Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຊວຍ 8:9 - ພຣະຄຳພີສັກສິ

9 ດັ່ງນັ້ນ ໂຢຊວຍ​ຈຶ່ງ​ຍົກທັບ​ອອກ​ໄປ ແລະ​ພວກ​ທະຫານ​ກໍໄດ້​ໄປ​ລີ້​ຢູ່​ທາງ​ທິດ​ຕາເວັນຕົກ​ຂອງ​ເມືອງ​ອາອີ ລະຫວ່າງ​ເມືອງ​ອາອີ​ກັບ​ເມືອງ​ເບັດເອນ. ສ່ວນ​ໂຢຊວຍ​ນັ້ນ​ໄດ້​ຄ້າງຄືນ​ຢູ່​ໃນ​ຄ້າຍພັກ.

Uka jalj uñjjattʼäta Copia luraña




ໂຢຊວຍ 8:9
9 Jak'a apnaqawi uñst'ayäwi  

ຫລັງຈາກ​ນັ້ນ ເພິ່ນ​ກໍໄດ້​ຍົກຍ້າຍ​ໄປ​ທາງ​ທິດ​ໃຕ້ ສູ່​ເນີນພູ​ທາງທິດ​ຕາເວັນອອກ​ຂອງ​ເມືອງ​ເບັດເອນ ແລະ​ເພິ່ນ​ໄດ້​ຕັ້ງ​ຄ້າຍພັກ​ພາ​ອາໄສ​ຢູ່ ລະຫວ່າງ​ເມືອງ​ເບັດເອນ​ທາງ​ທິດ​ຕາເວັນຕົກ ແລະ​ເມືອງ​ອາອີ​ທາງທິດ​ຕາເວັນອອກ. ຢູ່​ທີ່​ນີ້ ອັບຣາມ​ໄດ້​ກໍ່ສ້າງ​ແທ່ນບູຊາ​ອີກ​ໜຶ່ງ​ແທ່ນ​ຖວາຍ​ແກ່​ພຣະເຈົ້າຢາເວ ແລະ​ໄດ້​ຮ້ອງທູນ​ອອກ​ນາມຊື່​ພຣະເຈົ້າຢາເວ.


ຢາໂຄບ​ໄດ້​ສົ່ງ​ຂອງຕ້ອນ​ໄປ​ກ່ອນ ສ່ວນ​ເພິ່ນເອງ​ນັ້ນ​ຍັງ​ນອນ​ຄ້າງຄືນ​ຢູ່​ທີ່​ຄ້າຍພັກ.


ເບັດເອນ ແລະ​ອາອີ - 223 ຄົນ


ເບັດເອນ​ແລະ​ອາອີ - 123 ຄົນ


ໂຢຊວຍ​ໄດ້​ສົ່ງ​ບາງຄົນ​ຈາກ​ເມືອງ​ເຢຣິໂກ​ໄປ​ທີ່​ເມືອງ​ອາອີ ຊຶ່ງ​ຢູ່​ທາງທິດ​ຕາເວັນອອກ​ຂອງ​ເບັດເອນ​ໃກ້​ກັບ​ເມືອງ​ເບັດ​ອາເວນ. ໂຢຊວຍ​ໄດ້​ສັ່ງ​ພວກເຂົາ​ໄປ​ສຳຫລວດ​ເບິ່ງ​ດິນແດນ. ເມື່ອ​ພວກເຂົາ​ໄປ​ສຳຫລວດ​ເບິ່ງ​ແລ້ວ


ຕອນ​ເຊົ້າ​ແຕ່​ເດິກໆ ໂຢຊວຍ​ໄດ້​ລຸກ​ຂຶ້ນ​ແລະ​ເອີ້ນ​ບັນດາ​ທະຫານ​ມາ​ປະຊຸມ. ແລ້ວ​ເພິ່ນ​ເອງ​ແລະ​ພວກຜູ້ນຳ​ຊາດ​ອິດສະຣາເອນ ກໍໄດ້​ຍົກທັບ​ໄປ​ສູ່​ເມືອງ​ອາອີ.


ເພິ່ນ​ໄດ້​ນຳ​ເອົາ​ທະຫານ​ປະມານ​ຫ້າພັນ​ຄົນ ໄປ​ລີ້​ຢູ່​ທາງ​ທິດ​ຕາເວັນຕົກ​ຂອງ​ເມືອງ ລະຫວ່າງ​ເມືອງ​ອາອີ​ແລະ​ເມືອງ​ເບັດເອນ.


ຫລັງຈາກ​ຢຶດຄອງ​ເມືອງ​ແລ້ວ ໃຫ້​ຈູດ​ເມືອງ​ຖິ້ມ​ໂລດ ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ໄວ້.”


ເພິ່ນ​ໄດ້​ສົ່ງ​ສິ່ງຂອງ​ເຫຼົ່ານີ້​ໄປ​ໃຫ້​ຄົນ​ຢູ່​ໃນ​ເມືອງ​ຕ່າງໆ ເຊັ່ນ: ເບັດເອນ, ຣາມາ​ທີ່​ຢູ່​ທາງ​ພາກໃຕ້​ຂອງ​ຢູດາຍ, ຢັດຕີ,


Jiwasaru arktasipxañani:

Anuncios ukanaka


Anuncios ukanaka