Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຊວຍ 9:24 - ພຣະຄຳພີສັກສິ

24 ພວກເຂົາ​ໄດ້​ຕອບ​ວ່າ, “ທ່ານເອີຍ ພວກ​ຂ້ານ້ອຍ​ໄດ້​ເຮັດ​ເຊັ່ນນີ້ ເພາະ​ຮູ້​ວ່າ​ເປັນ​ຄວາມຈິງ​ແທ້ ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງທ່ານ​ໄດ້​ສັ່ງ​ໂມເຊ​ຜູ້ຮັບໃຊ້​ຂອງ​ພຣະອົງ ໃຫ້​ມອບ​ດິນແດນ​ທັງໝົດ​ນີ້​ແກ່​ພວກທ່ານ ແລະ​ຍັງ​ສັ່ງ​ພວກທ່ານ​ໃຫ້​ຂ້າ​ທຸກຄົນ​ໃນ​ບ່ອນ​ທີ່​ພວກທ່ານ​ໄດ້​ເຂົ້າ​ຢຶດຄອງ. ພວກ​ຂ້ານ້ອຍ​ໄດ້​ເຮັດ​ລົງ​ໄປ ເພາະ​ພວກ​ຂ້ານ້ອຍ​ຢ້ານ​ພວກທ່ານ​ຫລາຍ ພວກ​ຂ້ານ້ອຍ​ຢ້ານ​ຕາຍ.

Uka jalj uñjjattʼäta Copia luraña




ໂຢຊວຍ 9:24
14 Jak'a apnaqawi uñst'ayäwi  

ມານຊາຕານ​ຈຶ່ງ​ໂຕ້​ຕອບ​ພຣະເຈົ້າຢາເວ​ຄືນ​ວ່າ, “ມະນຸດ​ຍ່ອມ​ສະລະ​ທຸກສິ່ງ​ເພື່ອ​ໃຫ້​ຊີວິດ​ຕົນ​ຍັງ​ຢູ່.


ຢ່າສູ່ຢ້ານ​ຜູ້​ທີ່​ຂ້າ​ໄດ້​ແຕ່​ຮ່າງກາຍ, ແຕ່​ຂ້າ​ຈິດວິນຍານ​ບໍ່ໄດ້, ແຕ່​ຈົ່ງ​ຢ້ານ​ພຣະເຈົ້າ​ຜູ້​ທີ່​ທຳລາຍ​ໄດ້ ທັງ​ຮ່າງກາຍ ແລະ​ຈິດວິນຍານ​ໃນ​ໄຟ​ນະຣົກ.


ປະຊາຊົນ​ໃນ​ເມືອງ​ເຢຣູຊາເລັມ​ພາກັນ​ຕົກໃຈ​ຫຼາຍ​ກ່ຽວກັບ​ຂ່າວ​ນັ້ນ ຍ້ອນ​ວ່າ​ເມືອງ​ກີເບໂອນ​ເປັນ​ເມືອງ​ໃຫຍ່​ເທົ່າ​ກັບ​ເມືອງ​ໃດໆ​ທີ່​ມີ​ກະສັດ ທັງ​ໃຫຍ່​ກວ່າ​ເມືອງ​ອາອີ ແລະ ທະຫານ​ກໍ​ເປັນ​ນັກຮົບ​ທີ່​ເກັ່ງກ້າ​ດ້ວຍ.


ພໍ​ເມື່ອ​ພວກເຮົາ​ໄດ້ຍິນ​ເລື່ອງລາວ​ຕ່າງໆ​ນັ້ນ​ແລ້ວ ພວກເຮົາ​ຈຶ່ງ​ຢ້ານ​ແລະ​ທຸກຄົນ​ຕ່າງ​ກໍ​ເສຍຂວັນ​ເພາະ​ພວກເຈົ້າ. ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ແມ່ນ​ພຣະເຈົ້າ​ທີ່​ເທິງ​ສະຫວັນ​ແລະ​ທີ່​ເທິງ​ແຜ່ນດິນ​ໂລກ.


ແລະ​ກ່າວ​ແກ່​ພວກເຂົາ​ວ່າ, “ຂ້ອຍ​ຮູ້​ວ່າ​ພຣະເຈົ້າຢາເວ​ໄດ້​ມອບ​ດິນແດນ​ນີ້​ໃຫ້​ແກ່​ພວກເຈົ້າ ທຸກຄົນ​ໃນ​ດິນແດນ​ນີ້​ຢ້ານກົວ​ພວກເຈົ້າ​ຫລາຍ


ພວກເຂົາ​ໄດ້​ໃຊ້​ດາບ​ຂ້າ​ທັງ​ຍິງ​ແລະ​ຊາຍ ຜູ້ໜຸ່ມ​ແລະ​ຜູ້ເຖົ້າ, ຕະຫລອດ​ທັງ​ຝູງງົວ, ຝູງແກະ ແລະ​ຝູງ​ລໍ​ດ້ວຍ.


ແລ້ວ​ພວກເຂົາ​ກໍໄດ້​ເລົ່າ​ເລື່ອງ​ໃຫ້​ໂຢຊວຍ​ຟັງ​ວ່າ, “ທ່ານເອີຍ ພວກ​ຂ້ານ້ອຍ​ໄດ້​ມາ​ແຕ່​ດິນແດນ​ໄກ​ທີ່ສຸດ ເພາະ​ໄດ້ຍິນ​ເລື່ອງ​ກ່ຽວກັບ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງທ່ານ. ພວກ​ຂ້ານ້ອຍ​ໄດ້ຍິນ​ເຖິງ​ທຸກໆ​ສິ່ງ ທີ່​ພຣະອົງ​ໄດ້​ກະທຳ​ໃນ​ປະເທດ​ເອຢິບ


Jiwasaru arktasipxañani:

Anuncios ukanaka


Anuncios ukanaka