Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຊວຍ 9:18 - ພຣະຄຳພີສັກສິ

18 ແຕ່​ຊາວ​ອິດສະຣາເອນ​ຂ້າ​ພວກເຂົາ​ບໍ່ໄດ້ ຍ້ອນ​ພວກ​ຜູ້ນຳ​ຂອງຕົນ​ໄດ້​ເຮັດ​ສາບານ​ຢ່າງ​ໜັກແໜ້ນ​ກັບ​ພວກເຂົາ​ແລ້ວ ໂດຍ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ. ປະຊາຊົນ​ທັງໝົດ​ຈຶ່ງ​ໄດ້​ຈົ່ມ​ໃຫ້​ບັນດາ​ຜູ້ນຳ​ກ່ຽວກັບ​ເລື່ອງ​ນີ້.

Uka jalj uñjjattʼäta Copia luraña




ໂຢຊວຍ 9:18
11 Jak'a apnaqawi uñst'ayäwi  

ແຕ່​ກະສັດ​ໄດ້​ໄວ້​ຊີວິດ​ເມຟີໂບເຊັດ ລູກຊາຍ​ຂອງ​ໂຢນາທານ​ແລະ​ຫລານຊາຍ​ຂອງ​ໂຊນ ກໍ​ຍ້ອນ​ຄຳສາບານ​ແຫ່ງ​ພຣະເຈົ້າຢາເວ​ລະຫວ່າງ​ດາວິດ​ກັບ​ໂຢນາທານ​ລູກຊາຍ​ຂອງໂຊນ.


ລາວ​ດູຖູກ​ຄົນ​ທີ່​ພຣະເຈົ້າ​ປະຕິເສດ​ເຂົາ ແຕ່​ໃຫ້ກຽດ​ຄົນ​ທີ່​ຢຳເກງ​ພຣະເຈົ້າຢາເວ. ລາວ​ເຮັດ​ຕາມ​ທີ່​ຕົນ​ໄດ້​ສັນຍາ​ໄວ້​ສະເໝີ ເຖິງ​ວ່າ​ຕົນ​ຈະ​ເປັນ​ຝ່າຍ​ເສຍ​ຜົນປະໂຫຍດ​ກໍຕາມ.


ຄິດ​ກ່ອນ​ຈຶ່ງ​ເວົ້າ ແລະ​ຢ່າ​ຟ້າວ​ຕັດສິນໃຈ​ເຮັດ​ຄຳ​ສາບານ​ໃດໆ​ກັບ​ພຣະເຈົ້າ. ພຣະເຈົ້າ​ຢູ່​ເທິງ​ຟ້າສະຫວັນ​ແລະ​ເຈົ້າ​ຢູ່​ເທິງ​ແຜ່ນດິນ​ໂລກ. ສະນັ້ນ ຢ່າ​ເວົ້າ​ເກີນກວ່າ​ທີ່​ເຈົ້າ​ຈຳເປັນ​ຕ້ອງ​ເວົ້າ.


ຈົ່ງ​ຫລີກເວັ້ນ​ຄຳເວົ້າ​ທີ່​ນຳ​ເຈົ້າ​ໄປ​ສູ່​ການບາບ ເພື່ອ​ເຈົ້າ​ຈະ​ບໍ່​ຕ້ອງ​ໄປ​ເວົ້າ​ກັບ​ປະໂຣຫິດ​ຂອງ​ພຣະເຈົ້າ​ວ່າ ເຈົ້າ​ບໍ່ໄດ້​ໝາຍຄວາມວ່າ​ຢ່າງນັ້ນ. ເປັນຫຍັງ​ຈຶ່ງ​ເຮັດ​ໃຫ້​ພຣະອົງ​ໂກດຮ້າຍ​ເຈົ້າ? ເປັນຫຍັງ​ຈຶ່ງ​ປ່ອຍ​ໃຫ້​ພຣະອົງ​ທຳລາຍ​ສິ່ງ​ທີ່​ເຈົ້າ​ຫາ​ມາ​ໄດ້​ນັ້ນ?


ມັນ​ບໍ່​ຕ່າງ​ກັນ​ຫຍັງ​ເລີຍ. ຊາຕາກຳ​ຢ່າງ​ດຽວກັນ​ນັ້ນ​ມາ​ສູ່​ທັງ​ຄົນ​ຊອບທຳ​ແລະ​ຄົນຊົ່ວ ມາ​ສູ່​ທັງ​ຜູ້​ທີ່​ເຄັ່ງ​ສາສະໜາ ແລະ​ຜູ້​ທີ່​ບໍ່​ເຄັ່ງ​ສາສະໜາ ມາ​ສູ່​ທັງ​ຜູ້​ທີ່​ຖວາຍບູຊາ ແລະ​ຜູ້​ທີ່​ບໍ່​ຖວາຍບູຊາ. ຄົນດີ​ກໍ​ບໍ່​ເຫັນ​ດີ​ລື່ນ​ຄົນຊົ່ວ; ຄົນ​ທີ່​ສາບານ​ກໍ​ບໍ່​ເຫັນ​ດີ​ລື່ນ​ຄົນ​ທີ່​ບໍ່ໄດ້​ສາບານ.


ເມື່ອ​ຍິງ​ສາວ​ຜູ້ໜຶ່ງ​ຍັງ​ຢູ່​ໃນ​ເຮືອນ​ພໍ່​ຂອງ​ຕົນ​ແລະ​ບະບົນ​ໄວ້​ວ່າ ຈະ​ຖວາຍ​ສິ່ງໃດ​ສິ່ງໜຶ່ງ​ແກ່​ພຣະເຈົ້າຢາເວ ຫລື​ສັນຍາ​ວ່າ​ຈະ​ລະເວັ້ນ​ຈາກ​ສິ່ງໜຶ່ງ​ສິ່ງໃດ;


ເມື່ອ​ພວກເຈົ້າ​ບໍ່ໄດ້​ສາບານ​ໄວ້. ພວກເຈົ້າ​ກໍ​ບໍ່ມີ​ບາບ;


ແຕ່​ຖ້າ​ພວກເຈົ້າ​ສະໝັກ​ໃຈ​ສາບານ​ຕໍ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໄວ້​ແລ້ວ ຈົ່ງ​ເອົາໃຈໃສ່​ເຮັດ​ຕາມ​ນັ້ນ.


ເມື່ອ​ພວກເຈົ້າ​ຍ່າງ​ຜ່ານ​ໄປ​ໃນ​ສວນອະງຸ່ນ​ຂອງ​ຄົນອື່ນ ພວກເຈົ້າ​ຈະ​ກິນ​ໝາກອະງຸ່ນ​ໃນ​ສວນ​ນັ້ນ​ຈົນ​ອີ່ມ​ກໍໄດ້ ແຕ່​ຢ່າ​ເກັບ​ໃສ່​ກະຕ່າ​ຖື​ໄປ​ນຳ.


ດັ່ງນັ້ນ ປະຊາຊົນ​ອິດສະຣາເອນ​ຈຶ່ງ​ໄດ້​ອອກ​ເດີນທາງ ແລະ​ໄປ​ຮອດ​ເມືອງ​ຂອງ​ພວກເຂົາ​ພາຍ​ໃນ​ສາມ​ວັນ. ເມືອງ​ເຫຼົ່ານີ້ ມີ​ດັ່ງນີ້: ກີເບໂອນ, ເກຟີຣາ, ເບເອໂຣດ ແລະ​ກີຣີອາດ​ເຢອາຣີມ.


ແຕ່​ພວກຜູ້ນຳ​ໄດ້​ຕອບ​ວ່າ, “ພວກເຮົາ​ບໍ່ຄວນ​ທຳຮ້າຍ​ພວກເຂົາ ເພາະ​ພວກເຮົາ​ໄດ້​ເຮັດ​ສາບານ​ຢ່າງ​ໜັກແໜ້ນ ໂດຍ​ພຣະເຈົ້າຢາເວ ພຣະເຈົ້າ​ແຫ່ງ​ຊາດ​ອິດສະຣາເອນ​ແລ້ວ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka