16 ສາມມື້ຕໍ່ມາ ຫລັງຈາກທີ່ເຮັດຂໍ້ຕົກລົງກັນແລ້ວ ຊາວອິດສະຣາເອນຈຶ່ງໄດ້ຮູ້ວ່າ ຄົນພວກນີ້ຢູ່ໃກ້ຄຽງກັບພວກຕົນນັ້ນເອງ.
ເວົ້າຄວາມຈິງຍືນຍົງຢູ່ຕະຫລອດ, ແຕ່ເວົ້າຄວາມຕົວະຢືນຢູ່ໄດ້ຊົ່ວຄາວ.
ໂຢຊວຍໄດ້ຕົກລົງສ້າງມິດຕະພາບກັບຊາວກີເບໂອນ ແລະຍອມໃຫ້ພວກເຂົາມີຊີວິດຢູ່ໄດ້. ຝ່າຍພວກຜູ້ນຳຂອງຊຸມນຸມປະຊາຊົນອິດສະຣາເອນ ຕ່າງກໍໄດ້ສັນຍາຢ່າງໜັກແໜ້ນກັບພວກເຂົາວ່າ ຈະຖືຮັກສາຂໍ້ຕົກລົງນັ້ນ.
ດັ່ງນັ້ນ ປະຊາຊົນອິດສະຣາເອນຈຶ່ງໄດ້ອອກເດີນທາງ ແລະໄປຮອດເມືອງຂອງພວກເຂົາພາຍໃນສາມວັນ. ເມືອງເຫຼົ່ານີ້ ມີດັ່ງນີ້: ກີເບໂອນ, ເກຟີຣາ, ເບເອໂຣດ ແລະກີຣີອາດເຢອາຣີມ.
ໂຢຊວຍໄດ້ສັ່ງໃຫ້ນຳຊາວກີເບໂອນເຂົ້າມາຫາຕົນ ແລ້ວເພິ່ນກໍຖາມພວກເຂົາວ່າ, “ເປັນຫຍັງພວກເຈົ້າຈຶ່ງໄດ້ໃຊ້ອຸບາຍຫລອກລວງພວກເຮົາ ໂດຍບອກວ່າພວກເຈົ້າໄດ້ເດີນທາງມາແຕ່ໄກ ໃນເມື່ອພວກເຈົ້າຢູ່ໃກ້ນີ້ເອງ?
ແລ້ວພວກເຂົາກໍໄດ້ເລົ່າເລື່ອງໃຫ້ໂຢຊວຍຟັງວ່າ, “ທ່ານເອີຍ ພວກຂ້ານ້ອຍໄດ້ມາແຕ່ດິນແດນໄກທີ່ສຸດ ເພາະໄດ້ຍິນເລື່ອງກ່ຽວກັບພຣະເຈົ້າຢາເວ ພຣະເຈົ້າຂອງທ່ານ. ພວກຂ້ານ້ອຍໄດ້ຍິນເຖິງທຸກໆສິ່ງ ທີ່ພຣະອົງໄດ້ກະທຳໃນປະເທດເອຢິບ