Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຊວຍ 8:4 - ພຣະຄຳພີສັກສິ

4 ໂດຍ​ໄດ້​ສັ່ງ​ວ່າ, “ຈົ່ງ​ລີ້​ຢູ່​ທາງ​ດ້ານຫລັງ​ຂອງ​ຕົວເມືອງ ແຕ່​ຢ່າ​ໃຫ້​ໄກ​ຈາກ​ຕົວເມືອງ​ຫລາຍ ແລ້ວ​ໃຫ້​ພາກັນ​ຕຽມພ້ອມ​ເຂົ້າ​ໂຈມຕີ.

Uka jalj uñjjattʼäta Copia luraña




ໂຢຊວຍ 8:4
14 Jak'a apnaqawi uñst'ayäwi  

ເວລາ​ນັ້ນ​ຍັງ​ເປັນ​ຕອນ​ກາງຄືນ ແຕ່​ກະສັດ​ໄດ້​ລຸກ​ຂຶ້ນ ແລະ​ສັ່ງ​ພວກ​ຂ້າຣາຊການ​ວ່າ, “ເຮົາ​ຈະ​ບອກ​ພວກເຈົ້າ​ວ່າ​ຊາວ​ຊີເຣຍ​ມີ​ແຜນການ​ຢ່າງໃດ ພວກເຂົາ​ຮູ້ເຖິງ​ການອຶດຢາກ​ຢູ່​ບ່ອນນີ້; ສະນັ້ນ ພວກເຂົາ​ຈຶ່ງ​ໜີ​ຈາກ​ຄ້າຍ​ໄປ​ລີ້​ຢູ່​ໃນ​ເຂດ​ບ້ານນອກ. ພວກເຂົາ​ຄິດວ່າ​ພວກເຮົາ​ຈະ​ອອກ​ໜີ​ຈາກ​ເມືອງ​ໄປ​ຊອກຫາ​ອາຫານ ແລ້ວ​ພວກເຂົາ​ກໍ​ຈະ​ຈັບ​ພວກເຮົາ​ທັງເປັນ ແລະ​ຈະ​ຢຶດເອົາ​ເມືອງ.”


ຂະນະດຽວ​ກັນນັ້ນ ເຢໂຣໂບອາມ​ກໍໄດ້​ສົ່ງ​ທະຫານ​ບາງສ່ວນ​ຂອງຕົນ ມາ​ດັກສະກັດ​ທາງ​ແນວຫລັງ​ຂອງ​ກອງທັບ​ຢູດາ ສ່ວນ​ພວກ​ທີ່​ເຫຼືອ​ກໍໄດ້​ປະເຊີນ​ໜ້າ​ກັນ​ທີ່​ແນວໜ້າ.


ປັນຍາ​ເຮັດ​ໃຫ້​ຄົນ​ສະຫລາດ​ຜູ້ໜຶ່ງ​ມີ​ອຳນາດ​ລື່ນກວ່າ​ຜູ້ປົກຄອງ​ສິບ​ຄົນ​ທີ່​ຢູ່​ໃນ​ເມືອງ​ໜຶ່ງ.


ຂ້າພະເຈົ້າ​ເຄີຍ​ເວົ້າ​ຢູ່​ສະເໝີ​ວ່າ​ປັນຍາ​ດີກວ່າ​ກຳລັງ, ແຕ່​ເມື່ອ​ຄົນມີ​ປັນຍາ​ຜູ້ໜຶ່ງ​ຍາກຈົນ ຄົນ​ກໍ​ຈະ​ດູຖູກ​ລາວ ແລະ​ບໍ່​ເຊື່ອຟັງ​ຄຳແນະນຳ​ຂອງ​ລາວ.


ແຕ່​ທ່ານ​ຢ່າ​ໄດ້​ເຊື່ອ​ພວກເຂົາ, ເພາະວ່າ​ມີ​ຫລາຍກວ່າ​ສີ່ສິບ​ຄົນ​ໃນ​ພວກເຂົາ ທີ່​ກຳລັງ​ລໍຄອຍ​ປອງຮ້າຍ​ໂປໂລ​ຢູ່, ພວກເຂົາ​ໄດ້​ສາບານ​ຕົວ​ໄວ້​ວ່າ ພວກເຂົາ​ຈະ​ບໍ່​ກິນ​ຫລື​ດື່ມ ຈົນກວ່າ​ໄດ້​ຂ້າ​ໂປໂລ​ເສຍ​ກ່ອນ. ບັດນີ້ ພວກເຂົາ​ພ້ອມແລ້ວ​ທີ່​ຈະ​ດຳເນີນ​ການ​ນີ້ ແລະ​ກຳລັງ​ລໍຖ້າ​ການ​ຕັດສິນໃຈ​ຈາກ​ທ່ານ​ຢູ່.”


ຝ່າຍ​ຜູ້ຊາຍ​ຢູ່​ໃນ​ເມືອງ​ທຸກຄົນ​ກໍ​ໄລ່ຕາມ​ໄປ ແລະ​ໃນ​ຂະນະທີ່​ພວກເຂົາ​ໄລ່ຕາມ​ໂຢຊວຍ​ໄປ​ນັ້ນ ພວກເຂົາ​ກໍ​ຫ່າງ​ຈາກ​ຕົວເມືອງ​ອອກ​ໄປ​ເລື້ອຍໆ.


ດັ່ງນັ້ນ ໂຢຊວຍ​ຈຶ່ງ​ຕຽມ​ເອົາ​ທະຫານ​ທັງໝົດ​ໄປ​ໂຈມຕີ​ເມືອງ​ອາອີ. ເພິ່ນ​ໄດ້​ເລືອກ​ເອົາ​ທະຫານ​ທີ່​ເກັ່ງກ້າ​ສາມ​ໝື່ນ​ຄົນ ແລະ​ໃຫ້​ເຄື່ອນທັບ​ໄປ​ໃນ​ຕອນ​ກາງຄືນ


ດັ່ງນັ້ນ ພວກ​ອິດສະຣາເອນ​ຈຶ່ງ​ວາງ​ທະຫານ​ບາງ​ສ່ວນ ລີ້​ຢູ່​ອ້ອມແອ້ມ​ຕົວເມືອງ​ກີເບອາ.


ເມື່ອ​ກອງທັບ​ໃຫຍ່​ຂອງ​ພວກ​ອິດສະຣາເອນ​ຖອຍຫລັງ​ຄືນມາ​ທ້ອນໂຮມກັນ​ທີ່​ບາອານຕາມາ​ແລ້ວ; ໃນທັນໃດ ພວກ​ທະຫານ​ທີ່​ລີ້​ຢູ່​ຕາມ​ຖໍ້າ​ຫີນ​ອ້ອມ​ເມືອງ ກໍ​ຟ້າວ​ອອກ​ມາ.


ແລະ​ພວກ​ເບັນຢາມິນ​ຈຶ່ງ​ຮູ້ຕົວ​ວ່າ​ພວກຕົນ​ພ່າຍແພ້​ເສຍ​ແລ້ວ. ກອງທັບ​ໃຫຍ່​ຂອງ​ພວກ​ອິດສະຣາເອນ​ໄດ້​ຖອຍຫລັງ​ໄປ​ຈາກ​ພວກ​ເບັນຢາມິນ ຍ້ອນວ່າ​ພວກເຂົາ​ອາໄສ​ຕໍ່​ພວກ​ທະຫານ​ທີ່​ໄດ້​ວາງ​ລີ້​ໄວ້​ອ້ອມ​ເມືອງ​ກີເບອາ​ນັ້ນ.


ຊາວ​ຊີເຄມ​ໄດ້​ດັກສະກັດ​ໂຈມຕີ​ອາບີເມເຫຼັກ​ທີ່​ເທິງ​ພູ ແລະ​ພວກເຂົາ​ຍັງ​ໄດ້​ປຸ້ນ​ເອົາ​ເຄື່ອງຂອງ ຂອງ​ຄົນ​ທີ່​ຜ່ານ​ໄປມາ​ຢູ່​ໃນ​ແຖບ​ນັ້ນ​ດ້ວຍ. ແລ້ວ​ກໍ​ມີ​ຄົນ​ມາ​ບອກ​ອາບີເມເຫຼັກ​ເຖິງ​ເລື່ອງນີ້.


ເມື່ອ​ເປັນ​ເຊັ່ນນີ້ ຂໍ​ໃຫ້​ທ່ານ​ນຳ​ຄົນ​ອອກ​ໄປ​ລີ້​ຢູ່​ຕາມ​ທົ່ງນາ​ໃນ​ຕອນ​ກາງຄືນ.


ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ວ່າ, ‘ເຮົາ​ຈະ​ລົງໂທດ​ຊາວ​ອາມາເຫຼັກ ຍ້ອນ​ວ່າ​ບັນພະບຸລຸດ​ຂອງ​ພວກເຂົາ​ໄດ້​ຕໍ່ຕ້ານ​ຊາວ​ອິດສະຣາເອນ ສະໄໝ​ທີ່​ຊາວ​ອິດສະຣາເອນ​ໄດ້​ເດີນທາງ​ອອກ​ມາ​ຈາກ​ປະເທດ​ເອຢິບ.


ເພິ່ນ​ເອງ​ພ້ອມ​ທັງ​ກອງທັບ​ໄດ້​ໄປ​ທີ່​ເມືອງ​ອາມາເຫຼັກ ແລະ​ດັກສະກັດ​ເພື່ອ​ຫລອນ​ໂຈມຕີ​ຢູ່​ຕາມ​ຮ່ອມ​ຫ້ວຍ​ທີ່​ແຫ້ງແລ້ງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka