Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຢຊວຍ 8:20 - ພຣະຄຳພີສັກສິ

20 ເມື່ອ​ຊາວ​ເມືອງ​ອາອີ​ຫລຽວ​ຄືນ​ຫລັງ ເຫັນ​ຄວັນໄຟ​ຟົ້ງ​ຂຶ້ນ​ສູ່​ທ້ອງຟ້າ ພວກເຂົາ​ກໍ​ບໍ່ມີ​ຊ່ອງທາງ​ທີ່​ຈະ​ປົບໜີໄປ​ໄດ້​ອີກ​ແລ້ວ ເພາະ​ພວກ​ອິດສະຣາເອນ​ທີ່​ກຳລັງ​ແລ່ນ​ໄປ​ທາງ​ຖິ່ນ​ແຫ້ງແລ້ງ​ກັນດານ​ນັ້ນ ບັດນີ້ ໄດ້​ຫັນໜ້າ​ມາ​ໂຈມຕີ​ພວກເຂົາ​ຄືນ.

Uka jalj uñjjattʼäta Copia luraña




ໂຢຊວຍ 8:20
14 Jak'a apnaqawi uñst'ayäwi  

ເພິ່ນ​ຫລຽວ​ລົງ​ເບິ່ງ​ເມືອງ​ໂຊໂດມ​ກັບ​ເມືອງ​ໂກໂມຣາ​ແລະ​ຮ່ອມພູ​ທັງໝົດ ຈຶ່ງ​ເຫັນ​ຄວັນໄຟ​ພຸ່ງ​ຂຶ້ນ​ມາ​ຈາກ​ພື້ນດິນ ດັ່ງ​ຄວັນໄຟ​ທີ່​ພຸ່ງ​ຂຶ້ນ​ມາ​ຈາກ​ເຕົາ​ຫລອມ​ໃຫຍ່.


ສ່ວນ​ຄົນຊົ່ວຊ້າ​ນັ້ນ ຈະ​ແນມຫາ​ຜູ້​ຊ່ວຍຊູ ຜູ້​ທີ່​ພວກເຂົາ​ຫວັງ​ອາໄສ ກໍ​ຈະ​ເຮັດ​ໃຫ້​ຜິດຫວັງ​ເທົ່ານັ້ນ ແລະ​ທາງ​ທີ່​ຈະ​ຫລີກ​ໜີ​ຈາກ​ໂພຍໄພ​ກໍ​ຈະ​ບໍ່ມີ; ຄວາມຫວັງ​ຢ່າງດຽວ​ຂອງ​ພວກເຂົາ​ກໍ​ຄື​ຕາຍ​ເທົ່ານັ້ນ.”


ພວກ​ທະຫານ​ທີ່​ອົງອາດ​ເກັ່ງກ້າ​ຂອງ​ພວກເຂົາ ຕ່າງ​ກໍ​ຖືກ​ປຸ້ນ​ຈົນ​ສິ່ງຂອງ​ໝົດກ້ຽງ ແລະ​ບັດນີ້​ນອນຫລັບ​ຢູ່​ເພາະ​ສິ້ນລົມ​ຫາຍໃຈ ກຳລັງ​ວັງຊາ​ທີ່​ມີ​ກໍ​ໃຊ້​ການ​ບໍ່ໄດ້.


ມັນ​ຈະ​ໄໝ້​ເຜົາຜານ​ທັງເວັນ​ທັງຄືນ ແລະ​ຄວັນ​ຈະ​ພຸ່ງ​ຂຶ້ນ​ຈາກ​ທີ່​ນັ້ນ​ຕະຫລອດໄປ. ດິນແດນ​ຈະ​ຖືກ​ປະ​ເປົ່າລ້າ​ທຸກຍຸກ​ທຸກສະໄໝ ແລະ​ທັງ​ຈະ​ບໍ່ມີ​ຜູ້ໃດ​ທ່ອງທ່ຽວ​ໄປມາ​ຜ່ານ​ທີ່ນັ້ນ​ອີກ​ຈັກເທື່ອ.


ແລະ​ພໍ​ໂຢຊວຍ​ຍົກ​ມື​ຂຶ້ນ ພວກ​ທີ່​ໄດ້​ລີ້​ຢູ່​ນັ້ນ​ກໍ​ຟ້າວ​ແລ່ນ​ອອກ​ມາ​ຢ່າງ​ວ່ອງໄວ ແລະ​ເຂົ້າ​ຢຶດຄອງ​ເມືອງ​ທັນທີ. ພວກເຂົາ​ຈູດ​ເມືອງ​ຖິ້ມ​ທັນໃດໂລດ.


ເມື່ອ​ໂຢຊວຍ​ກັບ​ຄົນ​ຂອງ​ເພິ່ນ​ເຫັນ​ວ່າ ທະຫານ​ອິດສະຣາເອນ​ໄດ້​ຢຶດຄອງ​ເມືອງ​ແລະ​ຈູດ​ເມືອງ​ແລ້ວ ພວກເຂົາ​ກໍ​ຫັນ​ມາ​ເລີ່ມ​ຂ້າ​ພວກ​ຜູ້ຊາຍ​ອາອີ.


ບັນດາ​ກະສັດ​ແຫ່ງ​ແຜ່ນດິນ​ໂລກ ທີ່​ໄດ້​ລ່ວງຜິດ​ສິນທຳ​ທາງ​ເພດ​ກັບ​ນະຄອນ​ນັ້ນ ແລະ​ໄດ້​ປ່ອຍ​ຕົວ​ໄປ​ຕາມ​ຄວາມ​ສະໜຸກ​ສະໜານ​ຮ່ວມ​ກັນ​ນັ້ນ ເມື່ອ​ໄດ້​ເຫັນ​ຄວັນໄຟ​ໄໝ້ ມັນ​ກໍ​ຈະ​ຕີ​ເອິກ​ຮ້ອງໄຫ້.


ແລ້ວ​ຄົນ​ເຫຼົ່ານັ້ນ​ກໍໄດ້​ຮ້ອງ​ຂຶ້ນ​ເປັນ​ເທື່ອ​ທີ​ສອງ​ວ່າ, “ຮາເລລູຢາ.” ຄວັນ​ຈາກ​ແປວ​ໄຟ​ທີ່​ເຜົາ​ໄໝ້​ນາງ ​ນັ້ນ ກໍ​ພຸ່ງ​ຂຶ້ນ​ຢູ່​ຕະຫລອດ​ນິຣັນດອນ.


ກອງທັບ​ໃຫຍ່​ຂອງ​ພວກ​ອິດສະຣາເອນ ແລະ​ທະຫານ​ທີ່​ລີ້​ຢູ່ນັ້ນ​ຕ່າງ​ກໍ​ລໍເບິ່ງ​ສັນຍານ ເມື່ອໃດ​ທີ່​ພວກເຂົາ​ຫລຽວເຫັນ​ຄວັນໄຟ​ກ້ອນໃຫຍ່​ພຸ່ງຂຶ້ນ​ຈາກ​ຕົວເມືອງ​ແລ້ວ


ແຕ່​ແລ້ວ​ສັນຍານ​ກໍ​ປາກົດ​ຂຶ້ນ ຄື​ຄວັນໄຟ​ກ້ອນໃຫຍ່​ເລີ່ມ​ພຸ່ງຂຶ້ນ​ຈາກ​ຕົວເມືອງ. ເມື່ອ​ພວກ​ເບັນຢາມິນ​ຫລຽວ​ກັບຄືນ​ຫລັງ​ກໍ​ຕົກຕະລຶງ​ທີ່​ເຫັນ​ວ່າ ທັງເມືອງ​ໄດ້​ຖືກ​ຈູດ​ສາ​ແລ້ວ.


ແລ້ວ​ພວກ​ອິດສະຣາເອນ​ກໍໄດ້​ຫັນ​ມາ​ຕໍ່ສູ້​ຄືນ. ພວກ​ເບັນຢາມິນ​ຈຶ່ງ​ຕື່ນ​ຕົກໃຈ ແລະ​ແຕກ​ໜີໄປ ເພາະ​ຮູ້​ຕົວ​ວ່າ​ພວກຕົນ​ຈວນ​ຈະ​ຖືກ​ທຳລາຍ​ແລ້ວ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka