Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຊວຍ 9:20 - ພຣະຄຳພີສັກສິ

20 ຍ້ອນ​ດັ່ງນີ້ ພວກເຮົາ​ຈຳເປັນ​ຕ້ອງ​ໄວ້​ຊີວິດ​ຂອງ​ພວກເຂົາ. ຖ້າ​ພວກເຮົາ​ບໍ່​ເຮັດ​ຕາມ ພຣະເຈົ້າ​ຈະ​ລົງໂທດ​ພວກເຮົາ.

Uka jalj uñjjattʼäta Copia luraña




ໂຢຊວຍ 9:20
10 Jak'a apnaqawi uñst'ayäwi  

ເຊເດກີຢາ​ໄດ້​ກະບົດ​ຕໍ່​ກະສັດ​ເນບູກາເນັດຊາ ຜູ້​ທີ່​ໄດ້​ບັງຄັບ​ເພິ່ນ​ໃຫ້​ສາບານ​ໂດຍ​ພຣະເຈົ້າ​ວ່າ​ຈະ​ຍອມ​ສັດຊື່. ເພິ່ນ​ດື້ດຶງ​ບໍ່ຍອມ​ກັບໃຈ​ໃໝ່ ແລະ​ຄືນ​ມາ​ຫາ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ.


ຈົ່ງ​ຄິດ​ໃຫ້​ຖ້ວນຖີ່​ກ່ອນ​ຈຶ່ງ​ສັນຍາ​ຕໍ່​ພຣະເຈົ້າ​ວ່າ​ຈະ​ຖວາຍບູຊາ ຕໍ່ມາ​ອາດ​ຈະ​ເສຍໃຈ​ຕາມ​ພາຍຫລັງ​ກໍໄດ້.


ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ວ່າ, “ເຮົາ​ຈະ​ມາ​ປາກົດ​ຢູ່​ທ່າມກາງ​ພວກເຈົ້າ​ເພື່ອ​ຕັດສິນ ແລະ​ເຮົາ​ຈະ​ເປັນ​ພະຍານ​ຕໍ່ສູ້​ພວກ​ທີ່​ລົງມື​ຝຶກ​ເວດມົນ​ຄາຖາ, ຕໍ່ສູ້​ພວກ​ທີ່​ຫລິ້ນຊູ້​ສູ່ຜົວເມຍ, ຕໍ່ສູ້​ພວກ​ທີ່​ເປັນ​ພະຍານ​ບໍ່ຈິງ, ຕໍ່ສູ້​ພວກ​ທີ່​ສໍ້ໂກງ​ຄ່າ​ແຮງງານ​ຂອງ​ລູກຈ້າງ, ຕໍ່ສູ້​ພວກ​ທີ່​ເອົາປຽບ​ແມ່ໝ້າຍ, ເດັກ​ກຳພ້າ ແລະ​ຄົນຕ່າງດ້າວ ຄື​ຕໍ່ສູ້​ທຸກຄົນ​ທີ່​ບໍ່​ຢຳເກງ​ເຮົາ.”


ໃຈ​ບໍ່​ສັງເກດ​ການ​ດີ​ແລະ​ຊົ່ວ, ບໍ່​ຖື​ຄຳໝັ້ນ​ສັນຍາ ແລະ​ຂາດ​ຄວາມຮັກ​ຕໍ່​ກັນ ບໍ່ມີ​ຄວາມ​ເມດຕາ​ເອັນດູ​ແກ່​ຜູ້​ອື່ນ.


ຄົນ​ຜິດ​ສິນທຳ​ທາງ​ເພດ, ຄົນ​ຮັກ​ຮ່ວມ​ເພດ​ດຽວກັນ, ຜູ້ຮ້າຍ​ລັກ​ຄົນ, ຄົນ​ທີ່​ຂີ້ຕົວະ ແລະ​ກ່າວ​ຄຳ​ສາບານ​ບໍ່​ຈິງ ຫລື​ສິ່ງ​ອື່ນໆ​ກໍຕາມ ຊຶ່ງ​ຂັດ​ກັບ​ຫລັກ​ຄຳສັ່ງສອນ​ອັນ​ສັດຈິງ.


ແຕ່​ພວກຜູ້ນຳ​ໄດ້​ຕອບ​ວ່າ, “ພວກເຮົາ​ບໍ່ຄວນ​ທຳຮ້າຍ​ພວກເຂົາ ເພາະ​ພວກເຮົາ​ໄດ້​ເຮັດ​ສາບານ​ຢ່າງ​ໜັກແໜ້ນ ໂດຍ​ພຣະເຈົ້າຢາເວ ພຣະເຈົ້າ​ແຫ່ງ​ຊາດ​ອິດສະຣາເອນ​ແລ້ວ.


ຂໍ​ໃຫ້​ພວກເຂົາ​ມີ​ຊີວິດ​ຢູ່​ຕໍ່ໄປ​ເຖີດ ແຕ່​ພວກເຂົາ​ຈະ​ຕ້ອງ​ຕັດຟືນ​ແລະ​ຕັກນໍ້າ​ໃຫ້​ພວກເຮົາ.” ອັນ​ນີ້​ແມ່ນ​ສິ່ງ​ທີ່​ພວກຫົວໜ້າ​ໄດ້​ແນະນຳ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka