ໂຢຊວຍ 8:2 - ພຣະຄຳພີສັກສິ2 ເຈົ້າຈົ່ງເຮັດຕໍ່ເມືອງອາອີແລະກະສັດຂອງເມືອງນີ້ ເໝືອນດັ່ງທີ່ເຈົ້າໄດ້ເຮັດຕໍ່ເມືອງເຢຣິໂກແລະກະສັດຂອງເມືອງນັ້ນ. ແຕ່ໃນຄັ້ງນີ້ ໃຫ້ພວກເຈົ້າເອົາສິ່ງຂອງ ແລະຝູງສັດມາເປັນຂອງພວກເຈົ້າໄດ້. ຈົ່ງຕຽມໂຈມຕີເມືອງທາງດ້ານຫລັງ ໂດຍບໍ່ໃຫ້ພວກເຂົາຮູ້ຕົວ.” Uka jalj uñjjattʼäta |
ເຈົ້າອາໂດນີເຊເດັກກະສັດແຫ່ງເຢຣູຊາເລັມ ໄດ້ຍິນຂ່າວວ່າ ໂຢຊວຍຢຶດແລະທຳລາຍເມືອງອາອີຈົນກ້ຽງ ແລະໄດ້ຂ້າກະສັດໃນເມືອງນັ້ນ ດັ່ງທີ່ເພິ່ນໄດ້ເຮັດຕໍ່ເມືອງເຢຣິໂກ ແລະກະສັດໃນເມືອງນີ້. ເພິ່ນຍັງໄດ້ຍິນວ່າ ຊາວກີເບໂອນໄດ້ເຮັດສັນຍາສັນຕິພາບກັບຊາວອິດສະຣາເອນແລ້ວ ແລະໄດ້ອາໄສຢູ່ນຳພວກເຂົາ.