14 ຊາວອິດສະຣາເອນໄດ້ຊີມອາຫານບາງສ່ວນຂອງພວກເຂົາ ແຕ່ບໍ່ໄດ້ຂໍຄຳແນະນຳຈາກພຣະເຈົ້າຢາເວກ່ຽວກັບເລື່ອງນີ້.
ຫລັງຈາກນັ້ນແລ້ວ ດາວິດກໍຖາມພຣະເຈົ້າຢາເວວ່າ, “ຂ້ານ້ອຍຄວນໄປຢຶດເອົາເມືອງໜຶ່ງໃນຢູດາຍຫລືບໍ່?” ພຣະເຈົ້າຢາເວຕອບເພິ່ນວ່າ, “ໄປຢຶດເອົາ.” ດາວິດຖາມວ່າ, “ເມືອງໃດ?” ພຣະອົງກ່າວວ່າ, “ເມືອງເຮັບໂຣນ.”
ກະສັດດາວິດຖາມພຣະເຈົ້າຢາເວວ່າ, “ໃຫ້ຂ້ານ້ອຍໄປໂຈມຕີພວກຟີລິດສະຕິນຫລືບໍ່? ພຣະອົງຈະໃຫ້ຂ້ານ້ອຍຮົບຊະນະພວກເຂົາຫລືບໍ່?” ພຣະເຈົ້າຢາເວໄດ້ຕອບວ່າ, “ຈົ່ງໄປໂຈມຕີພວກເຂົາ ເຮົາຈະໃຫ້ເຈົ້າຮົບຊະນະ.”
ຢູ່ທີ່ນັ້ນໃກ້ຫ້ວຍອາຮາວາ ຂ້າພະເຈົ້າໄດ້ອອກຄຳສັ່ງໃຫ້ທຸກຄົນຖືສິນອົດອາຫານ ແລະຖ່ອມຕົວລົງຕໍ່ໜ້າພຣະເຈົ້າຂອງພວກເຮົາ ເພື່ອຂໍໃຫ້ພຣະອົງນຳພາໃນການເດີນທາງ ແລະໃຫ້ປົກປັກຮັກສາພວກເຮົາ ພ້ອມທັງລູກໆຂອງພວກເຮົາແລະເຄື່ອງຂອງທັງໝົດທີ່ພວກເຮົາມີຢູ່.
ຈົ່ງໃສ່ອຸຣິມແລະທຸມມິມ ໄວ້ໃນແຜ່ນປົກເອິກແຫ່ງການພິພາກສາ ແລະຂອງສອງສິ່ງນີ້ຈະຢູ່ທີ່ຫົວໃຈຂອງອາໂຣນ ເມື່ອລາວເຂົ້າເຝົ້າຕໍ່ໜ້າພຣະເຈົ້າຢາເວ. ອາໂຣນຈະຮັບພາລະການພິພາກສາປະຊາຊົນອິດສະຣາເອນໄວ້ທີ່ຫົວໃຈຂອງຕົນສະເໝີຕໍ່ໜ້າພຣະເຈົ້າຢາເວ.”
ລາວຈະເພິ່ງປະໂຣຫິດເອເລອາຊາ ຜູ້ທີ່ຈະຮຽນຮູ້ຄວາມປະສົງຂອງເຮົາ ໂດຍໃຊ້ອຸຣິມແລະທຸມມິມ ຕໍ່ໜ້າພຣະເຈົ້າຢາເວ ອັນນີ້ຈະແມ່ນວິທີທີ່ເອເລອາຊາ ນຳພາໂຢຊວຍ ແລະຊຸມຊົນອິດສະຣາເອນ ໃນວຽກການທັງໝົດຂອງພວກເຂົາ.”
ແຕ່ຖ້າຄົນໃດໃນພວກເຈົ້າຂາດສະຕິປັນຍາ ກໍໃຫ້ຜູ້ນັ້ນທູນຂໍຈາກພຣະເຈົ້າ ຜູ້ຊົງໂຜດປະທານໃຫ້ແກ່ຄົນທັງປວງດ້ວຍພຣະກະລຸນາ ບໍ່ຊົງກ່າວຕິ ແລະຜູ້ນັ້ນກໍຈະໄດ້ຮັບສິ່ງທີ່ທູນຂໍ.
ຕອນທີ່ພວກຂ້ານ້ອຍຮ່າຍເຫຼົ້າອະງຸ່ນໃສ່ຖົງນັ້ນມັນຍັງໃໝ່ຢູ່ ແຕ່ເບິ່ງແມ! ດຽວນີ້ມັນຂາດ ເຄື່ອງນຸ່ງແລະເກີບກໍເກົ່າທັງຂາດດ້ວຍ ເພາະການເດີນທາງອັນແສນໄກໃນຄັ້ງນີ້.”
ຫລັງຈາກທີ່ໂຢຊວຍໄດ້ຕາຍໄປແລ້ວ ຊາວອິດສະຣາເອນກໍໄດ້ຖາມພຣະເຈົ້າຢາເວວ່າ, “ໃນພວກຂ້ານ້ອຍ ແມ່ນເຜົ່າໃດທີ່ຈະເປັນພວກທຳອິດໄປໂຈມຕີພວກການາອານກ່ອນ?”
ສ່ວນພວກອິດສະຣາເອນໄດ້ໄປບ່ອນນະມັດສະການທີ່ເບັດເອນ ແລະໃນທີ່ນັ້ນພວກເຂົາຖາມພຣະເຈົ້າວ່າ, “ພຣະອົງຈະໃຫ້ເຜົ່າໃດອອກໄປໂຈມຕີພວກເບັນຢາມິນກ່ອນ?” ພຣະເຈົ້າຢາເວຕອບວ່າ, “ເຜົ່າຢູດາໄປກ່ອນ.”
ອາຮີເມເຫຼັກໄດ້ຖາມພຣະເຈົ້າຢາເວໃຫ້ລາວວ່າ ລາວຄວນຈະເຮັດຢ່າງໃດ. ນອກຈາກນັ້ນ ເພິ່ນຍັງເອົາອາຫານແລະດາບຂອງໂກລີອາດ ຊາວຟີລິດສະຕິນໃຫ້ລາວດ້ວຍ.”