Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຊວຍ 9:22 - ພຣະຄຳພີສັກສິ

22 ໂຢຊວຍ​ໄດ້​ສັ່ງ​ໃຫ້​ນຳ​ຊາວ​ກີເບໂອນ​ເຂົ້າ​ມາ​ຫາ​ຕົນ ແລ້ວ​ເພິ່ນ​ກໍ​ຖາມ​ພວກເຂົາ​ວ່າ, “ເປັນຫຍັງ​ພວກເຈົ້າ​ຈຶ່ງ​ໄດ້​ໃຊ້​ອຸບາຍ​ຫລອກລວງ​ພວກເຮົາ ໂດຍ​ບອກ​ວ່າ​ພວກເຈົ້າ​ໄດ້​ເດີນທາງ​ມາ​ແຕ່​ໄກ ໃນ​ເມື່ອ​ພວກເຈົ້າ​ຢູ່​ໃກ້​ນີ້​ເອງ?

Uka jalj uñjjattʼäta Copia luraña




ໂຢຊວຍ 9:22
9 Jak'a apnaqawi uñst'ayäwi  

ແຕ່​ບໍ່​ທັນ​ຮອດ​ຕອນເຊົ້າ​ຊໍ້າ ຢາໂຄບ​ໄດ້​ຮູ້​ວ່າ​ຜູ້​ທີ່​ຕົນ​ແຕ່ງງານ​ນຳ​ນັ້ນ​ແມ່ນ​ເລອາ. ລາວ​ຈຶ່ງ​ເວົ້າ​ຕໍ່​ລາບານ​ວ່າ, “ເປັນຫຍັງ​ເຈົ້າ​ຈຶ່ງ​ເຮັດ​ກັບ​ຂ້ອຍ​ແບບ​ນີ້? ຂ້ອຍ​ເຮັດ​ວຽກ​ໃຫ້​ເຈົ້າ​ຈົນ​ເຈັດ​ປີ ເພື່ອ​ຈະ​ໄດ້​ນາງ​ຣາເຊັນ​ມາ​ເປັນ​ເມຍ, ແຕ່​ເປັນຫຍັງ​ເຈົ້າ​ຈຶ່ງ​ສໍ້ໂກງ​ຂ້ອຍ?”


ແຕ່​ເຮົາ​ຢ້ານ​ວ່າ, ຄວາມ​ຄິດ​ຂອງ​ພວກເຈົ້າ​ຈະ​ຖືກ​ລໍ້ລວງ​ໃຫ້​ຫລົງ​ຜິດ​ໄປ ຈະ​ປະຖິ້ມ​ຄວາມ​ຜູກພັນ​ອັນ​ສັດຊື່​ແລະ​ບໍຣິສຸດ​ທີ່​ມີ​ຕໍ່​ພຣະຄຣິດ ໃນ​ທຳນອງ​ດຽວ​ກັບ​ນາງ​ເອວາ​ທີ່​ຖືກ​ຫລອກລວງ​ດ້ວຍ​ກົນ​ອຸບາຍ​ອັນ​ເລິກແລບ​ຂອງ​ງູ.


ສາມ​ມື້​ຕໍ່ມາ ຫລັງຈາກ​ທີ່​ເຮັດ​ຂໍ້​ຕົກລົງ​ກັນ​ແລ້ວ ຊາວ​ອິດສະຣາເອນ​ຈຶ່ງ​ໄດ້​ຮູ້​ວ່າ ຄົນ​ພວກ​ນີ້​ຢູ່​ໃກ້ຄຽງ​ກັບ​ພວກ​ຕົນ​ນັ້ນ​ເອງ.


ເມື່ອ​ຊາວ​ກີເບໂອນ​ຜູ້​ທີ່​ເປັນ​ຄົນ​ຮີວີ​ໄດ້ຍິນ​ເຖິງ​ເລື່ອງ ຊຶ່ງ​ໂຢຊວຍ​ໄດ້​ເຮັດ​ຕໍ່​ເມືອງ​ເຢຣິໂກ​ແລະ​ເມືອງ​ອາອີ


ແລ້ວ​ພວກເຂົາ​ກໍ​ໄປ​ຫາ​ໂຢຊວຍ​ແລະ​ຊາວ​ອິດສະຣາເອນ ທີ່​ຄ້າຍພັກ​ຂອງ​ເມືອງ​ກິນການ ແລະ​ເວົ້າ​ວ່າ, “ພວກ​ຂ້ານ້ອຍ​ເດີນທາງ​ມາ​ຈາກ​ດິນແດນ​ໄກ ແລະ​ຢາກ​ເຮັດ​ຂໍ້​ຕົກລົງ​ກັບ​ພວກທ່ານ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka