30 ຕໍ່ມາ ທີ່ພູເຂົາເອບານ ໂຢຊວຍໄດ້ສ້າງແທ່ນບູຊາຖວາຍແກ່ພຣະເຈົ້າຢາເວ ພຣະເຈົ້າຂອງຊາດອິດສະຣາເອນ.
ແລ້ວໂນອາກໍໄດ້ສ້າງແທ່ນບູຊາແທ່ນໜຶ່ງ ຖວາຍແກ່ພຣະເຈົ້າຢາເວ; ເພິ່ນເອົາສັດແລະນົກແນວລະໂຕ ທີ່ບໍ່ເປັນມົນທິນ ຂ້າເຜົາຖວາຍທັງໂຕເທິງແທ່ນບູຊາ.
ຈົ່ງເອົາດິນມາສ້າງແທ່ນບູຊາສຳລັບເຮົາ ແລະທີ່ເທິງແທ່ນນັ້ນໃຫ້ນຳແກະ ແລະງົວເຖິກມາເຜົາຖວາຍເປັນເຄື່ອງບູຊາ ແລະຖວາຍບູຊາເພື່ອຄວາມສາມັກຄີທຳ. ໃນທຸກບ່ອນທີ່ເຮົາຈັດໃຫ້ນະມັດສະການ ເຮົາຈະມາອວຍພອນພວກເຈົ້າໃນທີ່ນັ້ນ.
ໃນມື້ທີ່ພວກເຈົ້າຂ້າມແມ່ນໍ້າຈໍແດນແລະເຂົ້າໄປໃນດິນແດນ ທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າກຳລັງຈະມອບໃຫ້ນັ້ນ ພວກເຈົ້າຕ້ອງຕັ້ງຫີນໃຫຍ່ຂຶ້ນໂປ້ດ້ວຍປູນຂາວ