​ເບິ່ງແຍງ​ລູກຫລານ​ຂອງ​ກະສັດ ຈຶ່ງ​ສົ່ງ​ຂໍ້ຄວາມ​ໄປ​ຫາ​ເຢຮູ​ວ່າ, “ພວກ​ຂ້າພະເຈົ້າ​ເປັນ​ຜູ້ຮັບໃຊ້​ທ່ານ ແລະ​ພ້ອມແລ້ວ​ທີ່​ຈະ​ປະຕິບັດ​ຕາມ​ທຸກສິ່ງ​ທີ່​ທ່ານ​ສັ່ງ. ແຕ່​ພວກ​ຂ້າພະເຈົ້າ​ຈະ​ບໍ່​ແຕ່ງຕັ້ງ​ຜູ້ໃດ​ຜູ້ໜຶ່ງ​ໃຫ້​ເປັນ​ກະສັດ; ຈົ່ງ​ເຮັດ​ຕາມ​ທີ່​ທ່ານ​ເຫັນ​ວ່າ​ດີທີ່ສຸດ​ເຖີດ.”


ເຮົາ​ໄດ້​ໂກດຮ້າຍ​ໃຫ້​ປະຊາຊົນ​ຂອງເຮົາ ເຮົາ​ໄດ້​ເຮັດ​ຕໍ່​ພວກເຂົາ​ດັ່ງ​ບໍ່ໄດ້​ເປັນ​ຂອງເຮົາ​ອີກ: ເຮົາ​ໄດ້​ມອບ​ພວກເຂົາ​ໄວ້​ໃນ​ອຳນາດ​ຂອງເຈົ້າ​ໝົດ ເຈົ້າ​ບໍ່ໄດ້​ເມດຕາປານີ​ພວກເຂົາ​ເລີຍ.


ສຳລັບ​ຂ້າພະເຈົ້າ​ນັ້ນ​ແມ່ນ​ຢູ່​ໃນ​ກຳມື​ຂອງ​ພວກທ່ານ​ແລ້ວ ຈົ່ງ​ເຮັດ​ກັບ​ຂ້າພະເຈົ້າ​ຕາມ​ທີ່​ພວກທ່ານ​ເຫັນດີ​ແລະ​ຖືກຕ້ອງ​ເທີ້ນ.


ກະສັດ​ເຊເດກີຢາ​ຕອບ​ວ່າ, “ດີແລ້ວ ຖ້າດັ່ງນັ້ນ ຈົ່ງ​ເຮັດ​ຕໍ່​ລາວ​ຕາມ​ທີ່​ພວກເຈົ້າ​ຕ້ອງການ; ເຮົາ​ຫ້າມ​ພວກເຈົ້າ​ບໍ່ໄດ້​ດອກ.”


ແມ່ນ​ແລ້ວ​ພຣະບິດາເຈົ້າ​ເອີຍ ພຣະອົງ​ໄດ້​ກະລຸນາ​ຕາມ​ຄວາມ​ພໍໃຈ​ຢ່າງ​ນັ້ນ​ຕໍ່ໜ້າ​ພຣະອົງ.”


ສະນັ້ນ ໂຢຊວຍ​ຈຶ່ງ​ໄດ້​ປະຕິບັດ​ດັ່ງນີ້: ເພິ່ນ​ໄດ້​ປົກປ້ອງ​ບໍ່​ໃຫ້​ຊາວ​ອິດສະຣາເອນ​ຂ້າ​ພວກເຂົາ.


ແຕ່​ປະຊາຊົນ​ອິດສະຣາເອນ​ຍັງ​ຮ້ອງ​ຂໍ​ຕໍ່​ພຣະເຈົ້າຢາເວ​ວ່າ, “ພວກ​ຂ້ານ້ອຍ​ໄດ້​ເຮັດ​ບາບ​ແລ້ວ ຈົ່ງ​ເຮັດ​ກັບ​ພວກ​ຂ້ານ້ອຍ​ຕາມ​ທີ່​ພຣະອົງ​ເຫັນ​ສົມຄວນ​ເທີ້ນ, ແຕ່​ສຳລັບ​ວັນນີ້ ໂຜດ​ຊ່ວຍ​ພວກ​ຂ້ານ້ອຍ​ດ້ວຍ​ເຖີດ.”


ແລ້ວ​ກີເດໂອນ​ກໍ​ໄປ​ຫາ​ຊາວ​ເມືອງ​ຊຸກໂກດ ແລະ​ເວົ້າ​ວ່າ, “ພວກເຈົ້າ​ຈື່​ຄາວ​ທີ່​ພວກເຈົ້າ​ບໍ່​ຍອມ​ຊ່ວຍເຫລືອ​ຂ້ອຍ​ນັ້ນ​ບໍ່? ພວກເຈົ້າ​ທ້າ​ຂ້ອຍ​ວ່າ ພວກເຈົ້າ​ບໍ່​ຍອມ​ເອົາ​ອາຫານ​ໃຫ້​ພວກ​ທະຫານ ທີ່​ອິດເມື່ອຍ​ອ່ອນແຮງ​ຂອງຂ້ອຍ​ກິນ ເພາະ​ຂ້ອຍ​ຈັບ​ເຈົ້າ​ເຊບາ​ກັບ​ເຈົ້າ​ຊັນມຸນນາ​ບໍ່​ທັນ​ໄດ້​ເທື່ອ. ນີ້​ເດ ພວກເຂົາ​ຢູ່​ທີ່​ນີ້​ແລ້ວ.”


ດັ່ງນັ້ນ ຊາມູເອນ​ຈຶ່ງ​ບອກ​ເພິ່ນ​ທຸກຢ່າງ​ໂດຍ​ບໍ່ໄດ້​ປິດບັງ​ຫຍັງ​ໝົດ. ເອລີ​ໄດ້​ເວົ້າ​ວ່າ, “ພຣະອົງ​ເປັນ​ພຣະເຈົ້າຢາເວ; ພຣະອົງ​ຈະ​ກະທຳ​ທຸກຢ່າງ​ຕາມ​ທີ່​ພຣະອົງ​ເຫັນ​ວ່າ​ດີທີ່ສຸດ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka