Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຊວຍ 9:1 - ພຣະຄຳພີສັກສິ

1 ໄຊຊະນະ​ຂອງ​ຊາວ​ອິດສະຣາເອນ ໄດ້​ຊ່າລື​ໄປ​ຈົນເຖິງ​ກະສັດ​ທັງໝົດ ທີ່​ທາງພາກ​ຕາເວັນຕົກ​ຂອງ​ແມ່ນໍ້າ​ຈໍແດນ ດັ່ງນີ້: ພວກ​ທີ່​ຢູ່​ຕາມ​ເນີນພູ, ຕາມ​ຕີນ​ພູ, ຕາມ​ທົ່ງ​ຮາບພຽງ ແລະ​ຕາມ​ຝັ່ງ​ທະເລ​ເມດີແຕຣາເນ​ທາງເໜືອ​ຈົນເຖິງ​ເລບານອນ. ພວກ​ນີ້​ແມ່ນ​ກະສັດ​ຂອງ​ຊາວ​ຮິດຕີ, ຊາວ​ອາໂມ, ຊາວ​ການາອານ, ຊາວ​ເປຣີຊີ, ຊາວ​ຮີວີ ແລະ​ຊາວ​ເຢບຸດ.

Uka jalj uñjjattʼäta Copia luraña




ໂຢຊວຍ 9:1
32 Jak'a apnaqawi uñst'ayäwi  

ແລ້ວ​ພວກເຂົາ​ກໍໄດ້​ໄປ​ທາງທິດໃຕ້​ຈົນເຖິງ​ເມືອງ​ຕີເຣ ຊຶ່ງ​ເປັນ​ເມືອງ​ທີ່​ມີ​ປ້ອມ​ປ້ອງກັນ​ອັນ​ເຂັ້ມແຂງ ແລະ​ໄປ​ທົ່ວ​ທຸກ​ເມືອງ​ຂອງ​ຊາວ​ຮີວີ​ແລະ​ຂອງ​ຊາວ​ການາອານ ແລະ​ໃນທີ່ສຸດ ພວກເຂົາ​ກໍ​ມາ​ເຖິງ​ເມືອງ​ເບເອນເຊບາ ທາງ​ພາກໃຕ້​ຂອງ​ຢູດາຍ.


ເທວະດາ​ຂອງເຮົາ​ຈະ​ນຳ​ໜ້າ​ພວກເຈົ້າ​ໄປ ແລະ​ຈະ​ພາ​ພວກເຈົ້າ​ເຂົ້າ​ໄປ​ໃນ​ດິນແດນ​ຂອງ​ຊາວ​ອາໂມ, ຊາວ​ຮິດຕີ, ຊາວ​ເປຣີຊີ, ຊາວ​ການາອານ, ຊາວ​ຮີວີ ແລະ​ຊາວ​ເຢບູດ ແລະ​ເຮົາ​ຈະ​ທຳລາຍ​ພວກເຂົາ​ທັງໝົດ.


ເຮົາ​ຈະ​ກຳນົດ​ເຂດແດນ​ຂອງ​ພວກເຈົ້າ​ໄວ້ ຕັ້ງແຕ່​ອ່າວ​ອາກາບາ​ຈົນເຖິງ​ທະເລ​ເມດີແຕຣາເນ ແລະ​ຕັ້ງແຕ່​ຖິ່ນ​ແຫ້ງແລ້ງ​ກັນດານ​ຊີນາຍ​ຈົນເຖິງ​ແມ່ນໍ້າ​ເອີຟຣັດ. ເຮົາ​ຈະ​ໃຫ້​ພວກເຈົ້າ​ມີ​ອຳນາດ​ເໜືອ​ປະຊາຊົນ​ຕ່າງໆ​ໃນ​ດິນແດນ ແລະ​ພວກເຈົ້າ​ຈະ​ຂັບໄລ່​ພວກເຂົາ​ອອກ​ໜີ ເມື່ອ​ພວກເຈົ້າ​ບຸກໜ້າ​ເຂົ້າ​ໄປ.


ເຮົາ​ຕັດສິນໃຈ​ແລ້ວ​ວ່າ ຈະ​ນຳ​ພວກເຈົ້າ​ອອກ​ໄປ​ຈາກ​ປະເທດ​ເອຢິບ ບ່ອນ​ທີ່​ພວກເຈົ້າ​ທົນທຸກ​ຢູ່​ນີ້ ແລະ​ເຮົາ​ຈະ​ນຳພາ​ພວກເຈົ້າ​ເຂົ້າ​ໄປ​ສູ່​ດິນແດນ​ທີ່​ອຸດົມສົມບູນ ແລະ​ຮັ່ງມີ​ຄື: ດິນແດນ​ຂອງ​ຊາວ​ການາອານ, ຊາວ​ຮິດຕີ, ຊາວ​ອາໂມ, ຊາວ​ເປຣີຊີ, ຊາວ​ຮີວີ ແລະ​ຊາວ​ເຢບຸດ.’


ຈົ່ງ​ເຮັດ​ຕາມ​ກົດບັນຍັດ​ຕ່າງໆ ທີ່​ເຮົາ​ກຳລັງ​ມອບ​ໃຫ້​ພວກເຈົ້າ​ໃນວັນນີ້. ເຮົາ​ຈະ​ຂັບໄລ່​ຊາວ​ອາໂມ, ຊາວ​ການາອານ, ຊາວ​ຮິດຕີ, ຊາວ​ເປຣີຊີ, ຊາວ​ຮີວີ ແລະ​ຊາວ​ເຢບຸດ​ອອກ​ໜີ ເມື່ອ​ພວກເຈົ້າ​ບຸກໜ້າ​ເຂົ້າ​ໄປ​ທີ່​ນັ້ນ.


ຊາວ​ອາມາເຫຼັກ​ອາໄສ​ຢູ່​ທາງທິດໃຕ້​ຂອງ​ດິນແດນ; ຊາວ​ຮິດຕີ, ຊາວ​ເຢບຸດ ແລະ​ຊາວ​ອາໂມ​ອາໄສ​ຢູ່​ເຂດ​ເນີນພູ ແລະ​ຊາວ​ການາອານ​ກໍ​ອາໄສ​ຢູ່​ຕາມ​ຝັ່ງ​ທີ່​ທະເລ​ເມດີແຕຣາເນ​ແລະ​ຝັ່ງ​ແມ່ນໍ້າ​ຈໍແດນ.”


ຊາຍແດນ​ທາງ​ທິດ​ຕາເວັນຕົກ​ແມ່ນ​ທະເລ​ເມດີແຕຣາເນ.


ບັດນີ້ ຈົ່ງ​ມ້າງ​ຄ້າຍ​ແລະ​ຍົກຍ້າຍ​ໄປ​ຕໍ່. ຈົ່ງ​ໄປ​ທີ່​ເຂດ​ເນີນພູ​ຂອງ​ຊາວ​ອາໂມ ແລະ​ທົ່ວ​ອານາ​ເຂດ​ອ້ອມແອ້ມ​ທັງໝົດ​ນັ້ນ ເຊັ່ນ: ຮ່ອມພູ​ຈໍແດນ, ເຂດ​ເນີນພູ​ແລະ​ທົ່ງພຽງ, ເຂດ​ພາກໃຕ້ ແລະ​ແຄມ​ຝັ່ງ​ທີ່​ທະເລ​ເມດີແຕຣາເນ. ຈົ່ງ​ໄປ​ທີ່​ດິນແດນ​ຂອງ​ຊາວ​ການາອານ, ເທິງ​ພູ​ເລບານອນ ແລະ​ແມ່ນໍ້າ​ໃຫຍ່​ເອີຟຣັດ.


ຂໍ​ພຣະອົງ​ໂຜດ​ໃຫ້​ຂ້ານ້ອຍ​ໄດ້​ຂ້າມ​ແມ່ນໍ້າ​ຈໍແດນ ໄປ​ເບິ່ງ​ດິນແດນ​ທີ່​ອຸດົມສົມບູນ​ແລະ​ຮັ່ງມີ​ທາງ​ຟາກ​ພຸ້ນ​ແດ່ທ້ອນ ຄື​ເບິ່ງ​ເນີນພູ​ອັນ​ສວຍງາມ​ແລະ​ພູເຂົາ​ຂອງ​ເລບານອນ.’


ດິນແດນ​ນັ້ນ​ຍັງ​ນັບ​ລວມ​ເອົາ​ອານາເຂດ​ທັງໝົດ ທີ່​ຢູ່​ທາງທິດ​ຕາເວັນອອກ​ຂອງ​ແມ່ນໍ້າ​ຈໍແດນ ຈົນ​ໄປ​ຮອດ​ທະເລຕາຍ​ທີ່​ຕີນ​ພູ​ປີສະກາ.


“ເມື່ອ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ນຳພາ​ພວກເຈົ້າ​ໄປ​ສູ່​ດິນແດນ​ທີ່​ພວກເຈົ້າ​ກຳລັງ​ຈະ​ເຂົ້າ​ໄປ​ຄອບຄອງ ແລະ​ພຣະອົງ​ຈະ​ຂັບໄລ່​ຫລາຍ​ຊົນຊາດ​ໃຫ້​ອອກ​ໜີໄປ. ເມື່ອ​ພວກເຈົ້າ​ບຸກ​ເຂົ້າ​ໄປ​ນັ້ນ ພຣະອົງ​ຈະ​ຂັບໄລ່​ເຈັດ​ຊົນຊາດ​ໃຫຍ່ ແລະ​ມີ​ອຳນາດ​ກວ່າ​ພວກເຈົ້າ​ອອກ​ໄປ ດັ່ງນີ້: ຊາວ​ຮິດຕີ, ກີກາຊີ, ອາໂມ, ການາອານ, ເປຣີຊີ, ຮີວີ ແລະ​ເຢບຸດ.


ຈົນກວ່າ​ຈະ​ຕີ​ເອົາ​ໄດ້​ດິນແດນ​ທາງພາກ​ຕາເວັນຕົກ​ຂອງ​ແມ່ນໍ້າ​ຈໍແດນ ຊຶ່ງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໄດ້​ມອບ​ໃຫ້​ພວກເຂົາ. ເມື່ອ​ພຣະອົງ​ໃຫ້​ທຸກໆເຜົ່າ​ຂອງ​ຊາດ​ອິດສະຣາເອນ​ຢູ່​ຢ່າງ​ປອດໄພ​ແລ້ວ ພວກເຈົ້າ​ຈຶ່ງ​ຈະ​ກັບຄືນ​ມາ​ຕັ້ງ​ຖິ່ນຖານ ທີ່​ດິນແດນ​ຂອງ​ພວກເຈົ້າ​ທາງພາກ​ທິດ​ຕາເວັນອອກ​ພີ້​ໄດ້ ບ່ອນ​ທີ່​ໂມເຊ​ຜູ້ຮັບໃຊ້​ຂອງ​ພຣະເຈົ້າຢາເວ​ໄດ້​ມອບ​ໃຫ້​ແກ່​ພວກເຈົ້າ.”


ເຂດແດນ​ຂອງ​ພວກເຈົ້າ​ຈະ​ຂະຫຍາຍ​ອອກ​ໄປ ຕັ້ງແຕ່​ຖິ່ນ​ແຫ້ງແລ້ງ​ກັນດານ​ທາງທິດໃຕ້ ຈົນເຖິງ​ພູເຂົາ​ເລບານອນ​ທາງທິດເໜືອ; ຕັ້ງແຕ່​ແມ່ນໍ້າ​ໃຫຍ່​ເອີຟຣັດ​ທາງທິດ​ຕາເວັນອອກ ຕະຫລອດ​ທັງ​ດິນແດນ​ຂອງ​ຊາວ​ຮິດຕີ ຈົນເຖິງ​ທະເລ​ເມດີ​ແຕຣາເນ​ທາງທິດ​ຕາເວັນຕົກ.


ດັ່ງນັ້ນ ປາກ​ຖໍ້າ​ຈຶ່ງ​ຖືກ​ເປີດ​ອອກ​ແລະ​ກະສັດ​ແຫ່ງ​ເຢຣູຊາເລັມ, ເຮັບໂຣນ, ຢາຣະມຸດ, ລາກິດ ແລະ​ເອກໂລນ​ຈຶ່ງ​ຖືກ​ນຳ​ອອກ​ມາ


ເຂດແດນ​ນັ້ນ​ໄດ້​ຂະຫຍາຍ​ອອກ​ຕື່ມ ຈາກ​ພູ​ຮາລັກ​ຢູ່​ທາງທິດໃຕ້​ຕິດ​ກັບ​ເມືອງ​ເອໂດມ ຈົນເຖິງ​ບາອານກາດ​ທາງ​ພາກເໜືອ ໃນ​ຮ່ອມພູ​ເລບານອນ​ທີ່​ທາງທິດໃຕ້​ຂອງ​ພູເຂົາ​ເຮີໂມນ. ໂຢຊວຍ​ໄດ້​ເຮັດ​ເສິກ​ກັບ​ບັນດາ​ກະສັດ ໃນ​ເຂດແດນ​ເຫຼົ່ານີ້​ເປັນ​ເວລາ​ດົນນານ. ເພິ່ນ​ຈັບ​ກະສັດ​ເຫຼົ່ານີ້​ໄດ້ ແລະ​ໄດ້​ຂ້າ​ທຸກໆ​ຄົນ​ຖິ້ມ.


ຕະຫລອດ​ທັງ​ດິນແດນ​ຂອງ​ພວກເກບາ ເຂດແດນ​ທັງໝົດ​ຂອງ​ເລບານອນ​ໄປ​ທາງ​ທິດ​ຕາເວັນອອກ ຄື​ຈາກ​ບາອານກາດ​ຢູ່​ຕາມ​ຕີນ​ພູເຂົາ​ເຮີໂມນ​ຈົນເຖິງ​ຊ່ອງແຄບ​ຮາມັດ.


ຊຶ່ງ​ເປັນ​ຊາຍແດນ​ທາງທິດ​ຕາເວັນຕົກ. ລະຫວ່າງ​ຊາຍແດນ​ເຫຼົ່ານີ້​ແມ່ນ​ຄອບຄົວ​ຕ່າງໆ​ໃນ​ເຜົ່າ​ຢູດາ​ອາໄສ​ຢູ່.


ບັດນີ້ ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ໄດ້​ໃຫ້​ພີ່ນ້ອງ​ຊາວ​ອິດສະຣາເອນ​ຂອງ​ພວກເຈົ້າ​ມີ​ຄວາມ​ສະຫງົບສຸກ​ແລ້ວ ຕາມ​ທີ່​ພຣະອົງ​ໄດ້​ສັນຍາ​ໄວ້. ສະນັ້ນ ຂໍ​ໃຫ້​ພວກເຈົ້າ​ຄືນ​ສູ່​ດິນແດນ ຊຶ່ງ​ພວກເຈົ້າ​ໄດ້​ຮຽກຮ້ອງ​ເອົາ​ເປັນ​ກຳມະສິດ ທີ່​ທາງທິດ​ຕາເວັນອອກ​ຂອງ​ແມ່ນໍ້າ​ຈໍແດນ​ນັ້ນ​ສາ ທີ່​ໂມເຊ​ຜູ້ຮັບໃຊ້​ຂອງ​ພຣະເຈົ້າຢາເວ​ໄດ້​ມອບໝາຍ​ໃຫ້​ພວກເຈົ້າ​ນັ້ນ.


ຂ້າພະເຈົ້າ​ໄດ້​ກຳນົດ​ໃຫ້​ເຜົ່າ​ຂອງ​ພວກເຈົ້າ ໄດ້​ເປັນ​ກຳມະສິດ​ດິນແດນ​ຂອງ​ຊົນຊາດ​ຕ່າງໆ​ທີ່​ເຫຼືອ​ຢູ່ ຕະຫລອດ​ທັງ​ທຸກ​ຊົນຊາດ​ທີ່​ຂ້າພະເຈົ້າ​ໄດ້​ຮົບ​ຊະນະ ຕັ້ງແຕ່​ແມ່ນໍ້າ​ຈໍແດນ​ທາງທິດ​ຕາເວັນອອກ ຈົນເຖິງ​ທະເລ​ເມດີແຕຣາເນ​ທາງ​ທິດ​ຕາເວັນຕົກ.


ແລ້ວ​ພວກເຈົ້າ​ກໍໄດ້​ພາກັນ​ຂ້າມ​ແມ່ນໍ້າ​ຈໍແດນ​ມາ​ສູ່​ເມືອງ​ເຢຣິໂກ. ຊາວ​ເມືອງ​ເຢຣິໂກ​ໄດ້​ຕໍ່ສູ້​ພວກເຈົ້າ​ແລະ​ຍັງ​ມີ​ພວກ​ອື່ນ​ອີກ​ທີ່​ຕໍ່ສູ້​ພວກເຈົ້າ ເຊັ່ນ: ຊາວ​ອາໂມ, ຊາວ​ເປຣີຊີ, ຊາວ​ການາອານ, ຊາວ​ຮິດຕີ, ຊາວ​ກີກາຊີ, ຊາວ​ຮີວີ ແລະ​ຊາວ​ເຢບຸດ, ແຕ່​ເຮົາ​ໄດ້​ໃຫ້​ພວກເຈົ້າ​ໄດ້​ໄຊຊະນະ​ພວກເຂົາ​ທັງໝົດ.


ເມື່ອ​ພວກເຈົ້າ​ບຸກໜ້າ​ເຂົ້າ​ໄປ ພຣະອົງ​ຈະ​ຂັບໄລ່​ຄົນ​ເຫຼົ່ານີ້​ອອກ​ໄປ ເຊັ່ນ: ຊາວ​ການາອານ, ຊາວ​ຮິດຕີ, ຊາວ​ຮີວີ, ຊາວ​ເປຣີຊີ, ຊາວ​ກີກາຊີ, ຊາວ​ອາໂມ ແລະ​ຊາວ​ເຢບຸດ. ພວກເຈົ້າ​ຈະ​ໄດ້​ຮູ້​ວ່າ ພຣະເຈົ້າ​ອົງ​ຊົງ​ຊີວິດ​ຢູ່​ສະຖິດ​ໃນ​ທ່າມກາງ​ພວກເຈົ້າ;


ໃນ​ຂະນະທີ່​ພວກເຂົາ​ຍ່າງ​ຂ້າມ​ດິນ​ແຫ້ງ​ໄປ​ນັ້ນ ພວກ​ປະໂຣຫິດ​ທີ່​ຫາມ​ຫີບ​ພັນທະສັນຍາ​ຂອງ​ພຣະເຈົ້າຢາເວ ກໍ​ຢືນ​ຢູ່​ເທິງ​ດິນ​ແຫ້ງ​ກາງ​ແມ່ນໍ້າ​ຈໍແດນ ຈົນກວ່າ​ປະຊາຊົນ​ທຸກຄົນ​ຂ້າມ​ໄປ​ຫວິດ​ໝົດແລ້ວ.


ເມື່ອ​ກະສັດ​ທັງໝົດ​ຂອງ​ຊາວ​ອາໂມ ທີ່​ທາງ​ທິດ​ຕາເວັນຕົກ​ຂອງ​ແມ່ນໍ້າ​ຈໍແດນ ແລະ​ກະສັດ​ທັງໝົດ​ຂອງ​ຊາວ​ການາອານ ທີ່​ຢູ່​ໃກ້​ທະເລ​ເມດີແຕຣາເນ​ໄດ້ຍິນ​ວ່າ ພຣະເຈົ້າຢາເວ​ໄດ້​ເຮັດ​ໃຫ້​ແມ່ນໍ້າ​ຈໍແດນ​ແຫ້ງ ຈົນ​ປະຊາຊົນ​ອິດສະຣາເອນ​ຂ້າມ​ໄປ​ໄດ້; ກະສັດ​ເຫຼົ່ານີ້​ຕ່າງ​ກໍ​ຢ້ານກົວ​ແລະ​ເສຍຂວັນ​ຍ້ອນ​ຊາວ​ອິດສະຣາເອນ.


ພຣະເຈົ້າຢາເວ​ສະຖິດ​ຢູ່​ກັບ​ໂຢຊວຍ ແລະ​ຊື່ສຽງ​ຂອງ​ເພິ່ນ​ກໍ​ຊ່າລື​ໄປ​ທົ່ວ​ທັງ​ດິນແດນ.


ແຕ່​ຊາວ​ອິດສະຣາເອນ​ໄດ້​ເວົ້າ​ຕໍ່​ຄົນ​ຮີວີ​ວ່າ, “ພວກເຈົ້າ​ອາດ​ຈະ​ຢູ່​ໃກ້​ກັບ​ພວກເຮົາ​ນີ້​ກໍໄດ້ ດ້ວຍເຫດໃດ​ພວກເຮົາ​ຈຶ່ງ​ຈະ​ເຮັດ​ຂໍ້​ຕົກລົງ​ກັບ​ພວກເຈົ້າ?”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka