Biblia Todo Logo
Internet tuqin Biblia
- Anuncios ukanaka -




ໂຢຊວຍ 8:33 - ພຣະຄຳພີສັກສິ

33 ຊາວ​ອິດສະຣາເອນ​ພ້ອມ​ທັງ​ພວກຜູ້ນຳ, ບັນດາ​ເຈົ້າໜ້າທີ່, ພວກ​ຜູ້ຕັດສິນ, ຕະຫລອດ​ທັງ​ຄົນ​ຕ່າງດ້າວ​ທີ່​ອາໄສ​ຢູ່​ນຳ​ພວກເຂົາ ຕ່າງ​ກໍໄດ້​ຢືນ​ຢູ່​ສອງ​ຟາກ​ຂ້າງ​ຂອງ​ຫີບ​ພັນທະສັນຍາ​ຂອງ​ພຣະເຈົ້າຢາເວ ໂດຍ​ປິ່ນ​ໜ້າ​ໃສ່​ປະໂຣຫິດ​ຊາວ​ເລວີ​ຜູ້​ທີ່​ມີ​ໜ້າທີ່​ຫາມ​ຫີບ. ປະຊາຊົນ​ເຄິ່ງ​ໜຶ່ງ​ໄດ້​ຢືນ​ປິ່ນຫລັງ​ໃສ່​ພູເຂົາ​ເກຣີຊິມ ແລະ​ອີກ​ເຄິ່ງ​ໜຶ່ງ​ໄດ້​ຢືນ​ປິ່ນຫລັງ​ໃສ່​ພູເຂົາ​ເອບານ. ໂມເຊ​ຜູ້ຮັບໃຊ້​ຂອງ​ພຣະເຈົ້າຢາເວ​ໄດ້​ສັ່ງ​ໃຫ້​ພວກເຂົາ​ເຮັດ​ເຊັ່ນນີ້ ເມື່ອ​ເຖິງ​ເວລາ​ທີ່​ພວກເຂົາ​ຈະ​ຮັບ​ພອນ.

Uka jalj uñjjattʼäta Copia luraña




ໂຢຊວຍ 8:33
22 Jak'a apnaqawi uñst'ayäwi  

ກົດລະບຽບ​ອັນ​ດຽວກັນ​ນີ້​ໃຫ້​ໃຊ້​ສຳລັບ​ຄົນ​ອິດສະຣາເອນ​ແຕ່​ກຳເນີດ ແລະ​ສຳລັບ​ຄົນ​ຕ່າງດ້າວ​ຜູ້​ທີ່​ອາໄສ​ຢູ່​ນຳ​ພວກເຈົ້າ​ຄື​ກັນ.”


ກົດບັນຍັດ​ນີ້​ໃຫ້​ໃຊ້​ສຳລັບ​ທຸກຄົນ ບໍ່​ວ່າ​ຈະ​ເປັນ​ຄົນ​ອິດສະຣາເອນ ຫລື​ຄົນ​ຕ່າງດ້າວ​ກໍຕາມ​ທີ່​ອາໄສ​ຢູ່​ໃນ​ທ່າມກາງ​ພວກເຈົ້າ ເພາະ​ເຮົາ​ແມ່ນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ.”


ໃຫ້​ພວກເຈົ້າ​ເອງ ແລະ​ຄົນ​ຕ່າງດ້າວ​ທີ່​ຢູ່​ນຳ​ພວກເຈົ້າ ປະຕິບັດ​ຕາມ​ແບບ​ດຽວກັນ​ນີ້ ທຸກຍຸກ​ທຸກສະໄໝ​ສືບໄປ. ພວກເຈົ້າ ແລະ​ພວກເຂົາ​ມີ​ຄຸນຄ່າ​ເທົ່າທຽມ​ກັນ ຕໍ່ໜ້າ​ຂອງ​ພຣະເຈົ້າຢາເວ


ດັ່ງນັ້ນ ຈຶ່ງ​ໃຫ້​ໃຊ້​ກົດບັນຍັດ ແລະ​ລະບຽບການ​ຢ່າງ​ດຽວກັນ.”’


ໃຫ້​ທຸກຄົນ​ທີ່​ໄດ້​ເຮັດ​ບາບ​ໂດຍ​ບໍ່ຕັ້ງໃຈ​ປະຕິບັດ​ຕາມ​ລະບຽບການ​ດຽວກັນນີ້ ບໍ່​ວ່າ​ຄົນ​ນັ້ນ​ຈະ​ເປັນ​ຊາວ​ອິດສະຣາເອນ​ໂດຍ​ກຳເນີດ ຫລື​ຄົນ​ຕ່າງດ້າວ​ທີ່​ມາ​ອາໄສ​ຢູ່​ນຳ​ພວກ​ຕົນ​ກໍຕາມ.


ບັນພະບຸລຸດ​ຂອງ​ພວກ​ຂ້ານ້ອຍ​ໄດ້​ນະມັດສະການ​ພຣະເຈົ້າ​ເທິງ​ພູ​ໜ່ວຍ​ນີ້, ແຕ່​ພວກທ່ານ​ວ່າ ສະຖານທີ່​ຄວນ​ນະມັດສະການ ກໍ​ຄື​ນະຄອນ​ເຢຣູຊາເລັມ.”


ເມື່ອ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ນຳ​ພວກເຈົ້າ​ເຂົ້າ​ໄປ​ໃນ​ດິນແດນ ທີ່​ພວກເຈົ້າ​ຈະ​ຢຶດຄອງ​ນັ້ນ ພວກເຈົ້າ​ຈະ​ຕ້ອງ​ປະກາດ​ຄຳອວຍພອນ​ຈາກ​ພູ​ເກຣີຊິມ ແລະ​ຄຳສາບແຊ່ງ​ຈາກ​ພູ​ເອບານ. (


ຈົ່ງ​ເອີ້ນ​ທຸກໆ​ຄົນ​ມາ​ເຕົ້າໂຮມ​ກັນ​ເຊັ່ນ: ຜູ້ຊາຍ, ຜູ້ຍິງ, ເດັກນ້ອຍ ແລະ​ຄົນຕ່າງດ້າວ​ທີ່​ອາໄສ​ຢູ່​ໃນ​ເມືອງ​ຂອງ​ພວກເຈົ້າ ເພື່ອ​ວ່າ​ທຸກຄົນ​ຈະ​ໄດ້ຍິນ​ແລະ​ຮຽນຮູ້ ທີ່​ຈະ​ຢຳເກງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ແລະ​ປະຕິບັດ​ຕາມ​ຄຳສັ່ງສອນ​ຂອງ​ພຣະອົງ​ຢ່າງ​ສັດຊື່.


ເມື່ອ​ຂຽນ​ສຳເລັດ​ແລ້ວ ເພິ່ນ​ຈຶ່ງ​ກ່າວ​ແກ່​ປະໂຣຫິດ​ຊາວ​ເລວີ ຜູ້​ທີ່​ຮັບຜິດຊອບ​ຫາມ​ຫີບ​ພັນທະສັນຍາ​ຂອງ​ພຣະເຈົ້າຢາເວ​ວ່າ,


ດັ່ງນັ້ນ ໂມເຊ​ຈຶ່ງ​ໄດ້​ຂຽນ​ກົດບັນຍັດ​ຂອງ​ພຣະເຈົ້າ ແລະ​ມອບ​ໃຫ້​ປະໂຣຫິດ​ຊາວ​ເລວີ ທີ່​ເປັນ​ຜູ້​ຮັບຜິດຊອບ​ຫາມ​ຫີບ​ພັນທະສັນຍາ​ຂອງ​ພຣະເຈົ້າຢາເວ ແລະ​ມອບ​ໃຫ້​ພວກ​ຜູ້ນຳ​ຂອງ​ຊາດ​ອິດສະຣາເອນ.


ສະນັ້ນ ເພິ່ນ​ຈຶ່ງ​ເອີ້ນ​ຊາວ​ອິດສະຣາເອນ​ທຸກຄົນ​ມາ ມີ​ດັ່ງນີ້: ພວກ​ເຖົ້າແກ່, ພວກຫົວໜ້າ, ພວກ​ຜູ້ປົກຄອງ ແລະ​ພວກ​ເຈົ້າໜ້າທີ່​ຂອງ​ປະຊາຊົນ. ເພິ່ນ​ບອກ​ພວກເຂົາ​ວ່າ, “ດຽວ​ນີ້​ຂ້າພະເຈົ້າ​ກໍ​ເຖົ້າແກ່​ຫລາຍ​ແລ້ວ


