Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຊວຍ 8:31 - ພຣະຄຳພີສັກສິ

31 ເພິ່ນ​ໄດ້​ສ້າງ​ຂຶ້ນ​ຕາມ​ແບບ​ທີ່​ໂມເຊ​ຜູ້ຮັບໃຊ້​ຂອງ​ພຣະເຈົ້າຢາເວ ໄດ້​ສັ່ງ​ໄວ້​ກັບ​ຊາວ​ອິດສະຣາເອນ ດັ່ງ​ທີ່​ໄດ້​ກ່າວ​ໄວ້​ຕາມ​ກົດບັນຍັດ​ຂອງ​ໂມເຊ​ວ່າ, “ແທ່ນບູຊາ​ສ້າງ​ຂຶ້ນ​ດ້ວຍ​ຫີນ​ທີ່​ບໍ່​ໃຊ້​ເຄື່ອງ​ມື​ເປັນ​ໂລຫະ​ຕັດ.” ທີ່​ເທິງ​ແທ່ນ​ນັ້ນ ພວກເຂົາ​ໄດ້​ເຜົາ​ເຄື່ອງ​ຖວາຍບູຊາ​ດ້ວຍ​ໄຟ​ແກ່​ພຣະເຈົ້າຢາເວ ແລະ​ຖວາຍ​ເພື່ອ​ຄວາມ​ສາມັກຄີທຳ.

Uka jalj uñjjattʼäta Copia luraña




ໂຢຊວຍ 8:31
16 Jak'a apnaqawi uñst'ayäwi  

ເຖິງຢ່າງໃດ​ກໍຕາມ ເພິ່ນ​ບໍ່ໄດ້​ຂ້າ​ລູກໆ​ຂອງ​ພວກເຂົາ ແຕ່​ເຮັດ​ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ໄວ້​ໃນ​ກົດບັນຍັດ​ຂອງ​ໂມເຊ​ວ່າ: “ພໍ່​ແມ່​ບໍ່ຄວນ​ຖືກ​ຂ້າ​ຍ້ອນ​ລູກ​ເຮັດ​ຜິດ ແລະ​ລູກ​ກໍ​ບໍ່ຄວນ​ຖືກ​ຂ້າ​ຍ້ອນ​ພໍ່​ແມ່​ເຮັດ​ຜິດ; ແລະ​ຜູ້ໃດ​ເຮັດ​ຜິດ​ກໍ​ໃຫ້​ຜູ້ນັ້ນ​ຖືກ​ຂ້າ.”


ຊາຟານ​ໄດ້​ນຳ​ເອົາ​ຄຳສັ່ງ​ຂອງ​ກະສັດ​ໄປ​ບອກ​ມະຫາ​ປະໂຣຫິດ​ຮິນກີຢາ; ແລ້ວ​ເພິ່ນ​ກໍ​ບອກ​ຊາຟານ​ວ່າ ເພິ່ນ​ໄດ້​ພົບ​ປື້ມ​ກົດບັນຍັດ​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ. ເພິ່ນ​ໄດ້​ເອົາ​ປື້ມ​ນັ້ນ​ໃຫ້​ຊາຟານ​ອ່ານ.


ເຖິງ​ຢ່າງ​ໃດ​ກໍຕາມ ເພິ່ນ​ບໍ່ໄດ້​ຂ້າ​ລູກ​ຂອງ​ພວກເຂົາ, ແຕ່​ເພິ່ນ​ໄດ້​ປະຕິບັດ​ຕາມ​ກົດບັນຍັດ​ຂອງ​ໂມເຊ ທີ່​ພຣະເຈົ້າຢາເວ​ໄດ້​ສັ່ງ​ໄວ້​ວ່າ, “ພໍ່​ແມ່​ຈະ​ບໍ່​ຖືກ​ປະຫານ​ຍ້ອນ​ລູກ​ເຮັດ​ຜິດ ແລະ​ລູກ​ກໍ​ຈະ​ບໍ່​ຖືກ​ປະຫານ​ຍ້ອນ​ພໍ່​ແມ່​ເຮັດ​ຜິດ; ຜູ້ໃດ​ເຮັດ​ຜິດ​ໃຫ້​ປະຫານ​ຜູ້ນັ້ນ.”


ແລ້ວ​ພວກເຂົາ​ກໍ​ແບ່ງ​ປະຊາຊົນ​ອອກ​ເປັນ​ໝວດ​ຕາມ​ຄອບຄົວ ແລະ​ເອົາ​ສັດ​ທີ່​ຈະ​ເປັນ​ເຄື່ອງ​ບູຊາ​ນັ້ນ​ຢາຍ​ໃຫ້ ເພື່ອ​ເຂົາ​ຈະ​ໄດ້​ຖວາຍ​ແດ່​ພຣະເຈົ້າຢາເວ ຕາມ​ທີ່​ໄດ້ຂຽນ​ໄວ້​ໃນ​ກົດບັນຍັດ​ຂອງ​ໂມເຊ.


ພວກເຂົາ​ຍັງ​ໄດ້​ແຕ່ງຕັ້ງ​ບັນດາ​ປະໂຣຫິດ​ແລະ​ຊາວ​ເລວີ​ໃຫ້​ເປັນ​ຜູ້​ເຮັດ​ວຽກ​ໃນ​ໜ້າທີ່​ຂອງ​ພວກເຂົາ​ເພື່ອ​ຮັບໃຊ້​ພຣະເຈົ້າ​ທີ່​ນະຄອນ​ເຢຣູຊາເລັມ ຕາມ​ຄຳແນະນຳ​ທີ່​ໄດ້​ມີ​ບັນທຶກ​ໄວ້​ຢູ່​ໃນ​ໜັງສື​ຂອງ​ໂມເຊ.


ເມື່ອ​ກຳລັງ​ອ່ານ​ກົດບັນຍັດ​ຂອງ​ໂມເຊ​ດ້ວຍ​ສຽງ​ອັນ​ດັງ​ໃຫ້​ປະຊາຊົນ​ຟັງ​ຢູ່​ນັ້ນ ພວກເຂົາ​ກໍ​ອ່ານ​ມາ​ຮອດ​ຕອນ​ທີ່​ໄດ້​ກ່າວ​ວ່າ ບໍ່ມີ​ຊາວ​ອຳໂມນ ຫລື​ຊາວ​ໂມອາບ​ໃດໆ ໄດ້​ຮັບ​ອະນຸຍາດ​ໃຫ້​ເຂົ້າ​ຮ່ວມ​ກັບ​ປະຊາຊົນ​ຂອງ​ພຣະເຈົ້າ.


ແລ້ວ​ເຢທະໂຣ​ກໍ​ຂ້າ​ສັດ​ເຜົາ​ທັງ​ໂຕ ແລະ​ເອົາ​ເຄື່ອງ​ບູຊາ​ອື່ນໆ​ຖວາຍ​ແກ່​ພຣະເຈົ້າ; ຝ່າຍ​ອາໂຣນ ແລະ​ພວກ​ຜູ້ນຳ​ກໍໄດ້​ໄປ​ຮ່ວມ​ກິນ​ເຂົ້າຈີ່​ຮ່ວມ​ກັບ​ພໍ່ເຖົ້າ​ຂອງ​ໂມເຊ ເພື່ອ​ເປັນ​ການ​ນະມັດສະການ​ພຣະເຈົ້າ.


ຕໍ່ມາ ເພິ່ນ​ໄດ້​ໃຊ້​ພວກ​ຄົນ​ໜຸ່ມ​ອິດສະຣາເອນ ເຜົາ​ເຄື່ອງ​ບູຊາ​ຖວາຍ​ແລະ​ເຜົາ​ງົວ​ທັງ​ໂຕ ຖວາຍ​ເພື່ອ​ຄວາມ​ສາມັກຄີທຳ​ແກ່​ພຣະເຈົ້າຢາເວ.


ຖ້າ​ມານຊາຕານ​ຂັບໄລ່​ມານຊາຕານ​ອອກ​ເອງ ມັນ​ກໍ​ແຕກແຍກ​ກັນ​ຢູ່​ໃນ​ຕົວ​ຂອງ​ມັນ​ເອງ ແລ້ວ​ອານາຈັກ​ຂອງ​ມັນ​ຈະ​ຕັ້ງໝັ້ນ​ໄດ້​ຢ່າງ​ໃດ?


ໃນ​ມື້​ທີ່​ພວກເຈົ້າ​ຂ້າມ​ແມ່ນໍ້າ​ຈໍແດນ​ແລະ​ເຂົ້າ​ໄປ​ໃນ​ດິນແດນ ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ກຳລັງ​ຈະ​ມອບ​ໃຫ້​ນັ້ນ ພວກເຈົ້າ​ຕ້ອງ​ຕັ້ງ​ຫີນ​ໃຫຍ່​ຂຶ້ນ​ໂປ້​ດ້ວຍ​ປູນຂາວ


ເທິງ​ຫີນ​ທີ່​ໃຊ້​ປູນ​ໂປ້​ນັ້ນ ໃຫ້​ພວກເຈົ້າ​ຂຽນ​ກົດບັນຍັດ​ທຸກໆ​ຂໍ້​ໃສ່​ຢ່າງ​ຈະແຈ້ງ​ດີ.”


ຢ່າ​ໃຫ້​ໜັງສື​ກົດບັນຍັດ​ນີ້​ຫ່າງໄກ​ຈາກ​ປາກ​ຂອງ​ເຈົ້າ. ຈົ່ງ​ພາວັນນາ​ເອົາ​ທຸກວັນ​ທຸກຄືນ ແລະ​ໃຫ້​ແນ່ໃຈ​ວ່າ​ເຈົ້າ​ເຊື່ອຟັງ​ທຸກໆ​ສິ່ງ​ທີ່​ໄດ້​ມີ​ຂຽນ​ໄວ້​ໃນ​ນັ້ນ. ແລ້ວ​ເຈົ້າ​ກໍ​ຈະ​ຈະເລີນ​ຮຸ່ງເຮືອງ ແລະ​ຈະ​ປະສົບ​ຄວາມ​ສຳເລັດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka