Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຊວຍ 8:21 - ພຣະຄຳພີສັກສິ

21 ເມື່ອ​ໂຢຊວຍ​ກັບ​ຄົນ​ຂອງ​ເພິ່ນ​ເຫັນ​ວ່າ ທະຫານ​ອິດສະຣາເອນ​ໄດ້​ຢຶດຄອງ​ເມືອງ​ແລະ​ຈູດ​ເມືອງ​ແລ້ວ ພວກເຂົາ​ກໍ​ຫັນ​ມາ​ເລີ່ມ​ຂ້າ​ພວກ​ຜູ້ຊາຍ​ອາອີ.

Uka jalj uñjjattʼäta Copia luraña




ໂຢຊວຍ 8:21
4 Jak'a apnaqawi uñst'ayäwi  

ເມື່ອ​ໂຢອາບ​ເຫັນ​ວ່າ ກອງທັບ​ຂອງ​ສັດຕູ​ຈະ​ໂຈມຕີ​ຕົນ​ທາງ​ດ້ານ​ໜ້າ​ກັບ​ທາງ​ດ້ານຫລັງ; ສະນັ້ນ ລາວ​ຈຶ່ງ​ເລືອກເອົາ​ທະຫານ​ອິດສະຣາເອນ​ຜູ້​ທີ່​ເກັ່ງກ້າ ໃຫ້​ໄປ​ຕັ້ງ​ທ່າ​ໄວ້​ປະເຊີນ​ໜ້າ​ກັບ​ພວກ​ຊີເຣຍ.


ເຈົ້າ​ອາໂດນີ​ເຊເດັກ​ກະສັດ​ແຫ່ງ​ເຢຣູຊາເລັມ ໄດ້ຍິນ​ຂ່າວ​ວ່າ ໂຢຊວຍ​ຢຶດ​ແລະ​ທຳລາຍ​ເມືອງ​ອາອີ​ຈົນກ້ຽງ ແລະ​ໄດ້​ຂ້າ​ກະສັດ​ໃນ​ເມືອງ​ນັ້ນ ດັ່ງ​ທີ່​ເພິ່ນ​ໄດ້​ເຮັດ​ຕໍ່​ເມືອງ​ເຢຣິໂກ ແລະ​ກະສັດ​ໃນ​ເມືອງ​ນີ້. ເພິ່ນ​ຍັງ​ໄດ້ຍິນ​ວ່າ ຊາວ​ກີເບໂອນ​ໄດ້​ເຮັດ​ສັນຍາ​ສັນຕິພາບ​ກັບ​ຊາວ​ອິດສະຣາເອນ​ແລ້ວ ແລະ​ໄດ້​ອາໄສ​ຢູ່​ນຳ​ພວກເຂົາ.


ເມື່ອ​ຊາວ​ເມືອງ​ອາອີ​ຫລຽວ​ຄືນ​ຫລັງ ເຫັນ​ຄວັນໄຟ​ຟົ້ງ​ຂຶ້ນ​ສູ່​ທ້ອງຟ້າ ພວກເຂົາ​ກໍ​ບໍ່ມີ​ຊ່ອງທາງ​ທີ່​ຈະ​ປົບໜີໄປ​ໄດ້​ອີກ​ແລ້ວ ເພາະ​ພວກ​ອິດສະຣາເອນ​ທີ່​ກຳລັງ​ແລ່ນ​ໄປ​ທາງ​ຖິ່ນ​ແຫ້ງແລ້ງ​ກັນດານ​ນັ້ນ ບັດນີ້ ໄດ້​ຫັນໜ້າ​ມາ​ໂຈມຕີ​ພວກເຂົາ​ຄືນ.


ບັດນີ້ ພວກ​ອິດສະຣາເອນ​ທີ່​ຢູ່​ໃນ​ເມືອງ​ກໍໄດ້​ອອກ​ມາ​ສົມທົບ​ສູ້ຮົບ. ສະນັ້ນ ພວກ​ອາອີ​ຈຶ່ງ​ຖືກ​ປິດລ້ອມ​ໄວ້​ຢ່າງ​ສິ້ນເຊີງ ແລະ​ພວກ​ອິດສະຣາເອນ​ໄດ້​ຂ້າ​ພວກເຂົາ​ຖິ້ມ ໂດຍ​ບໍ່ມີ​ຜູ້ໃດ​ໜີ​ພົ້ນ​ແລະ​ລອດຊີວິດ​ໄປ​ໄດ້


Jiwasaru arktasipxañani:

Anuncios ukanaka


Anuncios ukanaka