ຕໍ່ມາ ໂຢຊວຍ​ໄດ້​ເອີ້ນ​ເຜົ່າ​ຕ່າງໆ​ຂອງ​ຊາດ​ອິດສະຣາເອນ ເຂົ້າ​ມາ​ເຕົ້າໂຮມ​ກັນ​ທີ່​ເມືອງ​ຊີເຄມ. ເພິ່ນ​ໄດ້​ເອີ້ນ​ເອົາ​ພວກ​ເຖົ້າແກ່, ພວກ​ຫົວໜ້າ, ພວກ​ຜູ້ປົກຄອງ ແລະ​ບັນດາ​ເຈົ້າໜ້າທີ່​ຂອງ​ຊາດ​ອິດສະຣາເອນ ມາ​ຢູ່​ຊ້ອງໜ້າ​ພຣະເຈົ້າ.


ເວລານັ້ນ​ເປັນ​ລະດູ​ເກັບກ່ຽວ ແລະ​ນໍ້າ​ໄດ້​ລົ້ນ​ຖ້ວມ​ຕາຝັ່ງ. ເມື່ອ​ປະຊາຊົນ​ໄດ້​ອອກ​ໄປ​ຈາກ​ຄ້າຍພັກ​ເພື່ອ​ຈະ​ຂ້າມ​ແມ່ນໍ້າ​ຈໍແດນ ພວກ​ປະໂຣຫິດ​ທີ່​ຫາມ​ຫີບ​ພັນທະສັນຍາ​ໄດ້​ອອກ​ໄປ​ກ່ອນ​ໜ້າ​ພວກເຂົາ. ພໍ​ພວກ​ປະໂຣຫິດ​ຈຸ່ມຕີນ​ລົງ​ໃນ​ນໍ້າ


ແລະ​ສັ່ງ​ປະຊາຊົນ​ວ່າ, “ເມື່ອ​ພວກເຈົ້າ​ເຫັນ​ພວກ​ປະໂຣຫິດ ຫາມ​ຫີບ​ພັນທະສັນຍາ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ອອກ​ໄປ ໃຫ້​ພາກັນ​ອອກ​ຈາກ​ຄ້າຍພັກ​ແລະ​ຕິດຕາມ​ໄປ​ໂລດ.


ແລ້ວ​ໂຢຊວຍ​ກໍ​ບອກ​ພວກ​ປະໂຣຫິດ​ໃຫ້​ຫາມ​ຫີບ​ພັນທະສັນຍາ​ອອກ​ໄປ​ກ່ອນ​ປະຊາຊົນ ແລະ​ພວກເຂົາ​ກໍ​ປະຕິບັດ​ຕາມ.


ພວກ​ປະໂຣຫິດ​ຢືນ​ຢູ່​ໃນ​ກາງ​ແມ່ນໍ້າ​ຈໍແດນ ຈົນກວ່າ​ປະຊາຊົນ​ກະທຳ​ທຸກສິ່ງ​ສຳເລັດ ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ພວກເຂົາ​ຜ່ານ​ທາງ​ໂຢຊວຍ. ເລື່ອງ​ນີ້​ແມ່ນ​ສິ່ງ​ທີ່​ໂມເຊ​ໄດ້​ສັ່ງ​ໄວ້. ປະຊາຊົນ​ຈຶ່ງ​ຟ້າວ​ຂ້າມ​ແມ່ນໍ້າ​ໄປ.


ເມື່ອ​ພວກ​ປະໂຣຫິດ​ທີ່ໄດ້​ຫາມ​ຫີບ​ພັນທະສັນຍາ​ຂອງ​ພຣະເຈົ້າຢາເວ​ໄດ້​ຂຶ້ນ​ມາ​ຮອດ​ຕາຝັ່ງ​ແລ້ວ ນໍ້າ​ກໍໄດ້​ໄຫລ​ເຂົ້າ​ກັນ​ຖ້ວມ​ເຕັມ​ຕາຝັ່ງ​ອີກ​ຄື​ເກົ່າ.


ໂຢຊວຍ​ໄດ້​ເອີ້ນ​ພວກ​ປະໂຣຫິດ​ມາ ແລະ​ບອກ​ວ່າ, “ຈົ່ງ​ຫາມ​ຫີບ​ພັນທະສັນຍາ ແລະ​ໃຫ້​ເຈັດ​ຄົນ​ໃນ​ພວກເຈົ້າ ຖື​ແກ​ຍ່າງ​ໄປ​ກ່ອນ​ຫີບ​ພັນທະສັນຍາ​ຂອງ​ພຣະເຈົ້າຢາເວ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka