27 ພວກອິດສະຣາເອນໄດ້ຢຶດເອົາຝູງສັດແລະສິ່ງຂອງໃນເມືອງ ມາເປັນຂອງຕົນຕາມຖ້ອຍຄຳຂອງພຣະເຈົ້າຢາເວທີ່ໄດ້ສັ່ງໂຢຊວຍ.
ເພາະສັດທັງໝົດນັ້ນທີ່ຢູ່ໃນປ່າດົງພົງໄພ ຝູງງົວເທິງເນີນພູພັນໜ່ວຍກໍເປັນຂອງເຮົາທັງນັ້ນ.
ທຸກໆສິ່ງທີ່ໄຟໄໝ້ບໍ່ໄດ້ ເຊັ່ນວ່າ: ຄຳ, ເງິນ, ທອງສຳຣິດ, ເຫຼັກ, ກົ່ວ ແລະຊືນ ໃຫ້ເຮັດພິທີຊຳລະມົນທິນໂດຍໃຊ້ໄຟເຜົາ. ສ່ວນສິ່ງອື່ນໃຫ້ໃຊ້ນໍ້າລ້າງເພື່ອຊຳລະ.
“ໃຫ້ເຈົ້າແລະເອເລອາຊາພ້ອມດ້ວຍບັນດາຫົວໜ້າຄອບຄົວຂອງຊຸມຊົນຄົນອື່ນໆ ພາກັນນັບສິ່ງຂອງທັງໝົດ ທີ່ໄດ້ຢຶດມາຕະຫລອດທັງຊະເລີຍເສິກແລະສັດດ້ວຍ.
ຂ້ອຍມີສິດເຮັດໃນສິ່ງທີ່ຂ້ອຍຢາກເຮັດກັບເງິນຂອງຂ້ອຍບໍ່ແມ່ນບໍ? ເປັນຫຍັງຈຶ່ງອິດສາເມື່ອເຫັນຂ້ອຍໃຈດີ?”’
ພວກເຮົາໄດ້ຢຶດເອົາຝູງສັດແລະເກັບກວາດເອົາສິ່ງຂອງໃນເມືອງ.
ພວກເຫຼົ່ານີ້ ໄດ້ມາພ້ອມດ້ວຍທະຫານທັງໝົດຂອງພວກຕົນ ເປັນກອງທັບທີ່ປະກອບດ້ວຍຄົນຢ່າງຫລວງຫລາຍ ດັ່ງເມັດຊາຍຕາມແຄມຝັ່ງທະເລ. ພວກເຂົາມີທັງມ້າແລະລົດຮົບຢ່າງຫລວງຫລາຍ.
ເຈົ້າຈົ່ງເຮັດຕໍ່ເມືອງອາອີແລະກະສັດຂອງເມືອງນີ້ ເໝືອນດັ່ງທີ່ເຈົ້າໄດ້ເຮັດຕໍ່ເມືອງເຢຣິໂກແລະກະສັດຂອງເມືອງນັ້ນ. ແຕ່ໃນຄັ້ງນີ້ ໃຫ້ພວກເຈົ້າເອົາສິ່ງຂອງ ແລະຝູງສັດມາເປັນຂອງພວກເຈົ້າໄດ້. ຈົ່ງຕຽມໂຈມຕີເມືອງທາງດ້ານຫລັງ ໂດຍບໍ່ໃຫ້ພວກເຂົາຮູ້ຕົວ.”
ໂຢຊວຍໄດ້ຈູດເມືອງອາອີແລະປະໃຫ້ເປັນເມືອງຮ້າງ. ສະນັ້ນ ເມືອງອາອີຈຶ່ງຍັງເປັນເມືອງຮ້າງຕະຫລອດມາເຖິງເທົ່າທຸກວັນນີ້.