Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຊວຍ 9:15 - ພຣະຄຳພີສັກສິ

15 ໂຢຊວຍ​ໄດ້​ຕົກລົງ​ສ້າງ​ມິດຕະພາບ​ກັບ​ຊາວ​ກີເບໂອນ ແລະ​ຍອມ​ໃຫ້​ພວກເຂົາ​ມີ​ຊີວິດ​ຢູ່​ໄດ້. ຝ່າຍ​ພວກຜູ້ນຳ​ຂອງ​ຊຸມນຸມ​ປະຊາຊົນ​ອິດສະຣາເອນ ຕ່າງ​ກໍໄດ້​ສັນຍາ​ຢ່າງ​ໜັກແໜ້ນ​ກັບ​ພວກເຂົາ​ວ່າ ຈະ​ຖື​ຮັກສາ​ຂໍ້​ຕົກລົງ​ນັ້ນ.

Uka jalj uñjjattʼäta Copia luraña




ໂຢຊວຍ 9:15
10 Jak'a apnaqawi uñst'ayäwi  

ຊາວ​ກີເບໂອນ​ບໍ່ແມ່ນ​ປະຊາຊົນ​ອິດສະຣາເອນ; ພວກເຂົາ​ເປັນ​ຊາວ​ອາໂມ​ກຸ່ມ​ໜຶ່ງ​ນ້ອຍໆ ທີ່​ຊາວ​ອິດສະຣາເອນ​ສັນຍາ​ວ່າ​ຈະ​ປ້ອງກັນ​ພວກເຂົາ, ແຕ່​ກະສັດ​ໂຊນ​ພະຍາຍາມ​ທຳລາຍ​ພວກເຂົາ ເພາະ​ຄວາມ​ຮ້ອນໃຈ​ທີ່​ເຫັນ​ແກ່​ຊາວ​ອິດສະຣາເອນ​ແລະ​ຊາວ​ຢູດາ.)


ຢ່າ​ເຮັດ​ຂໍ້​ຕົກລົງ​ໃດໆ​ກັບ​ພວກເຂົາ ຫລື​ກັບ​ບັນດາ​ພະ​ຂອງ​ພວກເຂົາ.


ເຈົ້າ​ອາໂດນີ​ເຊເດັກ​ກະສັດ​ແຫ່ງ​ເຢຣູຊາເລັມ ໄດ້ຍິນ​ຂ່າວ​ວ່າ ໂຢຊວຍ​ຢຶດ​ແລະ​ທຳລາຍ​ເມືອງ​ອາອີ​ຈົນກ້ຽງ ແລະ​ໄດ້​ຂ້າ​ກະສັດ​ໃນ​ເມືອງ​ນັ້ນ ດັ່ງ​ທີ່​ເພິ່ນ​ໄດ້​ເຮັດ​ຕໍ່​ເມືອງ​ເຢຣິໂກ ແລະ​ກະສັດ​ໃນ​ເມືອງ​ນີ້. ເພິ່ນ​ຍັງ​ໄດ້ຍິນ​ວ່າ ຊາວ​ກີເບໂອນ​ໄດ້​ເຮັດ​ສັນຍາ​ສັນຕິພາບ​ກັບ​ຊາວ​ອິດສະຣາເອນ​ແລ້ວ ແລະ​ໄດ້​ອາໄສ​ຢູ່​ນຳ​ພວກເຂົາ.


“ຂໍ​ມາ​ຊ່ວຍ​ຂ້າພະເຈົ້າ​ໂຈມຕີ​ເອົາ​ເມືອງ​ກີເບໂອນ​ແດ່ ເພາະ​ຊາວ​ເມືອງ​ນີ້​ໄດ້​ເຮັດ​ສັນຍາ​ສັນຕິພາບ​ກັບ​ໂຢຊວຍ ແລະ​ຊາວ​ອິດສະຣາເອນ​ແລ້ວ.”


ມີ​ເມືອງ​ດຽວ​ເທົ່ານັ້ນ ທີ່​ໄດ້​ສ້າງ​ຄວາມ​ສະຫງົບສຸກ​ກັບ​ປະຊາຊົນ​ອິດສະຣາເອນ​ຄື: ເມືອງ​ກີເບໂອນ​ບ່ອນ​ທີ່​ຊາວ​ຮີວີ​ບາງ​ພວກ​ໄດ້​ອາໄສ​ຢູ່. ສ່ວນ​ເມືອງ​ອື່ນໆ​ທັງໝົດ​ນັ້ນ​ແມ່ນ​ໄດ້​ສູ້ຮົບ​ເອົາ.


ສາມ​ມື້​ຕໍ່ມາ ຫລັງຈາກ​ທີ່​ເຮັດ​ຂໍ້​ຕົກລົງ​ກັນ​ແລ້ວ ຊາວ​ອິດສະຣາເອນ​ຈຶ່ງ​ໄດ້​ຮູ້​ວ່າ ຄົນ​ພວກ​ນີ້​ຢູ່​ໃກ້ຄຽງ​ກັບ​ພວກ​ຕົນ​ນັ້ນ​ເອງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka