13 ຕອນທີ່ພວກຂ້ານ້ອຍຮ່າຍເຫຼົ້າອະງຸ່ນໃສ່ຖົງນັ້ນມັນຍັງໃໝ່ຢູ່ ແຕ່ເບິ່ງແມ! ດຽວນີ້ມັນຂາດ ເຄື່ອງນຸ່ງແລະເກີບກໍເກົ່າທັງຂາດດ້ວຍ ເພາະການເດີນທາງອັນແສນໄກໃນຄັ້ງນີ້.”
ບໍ່ມີຜູ້ໃດດອກທີ່ຖອກເຫຼົ້າອະງຸ່ນ ໃໝ່ໃສ່ຖົງໜັງເກົ່າ. ດ້ວຍວ່າ, ຖົງໜັງນັ້ນຈະແຕກ ເຫຼົ້າອະງຸ່ນຈະໄຫລອອກ ແລະທັງຖົງໜັງກໍຈະເສຍໄປ, ແຕ່ຕ້ອງໃຊ້ຖົງໜັງໃໝ່ໃສ່ເຫຼົ້າອະງຸ່ນໃໝ່ ແລະທັງສອງຢ່າງກໍຈະຢູ່ໃນສະພາບດີ.”
ບໍ່ມີຜູ້ໃດທີ່ຖອກເຫຼົ້າອະງຸ່ນ ໃໝ່ໃສ່ຖົງໜັງເກົ່າ ຖ້າເຮັດຢ່າງນັ້ນ ເຫຼົ້າອະງຸ່ນຈະເຮັດໃຫ້ຖົງໜັງນັ້ນຂາດ ແລະເຫຼົ້າອະງຸ່ນກັບທັງຖົງກໍຈະເສຍໄປ, ແຕ່ເຫຼົ້າອະງຸ່ນໃໝ່ຕ້ອງໃສ່ໄວ້ໃນຖົງໜັງໃໝ່.”
ບໍ່ມີຜູ້ໃດດອກ ທີ່ເອົານໍ້າອະງຸ່ນ ໃໝ່ໃສ່ຖົງໜັງເກົ່າ, ເພາະນໍ້າອະງຸ່ນໃໝ່ຈະເຮັດໃຫ້ຖົງໜັງຂາດ, ນໍ້າອະງຸ່ນຈະໄຫລອອກ ແລະຖົງໜັງກໍຈະເສຍໄປເໝືອນກັນ.
ເປັນເວລາສີ່ສິບປີ ທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໄດ້ນຳພວກເຈົ້າຜ່ານຖິ່ນແຫ້ງແລ້ງກັນດານ ແມ່ນແຕ່ເຄື່ອງນຸ່ງຫົ່ມແລະເກີບຂອງພວກເຈົ້າກໍບໍ່ໄດ້ຂາດ.
ຈົ່ງເບິ່ງເຂົ້າຈີ່ຂອງພວກຂ້ານ້ອຍນີ້ດູ ຕອນອອກຈາກບ້ານມາຍັງອຸ່ນໆຢູ່ ແຕ່ດຽວນີ້ ແຫ້ງແລະຕົກໂໝກໝົດ.
ຊາວອິດສະຣາເອນໄດ້ຊີມອາຫານບາງສ່ວນຂອງພວກເຂົາ ແຕ່ບໍ່ໄດ້ຂໍຄຳແນະນຳຈາກພຣະເຈົ້າຢາເວກ່ຽວກັບເລື່ອງນີ້.
ພວກເຂົາຈຶ່ງໄດ້ຊອກຫາວິທີໃຊ້ອຸບາຍຫລອກລວງໂຢຊວຍ. ພວກເຂົາໄດ້ນຳເອົາເຂົ້າປາອາຫານໃສ່ຖົງຂາດໆ ເອົາເຫຼົ້າອະງຸ່ນໃສ່ຖົງໜັງຂາດແລະຕາບ ແລະພາດໃສ່ຫລັງລໍ.
ພວກເຂົາໄດ້ນຸ່ງເຄື່ອງເກົ່າແລະໃສ່ເກີບຂາດທີ່ຖິ້ມແລ້ວ. ສ່ວນເຂົ້າຈີ່ທີ່ຖືໄປນຳນັ້ນກໍແຫ້ງແລະຕົກໂໝກ.