Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຊວຍ 8:29 - ພຣະຄຳພີສັກສິ

29 ເພິ່ນ​ໄດ້​ແຂວນ​ຄໍ​ກະສັດ​ແຫ່ງ​ອາອີ​ທີ່​ເທິງ​ຕົ້ນໄມ້ ແລະ​ປະ​ໄວ້​ຈົນ​ຮອດ​ຄໍ່າ. ພໍ​ຕາເວັນ​ຕົກ​ດິນ​ແລ້ວ ໂຢຊວຍ​ກໍ​ສັ່ງ​ໃຫ້​ຄົນ​ປົດ​ເອົາ​ສົບ​ລົງ​ມາ​ຈາກ​ຕົ້ນໄມ້ ແລະ​ໄດ້​ໂຍນ​ສົບ​ນັ້ນ​ຖິ້ມ​ໄວ້​ທາງ​ປະຕູ​ເຂົ້າ​ເມືອງ. ພວກເຂົາ​ໄດ້​ເອົາ​ກ້ອນຫີນ​ກອງ​ຖົມ​ລາວ​ໄວ້​ເປັນ​ກອງ​ໃຫຍ່ ຊຶ່ງ​ຍັງ​ມີ​ຢູ່​ເທົ່າ​ທຸກ​ວັນນີ້.

Uka jalj uñjjattʼäta Copia luraña




ໂຢຊວຍ 8:29
14 Jak'a apnaqawi uñst'ayäwi  

ພວກເຂົາ​ໄດ້​ຫາມ​ເອົາ​ຊາກສົບ​ຂອງ​ອັບຊາໂລມ​ໂຍນ​ລົງ​ໃນ​ຂຸມ​ເລິກ​ທີ່​ປ່າ ແລະ​ເອົາ​ກ້ອນຫີນ​ມາ​ກອງ​ອັດ​ປາກ​ຂຸມ​ນັ້ນ​ໄວ້​ເປັນ​ກອງ​ໃຫຍ່. ສ່ວນ​ຊາວ​ອິດສະຣາເອນ​ນັ້ນ​ຕ່າງ​ກໍ​ໜີ​ເມືອ​ເຮືອນ​ຂອງ​ໃຜ​ລາວ​ຈົນ​ໝົດ.


ດັ່ງນັ້ນ ຮາມານ​ຈຶ່ງ​ຖືກ​ແຂວນຄໍ​ໃສ່​ບ່ອນ​ທີ່​ລາວ​ເອງ​ໄດ້​ສ້າງ​ຂຶ້ນ ເພື່ອ​ແຂວນຄໍ​ມໍເດໄກ. ແລ້ວ​ຄວາມ​ໂກດຮ້າຍ​ຂອງ​ກະສັດ​ກໍໄດ້​ເຢັນລົງ.


ພຣະອົງ​ໄດ້​ໝິ່ນປະໝາດ​ຜູ້​ທີ່​ກົດຂີ່​ພວກເຂົາ ແລະ​ໃຫ້​ທຽວ​ໄປ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ​ອັນ​ເປົ່າປ່ຽວ.


ອົງພຣະ​ຜູ້​ເປັນເຈົ້າ​ຢູ່​ທີ່​ກໍ້າ​ຂວາມື​ຂອງ​ທ່ານ​ໃດ ບັນດາ​ກະສັດ​ຈະ​ເສຍໄຊ ເມື່ອ​ພຣະອົງ​ໃຈຮ້າຍ.


ແລ້ວ​ພວກ​ຢິວ​ກໍ​ຂໍ​ອະນຸຍາດ​ຈາກ​ປີລາດ ໃຫ້​ຫັກ​ກະດູກ​ຂາ​ຂອງ​ພວກ​ທີ່​ຖືກ​ຄຶງ​ໄວ້​ນັ້ນ ແລະ​ໃຫ້​ເອົາ​ຊາກສົບ​ລົງ​ຈາກ​ໄມ້ກາງແຂນ​ໄປ​ເສຍ, ພວກເຂົາ​ຂໍຮ້ອງ​ຢ່າງ​ນີ້ ເພາະ​ເປັນ​ວັນ​ຈັດຕຽມ ແລະ​ພວກເຂົາ​ບໍ່​ຢາກ​ໃຫ້​ສົບ​ເຫຼົ່ານັ້ນ​ຄ້າງ​ໄວ້​ທີ່​ໄມ້ກາງແຂນ​ໃນ​ວັນ​ຊະບາໂຕ. (ເພາະ​ວັນ​ຊະບາໂຕ​ທີ່​ຈະມາເຖິງ​ນັ້ນ​ເປັນ​ວັນ​ທີ່​ສຳຄັນ)


