17 ດັ່ງນັ້ນ ປະຊາຊົນອິດສະຣາເອນຈຶ່ງໄດ້ອອກເດີນທາງ ແລະໄປຮອດເມືອງຂອງພວກເຂົາພາຍໃນສາມວັນ. ເມືອງເຫຼົ່ານີ້ ມີດັ່ງນີ້: ກີເບໂອນ, ເກຟີຣາ, ເບເອໂຣດ ແລະກີຣີອາດເຢອາຣີມ.
ອີຊະໂບເຊັດມີຂ້າຣາຊການສອງຄົນທີ່ເປັນຫົວໜ້າກອງປຸ້ນຄື: ບາອານາແລະເຣກາບ, ທັງສອງນີ້ເປັນລູກຊາຍຂອງຣິມໂມນ ໄທເມືອງເບເອໂຣດໃນເຜົ່າເບັນຢາມິນ. (ເບເອໂຣດຖືກນັບເຂົ້າເປັນສ່ວນໜຶ່ງຂອງເຜົ່າເບັນຢາມິນ.
ອີຊະມາອີຢາ ຊາວກີເບໂອນທະຫານເອກຜູ້ໜຶ່ງແລະເປັນຜູ້ນຳຄົນໜຶ່ງຂອງ “ຈອມສາມທະຫານເອກ” ເຢເຣມີຢາ, ຢາຮາຊີເອນ, ໂຢຮານານ ແລະໂຢຊາບັດ ຊາວເກເດຣາ
ຕໍ່ໄປນີ້ແມ່ນເຊື້ອສາຍຂອງກາເລັບອີກ ດັ່ງນີ້: ຮູເຣແມ່ນລູກຊາຍກົກຂອງກາເລັບທີ່ໄດ້ກັບນາງເອຟຣັດ ເມຍຂອງເພິ່ນ. ໂຊບານລູກຊາຍຂອງຮູເຣ ຜູ້ທີ່ໄດ້ສ້າງເມືອງກີຣີອາດເຢອາຣີມ.
ໂຊບານ ຜູ້ທີ່ໄດ້ສ້າງເມືອງກີຣີອາດເຢອາຣີມ ເປັນບັນພະບຸລຸດຂອງປະຊາຊົນເມືອງຮາໂລເອ, ປະຊາຊົນເຄິ່ງໜຶ່ງຂອງຊາວເມນູໂຮດ,
ແລະຕະກຸນຕ່າງໆທີ່ໄດ້ອາໄສຢູ່ໃນເມືອງກີຣີອາດເຢອາຣີມ ມີດັ່ງນີ້: ຊາວອີທາ, ປູທະ, ຊູມາ ແລະມິດຊະຣາ. (ປະຊາຊົນໃນເມືອງຕ່າງໆຂອງໂຊຣາ ແລະເອຊະຕາໂອນ ເປັນສະມາຊິກຂອງຄອບຄົວເຫຼົ່ານີ້.)
ໃນເວລານັ້ນ ຫໍເຕັນສັກສິດຂອງພຣະເຈົ້າຢາເວ ຊຶ່ງໂມເຊໄດ້ສ້າງຂຶ້ນທີ່ຖິ່ນແຫ້ງແລ້ງກັນດານ ແລະແທ່ນບູຊາທີ່ໃຊ້ເພື່ອຖວາຍເຄື່ອງເຜົາບູຊາ ກໍຍັງຢູ່ໃນສະຖານທີ່ສູງທີ່ກີເບໂອນ;
ກີຣີອາດເຢອາຣີມ, ເກຟີຣາ ແລະເບເອໂຣດ - 743 ຄົນ
ມີຊາຍຜູ້ໜຶ່ງອີກທີ່ຊື່ວ່າອຸຣິຢາ ລູກຊາຍຂອງເຊມາອີຢາ ຊາວເມືອງກີຣີອາດເຢອາຣີມ ໄດ້ກ່າວໃນນາມຂອງພຣະເຈົ້າຢາເວຕໍ່ສູ້ເມືອງນີ້ ແລະກ່າວຕໍ່ສູ້ປະເທດຊາດດັ່ງເຢເຣມີຢາໄດ້ກ່າວ.
ປະຊາຊົນໃນເມືອງເຢຣູຊາເລັມພາກັນຕົກໃຈຫຼາຍກ່ຽວກັບຂ່າວນັ້ນ ຍ້ອນວ່າເມືອງກີເບໂອນເປັນເມືອງໃຫຍ່ເທົ່າກັບເມືອງໃດໆທີ່ມີກະສັດ ທັງໃຫຍ່ກວ່າເມືອງອາອີ ແລະ ທະຫານກໍເປັນນັກຮົບທີ່ເກັ່ງກ້າດ້ວຍ.
ຍັງມີເມືອງກີຣິອາດບາອານ (ຫລືວ່າ ກີຣີອາດເຢອາຣີມ) ແລະຣັບບາ. ເມື່ອລວມທັງໝົດມີ 2 ຕົວເມືອງ ຕະຫລອດທັງເມືອງເລັກເມືອງນ້ອຍທີ່ຢູ່ອ້ອມແອ້ມນັ້ນ.
ຈາກບ່ອນນີ້ ຊາຍແດນໄດ້ໄປຈົນເຖິງນໍ້າພຸເນັບໂທອາ ແລະອອກໄປຈົນເຖິງເມືອງຕ່າງໆໃກ້ກັບພູເອຟະໂຣນ. ໃນທີ່ນັ້ນ ຊາຍແດນນີ້ໄດ້ລ້ຽວໄປທາງບາອາລາ (ຫລືກີຣີອາດເຢອາຣີມ)
ແລ້ວຊາຍແດນນີ້ກໍອອກໄປທາງທິດໜຶ່ງອີກ ໂຄ້ງໄປທາງທິດໃຕ້ດ້ານທະເລ ຈາກທິດຕາເວັນຕົກຂອງພູນີ້ ແລະໄປຈົນເຖິງກີຣິອາດບາອານ (ຫລືກີຣີອາດເຢອາຣີມ) ຊຶ່ງເປັນເມືອງຂອງເຜົ່າຢູດາ. ນີ້ແມ່ນຊາຍແດນທາງທິດຕາເວັນຕົກ.
ສ່ວນຊາຍແດນທາງພາກໃຕ້ນັ້ນໄດ້ເລີ່ມແຕ່ແຄມເມືອງກີຣີອາດເຢອາຣີມ ແລະໄປຈົນເຖິງ ບໍ່ນໍ້າເນັບໂທອາ.
ສາມມື້ຕໍ່ມາ ຫລັງຈາກທີ່ເຮັດຂໍ້ຕົກລົງກັນແລ້ວ ຊາວອິດສະຣາເອນຈຶ່ງໄດ້ຮູ້ວ່າ ຄົນພວກນີ້ຢູ່ໃກ້ຄຽງກັບພວກຕົນນັ້ນເອງ.
ແຕ່ຊາວອິດສະຣາເອນຂ້າພວກເຂົາບໍ່ໄດ້ ຍ້ອນພວກຜູ້ນຳຂອງຕົນໄດ້ເຮັດສາບານຢ່າງໜັກແໜ້ນກັບພວກເຂົາແລ້ວ ໂດຍພຣະເຈົ້າຢາເວ ພຣະເຈົ້າຂອງຊາດອິດສະຣາເອນ. ປະຊາຊົນທັງໝົດຈຶ່ງໄດ້ຈົ່ມໃຫ້ບັນດາຜູ້ນຳກ່ຽວກັບເລື່ອງນີ້.
ເມື່ອຊາວກີເບໂອນຜູ້ທີ່ເປັນຄົນຮີວີໄດ້ຍິນເຖິງເລື່ອງ ຊຶ່ງໂຢຊວຍໄດ້ເຮັດຕໍ່ເມືອງເຢຣິໂກແລະເມືອງອາອີ
ແລ້ວພວກເຂົາກໍໄດ້ເລົ່າເລື່ອງໃຫ້ໂຢຊວຍຟັງວ່າ, “ທ່ານເອີຍ ພວກຂ້ານ້ອຍໄດ້ມາແຕ່ດິນແດນໄກທີ່ສຸດ ເພາະໄດ້ຍິນເລື່ອງກ່ຽວກັບພຣະເຈົ້າຢາເວ ພຣະເຈົ້າຂອງທ່ານ. ພວກຂ້ານ້ອຍໄດ້ຍິນເຖິງທຸກໆສິ່ງ ທີ່ພຣະອົງໄດ້ກະທຳໃນປະເທດເອຢິບ
ພວກເຂົາຂຶ້ນໄປຕັ້ງທີ່ໝັ້ນຢູ່ທາງດ້ານຕາເວັນຕົກ ຂອງກີຣີອາດເຢອາຣີມໃນແຂວງຢູດາຍ. ດ້ວຍເຫດນີ້ ບ່ອນນີ້ຈຶ່ງຍັງມີຊື່ວ່າທີ່ໝັ້ນຂອງພວກດານ.
ແລ້ວພວກເຂົາກໍສົ່ງຄົນນຳຂ່າວໄປຫາຊາວກີຣີອາດເຢອາຣີມວ່າ, “ພວກຟີລິດສະຕິນໄດ້ສົ່ງຫີບຂອງພຣະເຈົ້າຢາເວຄືນມາແລ້ວ ຂໍໃຫ້ລົງມາເອົາສາ.”
ສະນັ້ນ ຊາວກີຣີອາດເຢອາຣີມຈຶ່ງລົງມາເອົາຫີບຂອງພຣະເຈົ້າຢາເວໄປທີ່ເຮືອນຂອງຊາຍຄົນໜຶ່ງຜູ້ທີ່ອາໄສຢູ່ຕາມເນີນພູຊື່ວ່າ ອາບີນາດາບ. ພວກເຂົາໄດ້ແຕ່ງຕັ້ງເອເລອາຊາລູກຊາຍຂອງລາວ ໃຫ້ຮັບໜ້າທີ່ເບິ່ງແຍງຫີບຂອງພຣະເຈົ້າຢາເວ.