28 ໂຢຊວຍໄດ້ຈູດເມືອງອາອີແລະປະໃຫ້ເປັນເມືອງຮ້າງ. ສະນັ້ນ ເມືອງອາອີຈຶ່ງຍັງເປັນເມືອງຮ້າງຕະຫລອດມາເຖິງເທົ່າທຸກວັນນີ້.
ເຈົ້າບໍ່ເຄີຍໄດ້ຍິນບໍວ່າ ເຮົາໄດ້ຕຽມແຜນການທັງໝົດນີ້ໄວ້ແຕ່ດົນແລ້ວ? ແລະດຽວນີ້ເຮົາກໍປະຕິບັດຕາມແຜນການນັ້ນ. ເຮົາໃຫ້ເຈົ້າມີອຳນາດເພື່ອທຳລາຍເມືອງທີ່ມີປ້ອມປ້ອງກັນອັນແໜ້ນໜາໃຫ້ເພພັງລົງເປັນກອງຫີນ.
ອົງພຣະຜູ້ເປັນເຈົ້າໄດ້ກ່າວວ່າ, “ດາມັສກັດຈະບໍ່ເປັນນະຄອນອີກຕໍ່ໄປ; ແຕ່ຈະເປັນພຽງກອງສິ່ງຮົກຮ້າງເພພັງເທົ່ານັ້ນ.
ພຣະອົງໄດ້ປ່ຽນເມືອງຕ່າງໆໃຫ້ຮົກຮ້າງເພພັງ ແລະທຳລາຍປ້ອມປ້ອງກັນເມືອງຂອງເຂົາເຈົ້າ. ຜາສາດຣາຊວັງທີ່ເຫຼົ່າສັດຕູໄດ້ສ້າງຂຶ້ນມາ ກໍໄດ້ສູນເສຍຕະຫລອດໄປສາແລ້ວ.
ແຕ່ເມື່ອເວລານັ້ນມາເຖິງ ພຣະເຈົ້າຢາເວກ່າວ່າ, ເຮົາຈະເຮັດໃຫ້ປະຊາຊົນທີ່ຢູ່ໃນເມືອງເອກຣັບບາ ໄດ້ຍິນສຽງຂອງການສູ້ຮົບ ແລະເມືອງນີ້ຈະຖືກປະປ່ອຍໃຫ້ຮົກຮ້າງເພພັງ ແລະໝູ່ບ້ານຕ່າງໆກໍຈະຖືກເຜົາຜານຈົນກ້ຽງ. ແລ້ວຊາດອິດສະຣາເອນກໍຈະໄດ້ດິນແດນຂອງຕົນ ຈາກພວກທີ່ຢຶດເອົາໄປນັ້ນກັບຄືນມາ.
ຈົ່ງໂຈມຕີປະເທດນີ້ຮອບດ້ານທັງເປີດສາງທີ່ໄດ້ສະສົມເຂົ້າໄວ້ ຈົ່ງກອງເຄື່ອງທີ່ປຸ້ນມານັ້ນດັ່ງທີ່ໄດ້ກອງເຂົ້າໄວ້ ຈົ່ງທຳລາຍປະເທດຖິ້ມ ຢ່າປະປ່ອຍຫຍັງໄວ້ເລີຍ
ອົງພຣະຜູ້ເປັນເຈົ້າກ່າວວ່າ, “ເຮົາຈະໃຫ້ນະຄອນເຢຣູຊາເລັມເປັນກອງສິ່ງເພພັງ ເປັນບ່ອນໜຶ່ງທີ່ຝູງໝາປ່າພາກັນອາໄສຢູ່; ເມືອງຢູດາຍຈະກາຍເປັນຖິ່ນແຫ້ງແລ້ງກັນດານ ເປັນບ່ອນໜຶ່ງຊຶ່ງບໍ່ມີຄົນອາໄສຢູ່.”
ເພາະສະນັ້ນ ຍ້ອນພວກເຈົ້າ ພູເຂົາຊີໂອນຈະຖືກໄຖເໝືອນໄຖນາ ນະຄອນເຢຣູຊາເລັມຈະກາຍເປັນກອງສິ່ງຮົກຮ້າງເພພັງ ແລະເນີນພູບ່ອນທີ່ຕັ້ງພຣະວິຫານກໍຈະກາຍເປັນປ່າ.
ໃຫ້ຂົນເອົາຊັບສິນຂອງຊາວເມືອງອອກມາກອງຢູ່ທີ່ສີ່ແຍກກາງເມືອງ ແລະຈູດເມືອງ ພ້ອມທັງຈູດທຸກໆສິ່ງໃນເມືອງນັ້ນ ເປັນການຖວາຍບູຊາແກ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ. ຈົ່ງປ່ອຍໃຫ້ເປັນເມືອງຮ້າງຢູ່ຢ່າງນັ້ນຕະຫລອດໄປ ແລະຢ່າສ້າງຂຶ້ນໃໝ່ເປັນເດັດຂາດ.
ຢ່າເອົາສິ່ງຂອງໃດໆທີ່ຈະຕ້ອງສາບແຊ່ງແລະທຳລາຍຖິ້ມນັ້ນມາເປັນຂອງຕົນ ແລ້ວພຣະເຈົ້າຢາເວກໍຈະເຊົາໂກດຮ້າຍ ແລະຫັນມາເມດຕາພວກເຈົ້າ. ພຣະອົງຈະເມດຕາພວກເຈົ້າ ແລະຈະໃຫ້ພວກເຈົ້າມີປະຊາຊົນເພີ່ມພູນຂຶ້ນ ເປັນຈຳນວນຫລວງຫລາຍຕາມທີ່ພຣະອົງໄດ້ສັນຍາໄວ້ກັບປູ່ຍ່າຕາຍາຍຂອງພວກເຈົ້າ
ແລ້ວໂຢຊວຍກໍຍັງໄດ້ຕັ້ງຫີນອື່ນອີກສິບສອງກ້ອນ ໄວ້ທີ່ກາງແມ່ນໍ້າຈໍແດນ ໃນບ່ອນທີ່ພວກປະໂຣຫິດຫາມຫີບພັນທະສັນຍາຢືນຢູ່ນັ້ນ. (ຫີນນັ້ນຍັງມີຢູ່ຈົນເຖິງທຸກວັນນີ້.)
ເພິ່ນໄດ້ແຂວນຄໍກະສັດແຫ່ງອາອີທີ່ເທິງຕົ້ນໄມ້ ແລະປະໄວ້ຈົນຮອດຄໍ່າ. ພໍຕາເວັນຕົກດິນແລ້ວ ໂຢຊວຍກໍສັ່ງໃຫ້ຄົນປົດເອົາສົບລົງມາຈາກຕົ້ນໄມ້ ແລະໄດ້ໂຍນສົບນັ້ນຖິ້ມໄວ້ທາງປະຕູເຂົ້າເມືອງ. ພວກເຂົາໄດ້ເອົາກ້ອນຫີນກອງຖົມລາວໄວ້ເປັນກອງໃຫຍ່ ຊຶ່ງຍັງມີຢູ່ເທົ່າທຸກວັນນີ້.