ໃນ​ທັນໃດນັ້ນ ເທວະດາ​ຕົນ​ໜຶ່ງ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ລົງໂທດ​ເຮໂຣດ​ໃຫ້​ລົ້ມ​ລົງ ເພາະ​ເພິ່ນ​ບໍ່ໄດ້​ຍົກ​ຍໍ​ໃຫ້ກຽດ​ພຣະເຈົ້າ, ແລ້ວ​ເກີດ​ມີ​ຕົວ​ໜອນ​ກັດ​ກິນ​ຮ່າງກາຍ​ຂອງ​ເພິ່ນ​ຈົນ​ເສຍ​ຊີວິດ.


ພຣະເຈົ້າຢາເວ​ໄດ້​ໃຫ້​ຊາວ​ອິດສະຣາເອນ​ຊະນະ​ເມືອງ​ນີ້​ອີກ​ພ້ອມ​ທັງ​ກະສັດ. ພວກເຂົາ​ໄດ້​ຂ້າ​ທຸກໆ​ຄົນ​ຢູ່​ໃນ​ເມືອງ​ໂດຍ​ບໍ່​ໄວ້​ຊີວິດ​ໃຜ​ເລີຍ. ເພິ່ນ​ໄດ້​ເຮັດ​ຕໍ່​ກະສັດ​ຂອງ​ເມືອງ​ນີ້ ເໝືອນດັ່ງ​ທີ່​ໄດ້​ເຮັດ​ຕໍ່​ກະສັດ​ແຫ່ງ​ເຢຣິໂກ.


ໃນ​ຄັ້ງ​ນັ້ນ ເຈົ້າ​ໂຮຣາມ​ກະສັດ​ແຫ່ງ​ເກເຊ​ໄດ້​ມາ​ຊ່ວຍ​ເມືອງ​ລາກິດ ແຕ່​ໂຢຊວຍ​ໄດ້​ຂ້າ​ລາວ​ແລະ​ທະຫານ​ໂດຍ​ບໍ່​ໄວ້​ຊີວິດ​ໃຜ​ເລີຍ.


ປະຊາຊົນ​ອິດສະຣາເອນ​ໄດ້​ເອົາ​ຊະນະ​ບັນດາ​ກະສັດ​ຂອງ​ເມືອງ​ເຫຼົ່ານີ້: ເຢຣິໂກ, ອາອີ (ໃກ້​ກັບ​ເມືອງ​ເບັດເອນ),


ຫລັງຈາກ​ນັ້ນ ພວກເຂົາ​ກໍ​ເອົາ​ຫີນ​ມາ​ເຮັດ​ເປັນ​ກອງ​ໃຫຍ່​ຖົມ​ລາວ​ໄວ້ ຊຶ່ງ​ຍັງ​ມີ​ຢູ່​ເທົ່າ​ທຸກ​ວັນນີ້. ດັ່ງນັ້ນ ບ່ອນ​ນີ້​ຈົ່ງ​ເອີ້ນ​ວ່າ ຮ່ອມພູ​ອາໂຄ. ແລ້ວ​ພຣະເຈົ້າຢາເວ​ກໍ​ບໍ່ໄດ້​ໂກດຮ້າຍ​ອີກ​ຕໍ່ໄປ.


ນອກຈາກ​ກະສັດ​ແຫ່ງ​ອາອີ​ເທົ່ານັ້ນ​ທີ່​ພວກເຂົາ​ໄລ່​ຈັບ​ໄດ້ ແລະ​ນຳ​ຕົວ​ມາ​ຫາ​ໂຢຊວຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka